• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສິລະປະ

ຫວຽດນາມ Filters - ອັນທີ່ເປັນຕົວຕົນຂອງຕົວເອງ ແລະ ການປະດິດສ້າງ

ງານວາງສະແດງຜະລິດຕະພັນສິລະປະກຳຍຸກປັດຈຸບັນ “Viet Nam Filters” ໄດ້ຖືກຈັດຂຶ້ນຢູ່ທີ່ ສູນ GEM ເຮືອນເລກທີ 8 ຖະໜົນຫງວຽນບິ໊ງຄຽມ, ເມືອງ 1, ນະຄອນໂຮ່ຈີມິນ ໃນທ້າຍເດືອນ ຕຸລາຜ່ານມາ ເພື່ອໃຫ້ມວນຊົນຜູ້ນິຍົມຊົມຊອບກ່ຽວກັບສິລະປະແຫ່ງຄວາມສວຍງາມໄດ້ຮັບຊົມ. 
ງານວາງສະແດງສິລະປະກຳຍຸກປັດຈຸບັນ “ຫວຽດນາມ Filters” ໂດຍການລວບລວມເອົາຜະລິດຕະພັນ ຄວັດສະ ຫຼັກ ແລະ ຈິດຕະກໍາຂະໜາດໃຫຍ່ 30 ຢ່າງໃນຄັ້ງນີ້ໄດ້ ເປັນຂີດໝາຍແຫ່ງຜົນສຳເລັດໃນວິວັດການຂອງການ ປະດິດສ້າງ ກໍຄືບັນດາຜະລິດຕະພັນໃໝ່ໃນປີ 2015 ໂດຍ 3 ນັກສິລະປິນທີ່ມີຊື່ສຽງເຊັ່ນ: ນັກຄວັດສະຫຼັກບຸ່ຍຫາຍ ເຊີນ, ນັກຈິດຕະກອນຫງວຽນກວາງວິງ ແລະ ເລກິງຕ່າຍ.

ນັກສິລະປິນທັງສາມທ່ານລ້ວນແຕ່ຖືກຮັບຮູ້ ແລະ ຍອບຮັບຈາກມວນຊົນຜູ້ທີ່ນິຍົມຊົມຊອບທາງດ້ານສິລະປະກໍາທັງພາຍໃນ ແລະ ຕ່າງປະເທດ. ບັນດາຜະລິດຕະພັນຂອງພວກເຂົາເຈົ້າທີ່ນໍາມາວາງສະແດງໃນງານນີ້ ໄດ້ຫລຸດພົ້ນອອກຈາກການຈໍາກັດຮັດແຄບຂອງລັດທິສະດຸດີ ແຕ່ຄວາມງາມ ເພື່ອເຈືອຈານເຂົ້າກັບກະແສ ແລະ ທ່າອຽງແຫ່ງການຮັບຮູ້ສິລະປະກໍາແບບໃໝ່ ກໍຄືສາຍຕາໂລ ກະທັດຂອງມະໂນກຳສະເພາະໃນແຕ່ລະຄົນ. ທີ່ຈິງແລ້ວ, ນັກສິລະປິນ ແຕ່ລະທ່ານໄດ້ມີການຄົ້ນຄວ້າຊອກຫາສິລະ ປະດ້ວຍເສັ້ນທາງເດີນອັນເປັນເອກະລັກສະເພາະຂອງຕົນເອງແລ້ວ, ນັ້ນກໍ່ຄືເສັ້ນທາງແຫ່ງການປະດິດສ້າງ ເປັນຕົວຕົນຂອງຕົວເອງຢ່າງຈະແຈ້ງໂດຍມີການຫັນ ປ່ຽນໄປພ້ອມໆ ກັບສະຕິສັງຄົມ ແລະ ຍຸກສະໄໝ.

ຈາກຊ້າຍຫາຂວາ: ຈິດຕະກອນ ຫງວຽນກວາງວິງ, ນັກ ຄວັດສະຫຼັກ ບຸ່ຍຫາຍເຊີນ, ຈິດຕະກອນເລກິງຕ່າຍ
ທີ່ງານຖະແຫລງຂ່າວກ່ຽວກັບງານວາງສະແດງ. ພາບ: ຫງວຽນລວນ/VNP



ຈິດຕະກອນ ຫງວຽນກວາງວິງ ຖ່າຍຮູບທີ່ລະນຶກ ກັບແຂກຄົນທີ່ມາຊົມງານວາງສະແດງ. 


ນັກທ່ອງທ່ຽວຕ່າງປະເທດຢ້ຽມຊົມງານວາງສະແດງ “Viet Nam Filters”. 


