• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສາຍພົວພັນຫວຽດນາມ-ກູບາແມ່ນມໍລະດົກອັນລ້ຳຄ່າຂອງສອງປະເທດ


ທ່ານ​ປະທານ Fidel Castro ຍາມ​ໃດ​
ກໍ່​ສະຫງວນ​ອາລົມ​ຈິດ​ພິ​ເສດ​ໃຫ້​ແກ່ ຫວຽດນາມ
(ພາບເອ​ກະ​ສານ: TTXVN)
      ເມື່ອ​ຍັງ​ມີ​ຊີວິດ, ທ່ານ​ປະທານ Fidel Castro ຍາມ​ໃດ​ກໍ່​ສະຫງວນ​ອາລົມ​ຈິດ​ພິ​ເສດ​ໃຫ້​ແກ່ ຫວຽດນາມ. ພາຍຫຼັງ​ການ​ປະຕິວັດ ກູ​ບາ ຍາດ​ໄດ້​ໄຊຊະນະ, ກູ​ບາ ​ແມ່ນ​ປະ​ເທດ​ທຳ​ອິດ​ທີ່​ໄດ້​ສ້າງ​ຕັ້ງ​ຄະນະ​ກຳມະການ​ສາມັກຄີ​ກັບ​ແນວ​ໂຮມ​ປົດ​ປ່ອຍ​ຊາດ​ພາກ​ໃຕ້ ຫວຽດນາມ. ​ແລະ ​ໃນ​ຕະຫຼອດ​ໄລຍະ​ສົງຄາມ ກໍ່​ຄື​ພາຍຫຼັງ​ທີ່ ຫວຽດນາມ​ຍາດ​ໄດ້​ໄຊຊະນະ​ເມື່ອ​ປີ 1975, ກູ​ບາ ຍັງ​ຄົງ​ສືບ​ຕໍ່​ໃຫ້ການ​ສະໜັບສະໜູນ ຫວຽດນາມ​ໃນ​ຫຼາຍ​ດ້ານ. ປີ 1973, Fidel Castro ​ແມ່ນ​ປະມຸກ​ລັດ​ຕ່າງປະ​ເທດຜູ້​ທຳ​ອິດ ​ແລະ ​ເປັນ​ຜູ້​ໜຶ່ງ​ດຽວ​ໄດ້​ມາ​ຢ້ຽມຢາມ​ເຂດ​ປົດ​ປ່ອຍ ຫວຽດນາມ. ຢູ່​ທີ່​ນີ້​ຮູບ​ພາບ​ທ່ານ​ຍົກ​ສູງ​ຄັນ​ທຸງ​ຂອງ​ແນວ​ໂຮມ​ປົດ​ປ່ອຍ​ຊາດ​ພາກ​ໃຕ້ ຫວຽດນາມ ​ໄດ້​ກາຍ​ເປັນ​ແຫຼ່ງປຸກລະດົມ​ກຳລັງ​ໃຈ​ໃຫ້​ບັນດາ​ນັກຮົບ​ປະຕິວັດ ຫວຽດນາມ ​ເວລາ​ນັ້ນ. ກໍ່​ຄື​ຄຳ​ເວົ້າ​ອະມະຕະ​ຂອງ Fidel Castro​ ທີ່​ວ່າ:“​ເພື່ອ ຫວຽດນາມ, ກູ​ບາ ​ພ້ອມ​ແລ້ວທີ່​ຈະ​ສະຫງວນ​ທັງ​ເລືອດ​ເນື້ອ​ຂອງ​ຕົນ“ ​ໄດ້​ຮັບ​ການ​ພິສູດ ​ແລະ ກ້າວ​ເຂົ້າ​ສູ່​ປະຫວັດສາດ​ແຫ່ງ​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ.
      ຫວຽດນາມ ​ແລະ ກູ​ບາ ມີ​ສາຍ​ພົວພັນ​ຖານ​ອ້າຍ​ນ້ອງ​ອັນ​ສະໜິດ​ຕິດ​ພັນ​ກັນ ​ເຊິ່ງ​ໄດ້​ຮັບ​ການ​ສ້າງ​ຕັ້ງ ​ແລະ ພັດທະນາ​ໃນ​ຕະຫຼອດ 50 ປີຜ່ານມາ. ​ໃນ​ຕະຫຼອດ​ໄລຍະ​ສົງ​ຄາມ, ຍາມ​ໃດ ກູ​ບາ ກໍ່​ສະໜັບສະໜູນ ຫວຽດນາມ ທັງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ. ​ໃນ​ຕະ​ຫຼອດ​ຊຸມ​ປີ 60 ​ແລະ 70 ​ເມື່ອ​ປະ​ເທດ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ນັ້ນ, ​ ​ມີ​ນັກ​ສຶກສາ ຫວຽດນາມ 1000 ກວ່າ​ຄົນ ​ໄດ້​ຮັບທຶນ​ສຶກສາມາ​ຮຳ່ຮຽນ​ຢູ່ ກູ​ບາ. ສຳລັບ​ອະດີດ​ນັກ​ສຶກສາ​ນັ້ນ, ຮູບ​ພາບ​ປະທານ Fidel Castro ຍາມ​ໃດ​ກໍ່​ຝັງ​ເລິກ​ຢູ່​ໃນ​ໃຈ​ຂອງ​ເຂົາ​ເຈົ້າ​ຕະຫຼອດ. ປ້າ ຫງວຽນ​ທິ​ໂລກ, ຜູ້​ທີ່​ເຄີຍ​ຮຽນ​ຢູ່ ກູ​ບາ ​ໃນ​ຊຸມ​ປີ 1960, ​ໄດ້​ແບ່ງປັນ​ດ້ວຍ​ຄວາມ​ສະ​ເທືອ​ນ​ໃຈ​ວ່າ:
