• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄົ້ນພົບ

ສີມື ຜູ້ຜະລິດ ໜ້າກາກ

ຕະຫຼອດກວ່າ 20 ປີຜ່ານມາ, ຊາວນະຄອນໂຮ່ຈີມິນ ໄດ້ເຄີຍ ຊີນ ກັບຮູບ ພາບ ຂອງຜູ້ຊາຍຄົນໜຶ່ງ ຜີວໜັງແຫ້ມແດດ, ຜົມ ຍາວຮອດບ່າ, ຖີບລົດຖີບ ຄັນທີ່ໄດ້ “ຕົກເກດ” ເລາະຂາຍໜ້າກາກ ໂດຍມີຫຼາກຫຼາຍຮູບແບບສີສັນ. ຜູ້ທີ່ຮັກແພງລາວມັກ ເອີ້ນ “ສິລະປິນຕາມຖະໜົນ” ຫງວຽນວັນໄບ໋ ດ້ວຍຊື່ ເອີ້ນອັນ ສະໜິດສະໜົມວ່າ “ໄບ໋ໜ້າກາກ”.
 
ພ່ໍເຖົ້າ “ໄບ໋ໜ້າກາກ” ກຳເນີດ ແລະ ເຕີບໃຫຍ່ຢູ່ຕາແສງ ອານຮ່ວາ, ເມືອງອານຫຼາວ, ແຂວງບິິ່ງດິ້ງ, ທ້ອງຖິ່ນ ທີ່ເປັນ ອູ່ ລ້ຽງຂອງສິລະປະການ ຂັບພື້ນເມືອງລີເກ ຂອງຫວຽດນາມ. ດ້ວຍເຫດນັ້ນ, ນັບຕັ້ງແຕ່ເຍົາໄວ, ເພິ່ນໄດ້ເມົາມົວກັບ ປະ ເພດສິລະ ປະທີ່ເຕັມໄປດ້ວຍ ລັກສະນະສັນຍາລັກນີ້. ຫາກບ່ອນໃດມີ ການສະແດງລີເກ ແມ່ນເພິ່ນໄດ້ລັກໄປບ່ອນນັ້ນ ໂລດ. ຫຼາຍເທື່ອເມື່ອລັກໄປແນວນັ້ນ, ຮູ້ຈັກວ່າເວລາກັບບ້ານ ຈະຖືກພ່ໍຕີ ແຕ່ເພິ່ນຍັງອົດສູ້. ເພິ່ນບອກວ່າ: “ໄວເດັກຂອງ ຂ້ອຍອາບດ້ວຍນ້ຳຕາ, ຍາມໃດໄປເບິ່ງລີເກ ກ່ໍຖືກພ່ໍຂ້ຽນຕີ ແຕ່ຍັງບ່ໍ ຫຼາບ. ບັດນີ້ຫວນຄືນ, ເຫັນວ່າເຮົາເປັນຄົນ ດື້ເອົາ ແທ້… ! ”

ປີ 1992, ທ່ານໄບ໋ ຕົກລົງຂໍລາຈາກບໍລິສັດ ຜະລິດເຄື່ອງສິລະ ປະກຳຂອງໄຕຫວັນ ເພື່ອເປີດຮ້ານຜະລິດຮູບປັ້ນຄົນ. ແຕ່ ຍ້ອນຂາຍບ່ໍອອກ, ເພິ່ນຫັນມາເຮັດໜ້າກາກ ຂອງການຂັບລີເກ. ເລື່ອງທີ່ຄາດຄິດບ່ໍໄດ້ແມ່ນ ຜົນການປະດິດສ້າງ 20 ສີ້ນ ໃນເບື້ອງຕົ້ນນັ້ນ ຂາຍກ້ຽງ ໃນບ່ໍພໍເທົ່າໃດມື້. ເມື່ອທົບທວນຄືນ ເຖິງເລື່ອງນີ້, ເພິ່ນໄຂຄວາມໃນໃຈອອກມາວ່າ: “ນັ້ນຄື ແນນ ແຕ່ງສຳລັບຄົນໜຶ່ງ ດ້ວຍເລື່ອງ ນັບແຕ່ເວລາຍັງນ້ອຍຈົນມາ ຮອດປັດຈຸບັນ, ບ່ໍວ່າຍາມໃດ ຂ້ອຍກ່ໍບ່ໍອາດລືມໄດ້ເຖິງ ໃບໜ້າ ຂອງຕົວລະຄອນ ໃນເວທີສະແດງລີເກ, ຈົນກະທັ້ງໄລຍະເປັນທະຫານຢູ່ໃນກອງທັບ ຫຼື ເປັນກຳມະກອນຢູ່ ນະ ຄອນ ໂຮ່ຈີມິນ ກ່ໍເຊັ່ນດຽວ. ຄວາມຮັກຕ່ໍກັບການຂັບລີເກນີ້ເອງ ໄດ້ເປັນສິ່ງຊຸກຍູ້ ເລັ່ງລັດຂ້ອຍສ້າງຂຶ້ນເຊິ່ງໜ້າກາກ ເຫຼົ່າ ນີ້… ”.

