• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

ສາດສະດາຈານຄະນິດສາດ ໜຸ່ມນ້ອຍທີ່ສຸດຫວຽດນາມ

ໃນຈຳນວນ 34 ຄົນທີ່ໄດ້ຮັບນາມມະຍົດເປັນ ສາດສະດາຈານເມື່ອປີ 2011, ອາຈານ ຫງວຽນກວາງ ຢ້ຽວ ເປັນຜູ້ທີ່ມີອາຍຸນ້ອຍກວ່າໝູ່, ລາວໄດ້ຮັບ ນາມມະຍົດເປັນ ສາດສະດາຈານຄະນິດສາດ ເມື່ອ ອາຍຸຫາກໍໄດ້ 37 ປີ ແລະ ກາຍເປັນ ສາດສະດາຈານ ຜູ້ທີ່ໜຸ່ມນ້ອຍ ທີ່ສຸດຢູ່ຫວຽດນາມ ໃນປະຈຸບັນ.

 

ພິເສດເມື່ອປີ 2007, ອາຈານ ຫງວຽນກວາງຢ້ຽວ ກໍເປັນ ຮອງສາດສະດາຈານຜູ້ທີ່ໜຸ່ມນ້ອຍທີ່ສຸດຂອງຫວຽດນາມ. ທຸກຄົນອາດຈະຄິດວ່າ,ຜູ້ທີ່ເປັນສາດສະດາຈານຕ້ອງແມ່ນອາຈານ, ນັກວິທະຍາສາດທີ່ໜ້ານັບຖືດ້ວຍສີຜົມຫງອກ, ແຕ່ບໍ່ມີຈັກຄົນຮູ້ໄດ້ວ່ານາມມະຍົດທີ່ສູງສົ່ງດັ່ງກ່າວ ໄດ້ມອບໃຫ້ນັກວິທະຍາສາດຄົນໜຶ່ງທີ່ມີອາຍຸໜຸ່ມນ້ອຍຄືອາຈານ ຫງວຽນກວາງຢ້ຽວ. ສິ່ງດັ່ງກ່າວສະແດງໃຫ້ເຫັນຄວາມ ສາມາດກໍຄືການ ປະກອບສ່ວນແບບພິເສດຂອງລາວໃຫ້ແກ່ຂະແໜງວິທະຍາສາດຂອງປະເທດຊາດ.

ນັກຄະນິດສາດ ຫງວຽນກວາງຢ້ຽວ ໄດ້ຮັບນາມມະຍົດເປັນສາດສະດາຈານເມື່ອອາຍຸ 37 ປີ ແລະ ກາຍເປັນ
ສາດສະດາຈານຜູ້ທີ່ໝຸ່ມນ້ອຍທີ່ສຸດຢູ່ຫວຽດນາມໃນປະຈຸບັນ