ມູມໜຶ່ງໃນຫ້ອງວາງສະແດງສິລະປະກຳຍຸກປັດຈຸບັນ “Viet Nam Filters”. ພາບ: ຫງວຽນລວນ/VNP


ຜະລິດຕະພັນປະດິດຄິດແຕ່ງຂະໜາດໃຫຍ່ແຜ່ນໜ່ຶງທີ່ ສ້າງຄວາມປະທັບໃຈ ທີ່ສຸດສຳລັບທ່ານຜູ້ຊົມ. 

ນັກຄວັດສະຫຼັກ ບຸ່ຍຫາຍເຊີນ, ປັດຈຸບັນເປັນອາຈານສິດສອນຢູ່ ມະຫາວິທະຍາໄລສະຖາປັດຕະຍະກໍາ ນະຄອນໂຮ່ຈີມິນ. ຜ່ານມາບຸ່ຍຫາຍເຊີນເຄີຍໄດ້ເຂົ້າ ຮ່ວມງານວາງສະແດງ ແລະ ຄ້າຍປະດິດສ້າງ ກ່ຽວກັບ ສິລະປະຄວັດສະຫຼັກຢູ່ຫວຽດນາມ ແລະ ສາກົນມາແລ້ວຫຼາຍຄັ້ງ. ຜະລິດຕະພັນຂອງທ່ານ ມີແຮງບັນ ດານໃຈມາຈາກຮູບຖານ ແລະ ໂຄງປະກອບຕ່າງໆ ຂອງແຫຼ່ງລ່ໍລ້ຽງຊີວິດ, ແມ່ນການແຝງຕົວເພື່ອນໍາເອົາຄວາມມຸ່ງມາດປາຖະໜາໄປ ໃຫ້ແກ່ຄວາມກົມກຽວກັນ ລະຫວ່າງຄົນ ກັບທຳມະຊາດ. ບັນດາຜະລິດພັນສິລະປະກໍາຂອງບຸ່ຍ ຫາຍເຊີນມີຊື່ສຽງໂດ່ງດັງ ດ້ວຍການ ປະດິດສ້າງທີ່ມີເນື້ອຫາສາລະກ່ຽວກັບ “ເຄົ້າກຳເນີດ”. ທ່ານໃຫ້ຊາບວ່າ, ຫົວເລື່ອງທີ່ແຝງໄວ້ເຊິ່ງຮູບພາບ ຂອງເມັດເຂົ້າ ແມ່ນສັນຍະລັກ ແຫ່ງຄວາມມີຊີວິດຊີວາ ຢູ່ບ້ານເກີດຂອງເພິ່ນ. ຫົວເລື່ອງ “ເຄົ້າກຳເນີດ” ສ່ໍສະແດງ ໃຫ້ເຫັນຄວາມງາມຂອງ ການອອກແຮງງານ ນັບຕັ້ງແຕ່ ຂັ້ນຕອນຫວ່ານກ້າ, ກ້າໃຫຍ່ຂຶ້ນເປັນຕົ້ນເຂົ້າ, ເລີ່ມຖອກຮວງ, ຮວງເຂົ້າດົກໜາ ລ້ວນແຕ່ບັນຈຸພະລັງຊີວິດ ຢູ່ຂ້າງໃນ…

ສຳລັບຈິດຕະກອນຫງວຽນກວາງວິງ, ທະເລ ແລະ ສິ່ງຂອງ ນີ້ງ ກໍຄືກະທູ້ຕ່າງໆ ແມ່ນເປົ້າໝາຍເພື່ອໃຫ້ທ່ານສະແດງ ຄວາມຮູ້ສຶກໃນມະໂນທຳຂອງຕົນ. ທະເລຍາມໃດກໍ່ ປົກ ຄຸມ ແລະ ຫຼອກຫຼອນຊີວິດຄົນ. ສິ່ງເຫຼົ່ານັ້ນຍິ່ງເຫັນໄດ້ຢ່າງ ຈະແຈ້ງໃນພາບແຕ້ມຂອງ ຫງວຽນກວາງວິງ ເຖິງວ່າ ໃນພາບບ່ໍຄ່ອຍມີຮູບພາບຂອງຄົນຜູ້ໃດຜູ້ໜຶ່ງທີ່ເປັນ ຕົນເປັນໂຕກໍ່ຕາມ . ທະເລ ແລະ ການ “ກັບຄືນມາ” ຍັງແມ່ນການສັບປົນຄົນເລໃນຈິດໃຈ ແລະ ຊະຕາ ຂອງ ມວນມະນຸດຕ່ໍໜ້າທຳມະຊາດ ບ່ໍວ່າໃນຍາມ ປັ່ນປ່ວນ ຫຼື ສະຫງົບງຽບ.

