• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

ສາມສິບປີ ທີ່ຮັກສາພະລັງ ຂອງຂັບ “ກາຈູ່”

ເກືອບ 30 ປີທີ່ໄດ້ຫຼົງໄຫຼໄຝ່ຝັນກັບອາຊີບ, ເສຍສະລະທັງຄວາມສຸກສ່ວນຕົວ, ສິລະປິນແບກເວີນ ເປັນນັກຂັບລຳ “ກາຈູ່” ຈັດອັນດັບຂອງເຂດດິນເມືອງຫຼວງຮ່າແທ່ງ ໄດ້ປະກອບ ສ່ວນເຮັດໃຫ້ “ກາຈູ່” ຟື້ນຊີບ ແລະ ກາຍເປັນມູນມໍລະດົກ ວັດທະນະທຳໂລກທີ່ມີຊື່ສຽງຂອງຫວຽດນາມ.

 

ໂດຍທົ່ວໄປແລ້ວ, ໃນຍາມຄຳ່ຄືນ ສະໂມສອນ “ກາຈູ່” ຮ່າ ໂນ້ຍເຄີຍຈັດການສະແດງທີ່ສາລາເກົ່າກີມເງີນ ຕັ້ງຢູ່ເຮືອນ ເລກ 42-44 ຖະໜົນ ຮ່າງບາກ (ຮ່າໂນ້ຍ). ຢູ່ກາງຫ້ອງທຳມະ, ມີນັກຮ້ອງຜູ້ໜຶ່ງໄວອາຍຸ 50 ປີກ່ວາ ສີໜ້າ ຂ້ອນຂ້າງເສົ້າໆ ໃນຕົວນຸ່ງເສື້ອກຳມະຍີ່ຍາວ, ນັ່ງ ຂັດຕະໝາດເທິງສາດ, ເພີດເພີນຫຼົງໄຫຼໃນສຽງຂັບສຽງລຳຂອງຕົນເອງ. ນັ່ງຮຽງຂ້າງແມ່ນຜູ້ສີຊໍ ພ້ອມກັບຜູ້ຕີກອງອີກຜູ້ໜຶ່ງເພື່ອເປັນການທຽບ ສຽງທັງເປັນຜູ້ເຊຍໃຫ້ນັກຮ້ອງອີກດ້ວຍ.
ຍິ່ງເດິກດື່ນເທົ່າໃດ, ສຽງຂັບຂອງນັກຮ້ອງພ້ອມກັບສຽງດົນ ຕີ ແລະ ສຽງກອງເສບກ່ໍຍິ່ງພາໃຫ້ຈິດໃຈຂອງທຸກຄົນອ່ອນ ໄຫວໄປວາດໃດວາດໜຶ່ງ ເພາະມັນເຮັດໃຫ້ທົບທວນຄືນ ເຖິງ ພາບພົດຂອງການໄປຟັງໃນສຽງຂັບລຳະໄໝກ່ອນຢູ່ສາລາບ້ານນາ.
ນັກຮ້ອງຄົນນັ້ນແມ່ນ ແບກເວີນ ຜູ້ທີ່ໄດ້ຕິດພັນກັບ “ກາຈູ່” ມາໄດ້ເກືອບ 30 ປີແລ້ວ. ລາວເກີດປີ 1957 ຢູ່ແທງເຈືອງ ແຂວງເງ້ອານ. ຍ້ອນ ມີຊີວິດຢູ່ໃນຄອບຄົວທີ່ຮັບຜົນກະທົບຈາກທິດສະດີຂອງໂຂງຈື້, ສະນັ້ນ ຕັ້ງແຕ່ເວລາຍັງນ້ອຍ ລາວກ່ໍໄດ້ຮັບການແນະນຳຂອງພ່ໍກ່ຽວກັບການ ອ່ານກະວີ ແລະ ແມ່ກ່ໍສອນ ແບບການຂັບລຳພື້ນເມືອງຂອງ ແຖບດິນເງ້ອານໃຫ້ນາງ.

ສິລະປິນດີເດັ່ນແບກເວີນ, ຜູ້ເຄີຍໄດ້ສະໜິດຕິດແໜ້ນກັບ “ກາຈູ່” ມາເປັນເວລາ 30 ປີ ແລ້ວ.

