• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຍາມໃດກໍ່ຕ້ອນຮັບ ແລະ ຮ່ວມເດີນທາງກັບວິສາຫະກິດ ແອັດສະປາຍ

      ໃນຂອບເຂດການຢ້ຽມຢາມ ແອັດສະປາຍ ຢ່າງເປັນທາງການ, ວັນທີ 24 ພຶດສະພາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີງມິງ ເປັນປະທານພິທີໄຂເວທີປາໄສເສດຖະກິດ ຫວຽດນາມ - ແອັດສະປາຍ ດ້ວຍຫົວຂໍ້ວ່າ ພ້ອມກັນຮ່ວມເດີນທາງ

ພິທີລົງນາມຂໍ້ຕົກລົງຮ່ວມມືລະຫວ່າງວິສາຫະກິດ 2 ປະເທດ
      ກາລະໂອກາດຮ່ວມມືໃຫ້ວິສາຫະກິດ ຫວຽດນາມ ແລະ ແອັດສະປາຍ”. ເວທີປາໄສແມ່ນເຫດການເສດຖະກິດໃນບັນດາການເຄື່ອນໄຫວຂອງຂອບເຂດຊຸມວັນ ຫວຽດນາມ ທີ່ຈັດຕັ້ງຢູ່ ແອັດສະປາຍ ເນື່ອງໃນໂອກາດສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດ (23/05/1977 – 23/05/2017). ກ່າວຄຳເຫັນທີ່ເວທີປາໄສ, ທ່ານ ຟ້າມບີງມິງ ຢືນຢັນຄຳໝັ້ນສັນຍາຂອງລັດຖະບານ ຫວຽດນາມ ວ່າຍາມໃດກໍ່ຕ້ອນຮັບ ແລະ ຮ່ວມເດີນທາງກັບວິສາຫະກິດ, ສືບຕໍ່ຊຸກຍູ້ການປະຕິຮູບ, ສ້າງຂໍ້ລິເລີ່ມສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ການລົງທຶນຢ່າງສະດວກ ແລະ ສະເໝີພາບກ່ວາອີກ ໃຫ້ແກ່ບັນດານັກລົງທຶນຕ່າງປະເທດ, ໃນນັ້ນ ມີບັນດານັກລົງທຶນ ແອັດສະປາຍ.
        “ຫວຽດນາມ ໄດ້ຮັບຄວາມຮູ້ຈັກຈາກເພື່ອນມິດສາກົນດ້ວຍເລື່ອງປະສົບຜົນສຳເລັດກ່ຽວກັບເສດຖະກິດ, ແມ່ນຈຸດພົ້ນເດັ່ນກ່ຽວກັບການດຶງດູດການລົງທຶນ ແລະ ການທ່ອງທ່ຽວ. ມາຮອດປະຈຸບັນ, ຫວຽດນາມ ດຶງດູດທຶນ FDI ໄດ້ປະມານ 300 ຕື້ USD, ໃນນັ້ນ ທຶນປະຕິບັດກ່ວາ 154 ຕື້ USD. ສະເພາະປີ 2016 ດ້ວຍຄວາມຕັດສິນໃຈ ແລະ ຄວາມມານະພະຍາຍາມໃຫຍ່ຫລວງຂອງ ລັດຖະບານ, ສະພາບແວດລ້ອມແຫ່ງການດຳເນີນທຸລະກິດຂອງ ຫວຽດນາມ ໄດ້ເພີ່ມຂຶ້ນ 9 ຂັ້ນ.
        ໃນຂອບເຂດເວທີປາໄສ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີງມິງ ເປັນສັກຂີພິຍານພິທີລົງນາມຂໍ້ຕົກລົງຮ່ວມມືລະຫວ່າງວິສາຫະກິດ 2 ປະເທດບາງສະບັບ.
 (ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສືບຕໍ່ສ້າງໂຄງຮ່າງບົດລາຍງານໃຫ້ສົມບູນແບບ ດ້ວຍເນື້ອໃນມີຂອບຂະໜາດຊີ້ນຳ, ນຳພາໃຫຍ່ ແຕ່ແທດຈິງ, ເຂົ້າໃຈງ່າຍ, ປະຕິບັດງ່າຍ

Top