ມຸນໜຶ່ງໃນຫ້ອງການຂອງ ສຈ. ຫງວຽນກວາງຢ້ຽວ

ເທິງຕູ້ໜັງສືຂອງ ສຈ. ຫງວຽນກວາງຢ້ຽວ ມີປື້ມກ່ຽວກັບຄະນິດສາດຂອງຕ່າງປະເທດຫຼາຍຫົວ.
ອາຈານ ຫງວຽນກວາງຢ້ຽວ ເກີດມາຢູ່ໃນຄອບຄົວໜຶ່ງທີ່ມີມູນເຊື້ອໃນການຄົ້ນຄວ້າວິທະຍາສາດ, ພໍ່ລາວເປັນສາດສະດາຈານຄະນິດສາດຂອງ ມະຫາວິທະຍາໄລສ້າງຄູ ຮ່າໂນ້ຍ, ສະນັ້ນ ລາວຈຶ່ງມີເງື່ອນໄຂເພື່ອສຳຜັດ ກັບຄະນິດສາດຕັ້ງແຕ່ຍາມນ້ອຍ, ແຕ່ລາວເລີ່ມລົງມື ຄົ້ນຄວ້າ ຄະນິດສາດຂັ້ນສູງໃນຊຸມປີສຸດທ້າຍຢູ່ຂະແໜງຄະນິດສາດ-ກົນຈັກ-ຄອມພິວເຕີຂອງມະຫາວິທະຍາໄລສັງລວມຮ່າໂນ້ຍ (ປະຈຸບັນແມ່ນ ມະຫາວິທະຍາໄລວິທະຍາສາດ, ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ). ຫຼັງຈາກນັ້ນ ໂຊກດີ ທີ່ລາວຖືກສົ່ງໄປ ຝຣັ່ງ ເພື່ອຂຽນບົດ ວິທະຍາ ນິພົນປະລິນຍາເອກຂະແໜງຄະນິດສາດທີ່ມະຫາວິທະຍາໄລ Toulouse 3 (ຝຣັ່ງ) ພາຍໃຕ້ການແນະນຳຂອງ ສຈ. ໂດ໋ດຶກຖາຍ (ມະຫາວິທະຍາໄລສ້າງຄູ ຮ່າໂນ້ຍ) ແລະ ສຈ. Pascal Thomas (ມະຫາວິທະຍາໄລ Toulouse 3).
ເດືອນມິຖຸນາ 2000, ອາຈານ ຫງວຽນກວາງຢ້ຽວ ສຳເລັດການປ້ອງກັນບົດວິທະຍານິພົນປະລິນຍາເອກຂະແໜງຄະນິດສາດ. ຖັດມາ, ເດືອນພະຈິກ 2006, ກໍຢູ່ມະຫາວິທະຍາໄລ Toulouse 3, ລາວສຳເລັດ ການປ້ອງກັນໃບປະກາດສະນີຍະບັດ Habilitation Diriger des Recherches, ເປັນໃບປະກາດຊະນິດໜຶ່ງຂອງລະດັບການສຶກສາຂັ້ນມະຫາວິທະຍາໄລທີ່ ຝຣັ່ງ ໄດ້ຖືເປັນມາດຕະຖານ ເພື່ອແຕ່ງຕັ້ງສາດສະດາຈານ, ຮັບຜິດຊອບນັກຄົ້ນຄວ້າກຸ່ມໜຶ່ງ, ແນະນຳ ຫຼື ຂຽນບົດຕີລາຄາຄຸນນະພາບຂອງບົດວິທະຍານິພົມປະລິນຍາເອກ. ທ້າຍປີ 2007, ລາວກັບຄືນປະເທດ ແລະ ໄດ້ຮັບການແຕ່ງຕັ້ງເປັນຮອງສາດສະດາຈານຂອງມະຫາວິທະຍາໄລສ້າງຄູ ຮ່າໂນ້ຍ.
ແຕ່ເດືອນກັນຍາ 2007 ຫາເດືອນສິງຫາ 2009, ລາວຖືກເຊີນເປັນຜູ້ຮ່ວມງານດ້ານວິທະຍາສາດຢູ່ມະຫາວິທະຍາໄລແຫ່ງຊາດ ເຊອູນ ແລະ ມະຫາວິທະຍາໄລແຫ່ງຊາດຈຸງນາມ (ສ.ເກົາຫຼີ). ຢູ່ທີ່ນີ້ ລາວໄດ້ເອົາໃຈໃສ່ໃນການຄົ້ນຄວ້າ “ທິດສະດີຕົວຊີ້ບອກ ແລະ ແກ້ສົມຜົນ d ລວງຂວາງ ກັບການຕີລາຄາ”. ນີ້ເປັນຂົງເຂດທີ່ຍັງໃໝ່ຢູ່ຫວຽດນາມ ແລະ ລາວໄດ້ຮັບຖືວ່າເປັນຜູ້ທຳອິດທີ່ໄດ້ຮັບຜົນສຳເລັດໃນການ
ຄົ້ນຄວ້າໃນຂົງເຂດດັ່ງກ່າວ. ໃນວິວັດການຄົ້ນຄວ້າ, ລາວຍັງມີບົດຂຽນ ວິທະຍາສາດ 35 ບົດ, ໃນນັ້ນ ມີ 4 ບົດໄດ້ລົງຢູ່ໃນ ບັນດາ ວາລະສານແຫ່ງຊາດ ແລະ 30 ບົດໄດ້ລົງຢູ່ໃນບັນດາວາລະສານວິທະຍາສາດແຖວໜ້າຂອງໂລກ ໃນຄໍລຳ SCI ແລະ SCIE. ນີ້ໄດ້ຮັບຖືວ່າເປັນຜົນງານທີ່ສ້າງສັນຍາລັກພິເສດໃຫ້ແກ່ຊຸດສຳເນົາສະເໜີເປັນສາດສະດາຈານຂອງລາວຕໍ່ສະພາກຳນົດນາມ ສາດສະດາຈານ ແຫ່ງລັດ.
ສິ່ງທີ່ໜ້າຈັບໃຈແມ່ນທັງສອງເທື່ອໄດ້ຮັບນາມມະຍົດຮອງສາດສະດາຈານ ແລະ ສາດສະດາຈານ, ລາວກໍບໍ່ມາເຂົ້າຮ່ວມຍ້ອນກຳລັງຄາວຽກ ຢູ່ຕ່າງປະເທດ. ມື້ທີ່ໄດ້ຮັບນາມມະຍົດເປັນສາດສະດາຈານ, ລາວກໍກຳລັງໄປເຮັດວຽກຢູ່ສະຖາບັນຄົ້ນຄວ້າຄະນິດສາດ Max-Planck (ເຢຍລະມັນ) ສະນັ້ນ ຈຶ່ງບໍ່ທັນກັບມາເຂົ້າຮ່ວມ.

