• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສິລະປະ

“ສີສັນແມ່ນ້ຳຂອງ”

ເມື່ອບໍ່ດົນມານີ້, ລາຍການສະແດງສິລະປະ ດ້ວຍຫົວເລື່ອງ ທີ່ວ່າ: “ສີສັນ ແມ່ນ້ຳຂອງ” ໄດ້ຮັບການຈັດຂຶ້ນທີ່ສູນ White Palace, ເມືອງ ຝູ໋ຍ້ວນ, ນະຄອນໂຮ່ຈີມິນ ໂດຍມີການ ເຂົ້າຮ່ວມ ຂອງ ບັນດານັກສິລະປິນ ທີ່ມາຈາກ 5 ປະເທດຄື: ມຽນມາ, ໄທ, ລາວ, ກຳປູເຈຍ ແລະ ຫວຽດນາມ ເພື່ອເປັນ ຂີດໝາຍ 10 ປີ ແຫ່ງວັນຈັດຕັ້ງງານຕະຫຼາດນັດທ່ອງທ່ຽວ ສາກົນ-ນະຄອນ ໂຮ່ຈີມິນ(ITE HCMC).
 
ຕັ້ງແຕ່ຫຼາຍເສັ່ນຄົນມາແລ້ວ, ສາຍແມ່ນ້ຳຂອງໄດ້ມີຄວາມ ສະໜິດຕິດພັນ ກັບຊີວິດການເປັນຢູ່ ແລະ ຮີດຄອງປະເພນີ ວັດທະທະທຳ ຂອງປະຊາຊົນ 5 ປະເທດ ຢູ່ແຄມຝັ່ງ ແມ່ນ້ຳຂອງ ຢ່າງສະໜິດແໜ້ນ. ເຂົາເຈົ້າໄດ້ ຄຽງບ່າຄຽງໄຫຼ່ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ໂດຍຜ່ານບັນດາ ຈຸດຄ້າຍຄືກັນ ແລະ ຄວາມໃກ້ຊິດ ກ່ຽວກັບບັນດາຄຸນຄ່າ ທາງດ້ານ ວັດຖຸ ແລະ ຈິດໃຈ.

“ສີສັນແມ່ນ້ຳຂອງ” ໄດ້ຮັບການສະແດງໂດຍຜ່ານ ລາຍການ ປະສານສຽງດົນຕີ ແລະ ວາດຟ້ອນຕ່າງໆ ຂອງ 5 ປະເທດ ດ້ວຍສີສັນສະເພາະ ແຕ່ ກໍມຸ່ງໄປເຖິງ ຈຸດຫມາຍລວມ ແມ່ນຄວາມສາມັກຄີ, ສະໜິດຕິດພັນ ແລະ ພ້ອມກັນ ພັດທະນາ ຢ່າງໝັ້ນຄົງຍາວນານ. 
 

ລາຍການສະແດງສິລະປະ “ສີສັນແມ່ນ້ຳຂອງ” ໄດ້ຮັບການຈັດຂຶ້ນຢູ່ ສູນ White Palace, ເມືອງຝູ໋ຍ້ວນ, ນະຄອນໂຮ່ຈີມິນ.

ລາຍການລວມໝູ່ ສະແດງສີສັນວັດທະນະທຳມູນເຊື້ອຂອງ 5 ປະເທດ ຢູ່ແຄມຝັ່ງແມ່ນ້ຳຂອງ.

ລາຍການຮ້ອງເພງ ຟ້ອນ “ສຽງແຄນລາວ” ຂອງບັນດາ ນັກສິລະປິນລາວ.

ວາດຟ້ອນທີ່ມີຄວາມສະເໜຂອງບັນດາຍິງສາວ ກຳປູເຈຍ.

ລາຍການຟ້ອນ “ຄັນຂໍ” ຂອງບັນດານັກສິລະປິນ ໄທ.