ທ່ານ “ໄບ໋ໜ້າກາກ” ຕົບແຕ່ງຂັ້ນໜ້າກາກເປັນຮູບປະພັນ ຕົວລະຄອນ ໃນການສະແດງລີເກ.

ທ່ານ ຫງວຽນວັນໄບ໋ ແນະນຳກ່ຽວກັບໜ້າກາກ ໃນການສະແດງ ລີເກ ຂອງຕົນກັບລູກຄ້າ.

ແຕ່ລະມື້ “ສິລະປິນຕາມຖະໜົນ” ຫງວຽນວັນໄບ໋ ໄດ້ ຖີບລົດຈາກເຮືອນເຖິງຄຸ້ມຖະໜົນສາຍຕ່າງໆທີ່ເຄີຍຊີນ
ຢູ່ ເມືອງ 1 ແລະ ເມືອງ 3, ນະຄອນໂຮ່ຈີມິນ ເພື່ອເລາະຂາຍ ໜ້າກາກ.
ເບື້ອງຕົ້ນແຫ່ງການປະດິດຄິດສ້າງໜ້າກາກ ຂອງການສະແດງລີເກນີ້, ທ່ານໄບ໋ ພົບກັບຄວາມຫຍຸ້ງຍາກບ່ໍໜ້ອຍ ໃນການ ຊອກຫາວັດຖຸດິບ ສຳລັບການເຮັດຂອບໂຄງ, ຮູບຮ່າງສັນຖານທຳອິດຂອງໜ້າກາກ. ທ່ານອະທິບາຍວ່າ: “ການເຮັດ ຂອບໂຄງ ແມ່ນຂອດຍາກກວ່າໝູ່, ຖ້າສ້າງບ່ໍຖືກຮູບປະພັນ ຫຼື ພ້ຽນໄປ ໜ້ອຍໜຶ່ງ ຍາກຈະໄດ້ຮູບພາບໃບໜ້າ ຂອງຕົວ ລະຄອນ ທັງສົ່ງຜົນກະທົບເຖິງຄຸນຄ່າດ້ານຄວາມງາມ ຂອງໜ້າກາກອີກດ້ວຍ”. ພາຍລຸນມາ, ທ່ານໄບ໋ ຊອກໄດ້ວິທີການ ຫຼໍ່ໜ້າກາກ ດ້ວຍເບົ້າຫີນກາວ ປົນກັບທາດປະສົມ ຊີລີກອນ, ສ່ວນວັດຖຸດິບເຮັດໜ້າກາກ ແມ່ນການປະສົມແປ້ງຫີນ ແລະ polymer ດ້ວຍອັດຕາທີ່ເໝາະສົມ.

ເມື່ອສຳເລັດການສ້າງຮູບໂຄງ ໃຫ້ແກ່ໜ້າກາກແລ້ວ, ທ່ານພັດມະລຸກຄຸກຄຸ້ຍ ກັບການແຕ້ມໃບໜ້າ ດ້ວຍສີນຳ້ມັນ. ໜ້າ ກາກແຕ່ລະອັນນັ້ນ ທ່ານໄດ້ນຳໃຊ້ສີສະເພາະເພື່ອໃຫ້ເໝາະ ກັບການສະແດງອາລົມຈິດໃຈ ຂອງຕົວລະຄອນແຕ່ລະຄົນ. ນັ້ນອາດແມ່ນໃບໜ້າຂອງ ຜູ້ສັດຊື່, ທ່ຽງທຳ, ສຸຈະລິດ ຫຼື ທຸຈະ ລິດ… ພວມຢູ່ໃນອາການມ່ວນແດ່, ໂມໂຫແດ່ ຫຼື ວ່າ ພວມ ມີຄວາມຮັກຄວາມແພງ, ຄວາມຄຽດແຄ້ນເຄືອງ… ເຖິງວ່າບ່ໍ ໄດ້ຮັບການຮຽນເປັນແບບແຜນ ກ່ຽວກັບຈິດຕະ ກຳກ່ໍ ຕາມ, ແຕ່ ໜ້າກາກທັງໝົດ ທີ່ທ່ານໄດ້ແຕ້ມນັ້ນ ມີໃບໜ້າມາກມາຍ ຫຼາຍແບບ ທັງມີຊີວິດຊີວາ ແລະ ຄຸນຄ່າດ້ານສະ ຫງວນຄວາມງາມສູງ. ຕາມທັດສະນະຂອງທ່ານ: “ຕົວລະຄອນທີ່ເປັນຜູ້ຈົ່ງຮັກພັກດີກັບເຈົ້າຊີວິດ, ຮອຍຍີ້ມຕ້ອງມີ ແວວ ຕາແຫ່ງຄວາມເມດຕາ, ແສງຕາຕ້ອງສະແດງໃຫ້ເຫັນເຖິງ ນ້ຳໃຈກ້າແກ່ນ, ສ່ວນຕົວລະຄອນທີ່ເປັນຜູ້ທໍລະຍົດ, ສ້ໍໂກງນັ້ນ ແສງຕາຍາມໃດກ່ໍມະລ້ອມມະແລ້ມ, ສົບແມ່ນງໍຂຶ້ນ ເບິ່ງແລ້ວກະດັດກະດ້ໍທີ່ສຸດ. ແຕ້້ມງ່າຍທີ່ສຸດ ແມ່ນໃບໜ້າ ຂອງ ຕົວລະຄອນຕະຫຼົກ, ມີແຕ່ໃຊ້ຝອຍແຕ້ມ “ຈຸດ,ຈ້ຳ” ບາງຢ່າງ ແມ່ນສາມາດສະແດງໄດ້ເຖິງ ຄວາມເຮຮາຕະຫຼົກ ຂອງຕົວ ລະຄອນແລ້ວ…”. ໜ້າກາກທີ່ ທ່ານໄບ໋ ເຮັດຫຼາຍກວ່າໝູ່ແມ່ນຕົວລະຄອນ ເປົາຈິງແທນ, ກວານກຸງ, ໂຈໂສ, ເຖຍກາງ, ເຈີງເອີນ, ພະພຸດທະເຈົ້າ, ພະໂພທິສັກ… ນອກຈາກນັ້ນ, ທ່ານໄບ໋ ຍັງເຮັດໜ້າກາກຂອງເຜົ່າຜີວແດງ, ຄົນເອຢິບບູຮານ, ຄົນອາຣາບ…

