• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສານອວຍພອນວັນຊາດລາວ


ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ແລະ ທ່ານ​ເລຂາທິການ​ໃຫຍ່
ປະທານ​ປະ​ເທດ​ ລາວ ບຸນ​ຍັງ ວໍລະ​ຈິດ

      ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີມສະຫຼອງ​ວັນຊາດ​ແຫ່ງ​ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ ລາວ ຄົບຮອບ 41 ປີ (02/12/1975 – 02/12/2016), ວັນ​ທີ 01/12 ທ່ານ​ເລຂາທິການ​ໃຫຍ່​ຄະ​ນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ​ຈ້ອງ, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈີ່ນ​ດ້າຍ​ກວາງ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ​ແລະ ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ ​ໄດ​້ສົ່ງ​ສານ​ອວຍພອນ​ເຖິງ​ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ ລາວ, ປະທານ​ປະ​ເທດ​ແຫ່ງ​ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ ລາວ ບຸນ​ຍັງ ວໍລະ​ຈິດ, ທ່ານ​ນາຍົກລັດຖະມົນຕີ​ແຫ່ງ​ສາທາລະນະ​ລັດ​ ປະຊາທິປະ​ໄຕ ປະຊາຊົນ ລາວ ທອງ​ລຸນ ສີ​ສຸ​ລີດ ​ແລະ ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ​ແຫ່ງ​ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ ລາວ ປານີ ຢາ​ທໍ່​ຕູ້. ​ເນື້ອ​ໃນ​ສານ​ອວຍພອນມີ​ຕອນ​ຂຽນ​ວ່າ
        “ພວກ​ຂ້າພະ​ເຈົ້າ​ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​ທີ່​ສຸດ ​ເມື່ອ​ເຫັນ​ວ່າ​ໃນ 41 ປີຜ່ານມາ, ດ້ວຍ​ນ້ຳ​ໃຈ​ຮັກຊາດຢ່າງລົ້ນ​ເຫຼືອແລະ ມູນ​ເຊື້​ອປະຕິວັດອົງອາດ​ກ້າຫານ, ປະຊາຊົນ​ ລາວ ບັນດາ​ເຜົ່າອ້າຍ​ນ້ອງ ຍາດ​ໄດ້​ບັນດາ​ໄຊ​ຊະນະ​ຍິ່ງ​ໃຫຍ່​ໃນ​ພາລະກິດ​ປົກ​ປັກ​ຮັກສາ ​ແລະ ສ້າງ​ປະ​ເທດ​ຊາດ, ຄວາມ​ສະຫງົບ​ປອດ​ໄພ ​ແລະ ສະຖຽນ​ລະ​ພາບດ້ານ​ການ​ເມືອງ​ໄດ້​ຮັບ​ການຮັກສາ​ຢ່າງ​ໝັ້ນຄົງ, ​ເສດຖະກິດ​ເຕີບ​ໂຕ​ດ້ວຍ​ລະດັບ​ສູງ, ຊີວິດ​ທາງ​ດ້ານ​ລັດ​ຖຸ ​ແລະ ຈິດ​ໃຈ​ຂອງ​ປະຊາຊົນ​ໄດ້​ຮັບ​ການ​ປັບປຸງ​ຢ່າງ​ບໍ່​ຢຸດ​ຢັ້ງ. ພິ​ເສດ​ແມ່ນ​ໃນ​ປີ 2016 ລາວ​​ ໄດ້ຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່​ທົ່ວ​ປະ​ເທດຄັ້ງ​ທີ 10 ຂອງ​ພັກ​ປະຊາຊົນ​ປະຕິວັດ ລາວ ສຳ​ເລັດຜົນ, ການ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 8 ​ແລະ ສະມາຊິກ​ສະພາ​ປະຊາຊົນ​ຂັ້ນ​ແຂວງ / ນະຄອນ ​ໄດ້ປະສົບ​ຜົນ​ສຳ​ເລັດ​ຢ່າງ​ຈົບງາມ; ພ້ອມ​ທັງ ຮັບ​ບົດບາດ​ເປັນ​ປະທານ ອາ​ຊຽນ ຢ່າງ​ມີ​ໄຊ ​ແນ​ໃສ່​ຍົກ​ສູງ​ບົດບາດ ​ແລະ ທີ່​ຕັ້ງ​ຂອງ ລາວ ຢູ່ພາກ​ພື້ນ ​ແລະ ​ໃນ​ໂລກ​ຢ່າງ​ບໍ່​ຢຸດ​ຢັ້ງ.​”
        ​ແລະ​ໃນ​ວັນ​ດຽວ​ກັນ ທ່ານ​ຮອງ​ນາຍົກລັດຖະມົນຕີ ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບີ​ງ ມິນ ​ແລະ ທ່ານຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດສູນ​ກາງພັກ ຮ່ວາງ​ບີ​ງກວນ ​ກໍ່​ສົ່ງ​ສານ​ອວຍພອນ​ເຖິງ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ລາວ ​ແລະ ຫົວໜ້າ​ຄະນະ​​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ ລາວ.
(ແຫຼ່ງຄັດຈາກ VOV)

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ຕອນເຊົ້າວັນທີ 18 ເມສາ ກົງກັບວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ ເປັນວັນບຸນບູຊາເຈົ້າຊີວິດຮຸ່ງ, ຫຼາຍທ້ອງຖິ່ນໃນທົ່ວປະເທດ ໄດ້ຈັດພິທີບູຊາເຈົ້າຊີວິດຮຸ່ງ, ແນໃສ່ສະແດງຄວາມຮູ້ບຸນຄຸນບັນດາເຈົ້າຊີວິດຮຸ່ງທີ່ໄດ້ມີຄຸນງາມຄວາມດີໃນການສ້າງສາປະເທດຊາດ.

Top