• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

ຫວຽດນາມ-ຈີນ ຊຸກຍູ້ການຮ່ວມມືດ້ານເສດຖະກິດ ແລະ ການຄ້າ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຫາກໍ່ສິ້ນສຸດການ ຢ້ຽມຢາມ ຈີນ ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຈີນ ຫຼີ້ເຄີສຽງ ແຕ່ວັນທີ 10-15 ກັນຍາ 2016. ການຢ້ຽມຢາມ ດັ່ງກ່າວແມ່ນໂອກາດເພື່ອໃຫ້ສອງປະເທດເພີ່ມທະວີການແລກປ່ຽນຍຸດທະສາດ, ຄວບຄຸມ ແລະ ແກ້ໄຂບັນດາບັນຫາຢູ່ທະເລຕາເວັນອອກ, ເປັນຕົ້ນແມ່ນຊຸກຍູ້ເພີ່ມທະວີການຮ່ວມມືດ້ານເສດຖະກິດ ແລະ ການຄ້າ.
ນີ້ແມ່ນການຢ້ຽມຢາມ ຈີນ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ກໍ່ເປັນການຢ້ຽມຢາມ ຈີນຄັ້ງທຳອິດຂອງການນຳຂັ້ນສູງຂອງພັກ, ລັດຖະບານ ຫວຽດນາມ ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ. ​ໃນ​ເວລາ 6 ວັນ, ທ່ານ​ນາຍົກລັດຖະມົນຕີ ຫວຽນ​ຊວນ​ຟຸກ ພ້ອມ​ກັບ​ຄະນະ​ໄດ້​ມີ​ລາຍການ​ເຮັດ​ວຽກອັນ​ຮີບ​ດ່ວນ​ແລະຕໍ່​ເນື່ອງ​​​ດ້ວຍ​ການ​ເຄື່ອນ​ໄຫວ​ເກືອບ 50 ຢ່າງ. 
  
ທີ່ນະຄອນຫຼວງ ປັກກິ່ງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການພົບປະແລກປ່ຽນຄຳຄິດຄຳເຫັນກັບທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ, ພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ຫຼີເຄີສຽງ, ພົບປະແລກປ່ຽນຄຳຄິດຄຳເຫັນກັບທ່ານກຳມະການຄະນະປະຈຳກົມການເມືອງ, ກຳມະການຫົວໜ້າຄະນະກຳມະການປະຈຳກອງປະຊຸມໃຫຍ່ ຜູ້ແທນປະຊາຊົນ ທົ່ວປະເທດຈີນ (ປະທານສະພາແຫ່ງຊາດ)ຈາງເຕື໋ອແຈງ ແລະ ພົບປະແລກປ່ຽນຄຳຄິດຄຳເຫັນກັບທ່ານ ອີ​ເຈິ້ງ​ເຊີງ, ປະທານ​ສະພາ​ປຶກສາ​ການ​ເມືອງປະຊາຊົນ​​ແຫ່ງ​ຊາດ​ຈີນ.

ທ່ານນາຍົກລັດຖະມົນຕີ ຈີນ ຫຼີເຄີສຽງ (Li Keqiang)
ຕ້ອນຮັບ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ. ພາບ: ຖົ໋ງເຍິດ/VNA



ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ
ພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ຈີນ ຫຼີເຄີສຽງ (
Li Keqiang). ພາບ: ຖົ໋ງເຍິດ/VNA



ນາຍົກລັດຖະມົນຕີສອງທ່ານໄດ້ເປັນສັກຂີພິຍານໃນພິທີເຊັນ
ສັນຍາຮ່ວມມືລະຫວ່າງສອງປະເທດ. ພາບ: ຖົ໋ງເຍິດ/VNA


 
ໃນບັນດາການພົບປະເຈລະຈາ, ແລກປ່ຽນຄຳຄິດຄຳເຫັນ ລະຫວ່າງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກກັບທ່ານຜູ້ນຳຂັ້ນສູງ ຈີນ, ສອງຝ່າຍບັນລຸໄດ້ຄວາມຮັບຮູ້ລວມຢ່າງກວ້າງຂວາງກ່ຽວກັບເລື່ອງເຮັດໃຫ້ເຊິກເຊ່ິງການພົວພັນຮ່ວມມືຍຸດທະສາດຮອບດ້າຍ ຫວຽດນາມ-ຈີນ, ກໍ່ຄືແລກປ່ຽນຄຳຄິດ ຄຳເຫັນຕໍ່ບັນດາບັນຫາສາກົນ ແລະ ພາກພື້ນມີຄວາມສົນໃຈ.
 
