ນິຄົມລ້ຽງກະຕ່າຍ ນິວຊີແລນ ຂອງອ້າຍ ຟຸ່ງວັນຕວານ ຢູ່ ເຊີນໄຕ,
ຮ່າໂນ້ຍ ປະຈຸບັນ ມີກະຕ່າຍປະມານ 10.000 ໂຕ.
ສຳລັບກະຕ່າຍ ນິວຊີແລນ ອາຍຸໜຶ່ງອາທິດ ຕ້ອງໃຫ້ທາດບຳລຸງ ເປັນປະຈຳ ເພື່ອເພີ່ມພູມຕ້ານທານ,
ຍ້ອນໄລຍະນີ້ ກະຕ່າຍ ຈະຕິດ ພະຍາດທາງລະບົບລຳໄສ້ໄດ້ງ່າຍ.
ເພີ່ມທາດບຳລຸງໃຫ້ກະຕ່າຍ ນິວຊີແລນ ຊຶ່ງຫາກໍ່ເກີດ.
ອາຫານຂອງກະຕ່າຍ ນິວຊີແລນ ແມ່ນຮຳທີ່ໄດ້ປຸງແຕ່ງຈາກເສດ ຂີ້ເບຍ,
ຍັງມີຮຳເກືອໄກ່, ເກືອເປັດ, ຮຳອຸດສາຫະກຳ ແລະ ອື່ນໆ.
ຜູ້ລ້ຽງຕ້ອງສ້າງຄອກໃຫ້ກະຕ່າຍ ທີ່ຫາກໍ່ເກີດ.
ໃຫ້ອາຫານກະຕ່າຍ.
ຄອກລ້ຽງກະຕ່າຍ ນິວຊີແລນ ທີ່ຫາກໍ່ເກີດຢູ່ນິຄົມຂອງອ້າຍ ຟຸ່ງວັນຕວານ.
ຍ້ອນແນວພັນກະຕ່າຍ ນິວຊີແລນ ຫາກໍ່ລ້ຽງຢູ່ ຫວຽດນາມ, ສະນັ້ນ ການ ຄົ້ນຄວ້າ,
ອອກແບບຄອກ ເປັນຂັ້ນຕອນທີ່ສຳຄັນເພື່ອ ຮັບ ປະກັນໃຫ້ກະຕ່າຍ ສາມາດຂະຫຍາຍໄດ້ດີ.
ທຽບກັບກະຕ່າຍ ຫວຽດນາມ, ກະຕ່າຍ ນິວຊີແລນ ມີນຳ້ໜັກ,
ສຸຂະ ພາບ ແລະ ຄວາມສາມາດແຜ່ພັນດີກວ່າ.
ກະຕ່າຍໂຕໜຶ່ງທີ່ໃຫຍ່ເຕັມທີ ຈະນີນ້ຳໜັກປະມານ 3-4,5 ກິໂລກ ຣາມ. |