• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສື່ມວນຊົນ ມີບັນດາການປະກອບສ່ວນອັນໃຫຍ່ຫຼວງ ແລະ ສຳຄັນເຂົ້າໃນຜົນງານລວມຂອງປະເທດຊາດ

      ທີ່ພິທີມອບລາງວັນສື່ມວນຊົນແຫ່ງຊາດຄັ້ງທີ 11 ປີ 2016, ມີ 95 ບົດໄດ້ຮັບລາງວັນໃນຍອດຈຳນວນ 1.630 ບົດຂອງກ່ວາ 210 ບຸກຄົນ ແລະ ຫົວໜ່ວຍ. 

ທ່ານປະທານປະເທດ ເຈີ່ນດ້າຍກວາງ ກ່າວຄຳເຫັນທີ່ພິທີ 
      ເນື່ອງໃນໂອກາດສະເຫຼີມສະຫຼອງ 92 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ (21/6/1925  - 21/6/2017), ຕອນຄ່ຳວັນທີ 21 ມິຖຸນາ, ຢູ່ຮ່າໂນ້ຍ, ສະມາຄົມນັກຂ່າວ ຫວຽດນາມ ໄດ້ຈັດຕັ້ງພິທີມອບລາງວັນສື່ມວນຊົນແຫ່ງຊາດຄັ້ງທີ 11  ປີ 2016. ທີ່ພິທີມອບລາງວັນສື່ມວນຊົນແຫ່ງຊາດຄັ້ງທີ 11 ປີ 2016, ມີ 95 ບົດໄດ້ຮັບລາງວັນໃນຍອດຈຳນວນ 1.630 ບົດຂອງກ່ວາ 210 ບຸກຄົນ ແລະ ຫົວໜ່ວຍ. ນີ້ແມ່ນບັນດາບົດທີ່ດີເດັ່ນ, ມີລັກສະນະຄົ້ນພົບ, ລັກສະນະຕໍ່ສູ້ສູງ, ສ້າງການກະທົບຕໍ່ສັງຄົມຢ່າງຕັ້ງໜ້າ, ສຸມໃສ່ສ່ອງແສງບັນດາບັນຫາໃຫຍ່ຂອງປະເທດຊາດ, ປະກອບສ່ວນເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ. ກ່າວຄຳເຫັນນະພິທີ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຢັ້ງຢືນວ່າ: ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ເຄົາລົບ, ຕີລາຄາສູງບົດບາດປະຈັນບານ, ບັນດາການປະກອບສ່ວນອັນໃຫຍ່ຫຼວງຂອງສື່ມວນຊົນທົ່ວປະເທດໃນການປະກອບສ່ວນປັບປຸງ, ເພີ່ມທະວີຄວາມເຫັນດີເປັນເອກະພາບພາຍໃນພັກ, ຄວາມເຫັນດີເຫັນພ້ອມໃນປະຊາຊົນ, ເສີມຂະຫຍາຍກຳລັງແຮງມະຫາສາມັກຄີທົ່ວປວງຊົນ, ຍົກສູງເຈດຈຳນົງສູ້ຊົນປະຕິບັດສຳເລັດພາລະກິດປ່ຽນໃໝ່, ຫັນເປັນອຸດສາຫະກຳ ແລະ ທັນສະໄໝ, ເຊື່ອມໂຍງເຂົ້າກັບສາກົນຂອງປະເທດຊາດ, ສ້າງສາ ແລະ ປົກປັກຮັກສາປະເທດ ຫວຽດນາມ ສັງຄົມນິຍົມ. ທ່ານປະທານປະເທດ ສະເໜີວ່າ:
        “ປະຕິບັດບົດບາດກຳນົດທິດຫາງສຽງສັງຄົມເປັນຢ່າງດີ, ເປັນຂົວເຊື່ອມຕໍ່ລະຫວ່າງພັກ, ລັດ ແລະ ປະຊາຊົນເຂົ້າຮ່ວມການຕິດຕາມກວດກາ, ໄຈ້ແຍກຕີລາຄາສັງຄົມ, ຍູ້ແຮງການພັດທະນາ, ຍ້ອງຍໍຊົມເຊີຍ, ທະວີຄຸນບັນດາປັດໄຈໃໝ່, ບັນດາແບບຢ່າງດີເດັ່ນ, ແບບຢ່າງວຽກດີຄົນເດັ່ນ. ຍູ້ແຮງວຽກງານການພົບເຫັນ, ຕັ້ງໜ້າຕໍ່ສູ້ປ້ອງກັນ, ຕ້ານໄພສໍ້ລາດບັງຫຼວງ, ການຟຸມເຟືອຍ, ການເຊື່ອມທາດຂາດຄຸນດ້ານການເມືອງ, ແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດ ແລະ ບັນດາປະກົດການທີ່ຫຍໍ້ທໍ້ອື່ນໆໃນຊີວິດສັງຄົມ. ເປັນເຈົ້າການສົມທົບກັນຕໍ່ສູ້, ຄັດຄ້ານບັນດາທັດສະນະຜິດພາດ, ເຮັດໃຫ້ກົນອຸບາຍ, ການເຄື່ອນໄຫວທຳລາຍພັກ, ລັດ ຂອງບັນດາກຳລັງທີ່ເປັນປໍລະປັກປະຕິການຖືກປະລາໄຊ.”
        ເຂົ້າຮ່ວມພິທີມອບລາງວັນສື່ມວນຊົນແຫ່ງຊາດຄັ້ງທີ 11 ປີ 2017 ນີ້, ສະມາຄົມນັກຂ່າວ VOV ຍາດໄດ້ລາງວັນ B ສອງລາງວັນ, ລາງວັນ C  3 ລາງວັນສຳລັບບັນດາຜະລິດຕະພັນຂອງໂທລະພາບ ແລະ ວິທະຍຸ.
 (ແຫຼ່ງຄັດຈາກ VOV)

ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຄ້າ ແລະ ພັດ​ທະ​ນາ​ການ​ສົ່ງ​ອອກ​ນຳ​ເຂົ້​າ ເຂດ​ໄຕ​ງວຽນ

ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຄ້າ ແລະ ພັດ​ທະ​ນາ​ການ​ສົ່ງ​ອອກ​ນຳ​ເຂົ້​າ ເຂດ​ໄຕ​ງວຽນ

ກອງປະຊຸມຈະສຸມໃສ່ແລກປ່ຽນກ່ຽວກັບການຮ່ວມມື, ເຊື່ອມຕໍ່ລະບົບ ໃນການຜະລິດຍົກສູງຄຸນຄ່າຂອງ ຜະລິດຕະພັນສົ່ງອອກຂອງເຂດໄຕງວຽນ, ເຊື່ອມຕໍ່ເຂດ ໄຕງວຽນໃນບັນດາການເຄື່ອນໄຫວສົ່ງເສີມການຄ້າ ແລະ ການນຳເຂົ້າສົ່ງອອກຕາມຂອບຂະໜາດເປັນມືອາຊີບ.

Top