• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຄື່ອງໝາຍ ຫວຽດ

ສັນຍາລັກຂອງວິສາຫະກິດ VNPT ເທື່ອທຽນເຫວ້

VNPT ເປັນຫົວໜ່ວຍວິສາຫະກິດຫນຶ່ງທີ່ຂຶ້ນກັບກຸ່ມບໍລິສັດການ ໄປສະນີ ແລະໂທລະຄົມ ຫວຽດນາມ ແລະ ກໍ່ເປັນວິສາຫະ ກິດ ແຖວໜ້າຂອງແຂວງ ເທື່ອທຽນເຫວ້, ໃນຊຸມປີຜ່ານມາ, ການໂທ ລະຄົມເທື່ອທຽນເຫວ້ (VNPT ເທື່ອທຽນເຫວ້) ໄດ້ສືບ ຕໍ່ລົງທຶນ ເຂົ້າໃນການປ່ຽນແປງເຕັກໂນໂລຊີ ໃໝ່ ແລະ ການ ບໍລິ ການເພື່ອ ຕອບສະໜອງຄວາມຮຽກຮ້ອງຕ້ອງ ການນັບມື້ນັບສູງ ຂອງລູກຄ້າ ໃນສະໄໝໃໝ່.
ເຫວ້ເປັນເມືອງຫຼວງດ້ານວັດທະນະທຳ ແລະ ​ການທ່ອງທ່ຽວຂອງ ຫວຽດນາມ, ແຕ່ບັນຫາພັດທະນາເສດຖະກິດຢູ່ທີ່ນີ້ ແມ່ນເລື່ອງ​ທີ່ ບໍ່ງ່າຍສຳລັບບັນດາວິສາຫະກິດ. ດ້ວຍທິດທາງສະເພາະຂອງຕົນ, ທ່ານ ເຢືອງຕວນແອງ, ຜູ້ອຳນວຍການວິ​ສາ​ຫະ​ກິດ VNPT ເທື່ອ ທຽນເຫວ້ ພ້ອມກັບຫມູ່ເພື່ອນຮ່ວມງານຫຼາຍຄົນ ໄດ້ຮ່ວມ​ໄມ້​ຮ່ວມ ມີ​ກັນ​ນຳພາກຸ່ມບໍລິສັດ​ພົ້ນຈາກຄວາມຫຍຸ້ງຍາກ, ພັດທະນາຂຶ້ນ ຢ່າງແຂງແ​ຮງ, ບັນລຸຜົນສຳ​ເລັດ​ຫລາຍ​ຄັ້ງຢ່າງຕໍ່ເນື່ອງ, ໄດ້ກາຍ ເປັນໜຶ່ງໃນບັນດາວິສາຫະກິດແຖວໜ້າຂອງເຫວ້. ແລະ ຕົວ​ເອງ  ທ່ານ ເຢືອງຕວນແອງ ກໍ່​ໄດ້​ກາຍ​ເປັນ​ຜູ້​ປະ​ກອບ​ການດີເດັ່ນຂອງ ເທື່ອທຽນເຫວ້ ໃນຫຼາຍປີຜ່ານມາ.
 
ດ້ວຍເປົ້າໝາຍ “ກຳລັງຄວາມສາມາດລື່ນລົ້ນ, ຄຸນນະພາບ ໝັ້ນ ຄົງຍືນ​ໂຍງ”, VNPT ເທື່ອທຽນເຫວ້ ຍາດໄດ້ຫຼາຍລາງວັນດີ​ເດັ່ນ ຄື: ຫຼຽນໄຊແຮງງານຊັ້ນ 3 ປີ 2009; ເປັນໜຶ່ງໃນຈຳນວນ 100 ວິສາ ຫະກິດການຄ້າ-ການບໍລິການດີເດັ່ນຂອງປີ 2010 ​ຈາກ ກະຊວງ ອຸດສາ​ຫະ​ກຳ ແລະ ການຄ້າມອບໃຫ້; ທຸງ​ແຂ່ງ​ຂັນ ຍ້ອງຍໍ ຂອງນາ ຍົກລັດຖະມົນຕີ ປີ 2010; ທຸງແຂ່ງ​ຂັນຍ້ອງຍໍຈາກ ສະຫະ ສະຫະ ພັນແຮງງານ ຫວຽດນາມ ປີ 2010; ທຸງແຂ່ງ​ຂັນຍ້ອງຍໍຈາກ ກະ ຊວງຖະແຫຼງ ຂ່າວ ແລະ ສື່ສານ ປີ 2012, 2013, 2014; ໃບ ຍ້ອງ ຍໍຈາກ ທ່ານລັດຖະມົນຕີກະຊວງການເງິນ ທີ່​ມີຜົນງານດີເດັ່ນ ໃນ ການປະຕິບັດນະໂຍບາຍກົດໝາຍພາສີ ປີ 2010, 2013; ​ເປັນ ວິສາຫະກິດດີເດັ່ນຂອງແຂວງ ເທື່ອທຽນເຫວ້ ປີ 2013, 2014; ຍາດໄດ້ຫນຶ່ງລາງວັນທີ 1, ​ຫນຶ່ງລາງວັນທີ 2 ແລະ 3 ລາງວັນທີ 3 ລາງວັນແຂ່ງຂັນປະດິດສ້າງວິທະຍາສາດເຕັກໂນໂລ​ຊີແຂວງ ເທື່ອ ທຽນເຫວ້ ໄລຍະແຕ່ປີ 2010-2015,.. ພ້ອມກັບຫຼາຍ ລາງ ວັນ ຕ່າງໆອີກ.