ລາຍການຟ້ອນ “Phoo pwit wai sar pyi Myanmar” ຂອງຄະນະສິລະປະ ມຽນມາ.

ລາຍການ “ເດີ່ນກາຕ່າຍຕີ໋”(ຮູບແບບສິລະປະພື້ນເມືອງ ທີ່ເອກະລັກສະເພາະຂອງຊາວພາກໃຕ້) ຂອງບັນດາ ນັກສິລະປິນ ຫວຽດນາມ.

ຍ່ານເວຫາສະແດງ “ເດີ່ນກາຕ່າຍຕີ໋” ຢູ່ ສູນ White Palace, ເມືອງຝູ໋ຍ້ວນ, ນະຄອນໂຮ່ຈີມິນ.

ບັນດານັກສິລະ 5 ປະເທດ ໃນການພົບປະສັງສັນກັບ ບັນດາທ່ານຜູ້ຊົມ.

ທຸງຊາດຂອງ 5 ປະເທດ ໃນລາຍການສະແດງສິລະປະ “ສີສັນແມ່ນ້ຳຂອງ”.
ບັນດາຍິງສາວທີ່ມາຈາກ “ປະເທດລ້ານຊ້າງ” ກັບ ລາຍການ ຟ້ອນແຄນທີ່ມີຫົວເລື່ອງ “ສຽງແຄນລາວ” ທີ່ອ່ອນໂຍນ ຊຶ່ງໄດ້ສ້າງຄວາມປະທັບໃຈ ໃຫ້ແກ່ຜູ້ຊົມ. ໃນຂະນະນັ້ນ, ບັນດານັກສິລະປິນທີ່ມາຈາກປະເທດ ກຳປູເຈຍ ໄດ້ ສະແດງລາຍການຟ້ອນ “Nearly Campuchea” ຊຶຶ່ງພັນລະນາບັນດານາງເທວະດາ ທີ່ມີຄວາມງາມ ຍອດຍິ່ງ; ລາຍການຟ້ອນພື້ນເມືອງ “Phoo pwit wai sar pyi” ຂອງບັນດານັກສິລະປິນ ທີ່ມາຈາກປະເທດ ມຽນມາ ໄດ້ສະແດງເຖິງພື້ນຖານ ວັດທະນະທຳ ມີສີສັນຫຼາກ ຫຼາຍຂອງປະເທດນີ້; ລາຍການຟ້ອນ “ຄັນຂໍ” ໄດ້ຟື້ນຄືນ ໃຫ້ເຫັນ ຮູບພາບແມ່ຍິງໄທເຮັດວຽກຢູ່ເທິງເຂດທົ່ງພຽງ ຢ່າງດຸໝັ່ນ ຂະຫຍັນພຽນ…

ປະເທດເຈົ້າພາບຫວຽດນາມ ໄດ້ແນະນຳ ບົດເພງປະສົມ “ນາມຊວນ-ນາມດ່າວ” ຊຶ່ງສະແດງເຖິງຊີວິດການເປັນຢູ່ ຂອງ ປະຊາຊົນທາງພາກໃຕ້ ຜ່ານບັນດາຈັງຫວະຟ້ອນກຸບ ແລະ ດອກບົວ…

ລາຍການສະແດງສິລະປະ “ສີສັນແມ່ນ້ຳຂອງ” ບໍ່ພຽງແຕ່ ປະກອບສ່ວນເຂົ້າໃນການເຊື່ອມຕໍ່ ແລະ ຊຸກຍູ້ການຮ່ວມມື ພັດທະນາການທ່ອງທ່ຽວ ທີ່ມີຄວາມສາມາດບົ່ມຊ້ອນຂອງ 5 ປະເທດຫາກຍັງເພີ່ມທະວີ ການໂຄສະນາ ເຜີຍແຜ່ ພາບພົດລວມຂອງ ບັນດາປະເທດບ້ານໃກ້ເຮືອນຄຽງ ໃນອະນຸພາກພື້ນແມ່ນ້ຳຂອງ, ຈາກນັ້ນ ດຶງດູດໃຈ ນັກທ່ອງທ່ຽວ ຈາກທົ່ວທຸກມູມໂລກທີ່ມາຢ້ຽມຢາມຊອກຄົ້ນ.
 

