• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

ສີຂຽວຂອງເຂດເມືອງ Ecopark

ຢູ່ທີ່ທິດຕາເວັນອອກສຽງໃຕ້, ຫ່າງຈາກໃຈກາງນະຄອນ ໂຮ່ຈີມິນ ປະມານ 10 ກິໂລແມັດ, Ecopark ເປັນເຂດ ເມືອງໃຫຍ່ທີ່ມີນິເວດທຳມະຊາດ ໃຫຍ່ທີ່ສຸດຂອງພາກ ເໜືອ. ເປັນສູນລວມເຮືອນວີນລາ, ເຂດຊຸມຊົນຊັ້ນສູງທີ່ ໄດ້ກໍ່ສ້າງຂື້ນໃນສີ່ງແວດລ້ອມສີຂຽວ, Ecopark  ກຳ ລັງກາຍເປັນບ່ອນທີ່ພັກພາອາໄສ, ບ່ອນພັກຜ່ອນ ແລະ ບ່ອນທ່ອງທ່ຽວຍອດຢ້ຽມ ທີ່ຫຼາຍຄົນເລືອກເອົາ.
ໂຄງການກໍ່ສ້າງ Ecopark ໂດຍແມ່ນບໍລິສັດຫຸ້ນສ່ວນລົງ ທຶນ ແລະ ພັດທະນາຕົວເມືອງຫວຽດຫືງ​ລົງ​ມືກໍ່ສ້າງແຕ່ປີ 2009 ໃນເນື້ອທີ່​ທັງ​ຫມົດ​ປະ​ມານ 500 ເຮັກຕາ. ໂດຍ​ນຳ​ໃຊ້​ສະ​ຖານ​ທີ່ກໍ່ສ້າງທີ່ມີສີ່ງແວດ​ລ້ອມປອດໂປ່ງ, ສະນັ້ນ, ພື້ນ​ຖານ​ໂຄງ​ລ່າງ​ສີ່ງກໍ່​ສ້າງ​ເຄ​ຫະຂອງ Ecopark ແມ່ນ ມຸ່ງເຖິງການສວຍໃຊ້ ສະພາບແວດລ້ອມ​ທີ່​ມີ​ຊີ​ວິດ​ຊີ​ວາປອດໂປ່ງ​ກັບ​​ເຄື່ອງ​ໃຊ້ ຕ່າງໆ ທີ່ຄົບຖ້ວນ ແລະ ບັນລຸມາດ ຖານສາກົນ.
 
ຜະ​ລິດ​ຕະ​ພັນ​ຕ່າງໆ​ໃນ​ເຮືອນໃນເຂດເມືອງນີ້ ລ້ວນແຕ່ໄດ້ ອອກແບບເປັນເຮືອນວີນລາຊັ້ນສູງ ແລະ ເຂດ​ທີ່​ພັກ​ ພາ​ອາ​ໃສ​ມີຄຸນນະພາບສູງ ໄປພ້ອມໆກັບລະບົບ​ສີ່ງ​ອຳ​ນວຍ​ຕໍ່ ການດຳ​ລົງຊີວິດ​ຂອງ​ສັງ​ຄົມ​ໄດ້ຮັບ​ການກຳ​ນົດຈັດແບ່ງ​ ເຂົ້າໃນ​ສະ​ຖານ​ທີ່ທີ່ເໝາະສົມ.


ເຂດເມືອງໃຫຍ່ Ecopark ໄດ້​ເຊື່ອມ​ຕົວ​ເຂົ້າ​ໃນ​ບັນ​ຍາ​ກາດ​ສີ່ງ​ແວດ​ລ້ອມທີ່
ປອດໂປ່ງສົດໃສໃນປ່າໄມ້​ສີຂຽວ. ພາບ: ເອກກະສານ


ເຮືອນວີນລາທີ່ທັນສະໄໝກັບ​ສີ່ງ​ແວດ​ລ້ອມທີ່ງຽບສະ​ງັດ
ແລະ ເຢັນສະ​ບາຍຂອງເຂດເຮືອນວີນລາ ເວື່ອນຕຸ່ງ. ພາບ: ເຕີດເຊີນ


