• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສິລະປະ

ສິລະປະ ປະຕິມະກຳຈາກ ເປືອກໄຂ່

ຈາກເປືອກໄຂ່ທີ່ໄຮ້ ຄວາມຮູ້ສຶກນຶກຄິດ ຫຼາຍພັນໜ່ວຍ, ຄູສອນພາສາອັງກິດ ຫງວຽນແທ່ງເຕີມ ໄດ້ເຮັດໃຫ້ມັນ ກາຍເປັນຜະລິດຕະພັນສິລະປະກຳທີ່ເປັນ ເອກະລັກ 600 ຢ່າງ.
ເຮືອນຢູ່ຂອງນາຍຄູ ຫງວຽນແທ່ງເຕີມ ແມ່ນເຮືອນຫ້ອງ ນ້ອຍໆ ຢູ່ຊັ້ນ 4 ຂອງເຂດເຮືອນລວມໝູ່ເກົ່າທີ່ຄຸ້ມ 11, ເຂດກ່ໍເວີບ, ນະຄອນໂຮ່ຈີມິນ. ຢູ່ໃນເຮືອນ, ສາມາດເຫັນໄດ້ ຜະລິດຕະພັນ ສິລະປະກຳຫຼາຍຮ້ອຍ ຢ່າງຖືກປະດິດສ້າງ ມາຈາກເປືອກໄຂ່ ໂດຍມີຮູບຊົງທ່າທີເປັນຕາຮັກ ແລະ ສີສັນນາໆຊະນິດທີ່ ເຈົ້າຂອງ ຈັດວາງຢ່າງເປັບລະບຽບ ແລະ ມີວິທະຍາສາດ ຕາມແຕ່ລະຫົວເລື່ອງ ໃນຕູ້ແກ້ວ ຕັ້ງຢູ່ໃກ້ກັບ ປະຕູເຂົ້າ.

ນາຍຄູເຕີມເລົ່າສູ່ຟັງວ່າ, ພາຍຫຼັງວັນເວລາຫຼາຍເດືອນປີ ທີ່ຕ້ອງກິ້ງເກືອກລີ ເລືອກັບການຫາລ້ຽງຊີບ, ປີ 1996 ລາວອອກກິນເບັ້ຍບຳນານ ແລະ ເປີດຫ້ອງສອນພາສາອັງກິດ ຢູ່ກັບເຮືອນ. ເພື່ອເຮັດໃຫ້ລູກສິດ ມີ ອາລົມຈິດດີໃນການ ສຶກສາຮ່ຳຮຽນ, ລາວຄິດເຖິງ ເລື່ອງທີ່ຕ້ອງສ້າງເຄື່ອງ ອຸປະກອນກ່ຽວກັບຮູບຈຳລອງ ຕົວລະຄອນ, ສັດ ແລະ ສິ່ງຂອງທີ່ມີຢູ່ ໃນປຶ້ມແບບຮຽນພາສາອັງກິດ. ເບື້ອງຕົ້ນ, ລາວເກັບເອົາວັດຖຸດີບ ຕ່າງໆ ເຊັ່ນກັບສະບູກ້ອນ, ກັບສະບູສະຜົມ, ເຈ້ຍ, ໄມ້, ກັບຜົງ… ເພື່ອເຮັດຮູບນົກເພນ ຄວີນ, ໂຕກົບ, ໂຕະ, ຕັ່ງ, ເຮືອນຊານ… ແຕ່ສິ່ງຂອງເຫຼົ່ານັ້ນ ບ່ໍໝັ້ນທົນ ແລະ ຄຸນຄ່າດ້ານຄວາມງາມກ່ໍບ່ໍສູງ ສະນັ້ນ ຍັງບ່ໍ ສ້າງເປັນພະລັງຈູງໃຈ ພວກນ້ອງນ້ອຍໄດ້.

ຊຸດສະສົມຜົນການປະດິດສ້າງຈາກເປືອກໄຂ່ທີ່ນາຍຄູເຕີມ ໃຊ້ເປັນຮູບປະກອບໃຫ້ແກ່ບົດສອນຂອງຕົນ ໄດ້ຊ່ວຍໃຫ້ນັກຮຽນ
ຮັບເອົາ ຄວາມຮູ້ຢ່າງໄວ ແລະ ຈົດຈຳໄດ້ນານກວ່າ.ພາບ: ດັ້ງກີມເຟືອງ


ນາຍຄູເຕີມກັບຊຸດສະສົມຈຳພວກສັດມົງຄຸນສັນຍາລັກຂອງ ຊີເກມ 27 (2013) ຖືກເຮັດມາຈາກເປືອກໄຂ່.
ພາບ: ດັ້ງກີມເຟືອງ