ຜະລິດຕະພັນ “Wild rice” ຂອງນັກຄວັດສະຫຼັກ ບຸ່່ຍຫາຍເຊີນ. 


ຜະລິດຕະພັນປະດິດຄິດແຕ່ງ “Originarium” ຂອງນັກຄວັດສະຫຼັກ ບຸ່ຍຫາຍເຊີນ. ພາບ: ຫງວຽນລວນ/VNP


ຜະລິດຕະພັນປະດິດຄິດແຕ່ງ “Horizontal movement” ຂອງນັກຄວັດສະຫຼັກ ບຸ່ຍຫາຍເຊີນ. 


ຜະລິດຕະພັນປະດິດຄິດແຕ່ງ “Seed” ຂອງນັກຄວັດສະຫຼັກ ບຸ່ຍຫາຍເຊີນ.


ຜະລິດຕະພັນປະດິດຄິດແຕ່ງ“River Islet” ຂອງນັກຄວັດສະຫຼັກ ບຸ່ຍຫາຍເຊີນ. 


ຜະລິດຕະພັນປະດິດຄິດແຕ່ງ “Section 1” ຂອງນັກຄວັດສະຫຼັກ ບຸ່ຍຫາຍເຊີນ. 


T
ພາບແຕ້ມ: “Pre-eagle” ຂອງຈິດຕະກອນ ເລກິງຕ່າຍ. 


ພາບແຕ້ມ: “Citizem” ຂອງຈິດຕະກອນ ເລກິງຕ່າຍ.


ພາບແຕ້ມ: “Realization” ຂອງຈິດຕະກອນ ເລກິງຕ່າຍ.


ພາບແຕ້ມ: “Wave IV” ຂອງຈິດຕະກອນ ຫງວຽນກວາງວິງ. 


ພາບແຕ້ມ: “Wave VI” ຂອງຈິດຕະກອນ ຫງວຽນກວາງວິງ.


ພາບແຕ້ມ: “Remembrance II” ຂອງຈິດຕະກອນ ຫງວຽນກວາງວິງ.


ພາບແຕ້ມ: “The Return” ຂອງຈິດຕະກອນ ຫງວຽນກວາງວິງ.
 
ໂດຍໄດ້ຮັບການຍອມຮັບຈາກວົງການວິຈານ ແລະ ຕະ ຫຼາດສາກົນ, ເຫິງນານມາແລ້ວ ຈິດຕະກອນເລກິງຕ່າຍ ແມ່ນໜຶ່ງໃນຈຳນວນຈິດຕະກອນຜູ້ເປັນຕົວແບບຂອງ ຮຸ່ນຈິດຕະກອນຍຸກໃໝ່ຢູ່ຫວຽດນາມທີ່ປະສົບຜົນສຳເລັດ. ຜະລິດຕະພັນຂອງທ່ານມີຄວາມເຂັ້ມແຂງ, ທະນົງໃຈ ແຕ່ຮ້ອນແຮງ, ໃກ້ຊິດໃນແບບວິທີການຄ່ຽນສົ່ງບັນດາການປະທະກັນທີ່ເປັນແກນຫຼັກຈາກ “ສັດ” ແລະ “ຄົນ” ໃນທ່າມກາງການດຳລົງຊີວິດແຫ່ງຍຸກສະໄໝ. ເລກິງຕ່າຍໄດ້ສະແດງໃຫ້ເຫັນການເຄື່ອນເໜັງຂອງເທສະອາວະກາດ, ສັງຄົມ ແລະ ຍຸກສະໄໝ ໂດຍຜ່ານພາບແຕ້ມລະບາຍສີດ້ວຍສີທີ່ຮ້ອນແຮງປະກົດຂຶ້ນຢ່າງບ່ໍຂາດສາຍ; ບັນດາ ລວດລາຍເສັ້ນແຕ້ມທີ່ເຂັ້ມແຂງ, ສະຫວາດສະເຫວີຍ, ບັນດາຄວາມນຶກຄິດສະຫງ່າຜ່າເຜີຍກໍ່ຟິກຟື້ນຂຶ້ນ. ພາບແຕ້ມ ຕ່າງໆທີ່ໄດ້ນຳມາວາງສະແດງໃນງານ ວາງສະແດງສິລະປະ ຍຸກໃໝ່ ຫວຽດນາມ Filters ຂອງຈິດຕະກອນ ເລກິງຕ່າຍ ແມ່ນບັນດາຜະລິດຕະພັນທີ່ສຳຄັນໃນພາລະກິດ ແລະ ບັນດາຜະລິດຕະພັນທີ່ຫາກໍ່ສໍາເລັດມໍ່ໆມານີ້ລ້ວນແຕ່ໄດ້  “ສະທ້ອນ” ໃຫ້ເຫັນເຖິງມູມມອງ ຂອງເລກິງຕ່າຍ ກ່ຽວກັບ ຊີວິດ ແລະ ການຕ່ໍສູ້ຢ່າງຕໍ່ເນື່ອງ ເພື່ອຕາມຫາຄວາມຜາສຸກ.