ລະບົບໜອງນຳ້ ແລະ ຕົ້ນໄມ້ສີຂຽວ ມີບົດບາດລະບາຍອາກາດ
ໄດ້ອອກແບບສະເພາະໃສ່ເຮືອນວີນລາແຕ່ ລະຫຼັງ. ພາບ: ເຕີດເຊີນ


ດ້ວຍການອອກແບບຫັນໃຫ້​ເປັນທຳມະຊາດມີ​ຮົ່ມໄມ້ສີ ຂຽວຕຶບ​ຫນາ,
ເຮັດໃຫ້​ຜູ້​ທີ່ອາໄສຢູ່ທີ່ນີ້ ມີຄວາມຮູ້ສຶກ ສົດ​ຊື່ນໃຈ. ພາບ: ເອກະສານ


ມີລະບົບລົດເມ​ທີ່​ຕິດ​ພັນກັບສິ່ງແວດລ້ອມໄດ້​ຖືກຈັດ​ສັນຢູ່ ຫຼາຍບ່ອນໃນເຂດເມືອງໃຫຍ່
ເພື່ອຊ່ວຍໃຫ້ທຸກຄົນສະ ດວກໃນການ
ໄປ​ມາເຂົ້າອອກເມືອງ. ພາບ: ເອກະສານ


ມູມໜຶ່ງຂອງ​ສວນ​ສາ​ທາ​ລະ​ນະ​ສີ​ຂຽວໃນເຂດ Ecopark. ພາບ: ເຕີດເຊີນ

Ecopark ໄດ້ຮັບລາງວັນ ກິດຈະການສະຖາປັດສີຂຽວ ຫວຽດ ນາມ ປີ 2012 ໂດຍສະມາຄົມ ນັກສະຖາປານິກ ຫວຽດນາມ ຄັດເລືອກ ແລະ ມອບໃຫ້. 2 ປີຕໍ່ເນື່ອງ​ກັນ 2012 ແລະ 2013 ຍາດໄດ້ຊະນະເລີດໃນປະເພດ ໂຄງການພັດທະນາດີທີ່ສຸດຢູ່ ຫວຽດນາມ ໂດຍແມ່ນ​ສາຍລາງວັນອະສັງຫາລິມະຊັບ ອາຊີ-ປາຊີຟິກ ມອບໃຫ້ທີ່ນະຄອນຫຼວງ ກົວລາ ລຳເປີ (ມາເລເຊຍ).
ດ້ວຍເນື້ອທີ່ປ່າສີ​ຂຽວ, ໜອງນຳ້​ຫລາຍກວ່າ 110 ເຮັກຕາ, ​ເຂດ Ecopark ເປັນສະຖານທີ່ຍອດຢ້ຽມ ທີ່ນຳຄວາມ​ສຸກ​ໃຈ​ມາ​ໃຫ້​ແກ່​ປະ​ຊາ​ຊົນ​ເຂດນີ້​ ຮູ້ສຶກດັ່ງ​ວ່າ​ຕົນ​ເອງໄດ້ເຈືອ ຈານເຂົ້າກັບ ທຳມະຊາດ. ເຂດເຮືອນວີນລາທີ່ເວື່ອນຕຸ່ງ, ເວື່ອນມາຍ ໄດ້ອອກ ແບບດ້ວຍ ສະຖາປັດ ທີ່ທັນສະໄໝ, ຫລູ​ຫລາ​ເຊື່ອມ​ຕົວ​ເຂົ້າ​ກັບ​ຮົ່ມ​​ໄມ້​ສີ​ຂຽວຂອງຕົ້ນໄມ້ ໃຫຍ່ນັບ​ເປັນ​ຮ້ອຍໆຕົ້ນ ແລະ ດອກໄມ້ ຫລາກຫຼາຍຊະ ນິດ, ​ໄດ້ສ້າງຄວາມ​ຊະ​ນິດ​ຕິດ ພັນກັບ ທຳມະ ຊາດໃຫ້ແກ່ ຜູ້ຢູ່.
 
