ບ້ານໂຖຮ່າ (ຕາແສງ ເວີນຮ່າ, ເມືອງຫວຽດອຽນ, ແຂວງ ບັກຢາງ) ບ່ໍພຽງແຕ່ຊື່ສຽງ ຍ້ອນການສະແດງ ຂັບກວານຫ້ໍ ທີ່ເປັນເອກະລັກ ເທົ່ານັ້ນ, ແຕ່ຍັງ ແມ່ນໜຶ່ງໃນຈຳນວນທ້ອງຖິ່ນ ທີ່ຍັງຄົງ ຮັກສາໄວ້ ໄດ້ ສິລະປະການສະແດງ ລະຄອນລຳບູຮານ (ເອີ້ນວ່າ ຕ່ວງ). ໃນ ໂອກາດງານບຸນ ຂອງ ບ້ານ (ກົງກັບວັນທີ 20-22 ເດືອນ ຈຽງ). ຕົວ ລະຄອນໃນ ຕ່ວງ ຖືວ່າ ແມ່ນ “ຈຸດເດັ່ນ” ໃນພິທີແຫ່ ພ້ອມໆ ກັບ ນັກສະແດງ ຫາງເຄື່ອງ ທີ່ ໄດ້ຮັບການແຕ່ງຕົວ ຢ່າງລະອຽດຖ່ີຖ້ວນ ເຊັ່ນ: ຜູ້ບັນຊາກອງທຸງ, ກອງດາວ, ຮູບປັ້ນສາມພະອົງ, ນາງຟ້າ…
ຊາວບ້ານ ໂຖຮ່າ ຕ່າງບ່ໍໄດ້ຜ່ານການສຶກສາ ຢູ່ ໂຮງຮຽນ ຫຼື ຊຸດເຝິກ ອົບຮົມໃດໆ, ແຕ່ໄດ້ສອນລຸ້ນຕ່ໍລຸ້ນ ກ່ຽວກັບວິທີການແຕ່ງກາຍ, ທຳນອງເພງ, ແບບຮ້ອງ, ການສະແດງເພື່ອ ເຮັດໃຫ້ເວທີສະແດງ ຕ່ວງ ຢູ່ ເດີ່ນສາລາ ຍາມໃດກໍຄຶກຄື້ນ. ຕົວລະຄອນຕ່າງໆ ຄື: “ຈ້ຽວ ດິ່ງ ລອງ ກູ້ພະຍາ”; “ດ່າວຕາມຊວນ”; “ງື້ເດ້ກີມຮຸ່ງ”; “ບ໋າດາວຢ້ຽມ ທຽນຮຸ່ງ”… ຖືກນຳມາສະແດງ ເພື່ອໃຫ້ ຊາວບ້ານ ໄດ້ຊົມເບິ່ງ ຢ່າງ ສະໜຸກໃຈ ເຖິງເດິກດື່ນທ່ຽງຄືນ.
ການສະແດງ ຕ່ວງ ຍາກຢູ່ແລ້ວ, ແຕ່ການແຕ່ງກາຍ ໃຫ້ນັກສະແດງ ຕາມ ເລື່ອງນິທານ ແມ່ນຍາກກວ່າອີກ. ນັກສະແດງ ຕ່ວງ ບ້ານ ໂຖ ຮ່າ ນອກຈາກມີຄວາມສາມາດ ດ້ານສຽງຂັບລຳ, ວາດຟ້ອນ, ທ່າທີ ແລ້ວ ຍັງຕ້ອງຮູ້ຈັກການແຕ່ງໜ້າ ໃຫ້ແກ່ຕົນເອງ ຕາມຕົວລະຄອນ ທີ່ໄດ້ສວມບົດບາດ. ໂດຍຜ່ານໃບໜ້າ ທີ່ໄດ້ແຕ່ງນັ້ນ ເຮັດໃຫ້ ຜູ້ຊົມ ຮູ້ ເຖິງຈິດຕະສາດ, ຄຸນລັກສະນະ, ຊົນຊັ້ນກຳເນີດ ຂອງ ຕົວລະ ຄອນ ເມື່ອປາກົດ ຢູ່ເທິງເວທີ. ໂດຍທົ່ວໄປແລ້ວ, ຖ້າຕົວລະຄອນ ເປັນຄົນສຸຈະລິດ ແຕ່ງໜ້າສີແດງ, ໜວດຍາວ; ຖ້າເປັນຄົນເອາະ ເຊາະລ້ໍນາຍ ແມ່ນໜ້າດ້ານ, ໜວດສັ້ນ; ຖ້າໜ້າຂາວ ຈະແມ່ນຜູ້ ມີຮູບຊົງງາມ, ຄ່ຽມຄົມ; ໜ້າແດງແມ່ນ ຜູ້ກ້າຫານ, ໝັ້ນທ່ຽງ; ໜ້າດຳ ຕາກະພິບ ແມ່ນຄົນທໍລະຍົດ; ຖ້າຂະໝັບສອງ ເບື້ອງມີຮອຍສີແດງ ແມ່ນ ຄົນໃຈຮ້ອນ; ໃບໜ້າຮູບໄຖ ແມ່ນ ຜູ້ຂີ້ຢ້ານ, ອາຍຸສັ້ນ…
ເຖິງວ່າ ຜູ້ຮູ້ການສະແດງ ຕ່ວງ ມີຕັ້ງຫຼາຍສິບຄົນ, ແຕ່ຜູ້ທີ່ເຂົ້າຮ່ວມ ສະໂມສອນ ຕ່ວງ ໂຖຮ່າ ເປັນປະຈຳ ມີບ່ໍເຖິງສິບຄົນ. ສະນັ້ນ ເຮັດ ໃຫ້ ນັກສະແດງ ຕ່ວງ ບ້ານ ໂຖຮ່າ ຮູ້ສຶກເປັນຫ່ວງ ເມື່ອເຫັນວ່າ ວິຊາສິລະປະ ອັນເປັນມູນເຊື້ອນີ້ ຈະຖືກສູນຫາຍໄປຕາມ ວັນເວລາ. ເພື່ອຊອກຫາຜູ້ສືບທອດ ການສະແດງ ຕ່ວງ ໂຖຮ່າ, ປະຊາຊົນ ຜູ້ ຮັກ ຕ່ວງ ໄດ້ຝາກຄວາມຫວັງ ກັບອຳນາດການປົກຄອງ ທ້ອງຖິ່ນ ໃຫ້ ມີກົນໄກ ລົງທຶນເພື່ອ ຟື້ນຄືນ, ເປີດກວ້າງສະໂມສອນ ຂັບ ຕ່ວງ, ໃນນັ້ນ ຖືສຳຄັນການຖ່າຍຖອດ ໃຫ້ຄົນລຸ້ນໜຸ່ມ ເພື່ອໃຫ້ ຕ່ວງ ບ້ານ ໂຖຮ່າ ຍືນຍົງຄົງຢູ່ຄູ່ກັບບ້ານເມືອງ.