ສຳນັກງານໃຫຍ່ຂອງ ວິ​ສາ​ຫະ​ກິດ VNPT ເຫວ້.

ປ​ລິນ​ຍາ​ເອກ ເຢືອງຕວນແອງ ​ຜູ້​ອຳ​ນວຍ​ການ  VNPT ພ້ອມ ກັບເພື່ອນຮວ່ມງານ
ກຳລັງປືກສາ ຫາລືຍຸດທະສາດການສ້າງ ຕັ້ງລະບົບເຄືອຂ່າຍໃໝ່. 




ບັນດານັກວິສາວະກອນກຳລັງກວດກາລະບົບໂທລະຄົມມະນາຄົມຂອງ VNPT ເຫວ້.

ເພື່ອທີ່​ຈະ​ຍາດ​ມາໄດ້ຮັບຜົນງານດັ່ງກ່າວ, ທ່ານ ເຢືອງຕວນແອງ ໄດ້ ວາງຍຸດທະຍາດ​ການດຳ​ເນີນທຸລະກິດ​ໃຫ້ໃກ້ຊິດກັບຄວາມເປັນ ຈິງ, ສ້າງເຄື່ອງໝາຍການຄ້າ (ຊື່​ສຽງ) ໃຫ້ແກ່ວິສາຫະກິດ ດ້ວຍການ ສືບ​ຕໍ່ ລົງທຶນ, ຍົກລະດັບ, ຫັນເປັນທັນສະໄໝລະບົບເຄື່ອງມື, ພື້ນ ຖານໂຄງ ລ່າງການໂທລະຄົມຢ່າງບໍ່ຢຸດຢັ້ງ ເພື່ອຮັບປະ ກັນໃຫ້ VNPT ເທື່ອ ທຽນເຫວ້ ເປັນຜູ້ສະໜອງການບໍລິການໂທລະຄົມ, ເຕັກໂນໂລຊີ-ຂ່າວ ສານແຖວໜ້າ ດ້ວຍຫລາກຫຼາຍ​ຮູບ​ການບໍລິການທີ່ມີຄຸນນະພາບສູງຄື: ບໍລິການ FTTH, MegaFun, Video Conference, IP camera ແລະ ອື່ນໆ.

ທ່ານ ເຢືອງຕວນແອງ, ຜູ້ອຳນວຍການ VNPT  ເທື່ອທຽນເຫວ້
 
"ໃນ​ສະພາບທີ່ທຸກສິ່ງທຸກຢ່າງ ລາຄາແພງ​ຂຶ້ນ, ມີພຽງວິ​ສາ​ຫະ​ກິດ ໂທລະຄົມເທົ່າ​ນັ້ນ​ທີ່ຍາມ​ໃດ​ກໍ່ພະຍາຍາມ ຫຼຸດລາຄາຜະລິດຕະ ພັນ ລົງ. ປະ​ຈຸ​ບັນບໍ່ອາດດຳ​ເນີນທຸລະກິດແບບນັ່ງລໍຖ້າລູກຄ້າມາ​ຫາ​ຕົນ, ຫາກ​ແມ່ນ​ພະນັກງານໃນ​ວິ​ສາ​ຫະ​ກິດຕ້ອງໄປຊອກຫາລູກຄ້າເອງ".
ສີ່ງ​​ທີ່ທ່ານ ເຢືອງຕວນແອງ ​​ໃຫ້​ຄວາມ​ສົນ​ໃຈ​ແມ່ນຄວາມ​​ເອົາ​ໃຈ​ໃສ່ເປັນ​ຢ່າງ​ດີ​ຕໍ່​ການປະຕິບັດນະໂຍບາຍ​ຕໍ່ຜູ້ອອກແຮງງານ ແລະ ຄວາມຮັບຜິດຊອບຕໍ່ສັງຄົມ, ເປັນຕົ້ນແມ່ນວຽກງານເພື່ອການກຸສົນ. ແຕ່ປີ 2010 ເປັນ​ຕົ້ນ​ມາ,  ທາງບໍລິສັດໄດ້ຫັກເງິນຈຳນວນ 9,3 ຕື້ດົ່ງ ເພື່ອ ປະຕິບັດນະໂຍບາຍຕໍ່ຜູ້ອອກແຮງງານ ແລະ ປະກອບ ສ່ວນ ຕໍ່ສັງ ຄົມຄື: ຮັກສາດູແລແມ່ ຫວຽດນາມ ວິລະຊົນຕະຫຼອດ ຊີວິດ 3 ຄົນ; ສະ ໜັບສະໜູນກອງທຶນຊ່ວຍເຫຼືອຜູ້ເຄາະຮ້າຍຈາກສານພິດສີສົ້ມ, ກອງ ທຶນຊ່ວຍເຫຼືອຄົນທຸກຍາກ; ມອບຂອງຂວັນໃຫ້ເດັກພິການ ແລະ ຜູ້​ທີ່ມີ ສະພາບການເປັນຢູ່ຫຍຸ້ງຍາກ...
 