ດ້ວຍການລົງທຶນກໍ່ສ້າງພື້ນຖານໂຄງລ່າງ, ເຄື່ອງຂອງທີ່ ທັນສະໄມ ແລະ ຄຸນນະພາບການບໍລິການສູງ, ເວື່ອນຕຸ່ງ, ເວື່ອນມາຍ ໄດ້​ມີຄວາມງົດງາມ ແລະ ມີ​ຄຸນ​ລັກ​ສະ​ນະ ເຫນືອນດັ່ງ​ເຮືອນ​ເຂດພັກຜ່ອນລະດັບສູງຕ່າງໆ. ເຮືອນວີນ ລາສອງເຂດນີ້ ມີສະໂມສອນ (clubhouse) ໄດ້ ອອກແບບ ລວມມີ: ສະລອຍນຳ້, ເດີ່ນເຕັນນິດ, ເດີ່ນປິກ ໄກ່, ຫ້ອງ gym, ເຂດຈັດກິດ​ຈະ​ກຳ​ຕ່າງໆ, ຮ້ານອາຫານ ແລະ ອື່ນໆ.
 
ໃກ້ກັບເຂດເຮືອນວີນລາ ເວື່ອນຕຸ່ງ ແລະ ເວື່ອນມາຍ ແມ່ນເປັນ ເຂດເຮືອນ​ຊຸມ​ຊົນ ຣື່ງເກາະ ດ້ວຍທິວທັດທີ່ສວຍ ງາມຂອງສວນ ຕົ້ນໄມ້ສີຂຽວ. ຕືກອາຄານຊັ້ນສູງ, ໂຮງຮຽນ ໄດ້ອ້ອມຮອບດ້ວຍ ຕົ້ນໄມ້ນາໆ​ຊະ​ນິດ, ສ້າງເປັນ​ຫລາຍມູມເບີ່ງ​ແລ້ວ​ໂດດ​ເດັ່ນ​ເປັນພິເສດ.
 
ເຖິງວ່າການດຳລົງຊີວິດຈະແບບທັນສະໄໝ, ແຕ່ Ecopark  ຍັງບໍ່ລືມ​ການຫັນ​ທິດກັບຄືນ ຄຸນຄ່າມູນເຊື້ອຊຶ່ງ​ມີຖະໜົນ ຈຸກ. ສິນຄ້າຕ່າງໆທີ່ໄດ້ວາງຂາຍຢູ່ຖະໜົນ ຈຸກ ລ້ວນແຕ່ ໄດ້ຮັບ ການລົງທຶນແບບພິຖິພິຖັນ ແລະ ມີ​ບົດ​ມີ​ແບບເພື່ອ​ເຮັດໃຫ້ນັກ ທ່ອງທ່ຽວ​ມີ​ຄວາມຮູ້ສຶກໄດ້​ເຖິງ​ສີ່ງ​ແວດ​ລ້ອມ​ ທີ່ ເຕັມໄປດ້ວຍສັນ​ຍາລັກຂອງຫວຽດ. ຖະໜົນ ຈຸກ ໄດ້ຖືເປັນ ຈຸດ​ໂດດ​ເດັ່ນ, ມີແບບ ແຜນວິຖີຊີວິດສະເພາະ​ຕົວທີ່ເຂດເມືອງໃຫຍ່ Ecopark. 


ພາບ​ເຂດ​ຫ້ອງ​ຄົວ, ເຄື່ອງ​ໃຊ້ໃນເຮືອນຄົວ ທີ່ທັນສະໄໝ
ແລະ ສະດວກໃນເຮືອນວີນລາ ທີ່ເຂດເມືອງໃຫຍ່ Ecopark. ພາບ: ເອກະສານ


ສະຖາປັດໃນຫ້ອງນອນໄດ້ອອກແບບຕາມສະຖາປັດເປີດ,
ສ້າງໃຫ້​ມີ​ຄວາມ​ໂລ່ງ ແລະ ເຢັນ​ສະ​ບາຍໃຫ້ແກ່ຜູ້ນຳໃຊ້. ພາບ: ເອກະສານ