ສຈ. ຫງວຽນກວາງຢ້ຽວ (ນັ່ງໂຕະທຳອິດ) ໃນການປະຊຸມ
ປະຈຳອາທິດຂອງຂະແໜງຄະນິດສາດ-ຄອມຜິວເຕີ, ມະຫາວິທະຍາໄລສ້າງຄູຮ່າໂນ້ຍ

ສຈ. ຫງວຽນກວາງຢ້ຽວ ໃນຊົ່ວໂມງສອນກັບ ບັນດານັກຮຽນຂອງຫ້ອງຮຽນປະລິນຍາໂທ

ສຈ. ຫງວຽນກວາງຢ້ຽວ ແລະ ບັນດານັກຮຽນຂອງຕົ້ນ

ສາດສະດາຈານ ແລະ ລູກສາວ
ສຈ. ຫງວຽນກວາງຢ້ຽວ ໃຫ້ຮູ້ວ່າ ລາວໂຊກດີຫຼາຍ ທີ່ໄດ້ຮັບການຊ່ວຍເຫຼືອຈາກອາຈານ ໂດ໋ດຶກຖາຍ ແລະ ຫງວຽນແທງເວີນ ໃນການສຳຜັດ ແລະ ຮູ້ຈັກກັບ ຄະນິດສາດສະໄໝປະຈຸບັນ. ພິເສດ, ສຈ. Pascal Thomas ຢູ່ມະຫາວິທະຍາໄລ Toulouse 3 ແນະນຳລາວ ຂຽນບົດວິທະຍານິພົນປະລິນຍາເອກ ຂະແໜງຄະນິດສາດຢູ່ ຝຣັ່ງ ຢ່າງສຸດອົກສຸດໃຈ, ເພິ່ນຍັງສອນໃຫ້ລາວຮູ້ວິທີແກ້ເລກທີ່ດີ, ແບບ ທັນສະໄໝ, ນັ້ນຄືຕັ້ງຄຳຖາມນ້ອຍໆ ຕໍ່ບັນຫາໜຶ່ງ ທີ່ໃຫຍ່ ແລະ ຮູ້ເຮັດໃຫ້ສິ່ງທີ່ສັບສົນກາຍເປັນ ສິ່ງທີ່ງ່າຍດາຍ ແລະ ລະອຽດ, ສິ່ງດັ່ງກ່າວ ແມ່ນລາວ ນຳໃຊ້ຢ່າງມີປະສິດພິຜົນໃນເວລາສອນນັກຮຽນຂອງຕົນຢູ່ມະຫາວິທະຍາໄລຫຼາຍແຫ່ງ. ສຳລັບ ສຈ. ຫງວຽນກວາງຢ້ຽວ, ຜູ້ທີ່ຮຽນເລກຕ້ອງ “ຢາກຊອກຮູ້ຊອກເຫັນ” ແລະ ສະສົມຄວາມຮູ້ໃຫ້ຕົນເອງເພື່ອເອົາມາໃຊ້ໃນເວລາທີ່ຕ້ອງການ. ອາດຈະແມ່ນອາໄສ ສິ່ງດັ່ງກ່າວນັ້ນ, ໃນຄັ້ງທີ່ທຳການຄົ້ນຄວ້າກັບສາດສະດາຈານຍີ່ປຸ່ນຄົນໜຶ່ງ, ລາວໄດ້ນຳໃຊ້ບົດຮຽນເກົ່າເພື່ອແກ້ບັນດາບົດເລກຍາກ, ໃນເວລານັ້ນ ສາດສະດາຈານຄົນນັ້ນ ກະວົນກະວາຍຍ້ອນບໍ່ຮູ້ຕ້ອງແກ້ຄືແນວໃດ.
ປະຈຸບັນ, ສຈ. ຫງວຽນກວາງຢ້ຽວ ເປັນຮອງຫົວໜ້າ ວິຊາທິດສະດີຕຳລາ, ຂະແໜງຄະນິດສາດ-ຄອມພິວເຕີ, ມະຫາວິທະຍາໄລສ້າງຄູ ຮ່າໂນ້ຍ. ດ້ວຍຄວາມສາມາດ, ການເຮັດວຽກຢ່າງສຸດອົກສຸດໃຈຂອງຕົນ, ສຈ. ຫງວຽນກວາງຢ້ຽວ ໝັ້ນໝາຍຈະສືບຕໍ່ປະກອບສ່ວນໃຫ້ແກ່ ຂະແໜງຄະນິດສາດຫວຽດນາມ, ເປັນຕົ້ນແມ່ນໃນເວລານາຍົກລັດຖະມົນຕີແຫ່ງ ສສ. ຫວຽດນາມ ຮັບຮອງໃຫ້ຂະແໜງຄະນິດສາດຫວຽດນາມ ເປັນແຜນການພັດທະນາສຳຄັນຂອງປະເທດຊາດ.