ຊຸດສະສົມ “ງານດອງຂອງໜູ” ເຮັດດ້ວຍເປືອກໄຂ່ ພັນລະນາ ເນື້ອພາບພື້ນເມືອງທີ່ລືຊື່
ຂອງໝູ່ບ້ານແຕ້ມພາບດົງໂຮ່. ພາບ: ຫງວຽນລວນ.
ໃນເມື່ອຄິດວົນໄປວຽນມາເຖິງເລື່ອງນີ້, ໂດຍບັງເອີນນາຍຄູ ຫວນຄືນເຖິງຍາມເຍົາໄວ ໄດ້ມີເທ່ືອໜຶ່ງເຮັດ ຕຸກກະຕາລົ້ມລຸກ ດ້ວຍເປືອກໄຂ່ ເພື່ອມອບໃຫ້ນາງສາວ ເພື່ອນຮ່ວມຮຽນຢູ່ໃກ້ເຮືອນ. ຄິດມາຮອດນີ້, ນາຍ ຄູ ລົງມືປະຕິບັດທັນທີ. ມະລຸກຄຸກ ຄຸ້ຍຕະຫຼອດສອງມື້, ເຮັດລອງໄປລອງມາບ່ໍຈັກວ່າເທົ່າໃດຄັ້ງ ເທົ່າໃດ     ເປືອກໄຂ່. ໃນທີ່ສຸດ, ນາຍຄູກ່ໍສ້າງສຳເລັດ ພ່ໍເຖົ້າ ຊານຕາຄຸດ ດ້ວຍເປືອກໄຂ່. ເຖິງວ່າ ຜົນການປະດິດສ້າງ ຄັ້ງປະຖົມມະເລີກຄື ພ່ໍເຖົ້າຊານຕາຄຸດ ດ້ວຍເປືອກໄຂ່ນີ້ຂອງ ນາຍຄູເຕີມ ບ່ໍມີແສງສີເຫຼື້ອມລະຍິບລະຍັບ ດັ່ງທີ່ເຄີຍໄດ້ເຫັນ ໃນຕູ້ແກ້ວກ່ໍຕາມ, ແຕ່ພັດເຮັດໃຫ້ພວກລູກສິດຂອງນາຍຄູ ຕິດອົກຕິດໃຈເປັນພິເສດ, ເນື່ອງ ຈາກນັ້ນ ມັນກ່ໍພາໃຫ້ພວກ ເດັກນ້ອຍຮັກມັກການຮຽນຫຼາຍກວ່າ.

ຫຼັງຈາກນັ້ນ, ນາຍຄູເຕີມເລີ່ມປະຕິບັດ ການປະດິດສ້າງ ຕົວລະຄອນ ອີກຫຼາຍຄົນທີ່ມີລັກສະນະ ໃກ້ຊິດສະ ໜິດແໜ້ນກັບ ຊີວິດປະຈຳວັນເຊັ່ນ: ພະເຈົ້າທໍລະນີ, ປູ່ໂສມຄຸນຊັບ ແລະ ສັດ ຕ່າງໆ ຄື ແມວ, ໝູ, ງົວ, ຄວາຍ… ແລະ ທັງໝົດ ລ້ວນແຕ່ໄດ້ ນຳມາເຊິ່ງ ປະສິດທິຜົນສູງ ໃນການສິດສອນ. ຈາກນັ້ນມາ, ນາຍຄູ ເຕີມ ສືບຕ່ໍການປະດິດຄິດສ້າງ ບັນດາຜະລິດຕະພັນສິ ລະປະກຳດ້ວຍເປືອກໄຂ່ ທຸກປະເພດ ຢ່າງບ່ໍຢຸດຢັ້ງ ເຊັ່ນ: ເປືອກໄຂ່ໄກ່, ໄຂ່ເປັດ, ໄຂ່ຫ່ານ ນັບທັງໄຂ່ນົກກະທາ, ນົກກະຈອກເທດ… ຜົນການປະດິດສ້າງ ຂອງນາຍຄູ ນັບມື້ນັບ ງາມກວ່າ, ມີລັກສະນະມືອາຊີບຫຼາຍກວ່າ.

ສຳລັບນາຍຄູເຕີມ, ເພື່ອສ້າງໃຫ້ມີຜະລິດຕະພັນສິລະປະກຳ ດ້ວຍເປືອກໄຂ່ ຕ້ອງການແຕ່ເຄື່ອງມືທີ່ ງ່າຍ ດາຍຄື: ມິດຕັດ ຄົມໂຄ້ງ, ຢາງຕິດ, ສີທາເລັບມື, ເຂັັມຫຍິບ, ຢາງຕັງຕີ້ວ, ດິນ ໜຽວໄທ … ແລະ ສິ່ງສຳຄັນ ກວ່າໝູ່ນັ້ນ ຍັງແມ່ນເປືອກໄຂ່.
 