ການນຳຂັ້ນສູງສອງປະເທດເປັນເອກະສັນຈະເພີ່ມທະວີການແລກປ່ຽນຍຸດທະສາດ, ເພີ່ມຄວາມໄວ້ເນື້ອເຊື່ອໃຈດ້ານ ການເມືອງ, ຄວບຄຸມ ແລະ ແກ້ໄຂຢ່າງເໝາະສົມບັນດາຂໍ້ຂັດແຍ້ງທີ່ຍັງຄົງຕົວຢູ່ ແລະ ບັນດາບັນຫາທີ່ເກີດຂຶ້ນ, ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ຈີນສືບຕໍ່ພັດທະນາຢ່າງເຂັ້ມແຂງ, ໝັ້ນຄົງ, ນຳມາຜົນປະໂຫຍດໃຫ້ແກ່ປະຊາຊົນສອງປະເທດ, ປະກອບສ່ວນຊຸກຍູ້ສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນໃນພາກພື້ນ.
 
ສອງຝ່າຍເປັນເອກະພາບຈະປະຕິບັດຂໍ້ຕົກລົງຫຼັກການຊີ້ນຳແກ້ໄຂບັນດາບັນຫາເທິງທະເລ ຫວຽດນາມ-ຈີນ, ສືບຕໍ່ພ້ອມກັບບັນດາປະເທດ ອາຊຽນ ປະຕິບັດຢ່າງຮອບດ້ານ ແລະ ມີປະສິດທິຜົນຖະແຫຼງການວ່າດ້ວຍການປະພຶດຕໍ່ຂອງຝ່າຍຕ່າງໆ ຢູ່ທະເລຕາເວັນອອກ (DOC), ແກ້ໄຂຂໍ້ຂັດແຍ້ງດ້ວຍສັນຕິວິທີ ບົນພື້ນຖານຂອງກົດໝາຍສາກົນ, ສົນທິສັນຍາຂອງສະຫະປະຊາຊາດວ່າດ້ວຍກົດໝາຍທະເລປີ 1982 (UNCLOS), ສຳເລດການກໍ່ສ້າງປະມວນກົດລະບຽບການປະພຶດຕໍ່ຂອງຝ່າຍຕ່າງໆ​ຢູ່ທະເລຕາເວັນອອກ (COC) ໂດຍໄວ; ຄວບຄຸມດີການບໍ່ເປັນເອກະພາບເທິງທະເລ, ບໍ່ມີການເຄື່ອນໄຫວເພື່ອສ້າງຄວາມສັບສົນ, ເປີດກວ້າງການແກ້ງແຍ້ງກັນ, ບໍ່ຫັນເປັນການທະຫານ, ຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ.
 
ໃນຂອບເຂດການຂອງການຢ້ຽມຢາມ, ສອງຝ່າຍໄດ້ອອກຖະແຫຼງການຮ່ວມ ຫວຽດນາມ-ຈີນ ລວມມີ 15 ຂໍ້ ກໍ່ຄືລົງນາມໃນເອກະສານຮ່ວມມືທີ່ສຳຄັນຫຼາຍສະບັບ. 

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ພົບປະ
ແລກປ່ຽນຄຳຄິດຄຳເຫັນກັບທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ (Xi Jinping). ພາບ: ຖົ໋ງເຍິດ/VNA



ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ພົບປະແລກປ່ຽນຄຳຄິດຄຳເຫັນກັບ
ທ່ານກຳມະການຄະນະປະຈຳ
ກົມການເມືອງ, ກຳມະການຫົວໜ້າຄະນະກຳມະການປະຈຳກອງປະຊຸມໃຫຍ່
ຜູ້ແທນປະຊາຊົນ ທົ່ວປະເທດຈີນ
(ປະທານສະພາແຫ່ງຊາດ) ຈາງເຕື໋ອແຈງ ( Zhang Dejiang). ພາບ: ຖົ໋ງເຍິດ/VNA



ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ພົບປະແລກປ່ຽນຄຳຄິດຄຳເຫັນກັບທ່ານ
ອີ​ເຈິ້ງ​ເຊີງ (
Yu Zhengsheng),
ປະທານ​ສະພາ​ປຶກສາ​ການ​ເມືອງປະຊາຊົນ​​ແຫ່ງ​ຊາດ​ຈີນ.
ພາບ: ຖົ໋ງເຍິດ/VNA



ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ພົບປະ
ກັບທ່ານ C.Y Leung, ຫົວໜ້າເຂດບໍລິຫານພິເສດ ຮົງກົງ. ພາບ: ຖົ໋ງເຍິດ/VNA


ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ພົບປະກັບທ່ານນາງ Carrie Lam,
ເລຂາທິການໃຫຍ່ ອຳນາດການປົກຄອງເຂດບໍລິຫານພິເສດ ຮົງກົງ. ພາບ: ຖົ໋ງເຍິດ/VNA
ກ່ອນທີ່ມາເຖິງ ປັກກິ່ງ, ທ່ານນາຍົກລັດຖະມົນຕີ ໄດ້ເຂົ້າຮ່ວມ ຕະຫຼາດນັດ ແລະ ກອງປະຊຸມສຸດຍອດການຄ້າການລົງທຶນ ຈີນ-ອາຊຽນ ຄັ້ງທີ 13 (CAEXPO ແລະ CABIS) ທີ່ນະຄອນ ໜານໜີງ, ແຂວງ ກວາງຊີ. ພ້ອມກັບທ່ານນາງຮອງນາຍົກ ລັດຖະມົນຕີ ຈີນ ຈາງ ກາວລີ ໄດ້ເປັນປະທານໃນພິທີໄຂຮ້ານຂາຍກາເຟຂອງ ຫວຽດນາມ ທີ່ງານຕະຫຼາດນັດ; ທ່ານນາຍົກລັດຖະມົນຕີເປັນປະທານ ໃນງານພົບປະສົນທະນາກັບບັນດາຜູ້ອຳນວຍການຄຸ້ມຄອງບໍລິຫານ (CEOs) ແຖວໜ້າຂອງ ຈີນ...
 
ທີ່ ຮົງກົງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ພົບປະກັບທ່ານ C.Y Leung, ຫົວໜ້າເຂດບໍລິຫານພິເສດ ຮົງກົງ ແລະ ທ່ານນາງເລຂາທິການໃຫຍ່ອຳນາດການປົກຄອງ ຮົງກົງ  Lin Zheng Yue E.
 
ໃນບັນດາການພົບປະ, ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ ຫວຽດນາມ ແລະ ຮົງກົງ ຕ້ອງສືບຕໍ່ຂະຫຍາຍດີບັນດາກົນໄກ ຮ່ວມມືທີ່ພວມມີຢູ່, ຊຸກຍູ້ເຈລະຈາສັນຍາການຄ້າເສລີ ອາຊຽນ-ຮົງກົງ, ຕັ້ງໜ້າປະຕິບັດບັນດາວິທີແກ້ໄຂທີ່ເໝາະສົມເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການຊຸກຍູ້ຮ່ວມມືດ້ານເສດຖະກິດ-ການຄ້າ, ການລົງທຶນ ແລະ ທ່ອງທ່ຽວ. ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີໄດ້ຕ້ອນຮັບ ແລະ ໂອ້ລົມກັນກັບບັນດາພະນັກງານຂອງກົງສຸນໃຫຍ່ສະຖານທູດ ຫວຽດນາມ ປະຈຳ ຮົງກົງ ແລະ ຜູ້ຕາງໜ້າຂອງວົງຄະນະຍາດຊາວ ຫວຽດນາມ ອາໄສຢູ່ ຮົງກົງ, ມາເກົາ.
 
