• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສັບປະດາສິນຄ້າຫວຽດນາມຢູ່ໄທ

ສັບປະດາສິນຄ້າ ຫວຽດນາມ ຢູ່ ໄທ
(ພາບອິນເຕີແນັດ)
      ວັນ​ທີ 10/07 ຢູ່ Central World - ສູນການ​ຄ້າ​ໃຫຍ່​ສຸດ​ຂອງ​ນະຄອນຫລວງ ບາງ​ກອກ, ​ໄທ, ​ໄດ້ດຳ​ເນີນ​ພິທີ​ໄຂ “ສັບປະດາ​ໂຄສະນາ​ສິນຄ້າ ຫວຽດນາມ ຢູ່ ​ໄທ” ​​ໂດຍ​ກຸ່ມ​ບໍລິສັດ Central Group ສົມທົບ​ກັບ​ກະຊວງ​ອຸດສາຫະກ​ຳ ​ແລະ ການ​ຄ້າ ຫວຽດນາມ ຈັດ​ຕັ້ງ. ສັບປະດາ​ສິນຄ້າ ຫວຽດນາມ ຢູ່ ​ໄທ​ ​ໄດ້ວາງສະ​ແດງ​ຜະລິດ​ຕະພັນ​ຂອງ​ບັນດາ​ວິ​ສາ​ຫະກິດ​​ແຖວ​ໜ້າ ຫວຽດ​ນາມ​ ຄື​: ​ເຄື່ອງ​ຕົບ​ແຕ່ງ​ພາຍ​ໃນຂອງ​ບໍລິສັດ​ຕົບ​ແຕ່ງ​ພາຍ​ໃນ ບີ​ງຟຸ໋, ​ເຄື່ອງ​ເຄືອບ​ດິນ​ເຜົາ ມີ​ງລອງ, ​ເບຍ ​ໄຊ​ງ່ອນ, ດອກ​ໄຟ ດ້ຽນກວາງ ​ແລະ ຜະລິດ​ຕະພັນ​ອື່ນ​ໆ​. ​ນີ້​ແມ່ນ​ຄັ້ງ​ທຳ​ອິດ ທີ່ສັບປະດາ​ສິນຄ້າ ຫວຽດນາມ ​ໄດ້​ຮັບ​ການຈັດ​ຕັ້ງ​ຢູ່ ​ໄທ ​ແລະ ​ເປັນ​ຄັ້ງ​ທີ 12 ​ໄດ້​ຮັບ​ການຈັດ​ຕັ້ງ​ຢູ່​ຕ່າງປະ​ເທດ. ​ເລື່ອງ Central Group ຈັດ​ຕັ້ງ​ການ​ໂຄສະນາ​ສິນຄ້າ ຫວຽດນາມ ຢູ່ ​ໄທ ​ແມ່ນ​ກາລະ​ໂອກາດ​ທີ່ດີ ​ເພື່ອ​ໃຫ້ 2 ປະ​ເທດ​ໄດ້​ແລກປ່ຽນ​ສິນຄ້າ​ດ້ານການ​ຄ້າ, ຍົກ​ສູງ​ກຳລັງຄວາມ​ສາມາດ​ໃນ​ການ​ການ​ຜະລິ​​ດ, ດຳ​ເນີນ​ທຸລະ​ກິດ​ຂອງ​ວິ​ສາ​ຫະກິດ ຫວຽດນາມ ກໍ່​ຄື​ເພື່ອ​ເຊີດ​ຊູ​ພື້ນຖານ​ວັດທະນະທຳ, ອາຫານ​ການ​ກິນ ຫວຽດນາມ ຢູ່ ​ໄທ ​ແລະ ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ອາ​ຊຽນ. ນີ້​ກໍ່​ແມ່ນ​ກາລະ​ໂອ​ກາດ​ໃຫຍ່ ​ເພື່ອ​ໃຫ້​ບໍລິສັດ Central Group ​ແນະນຳ​ພື້ນຖານ​ວັດທະນະທຳ ​ແລະ ຜະລິດ​ຕະພັນ​ຂອງ​ຊາວ ຫວຽດນາມ ​ເຖິງ​ຊາວ​ໄທ ​ແລະ ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ ກ່ຽວ​ກັບ​ຄວາມ​ຕັດສິນ​ໃຈ​ໜູນຊ່ວຍ​​ວິ​ສາ​ຫະກິດ ຫວຽດນາມ ບືນ​ຕົວ​​ອອກ​ສູ່​ຕະຫລາດສາກົນ ​ໂດຍ​ຜ່ານ​ຕາໜ່າງ​ການແຈກ​ຢາຍຢ່າງ​ກ້ວາງ​ຂວາງ​ຂອງ Central Group ​ໃນ​ທົ່ວ​ໂລກ.
 (​ແຫຼ່ງຄັດ​ຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສືບຕໍ່ສ້າງໂຄງຮ່າງບົດລາຍງານໃຫ້ສົມບູນແບບ ດ້ວຍເນື້ອໃນມີຂອບຂະໜາດຊີ້ນຳ, ນຳພາໃຫຍ່ ແຕ່ແທດຈິງ, ເຂົ້າໃຈງ່າຍ, ປະຕິບັດງ່າຍ

Top