ເປືອກໄຂ່ໄດ້ຮັບການຕັດຍ່ອຍ, ແກະສະຫຼັກຢ່າງພິຖິພິຖັນ.
ພາບ: ດັ້ງກີມເຟືອງ


ເປຶອກໄຂ່ຖືກສະຫຼັບເຂົ້າກັນເພື່ອສ້າງເປັນຕົວລະຄອນ.
ພາບ: ດັ້ງກີມເຟືອງ


ແຕ້ມພາບເພື່ອສ້າງເປັນຮູບແບບໃຫ້ແກ່ຕົວລະຄອນ.
ພາບ: ດັ້ງກີມເຟືອງ


ຮູບພາບກະສັດຕະຫຼົກຊາກເລີ ໃກ້ຈະສຳເລັດ. ພາບ: ດັ້ງກີມເຟືອງ
ນາຍຄູເຕີມ ກ່ໍອະທິບາຍໃຫ້ຊາບວ່າ, ກ່ອນຈະເຮັດສັດໂຕໃດ ຈຳເປັນຕ້ອງກຳນົດໄວ້ກ່ອນ ຮູບພາບທີ່ຈະ ສ້າງນັ້ນ ມີຮູບຊົງຄື ແນວໃດ, ອັດຕາສ່ວນ, ຂະໜາດເທົ່າໃດ ທັງນີ້ແມ່ນເພື່ອ ເລືອກໄຂ່ໜ່ວຍໃຫຍ່ ຫຼື ນ້ອຍ, ມົນ ຫຼື ຍາວ ແລະ ສີສັນ ແນວໃດໃຫ້ເໝາະສົມ. ກ່ອນອື່ນຈະຕ້ອງດູດເອົາໄຂ່ຂາວໄຂ່ ແດງອອກ ແລະ ນຳ ເປືອກໄຂ່ໄປຕາກແດດ. ຕາກແຫ້ງແລ້ວ, ໃຊ້ຜະລຶກຕິດເປືອກໜ່ວຍຕ່າງໆ ເຂົ້າກັນເພື່ອສ້າງໃຫ້ມີຮູບ ຊົງໃນ ເບື້ອງຕົ້ນ. ຫຼັງຈາກນັ້ນ, ໃຊ້ເຄື່ອງມືອຸປະກອນທ່ີຈຳເປັນ ອື່ນໆ ເພື່ອປະດັບເອ້ໃຫ້ຄືກັບຕົວແບບ ຫຼື ຄວາມ ນຶກຄິດ. ແຕ່ ຖ້ານຳໃຊ້ເປືອກໄຂ່ນົກກະທາ, ຍ້ອນມັນບ່ໍມີສີສັນດັ່ງໃຈມັກ ສະນັ້ນ, ນາຍຄູເຕີມໄດ້ຊອກເຫັນ ວິທີການຟອກຂາວດ້ວຍ ທາດອາຊີດທີ່ມີຢູ່ໃນໝາກນາວ ຫຼື ໝາກແປ້ນເຊິ່ງ ມັນບ່ໍກ່ໍປະ ຕິກິລິຍາຫຍັງທີ່ ທຳ ຮ້າຍສຸຂະພາບຂອງຜູ້ໃຊ້.

ປັດຈຸບັນ, ນາຍຄູເຕີມພວມເປັນເຈົ້າຂອງຊຸດສະສົມສັດຕ່າງໆ ເຮັດດ້ວຍເປືອກໄຂ່ຫຼາຍຊຸດ, ໂດດເດັ່ນແມ່ນ ຊຸດສະສົມໂຕ ແມວ ແລະ ມັງກອນທີ່ລັກສະນະເອກະລັກທີ່ສຸດ. ນອກນັ້ນ, ຄູ ເຕີມຍັງໃຊ້ເປືອກ ໄຂ່ປະດິດ ສ້າງເປັນຮູບພາບນັກເຕະບານ, ຕົວລະຄອນ ທີ່ມີຊື່ສຽງ ໃນເລື່ອງຮູບເງົາ ຕຸກກະຕາ, ໜັງຊີວິດ ຫຼື ສັດໂຕ ສັກສິດທີ່ເປັນ ສັນຍາລັກ ວັດທະນະທຳພື້ນເມືອງ, ເປັນ ມູນເຊື້ອຂອງຊາດ… ຫວ່າງແລ້ວນີ້, ນາຍຄູຫາ ກ່ໍ ສ້າງສຳເລັດ ຊຸດສະສົມຮູບຈຳລອງ ພວກສັດທີ່ເປັນ ສັນຍາລັກຂອງຊີເກມ 27 ແລະ ໂຕມ້າເຊິ່ງແມ່ນສັດ ປະຈຳລາສີຂອງປີມະເມຍນີ້.

