• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າງກຳລັງໜູນໃໝ່ຊຸກຍູ້ການເຕີບໂຕ ແລະ ເຊື່ອມຕໍ່ APEC

(ກາ​ນ​​ໂອ​້​ລົ​ມ​ສົນ​ທະ​ນາ APEC ກັບ​ວ​ິ​ສາ​ຫະ​ກິດ)
           ຕອນ​ຄ່ຳ​ວັນ​ທີ 08/12, ການ​ໂອ​້​ລົ​ມ​ສົນ​ທະ​ນາ APEC ກັບ​ວິ​ສາ​ຫະ​ກິດ​ດ້ວຍ​ຫົວ​ຂໍ້​ວ່າ “ສ້າງ​ກຳ​ລັງ​ໜູນ​ໃໝ່​ຊຸກ​ຍູ້​ການ​ເຕີບ​ໂຕ ແລະ ເຊື່ອມ​ຕໍ່ APEC” ຖືກ​ດຳ​ເນີນ​ຢູ່​ຮ່າ​ໂນ້ຍ. ທ່ານ​ປະ​ທານ SOM APEC 2017 ບຸຍ​ແທງ​ເຊີນ ເປັນ​ປະ​ທານ​ການໂອ​້​ລົ​ມ​ສົນ​ທະ​ນາ. ການໂອ​້​ລົ​ມ​ສົນ​ທະ​ນາ APEC ກັບ​ວິ​ສາ​ຫະ​ກິດແມ່ນ​ຂໍ້​ລິ​ເລີ່ມ​ຂອງ​ຫວຽດ​ນາມ ​ໃນ​ບົດ​ບາດ​ເປັນ​ເຈົ້າ​ພາບ​ຈັດ​​ຕັ້ງ. ການ​ໂອ້​ລົມ​ສົນ​ທະ​ນາ​ໄດ້​ດຶງດ​ູດ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ 300 ທ່ານ​ທີ່​ມາ​ຈາກ​ບັນ​ດາ​ອົງ​ການ​ສາ​ກົນ ແລະ ພາກ​ພື້ນ, ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ສະ​ມາ​ຊິກ APEC, ພ້ອມ​ກັບ​ຜູ້​ແທນ​ຕາງ​ໜ້າ​ຫ້ອງ​ການ​ການ​ຄ້າ, ສະ​ຫະ​ສະ​ມາ​ຄົມ, ວິ​ສາ​ຫະ​ກິດ​ທີ່​ມາ​ຈາກ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິ​ດ​ສະ​ມາ​ຊິກ APEC ແລະ ຫວຽດ​ນາມ ເກືອບ 100 ທ່ານ.
        ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ, ທ່ານ​ປະ​ທານ SOM APEC 2017 ບຸຍ​ແທ​ງ​ເຊ​ີນ ຊີ້​ແຈ້ງ​ຄວາມ​ປາດ​ຖະ​ໜາ​ຂອງ​ຫວຽດ​ນາມ ແມ່ນ​ຢາກ​ປະ​ກອບ​ສ່ວນ​ນຳ APEC ໃຫ້​ກາຍ​ເປັນ​ເວ​ທີ​ປາ​ໄສ​ເພື່ອ​ປະ​ຊາ​ຊົນ ແລະ ເພື່ອ​ວິ​ສາ​ຫ​ະ​ກິດ, ດ້ວຍ​ການ​ເຄື່ອນ​ໄຫວ​ຫຼາ​ຍ​ຢ່າງ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ ເຊິ່ງ​ຈະ​ໄດ້​ຮັບ​ການ​ຈັດ​ຕັ້ງ​ໃນ​ຕະ​ຫຼ​ອດ​ປີ APEC 2017. ​ສ່ວນທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ​ຮ່າ​ໂນ້ຍ ຫງວຽນ​ດຶກ​ຈຸງ ໄດ້ເນັ້ນ​ໜັກ​​ວ່າ.
        “ໃນ​ເງື່ອນ​ໄຂ​ເສດ​ຖະ​ກິດ​ໂລກ ແລະ ພາກ​ພື້ນ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຫຼາຍ​ຢ່າງ​ຄື​ໃນ​ປະ​ຈຸ​ບັນ, ການ​ຮ່ວມ​ມື​ລະ​ຫວ່າງ​ອຳ​ນາດ​ການ​ປົກ​ຄອງ​​ສູນ​ກາງ, ທ້ອງ​ຖ​ິ່ນ ແລະ ບັນ​ດາ​ວິ​ສາ​ຫະ​ກິດ​ແມ່ນ​ແກ່ນ​ສານ​ເພື່ອ​ຮັບ​ປະ​ກັນ​ລັ​ກ​ສະ​ນະ​ປະ​ສິດ​ທິ​ຜົນ​ໃນ​ການ​ວາງ​ແຜນ​ນະ​ໂຍ​ບາຍ ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ ແລະ ວິ​ສາ​ຫະ​ກິດ. ພວກ​ຂ້າ​ພະ​ເຈົ້າ​​ຫວັງ​ວ່າ ການ​ໂອ້​ລົມ​ສົນ​ທະ​ນາ​ ຈະ​ຍົກ​ອອກ​ບັນ​ດາ​ຂໍ້​ສະ​ເໜີ​ທີ່​ມີ​ຜົນ​ປະ​ໂຫຍດ​ຈາກ​ຝ່າຍ​ວິ​ສາ​ຫະ​ກິດ ກໍ​ຄື​​ບັນ​ດາຄຳ​ໝັ້ນ​ສັນ​ຍາ​ດ້ານ​ນະ​ໂຍ​ບາຍ​​ທີ່ມີ​ລັກ​ສະ​ນະ​​ບຸກ​ທະ​ລຸ​ຈາກ​ເວ​ທີ​ປາ​ໄສ APEC ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ລວມ ຮັບ​ປະ​ກັນ​ສະ​ພາບ​ແວດ​ລ້ອ​ມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ, ການ​ລົງ​ທຶນ​​ນັບ​ມື້​ນັບ​ສະ​ດວກ​ສະ​ບ​າຍ ແລະ ​ໂປ່ງ​ໄສ”.
 (ແຫຼ່ງຄັດຈາກ VOV)

ໂຄງການກະທຳຂອງລັດຖະບານຕ້ານການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ

ໂຄງການກະທຳຂອງລັດຖະບານຕ້ານການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ

ມະຕິກໍ່ຮຽກຮ້ອງໜູນຊ່ວຍການຫັນອາຊີບຫາປາເປັນທັນສະໄໝ, ສ້າງເງື່ອນໄຂໃຫ້ຊາວປະມົງອອກສູ່ທະເລ, ຕິດພັນກັບທະເລ, ຄຸ້ມຄອງອາຊີບການປະມົງ

Top