ແຕ່ລະເຊົ້າໆ, ທ່ານ “ໄບ໋ ໜ້າກາກ” ພັດຖີບລົດທ່ຽວ ຕາມຖະ ໜົນສາຍຕ່າງໆ ທີ່ເຄີຍຊີນຢູ່ນະຄອນໂຮ່ຈີມິນ ເປັນປະຈຳ ຄື: ນາມກີ່ເຂີຍເງ້ຍ, ດ້ຽນບຽນຝູ, ເຈືອງດິ້ງ… ເພື່ອຮັບໃຊ້ແຂກຄົນຊາວຕ່າງປະເທດ, ນັກສຶກສາໂຮງຮຽນ ວິຈິດສິນ ແຫ່ງ ຕ່າງໆ ນັບທັງຜູ້ຮັກຫອມສິລະປະ ການສະແດງ ລີເກ ອີກດ້ວຍ.

ເມື່ອຕະເວັນຕອນບ່າຍຍັງແດດກ້າ, ທ່ານໄບ໋ພັດງຸບໆ ງັບໆ ຖີບລົດກັບເມືອບ້ານ ເພື່ອກະກຽມຫ້າງຫາ ການເຮັດໜ້າກາກ ໂຕໃໝ່ໆຕື່ມອີກ.

ມື້ຕ່ໍມື້ກ່ໍເປັນໄປດັ່ງນັ້ນ, ທ່ານໄບ໋ ໄດ້ກາຍເປັນຜູ້ອະນຸລັກຮັກສາ ຄວາມເປັນສັນຍາລັກ ຂອງການສະແດງລີເກ ປະເພດ ສິລະປະ ທີ່ເປັນມູນເຊື້ອ ຂອງ ຫວຽດນາມ ຢ່າງງຽບໆໄປໃນຕົວ.
 
 
ຜົນການປະດິດແຕ່ງທີ່ດີເດ່ັນຈຳນວນໜຶ່ງຂອງທ່ານ “ໄບ໋ໜ້າກາກ”:

















ບົດ: ໂດ້ວັນ - ພາບ: ຫງວຽນລວນ

bichlien

ໄປ ຮ່າຕຽນ ຢ້ຽມຢາມສຸສານ ມາກກື່ວ

ໄປ ຮ່າຕຽນ ຢ້ຽມຢາມສຸສານ ມາກກື່ວ

ເຂດບູຮານສະຖານ ສຸສານ ເຈົ້າຄອງ ແຄວ້ນ ຮ່າຕຽນ ມາກກື່ວ-ຜູ້ມີຄຸນງາມຄວາມດີຢ່າງໃຫຍ່ຫຼວງ ໃນການບຸກເບີກ ແລະ ພັດທະນາ ເຂດດິນ ທາງທິດ ຕາເວັນຕົກສ່ຽງໃຕ້ ຂອງ ປະເທດຊາດ ເມື່ອ 3 ສະຕະວັດ ຜ່ານມາ ໄດ້ຮັບການ ສັກ ກາລະບູຊາ ຈາກຊາວ ຫວຽດນາມ ຮຸ່ນຫຼັງ ຕະຫຼອດປີ. 

Top