ນັກຮ້ອງ “ກາຈູ່” ແບກເວີນເຄີຍໄດ້ສະແດງບົດຂັບປະເພດ ນີ້ຢູ່ສາລາກີມລຽນໃນຄຸ້ມເມືອງເກົ່າຮ່າໂນ້ຍ
ມາເປັນເວລາ ບ່ໍຈັກວ່າເທົ່າໃດຄັ້ງ ເທົ່າໃດຄືນອີກ.

ມາບັດນີ້ ຖືວ່າແມ່ນກວ່າເຄິ່ງໜຶ່ງຂອງຊີວິດຄົນແລ້ວ ນາງໄດ້ສະລະທັງຄວາມສຸກສ່ວນຕົວ
ເພື່ອໄດ້ໄປຄວບຄູ່ກັບສຽງພິນ ສຽງດົນຕີຈົນສຸດຊີວິດຂອງຕົນ.


ຕ່ໍກັບຂັບ “ກາຈູ່” ເໝືອນຄືວ່າ ນາງໄດ້ຝາກຝັງວິນຍານທັງ ໝົດຂອງຕົນເຂົ້າໃນເນື້ອເພງສຽງເສບຂອງດົນຕີ.

ສິລະປິນດີເດັ່ນ ແບກເວີນສະແດງ “ກາຈູ່” ໃນໂອກາດໄຂໂຕຮູບເງົາເລື່ອງ “ໂຊກຊາຕາ” ເຊິ່ງແມ່ນຮູບເງົາເລື່ອງໜຶ່ງ ພັນລະນາເຖິງແບບແຜນການດຳລົງຊີວິດຂອງຊາວຫວຽດ ນາມຊຸມປີ 30 ຂອງສະຕະວັດກ່ອນ.

ສິລະປິນດີເດັ່ນ ແບກເວີນພົບປະສັງສັນກັບຜູ້ຊົມຊາວຕ່າງ ປະເທດໃນຄືນສະແດງທີ່ສາລາກີມເງິນ.

ນອກຈາກເວລາທຳການສະແດງ, ນາງຍັງຍາດໂອກາດເປີດຫ້ອງສອນຮ້ອງເພງ “ກາຈູ່” ໃຫ້ແກ່ຊຸມເດັກນ້ອຍ.