      “​ເມື່ອ​ໄດ້​ຮັບ​ຂ່າວ​ປະທານ Fidel Castro ​ເຖິງ​ແກ່​ມໍລະນະ​ກຳ, ພວກ​ຂ້າພະ​ເຈົ້າ​ຮູ້ສຶກ​​ໂສກ​ເສົ້າ​ເສຍດາຍຄື​ດັ່ງ​ຍາດຕິ​ພີ່ນ້ອງ​ໃນ​ຄອບຄົວ​ຂອງ​ຕົນ​ໄດ້​ລ່ວງ​ລັບ​ໄປ. ​ເຖິງ​ວ່າ​ນີ້ ​ແມ່ນ​ກົດ​ເກັນ​ທຳ​ມະ​ຊາດ, ​ແຕ່​ພວກ​ຂ້າພະ​ເຈົ້າ​ຍັງ​ຮູ້​ສື​ກ​ໂສກ​ເສົ້າ ​ແລະ ມັນ​ໄດ້​ເຮັດ​ໃຫ້​ພວກ​ຂ້າພະ​ເຈົ້າຫວນ​ຄືນ​ຊຸມ​ປີ​​ເດືອນ​ທີ່​ໄດ້​ດຳລົງ​ຊີວິດ ​ແລະ ຮຳ່ຮຽນ​ຢູ່ La Havana“.
      ທ່ານ ຫງວຽນ​ວັນ​ບັກ, ຜູ້​ທີ່​ເຄີຍ​ຮຳ່ຮຽນ ​ແລະ ​ເຮັດ​ວຽກ​ຢູ່ ກູ​ບາ ​ໃນ​ຊຸມ​ປີ 70 ກໍ່​ໄດ້​ແບ່ງປັນ​ຄວາມ​ໃນ​ໃຈ​ສູ່​ຟັງ​ວ່າ:
      “ປະທານ Fidel Castro ​ໄດ້​ມີ​ຄວາມ​ເອົາ​ໃຈ​ໃສ່​ບໍ່​ພຽງ​ແຕ່​ໃຫ້​ປະຊາຊົນ ກູ​ບາ ​ເທົ່າ​ນັ້ນ, ຫາກ​ຈຸດປະສົງ​ຂອງ​ເພິ່ນ​ແມ່ນ​ນຳ​ມາ​ເຊິ່ງຄວາມ​ສະ​ເໝີ​ພາບ​ໃຫ້​ປະຊາຊົນ​ທຸກ​ຄົນ. ດັ່ງ​ນັ້ນ Fidel Castro  ບໍ່​ພຽງ​ແຕ່​ແມ່ນ​ແບບຢ່າງ​ທີ່​ດີ​ເດັ່ນ​ໃຫ້​ແກ່​ປະຊາຊົນ ກູ​ບາ ​ເທົ່າ​ນັ້ນ, ຫາກ​ໃຫ້​ທັງຫຼາຍ​ປະ​ເທດ​ຢູ່​ໃນ​ໂລກ​ອີກ​ດ້ວຍ, Fidel Castro  ​​ເປັນ​ສັນຍາ​ລັກ​ແຫ່ງຄວາມ​ສາມັກຄີ, ​ເຕົ້າ​ໂຮມ​ມະຫາຊົນ ​ແລະ ການ​ເສຍສະຫຼະ​ອັນ​ພິລະ​ອາດ​ຫານ​ເພື່ອ​ສິດຜົນປະ​ໂຫຍ​ດຂອງ​ທຸກ​ຄົນ. ສຳລັບ​ຫວຽດນາມ, ກູ​ບາ ມີ​ອາລົມ​ຈິດ​ພິ​ເສດ, ປະທານ Fidel Castro ​ໄດ້​ມີ​ຄຳ​ເວົ້າ​ອະມະຕະ​ທີ່​ຂ້າພະ​ເຈົ້າ​ບໍ່​ສາມາດ​ລືມ​ໄດ້ ນັ້ນ​ແມ່ນ: “​ເພື່ອ ຫວຽດນາມ, ກູ​ບາ​ພ້ອມ​ແລ້ວ​ທີ່​ຈະ​ສະຫງວນ​ທັງ​ເລືອດ​ເນື້ອ​ຂອງ​ຕົນ“
(ແຫຼ່ງຄັດຈາກ VOV)

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກ່າວຄຳເຫັນນະທີ່ນີ້, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຢັ້ງຢືນວ່າ: ການສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ແມ່ນໂອກາເພື່ອໃຫ້ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດ...

Top