• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສານອວຍພອນຂອງການນຳຂັ້ນສູງຫວຽດນມ-ກຳປູເຈຍ

      ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແລະ ລາຊະອານາຈັກ ກຳປູເຈຍ (24/6/1967-24/6/2017) ແລະ ຄຳນັບຮັບຕ້ອນປີແຫ່ງຄວາມມິດຕະພາບ ຫວຽດນາມ - ກຳປູເຈຍ 2017, ການນຳຂັ້ນສູງສອງປະເທດໄດ້ແລກປ່ຽນສານອວຍພອນນຳກັນ.

ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກີມເງິນ
ຕ້ອນຮັບທ່ານປະທານສະພາແຫ່ງຊາດ ກຳປູເຈຍ Samdech Heng Samrin
      ທາງຝ່າຍ ຫວຽດນາມ,   ໃນສານອວຍພອນທີ່ສົ່ງເຖິງການນຳ ລາຊະອານາຈັກ ກຳປູເຈຍ. ບັນດາການນຳ ຫວຽດນາມ  ສະແດງຄວາມພາກພູມໃຈຕໍ່ການພັດທະນາອັນດີງາມຂອງການພົວພັນ ຫວຽດນາມ - ກຳປູເຈຍ ໃນ 50 ປີຜ່ານມາ; ແລະ ຢືນຢັນເຖິງວ່າໄດ້ຜ່ານຜ່າບັນດາໄລຍະທີ່ຫຍຸ້ງຍາກ ແລະ ການທ້າທາຍຫຼາຍຢ່າງກໍ່ຕາມ, ແຕ່ປະຊາຊົນສອງປະເທດຍາມໃດກໍ່ສາມັກຄີກັນ, ຮຽງບ່າຮຽງໄຫຼ່ກັນ, ສະຫງວນການສະໜັບສະໜູນ, ການຊ່ວຍເຫຼືອກັນໃນພາລະກິດຕໍ່ສູ້ປົກປ່ອຍຊາດໃນເມື່ອກ່ອນ ກໍ່ຄືໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດຂອງແຕ່ລະປະເທດໃນປະຈຸບັນ, ພ້ອມທັງຢືນຢັນວ່າ, ນີ້ແມ່ນຊັບສົມບັດອັນລຳ້ຄ່າ, ເຊິ່ງສອງປະເທດຄວນສືບຕໍ່ຮັກສາໄວ້ ແລະ ເພີ່ມພູນຄູນສ້າງ; ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ, ສາຍພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ໝັ້ນຄົງ, ຍາວນານລະຫວ່າງສອງປະເທດຈະສືບຕໍ່ໄດ້ຮັບການປັບປຸງ ແລະ ພັດທະນາ, ເພື່ອຜົນປະໂຫຍດ ລວມຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາໃນພາກພື້ນ ແລະ ຢູ່ໃນໂລກ.
        ສ່ວນທາງຝ່າຍກຳປູເຈຍ, ໃນສານອວຍພອນທີ່ສົ່ງເຖິງການນຳ ຫວຽດນາມ, ການນຳ ກຳປູເຈຍ ໄດ້ເນັ້ນໜັກວ່າ, ການພົວພັນ ກຳປູເຈຍ - ຫວຽດນາມ ມີປະຫວັດຄວາມເປັນມານັບຮ້ອຍປີ, ປະຊາຊົນສອງປະເທດໄດ້ພ້ອມກັນຜ່ານຜ່າບັນດາໄລຍະຫຍຸ້ງຍາກ, ລຳບາກທີ່ສຸດ ແລະ ສາຍພົວພັນປະຫວັດສາດອັນເຂັ້ມແຂງນີ້, ແມ່ນອີງໃສ່ນຳ້ໃຈມິດຕະພາບ ແລະ ຄວາມເຄົາລົບນັບຖືເຊິ່ງກັນ ແລະ ກັນ, ສ້າງພື້ນຖານທີ່ໝັ້ນຄົງໃຫ້ແກ່ສາຍພົວພັນຮ່ວມມືສອງຝ່າຍໃນປະຈຸບັນຢ່າງແໜ້ນແຟ້ນ, ຕາມທິດນຳທີ່ວ່າ: “ບ້ານໃກ້ເຮືອນຄຽງທີ່ດີ, ນຳ້ໃຈມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ໝັ້ນຄົງຍາວນານ“; ພ້ອມທັງຢືນຢັນວ່າ, ກຳປູເຈຍຈະຈົດຈຳການຊ່ວຍເຫຼືອ, ການເສຍສະຫຼະຂອງປະຊາຊົນ ຫວຽດນາມ ໃນພາລະກິດປົດປ່ອຍປະຊາຊົນ ກຳປູເຈຍ ອອກຈາກໄພດັບສູນເຊື້ອຊາດ ຕະຫຼາດໄປ.
(ແຫຼ່ງຄັດຈາກ VOV)

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງອົດກັ້ນ, ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ພ້ອມກັບປະກອບສວ່ນເຂົ້າການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ທະເລຕາເວັນອອກ.

Top