ຫ້ອງອອກກຳລັງກາຍ ( ຫ້ອງ gym) ທີ່ເຂດເມືອງໃຫຍ່ Ecopark. ພາບ: ເຕີດເຊີນ

ເຂດຫຼິ້ນສຳລັບເດັກນ້ອຍຂອງເຂດເມືອງໃຫຍ່ Ecopark. ພາບ: ເຕີດເຊີນ

ສະລອຍນຳ້ ຮັບໃຊ້ຊຸມຊົນທີ່ອາໄສຢູ່ເຂດ Ecopark. ພາບ: ເຕີດເຊີນ

ຂດຕະຫຼາດມູນເຊື້ອໄດ້​ຖືກຈັດ​ສັນ​ຂຶ້ນຢູ່ໃຈກາງເມືອງໃຫຍ່ Ecopark. ພາບ: ເຕີດເຊີນ

ໂຮງຮຽນປະຖົມ ດວ່ານທິດຽມ ຂອງເຂດເມືອງໃຫຍ່ Ecopark ຈັດຊົ່ວໂມງຮຽນນອກແຜນເພື່ອຝຶກແອບ
ຄວາມຊຳນານດ້ານ
ການ​ດຳ​ລົງຊີວິດໃຫ້ແກ່​ເດັກນັກຮຽນ. ພາບ: ເຕີດເຊີນ

ປະຈຸບັນ, ລະບົບສວນສາທາລະນະ ມົ່ວຫ້າ, ມົ່ວຊວນ ໄດ້ກໍ່ສ້າງຂຶ້ນ​ໃນ​ເຂດ​ສະ​ຖານທີ່ປອດໂປ່ງ ກຳລັງ ກາຍເປັນ​ຈຸດທີ່ດຶງດູດໃຈເພື່ອໃຫ້ຄອບຄົວ​ຕ່າງໆມາຕັ້ງຄ້າຍ, ​ຈັດ​ ງານ​ອາ​ຫານ​ປີ້ງ​ກາງ​ແຈ້ງໃນໄລຍະທ້າຍອາທິດ. ຕາມການສະຖິຕິຂອງບໍລິສັດຫຸ້ນສ່ວນລົງທຶນ ແລະ ພັດທະນາເມືອງໃຫຍ່ ຫວຽດ ຫືງ, ມີຈຳນວນນັກທ່ອງທ່ຽວມາຢ້ຽມຢາມ, ​ທ່ຽວຫຼິ້ນ ແລະ ໃຊ້ບໍ ລິການເຂດເຮືອນໃຫ້ຢູ່​ທົດ​ລອງຂອງ Ecopark ໃນມື້ ວັນ ບຸນ, ​ວັນປີໃໝ່​ມີປະມານ 3.000 ຄົນ.
ບົດ: ເງິນຮ່າ - ພາບ: ເຕີດເຊີນ ແລະ ເອກະສານ

bichlien

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ຢູ່ສະຖານທີ່ມໍລະດົກໂລກ ເມືອງເກົ່າ ໂຮ້ຍອານ, ມີນັກສິລະປິນ ຄົນໜຶ່ງ ໄດ້ທຸ້ມເທສຸດຄວາມສາມາດ ແລະ ຄວາມຫຼົງໄຫຼ ຂອງຕົນ ໃນການແຕ້ມຮູບໜ້າກາກເຈ້ຍ ມາເປັນເວລາກວ່າ 40 ປີແລ້ວ.  ໜ້າກາກ ທີ່ມີລັກສະນະ “ຕ່ວງ” (ລີເກ) ນັບຫຼາຍພັນອັນ ໄດ້ຖືບົດບາດເປັນ “ທູດວັດທະນະທຳ” ຕິດຕາມນັກທ່ອງທ່ຽວ ໄປທົ່ວທຸກແຫ່ງຫົນ ເພື່ອເລົ່າເລື່ອງ ທີ່ໜ້າສົນໃຈ ກ່ຽວກັບ ຖິ່ນຖານເຂດດິນແດນ ກວາງ (ລວມມີ ກວາງນາມ, ກວາງຫງາຍ ແລະ ດ່າໜັງ).

Top