5 ກິດຈະກຳຄະນິດສາດທີ່ດີເດັ່ນຂອງ ສຈ. ຫງວຽນກວາງຢ້ຽວ ໄດ້ພິມຈຳໜ່າຍໃນບັນດາວາລະສານ
ກ່ຽວກັບວິທະຍາສາດທີ່ມີຊື່ສຽງຂອງ ຝຣັ່ງ, ອາເມລິກາ ແລະ ຍີ່ປຸ່ນ:

1- Jensen measures and unbounded B-regular domains , Annales Inst. Fourier 2008.
2- Toeplitz operators on bounded domain in C, Proceedings of American Math. Soc. 2011.
3- d-bar equations with Donnely-Feferfemann estimates, Osaka Journal of Math, 2009.
4- Local polynomial convexity of graphs, Michigan Math. Journal, 2009.
5- Peron-Bremermann envelopes on bounded domains, International Journal of Math, 2007
 
ບົດ: ຖາວວີ - ພາບ: ຫວຽດເກື່ອງ

bdLao

ນັກສິລະປິນ ລະນາດຫີນ ອາຮີວນ

ນັກສິລະປິນ ລະນາດຫີນ ອາຮີວນ

ອາຮີວນ ບໍ່ໄດ້ຮຽນດົນຕີໃນໂຮງຮຽນໃດ, ບໍ່ໄດ້ຮັບການສິດສອນ ຈາກໃຜ, ແຕ່ຍ້ອນສຽງ ເຕີຣຶງ, ຕີງນິງ, ກະນີ, ລະນາດຫີນ... ຄືດັ່ງເວດມົນ ທີ່ບໍ່ມີຕົວຕົນ ດຶງດູດຫົວໃຈ ຂອງ ລາວ, ປຸກແປວໄພ ແຫ່ງຄວາມຫຼົງໄຫຼ ແລ້ວນຳພາ ໃຫ້ລາວ ກາຍເປັນນັກສິລະປິນ ໜຸ່ມດີເດັ່ນ ທີ່ສາມາດປະດິດສ້າງ ແລະ ຫຼິ້ນເຄື່ອງດົນຕີ ບູຮານທຸກປະເພດ ຂອງ ຊາວເຜົ່າ ຢາຣາຍ.

Top