ສິລະປິນດີເດັ່ນ ແບກເວີນ ພ້ອມກັບສິລະປິນຜູ້ມີຊ່ືສຽງໃນ ແວດວົງ “ກາຈູ່” ຫວຽດນາມທີ່ງານຊຸມນຸມ “ກາຈູ່” ຮ່າໂນ່ຍປີ 2012.
ແບກເວີນເລີ່ມຮຽນ “ກາຈູ່” ໃນຊຸມປີ 80 ຂອງສະຕະວັດກ່ອນ. ເສັ້ນທາງທີ່ກ້າວເຂົ້າສູ່ອາຊີບການຮ້ອງເພງ “ກາຈູ່” ຂອງນາງແມ່ນ ລຳບາກ ຍາກເຂັນທີ່ສຸດ. ໃນເວລາເກືອບສິບປີ, ນາງໄດ້ແຕ່ໄປສັນຫາ, ຄົ້ນຄວ້າເອກະສານເກົ່າທີ່ເວົ້າ ເຖິງ “ກາຈູ່”, ດັ້ນດົນຢູ່ກັບໝູ່ບ້ານແຫ່ງຕ່າງໆ ເພື່ອນັດພົບຊອກຮູ້ ສິລະປິນຜູ້ມີຊື່ສຽງໃນແວດວົງ “ກາຈູ່” ປາງກ່ອນ ຂອງຮ່າໂນ້ຍ, ຫາຍເຢືອງ, ເງ້ອານ, ຮ່າຕິ້ງ… ເພື່ອສຶກສາຮ່ຳຮຽນນຳ ພວກເພິ່ນ.
ເປັນການໂຊກດີ ທີ່ບັນດາສິລະປິນຜູ້ເກັ່ງກ້າສາມາດໃນວົງ ການ “ກາຈູ່” ຂອງຫວຽດນາມຄື ແມ່ເຖົ້າແກວັກທິໂຮ່, ຫງວຽນທິຝຸກ, ຝ໋ໍທິກີມດຶກ, ພ່ໍເຖົາຈູວັນຢູ… ຕ່າງກ່ໍເປີດໃຈ ຖ່າຍຖອດອາຊີບໃຫ້ແກ່ລາວ.
ຍ້ອນເຫດນີ້, ແບກເວີນສາມາດເກັບກຳໄດ້ທັກສະທັງໝົດ ຂອງການຂັບ “ກາຈູ່” ນັບແຕ່ບົດຮຽນອັນເປັນພື້ນຖານ ຄື ການຖອດຫາຍໃຈ, ປ່ອຍ ສຽງ, ທຽບສຽງ… ຈົນເຖິງເຕັກ ນິກທີ່ຍາກສົມຄວນໃນການຮ້ອງເພງບູຮານ, ນັບທັງການສະ ແດງສີໜ້າມະໂນພາບໃນຂະນະທຳການສະແດງ.
«
     “ກາຈູ່” ຫຼື ຍັງເອີ້ນອີກຢ່າງໜຶ່ງແມ່ນຂັບ ”ອ໊າດ່າວ” ແມ່ນຮູບແບບສິລະປະດົນຕີສະແດງພາຍໃນຫ້ອງ ທີ່ເປັນມູນ ເຊື້ອຂອງຫວຽດນາມ, ປະກົດຕົວໃນຊ່ວງທ້າຍສະ ຕະວັດທີ XV ຕົ້ນສະຕະວັດທີ XVI ແລະຂະຫຍາຍຕົວຢ່າງແຂງ ແຮງໃນຊຸມປີ 30 ຂອງສະຕະວັດກ່ອນ. “ກາຈູ່” ແມ່ນຈຸດສູງສຸດແຫ່ງການປະສານສົມທົບລະຫວ່າງກະວີ ກັບດົນຕີຢ່າງເປັນເອກະລັກ, ເຄີຍແມ່ນປະເພດດົນຕີສະແດງໃນພະລາຊະວັງ, ໄດ້ຮັບຄວາມນິຍົມຊົມຊອບຂອງຊົນຊັ້ນຂຸນນາງ ແລະ ປັນຍາຊົນ. ປີ 2009, UNESCO ຮັບຮອງວ່າ“ກາຈູ່” ແມ່ນມໍລະດົກວັດທະນະທຳທີ່ບ່ໍມີຮູບຮ່າງ ຈຳເປັນຕ້ອງໄດ້ຮັບການອະນຸລັກຮັກສາໂດຍດ່ວນ.
 »
ກ່ໍຍ້ອນການຫຼົງໄຫຼເມົາມົວກັບ “ກາຈູ່” ໄດ້ເປັນພະລັງຊຸກຍູ້ ແບກເວີນ ປຶກສາຫາລືກັບອາຈານ ຂອງຕົນແມ່ນພ່ໍເຖົ້າຈູວັນຢູ, ຮອງຫົວໜ້າກຸ່ມອາຊີບ “ກາຈູ່” ຂອງຄຸ້ມເຄີມທຽນສະໄໝກ່ອນ ເພື່ອສ້າງຕັ້ງສະໂມສອນ “ກາຈູ່” ຮ່າໂນ້ຍ.