ທ່າ​ນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຫງວຽນ​ຊວນ​ຟຸກ ໄດ້​ເຂົ້າ​ຮ່ວມເວ​ທີ​ປາ​ໄສ​ດຳ​ເນີນ​ທຸ​ລະ​ກິດ ແລະ ການ​ລົງ​ທຶນ​ຫວຽດ​ນາມ-ຮົງ​ກົງ ແລະ ເປັນສັກຂີພິຍານພິທີລົງນາມໃນຂໍ້ຕົກລົງ ຮ່ວມມື, ເຊັນສັນຍາການຄ້າ ລະຫວ່າງວິສາຫະກິດສອງຝ່າຍດ້ວຍລວມມູນຄ່າເກືອບ 10 ຕື້ USD. ທ່ານນາຍົກ ລັດຖະມົນຕີ ຍັງມີການພົບປະ, ເຮັດວຽກກັບຜູ້ຕາງໜ້າບັນດາກອງທຶນລົງທຶນ ແລະ ທີ່ປຶກສາການລົງທຶນ ດ້ານການເງິນໂລກ (State Street, Morgan Stanley, Capital Group..., ລວມມູນຄ່າຂອງຊັບສົມບັດທີ່ພວມຄຸ້ມຄອງ ແມ່ນ 9.500 ຕື້ USD).

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມພິທີເປີດຕະຫຼາດນັດ ແລະ ກອງປະຊຸມສຸດຍອດ
ການຄ້າການລົງທຶນ ຈີນ-ອາຊຽນ ຄັ້ງທີ 13 (CAEXPO ແລະ CABIS). ພາບ: ຖົ໋ງເຍິດ/VNA


ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານຮອງນາຍົກລັດຖະມົນຕີ ຈີນ ຈາງ ກາວລີ (Zhang Gaoli)
ໄປຢ້ຽມຢາມບັນດາຮ້ານຂາຍເຄື່ອງຂອງ ຫວຽດນາມ ທີ່ງານຕະຫຼາດນັດ. ພາບ: ຖົ໋ງເຍິດ/VNA



ທ່ານນາຍົກລັດຖະມົນຕີເປັນປະທານໃນງານພົບປະສົນທະນາກັບ
ບັນດາຜູ້ອຳນວຍການຄຸ້ມຄອງບໍລິຫານ (CEOs) ແຖວໜ້າຂອງ ຈີນ. ພາບ: ຖົ໋ງເຍິດ/VNA



ທ່າ​ນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ໄດ້​ເຂົ້າ​ຮ່ວມເວ​ທີ​ປາ​ໄສ​ດຳ​ເນີນ​ທຸ​ລະ​ກິດ
ແລະ ການ​ລົງ​ທຶນ​ຫວຽດ​ນາມ-ຮົງ​ກົງ
. ພາບ: ຖົ໋ງເຍິດ/VNA



ທ່າ​ນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ໄດ້ເປັນ
ສັກຂີພິຍານພິທີລົງນາມໃນຂໍ້ຕົກລົງຮ່ວມມື, ເຊັນສັນຍາ ການຄ້າທີ່ເວທີປາໄສ. ພາບ: ຖົ໋ງເຍິດ/VNA
ປະຕິບັດໂດຍ: VNA/VNP

ການພົວພັນ ຫວຽດນາມ-ອົດສະຕຣາລີ ຍົກລະດັບເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ

ການພົວພັນ ຫວຽດນາມ-ອົດສະຕຣາລີ ຍົກລະດັບເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ

ພາຍຫຼັງກວ່າ 50 ປີແຫ່ງການສ້າງຕັ້ງ ສາຍພົວພັນທາງການທູດ, ຫວຽດນາມ ແລະ ອົດສະຕຣາລີ ໄດ້ສ້າງສາຍພົວພັນທີ່ໜັກແໜ້ນ ແລະ ຮອບດ້ານ ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈ ດ້ານຍຸດທະ ສາດ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ. ໃນກອບການຢ້ຽມຢາມ ປະເທດ ອົດສະຕຣາລີ ຢ່າງເປັນທາງການ ຂອງ ທ່ານນາຍົກລັດຖະ ມົນຕີ ຟ້າມມິງຈິ໋ງ ໃນເດືອນ ມີນາ ຜ່ານມາ ຕາມຄຳເຊີນ ຂອງ ທ່ານນາຍົກລັດຖະມົນຕີ ອົດສະຕຣາລີ Anthony Albanese, ສອງຝ່າຍໄດ້ປະກາດ ຍົກລະດັບການພົວພັນ ສອງຝ່າຍ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ.

Top