ທ່ານລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຮວ່າງຕ໋ວນແອງ ແລະ ທ່ານ ປະທານຄະນະກຳມະການປະຊາຊົນ
 ນະຄອນ ໂຮ່ຈີມິນ ເລຮວ່າງກວນ ມອບລາງວັນໃຫ້ແກ່ ບໍລິສັດທ່ອງທ່ຽວພາຍໃນ ດີເດັ່ນທີ່ສຸດໃນປີ.


ຄະນະ ຈັດຕັ້ງກໍໄດ້ມອບລາງວັນ ທ່ອງທ່ຽວ ແມ່ນ້ຳຂອງ ສາກົນ MTAA-2014 ຄັ້ງທີ 6 ເພື່ອຈຸດປະສົງ ເຊີດຊູ ບັນດາ ວິສາຫະກິດ
ທີ່ມີການປະກອບສ່ວນດີເດັ່ນ ໃຫ້ແກ່ ຂະແໜງການທ່ອງທ່ຽວທີ່ມາຈາກ 5 ປະເທດ ໃນອະນຸ ພາກພື້ນແມ່ນ້ຳຂອງ.
ນອກຈາກນັ້ນ, ໃນການສະແດງສິລະປະດັ່ງກ່າວ, ຄະນະ ຈັດຕັ້ງກໍໄດ້ມອບລາງວັນ ທ່ອງທ່ຽວແມ່ນ້ຳຂອງສາ ກົນ MTAA-2014 ຄັ້ງທີ 6 ເພື່ອຈຸດປະສົງ ເຊີດຊູ ບັນດາ ວິສາຫະກິດ ທີ່ມີການປະກອບສ່ວນດີເດັ່ນ ໃຫ້ແກ່ ຂະແໜງການທ່ອງທ່ຽວທີ່ມາຈາກ 5 ປະເທດ ໃນອະນຸ ພາກພື້ນແມ່ນ້ຳຂອງອີກດ້ວຍ.
ບົດ: ຫງວຽນແອວງ - ພາບ: ເລມິນ

bichlien

ກາຈໍ້າ ມັງກອນ ທີ່ເປັນເອກະລັກຂອງບ້ານ ບາດຈ່າງ

ກາຈໍ້າ ມັງກອນ ທີ່ເປັນເອກະລັກຂອງບ້ານ ບາດຈ່າງ

ບັນດານາຍຊ່າງ ຂອງ ໝູ່ບ້ານ ​ເຄື່ອງ​ປັ້ນດິນ​ເຜົາ ​ບາດຈ່າງ (ເມືອງ ຢາເລີມ - ຮ່າ​ໂນ້ຍ) ​ໄດ້​ຮັບ​ແຮງ​ບັນດານ​ໃຈ​ຈາກ​ ກາຈໍ້າ ຮ່ວາງເດ໋ ຈີບ໋າວ  (ກາຈໍ້າ ຂອງ ມະຫາກະສັດ) ທີ່​ຫາ​ກໍ່​ນຳ​ມາ​ຈາກ ຝຣັ່ງ ​ເພື່ອ​ປະດິດ, ສ້າງ​ເປັນ ກາຈໍ້າ ​ມັງ ກອນ ​ຟອກຄຳ ​ທີ່​ເປັນ​ເອກະລັກ​ສະ​ເພາະ ​ເພື່ອ​ຮັບ​ໃຊ້​ຄວາມ​ຕ້ອງການ ​ຂອງ​ ປະຊາຊົນ ​ໃນ​ປີ ມະໂລງ 2024.

Top