ປີ 1991, ສະໂມສອນໄດ້ຮັບການຈັດຂຶ້ນດ້ວຍການເຂົ້າ ຮ່ວມຂອງສະມາຊິກເກືອບ 200ຄົນ ແລະ ກາຍເປັນສະໂມສອນ “ກາຈູ່” ແຫ່ງທຳອິດຢູ່ຫວຽດນາມ. ນັບແຕ່ເວລາມີສະ ໂມສອນ, ນາງແບກເວີນໄດ້ທຸ້ມເທກຳລັງກາຍ ແລະ ໃຈທັງ ໝົດເພື່ອເປີດກວ້າງ ພັດທະນາສະໂມສອນ ແຫ່ງນີ້. ນາງຈົກ ເງິນໃນຖົງຂອງຕົນ ຈັດຕັ້ງການສະແດງຟີ, ມີຄຳເຊື້ອເຊີນ ແລະ ໄປຮັບແລ້ວ ສົ່ງສິລະປິນເມື່ອທຳການສະແດງໂດຍ ລາວເອງ. ບ່ໍພຽງແຕ່ເທົ່ານັ້ນ, ລາວຍັງເປີດຫ້ອງສອນຂັບ “ກາຈູ່” ໃຫ້ແກ່ລຸ້ນໜຸ່ມ, ຊ່ວຍກົມສິລະປະການສະ ແດງຂອງກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຈັດ ຕັ້ງງານຊຸມນຸມ “ກາຈູ່”, ຈັດຕັ້ງບັນດາການສຳມະນາກ່ຽວ ກັບ ຂັບ“ກາຈູ່”.
ພິເສດ, ນາງໄດ້ປະກອບສ່ວນຢ່າງໃຫຍ່ຫຼວງທາງດ້ານເຫື່ອ ແຮງ ກ່ໍຄື ເອກະສານເພື່ອຊ່ວຍໃຫ້ ກົມມໍລະດົກວັດທະນະ ທຳ ສຳເລັດສຳນວນເອກະສານກ່ຽວກັບມໍລະດົກ ຂັບ“ກາຈູ່” ເພື່ອຍື່ນ ສະເຫນີຕໍ່ UNESCO ແລະ ແລ້ວໃນປີ 2010, UNESCO ໃຫ້ການຮັບຮອງ“ກາຈູ່” ແມ່ນ ມໍລະດົກວັດທະນະທຳທີ່ບ່ໍມີຮູບຮ່າງ ຈຳເປັນ ຕ້ອງໄດ້ຮັບການປົກປ້ອງຮີບດ່ວນ ຢ່າງເປັນທາງການ.
ບ່ໍພຽງແຕ່ຊອກຫາຮ່ຳຮຽນນຳສິລະປິນລຸ້ນຄົນກ່ອນ, ສິລະປິນແບກເວີນຍັງໝົກໝຸ້ນກັບການຄົ້ນຄວ້າຮ່ຳຮຽນຕາມລະບົບທີ່ເປັນແບບແຜນ. ນາງໄດ້ປ້ອງກັນ ບົດວິທະຍານິພົນປະລິນຍາຕີກ່ຽວກັບ “ກາຈູ່” ທີ່ສະຖາບັນ ຄົ້ນຄວ້າວັດທະນະທຳ ຢ່າງສຳເລັດຜົນ ແລະ ໃນບ່ໍດົນນີ້ ກ່ໍຈະສືບຕ່ໍ ທຳການປ້ອງກັນບົດວິທະຍານິພົນປະລິນຍາເອກທີ່ສະຖາບັນວິທະຍາສາດສັງຄົມອີກດ້ວຍ.
ດ້ວຍການອຸທິດຢ່າງບ່ໍຮູ້ອິດຮູ້ເມື່ອຍໃຫ້ແກ່ສິລະປະ ປະເພດ “ກາຈູ່”, ປີ 2012 ສິລະປິນແບກເວີນມີກຽດໄດ້ຮັບນາມມະຍົດສິລະປິນດີເດັ່ນ ໂດຍລັດປະດັບໃຫ້. ເຖິງວ່າ ໄດ້ປະສົບ ຜົນສຳເລັດຫຼາຍຢ່າງ ທັງໄດ້ຮັບບັນດານາມມະຍົດອັນສູງສົ່ງ ແຕ່ສິລະປິນແບກເວີນຍັງຕິດຕ້ອຍ ຫ້ອຍຕາມກັບວຽກງານການປົກປັກຮັກສາ ແລະ ພັດທະນາສິລະປະຂັບ “ກາຈູ່”, ເພາະລາວເຂົ້າໃຈກວ່າ ເພິ່ນວ່າ, “ກາຈູ່” ແມ່ນມໍລະດົກ ທີ່ຈຳເປັນຕ້ອງໄດ້ຮັບການປົກປ້ອງໂດຍດ່ວນຂອງມະ ນຸດ.
ບົດ: ຫວິ້ງຮືງ - ພາບ : ຈິ້ງວັນໂບ້

bichlien

ນັກສິລະປິນ ລະນາດຫີນ ອາຮີວນ

ນັກສິລະປິນ ລະນາດຫີນ ອາຮີວນ

ອາຮີວນ ບໍ່ໄດ້ຮຽນດົນຕີໃນໂຮງຮຽນໃດ, ບໍ່ໄດ້ຮັບການສິດສອນ ຈາກໃຜ, ແຕ່ຍ້ອນສຽງ ເຕີຣຶງ, ຕີງນິງ, ກະນີ, ລະນາດຫີນ... ຄືດັ່ງເວດມົນ ທີ່ບໍ່ມີຕົວຕົນ ດຶງດູດຫົວໃຈ ຂອງ ລາວ, ປຸກແປວໄພ ແຫ່ງຄວາມຫຼົງໄຫຼ ແລ້ວນຳພາ ໃຫ້ລາວ ກາຍເປັນນັກສິລະປິນ ໜຸ່ມດີເດັ່ນ ທີ່ສາມາດປະດິດສ້າງ ແລະ ຫຼິ້ນເຄື່ອງດົນຕີ ບູຮານທຸກປະເພດ ຂອງ ຊາວເຜົ່າ ຢາຣາຍ.

Top