ປີ 2010, ສູນປຶ້ມສະຖິຕິຫວຽດນາມ ຮັບຮອງນາຍຄູ ຫງວຽນແທ່ງເຕີມ ວ່າແມ່ນນັກປະຕິມະກຳດ້ວຍ ເປືອກ ໄຂ່ ຈັດອັນ ດັບໜຶ່ງຢູ່ຫວຽດນາມ. ເຖິງວ່າໄດ້ຢູ່ໃນໄວອາຍຸ 60 ປີແລ້ວກ່ໍ ຕາມ, ແຕ່ນາຍຄູເຕີມຍັງ ຫຼົງໄຫຼ ເມົາມົວກັບອາຊີບ ແລະ ປາຖະໜາຢາກເປີດຊຸດຮຽນ ເພື່ອຖ່າຍຖອດການສ້າງ ຜະລິດຕະພັນສິລະປະກຳ ຈາກເປືອກໄຂ່ໃຫ້ແກ່ ພວກ ນ້ອງນ້ອຍ ເພື່ອເປັນການກະຕຸກຊຸກຍູ້ ຈິດໃຈຮັກມັກ ການ ປະດິດສ້າງສິລະປະ ໃນຕົວຂອງພວກນ້ອງ.
 

ຜົນການປະດິດສ້າງ ລຽວໄບ, ກວານອູ ແລະ ຈາງໄຟ ໃນບົດເລື່ອງສາມກົກ.
ພາບ: ດັ້ງກີມເຟືອງ


ຮູບປະພັນນັກຮ້ອງ Psy ໃນວາດເຕັ້ນ Gangnam Style ທີ່ລືຊື່ຂອງ ສ.ເກົາຫຼີ. ພາບ: ດັ້ງກີມເຟືອງ

ຮູບພາບສະແດງຄວາມມ່ວນຊື່ນຂຳ່ນັບຮັບຕ້ອນການແຂ່ງຂັນ ບານເຕະ ເອີໂຣ 2008. ພາບ: ດັ້ງກີມເຟືອງ

ຕຸກກະຕາອັນໜ້າຮັກທີ່ເຮັດມາຈາກເປືອກໄຂ່ນົກກະຈອກ ເທດ. ພາບ: ດັ້ງກີມເຟືອງ

ຜົນການປະດິດສ້າງກະສັດຕະຫຼົກຊາກເລີເຮັດດ້ວຍເປືອກໄຂ່.
ພາບ: ດັ້ງກີມເຟືອງ


ຮູບພາບທ້າວ Nick Vujicic ເມື່ອມາຮອດຫວຽດນາມ.
ພາບ: ດັ້ງກີມເຟືອງ


ພ່ໍເຖົ້າຊານຕາຄຸດ ທີ່ເຮັດດ້ວຍເປືອກໄຂ່.
ພາບ: ດັ້ງກີມເຟືອງ


ພາບໂຕມ້າສັດລາສີປະຈຳປີມະເມຍ 2014. ພາບ: ດັ້ງກີມເຟືອງ
ບົດ: ໂດ້ວັນ - ພາບ : ດັ້ງກີມເຟືອງ, ຫງວຽນລວນ

bichlien

ກາຈໍ້າ ມັງກອນ ທີ່ເປັນເອກະລັກຂອງບ້ານ ບາດຈ່າງ

ກາຈໍ້າ ມັງກອນ ທີ່ເປັນເອກະລັກຂອງບ້ານ ບາດຈ່າງ

ບັນດານາຍຊ່າງ ຂອງ ໝູ່ບ້ານ ​ເຄື່ອງ​ປັ້ນດິນ​ເຜົາ ​ບາດຈ່າງ (ເມືອງ ຢາເລີມ - ຮ່າ​ໂນ້ຍ) ​ໄດ້​ຮັບ​ແຮງ​ບັນດານ​ໃຈ​ຈາກ​ ກາຈໍ້າ ຮ່ວາງເດ໋ ຈີບ໋າວ  (ກາຈໍ້າ ຂອງ ມະຫາກະສັດ) ທີ່​ຫາ​ກໍ່​ນຳ​ມາ​ຈາກ ຝຣັ່ງ ​ເພື່ອ​ປະດິດ, ສ້າງ​ເປັນ ກາຈໍ້າ ​ມັງ ກອນ ​ຟອກຄຳ ​ທີ່​ເປັນ​ເອກະລັກ​ສະ​ເພາະ ​ເພື່ອ​ຮັບ​ໃຊ້​ຄວາມ​ຕ້ອງການ ​ຂອງ​ ປະຊາຊົນ ​ໃນ​ປີ ມະໂລງ 2024.

Top