ມາທ່ຽວຊົມໃນງານວາງສະແດງສິລະປະກຳຍຸກໃໝ່ ຫວຽດ ນາມ Filters ຈັດຂຶ້ນໃນຄັ້ງນີ້, ມວນຊົນຜູ້ເຂົ້າຊົມເໝືອນກັບວ່າຖືກເຊີນຊວນກ້າວເຂົ້າສູ່ໂລກແຫ່ງສິລະປະທັນສະໄໝ. ຈາກນັ້ນ, ສາມາດແບ່ງປັນຄວາມຮູ້ສຶກຫຼົງໄຫຼເມົາມົວ ແລະ ຄວາມຕິດຕາຕ້ອງໃຈໃນເມື່ອສຳຜັດກັບ ຄວາມສວຍງາມ ແບບລະອຽດອ່ອນຂອງມັນ. ງານວາງສະແດງຈັດໂດຍ urbanAr ແລະ ນອນຢູ່ໃນໂຄງການມຸ່ງສູ່ຈຸດໝາຍນຳ ສະເໜີ ໃຫ້ປະຊາຄົມຜູ້ນິຍົມຊົມຊອບສິລະປະກໍາທັງພາຍໃນ ແລະ ຕ່າງປະເທດໄດ້ຮັບຮູ້ກ່ຽວກັບຄວາມປີຊາສາມາດ ຂອງສິລະປະກໍາຍຸກໃໝ່ຫວຽດນາມ. ພິເສດ, ເປັນຄັ້ງທໍາອິດ ຢູ່ ຫວຽດນາມ ເມື່ອເຂົ້າ ຊົມການວາງສະແດງສິລະປະກໍາ, ມວນຊົນຕ້ອງຊື້ປີ້ ເພື່ອສະແດງເຖິງຄວາມເຄົາລົບນັບຖືຕ່ໍ ຄຸນຄ່າຂອງຜົນການປະດິດຄິດສ້າງຕ່າງໆ ກໍຄືການທຸ້ມ ເທຈິດໃຈໃນເມື່ອໃຫ້ໄດ້ມີຜະລິດຕະພັນອອກມາ. ໄດ້ຮັບຊາບວ່າ, ຈຳນວນເງິນທັງໝົດທີ່ເກັບມາໄດ້ ຈາກ ການຂາຍປີ້ໃນຄັ້ງນີ້ ຄະນະຈັດຕັ້ງງານວາງສະແດງ ຫວຽດນາມ Filters ຈະນຳໄປບໍລິຈາກຊ່ວຍເຫລືອ ເດັກນ້ອຍທີ່ປະສົບກັບຄວາມຫຍຸ້ງຍາກ.

ບົດ: ຫງວຽນຫວູແທ່ງດາດ - ພາບ: ຫງວຽນລວນ

ກາຈໍ້າ ມັງກອນ ທີ່ເປັນເອກະລັກຂອງບ້ານ ບາດຈ່າງ

ກາຈໍ້າ ມັງກອນ ທີ່ເປັນເອກະລັກຂອງບ້ານ ບາດຈ່າງ

ບັນດານາຍຊ່າງ ຂອງ ໝູ່ບ້ານ ​ເຄື່ອງ​ປັ້ນດິນ​ເຜົາ ​ບາດຈ່າງ (ເມືອງ ຢາເລີມ - ຮ່າ​ໂນ້ຍ) ​ໄດ້​ຮັບ​ແຮງ​ບັນດານ​ໃຈ​ຈາກ​ ກາຈໍ້າ ຮ່ວາງເດ໋ ຈີບ໋າວ  (ກາຈໍ້າ ຂອງ ມະຫາກະສັດ) ທີ່​ຫາ​ກໍ່​ນຳ​ມາ​ຈາກ ຝຣັ່ງ ​ເພື່ອ​ປະດິດ, ສ້າງ​ເປັນ ກາຈໍ້າ ​ມັງ ກອນ ​ຟອກຄຳ ​ທີ່​ເປັນ​ເອກະລັກ​ສະ​ເພາະ ​ເພື່ອ​ຮັບ​ໃຊ້​ຄວາມ​ຕ້ອງການ ​ຂອງ​ ປະຊາຊົນ ​ໃນ​ປີ ມະໂລງ 2024.

Top