ກັບຄືນບັນຫາດຳ​ເນີນທຸລະກິດ, ຂ້າພະເຈົ້າຍັງຈື່ໄດ້ວ່າ ໄລຍະ ທ້າຍ ປີ 80, ເມື່ອແຂວງ ເທື່ອທຽນເຫວ້ ລົງທຶນກໍ່ສ້າງ ແລະ ເປີດເຄື່ອນ ໄຫວ ສູນສະຖານີ E10 ເປີດເບີໂທລະສັບຈຳນວນ 5,000 ເບີ, ໃຜໆກໍ່ຮູ້ສຶກ ເບີກບານ​ມ່ວນ​ຊື່ນ, ​ມີພຽງຜູ້ອຳນວນການ​ເກົ່າ​ເວ​ລານັ້ນ​ແມ່ນ ມາຍວັນ ມິນ ມີ​ຄວາມຮູ້ສຶກເປັນຫ່ວງ. ລາວເວົ້າວ່າ: “ທົ່ວແຂວງ ບິ່ງຈິທຽນ (ລວມມີ 3 ແຂວງ ກວາງບິ່ງ, ກວາງຈິ ແລະ ເທື່ອ ທຽນເຫວ້) ພາຍຫຼັງ 10 ກວ່າປີໂຮມເຂົ້າກັນເປັນໜຶ່ງແຂວງ ມີເບີ ໂທລະສັບທັງໝົດຍັງບໍ່​ເຖິງ 2,000 ເບີເທື່ອ, ບໍ່ຮູ້ວ່າ​ຮອດເມື່ອ​ໃດ​ເຫ້ວໃຫ່​ມ​ຈະ ‘ສ້າງ​ໃຫ້ເຕັມ' ສູນສະຖານີ E10 ໃນ​ຈຳ​ນວນ 5,000 ເບີ ດັ່ງ​ກ່າວ
 
ປະຈຸບັນ, ເທື່ອທຽນເຫວ້ ມີເບີໂທລະສັບມືຖື ແລະ ​ໂທ​ລະ​ຊັບ ຕັ້ງໂຕະ ທັງໝົດ 320.479 ເບີ. ໃນນັ້ນ, ມີ​ຈຳ​ນວນ 113.373 ເບີແມ່ນຈອງນຳ​ໃຊ້ ປະຈຳ, ​ຈຳ​ນວນ 53.946 ເບີແມ່ນຈອງນຳ​ໃຊ້ອິນເຕີເນັດ ແລະ ມີ​ຈຳ​ນວນ 13.454 ເບີແມ່ນຈອງ​ນຳ​ໃຊ້ໂທລະພາບ MyTV ແລະ ອື່ນໆ.

ເພື່ອບັນລຸໄດ້ຜົນງານດັ່ງກ່າວ, ອ້າຍ ເຢືອງຕວນແອງ ໃຫ້ຮູ້ວ່າ ການ ນຳຂອງ VNPT ເທື່ອທຽນເຫວ້ ໄດ້ກຳ​ນົດໜ້າທີ່ຈຸດສຸມ. ນັ້ນແມ່ນ​ການ ປ່ຽນແປງໃໝ່ວຽກງານການ​ບໍ​ລິ​ຫານຄຸ້ມຄອງຕາມແຜນ​ການ​ໂຄງ​ການ, ປ່ຽນແປງການຈັດຕັ້ງ ແລະ ​ການເຄື່ອນໄຫວຂອງກຸ່ມບໍລິສັດ. ຍູ້ແຮງ​ເລື່ອງການດຳ​ເນີນ​ທຸລະກິດ ແລະ ດູແລລູກ ຄ້າ. ສຶກ​ສາ ແລະ ເປີດ ກວ້າງຕະຫຼາດ​ເປົ້າ​ຫມາຍໃໝ່. ປະຕິບັດການປະຢັດ, ຮັບປະກັນການ ໃຊ້ຈ່າຍໃຫ້ເໝາະສົມ ແລະ ມີປະສິດທິຜົນ. ຈັດຕັ້ງການຝຶກອົບຮົມ ດ້ານວິຊາການ, ວິ​ຊາ​ສະ​ເພາະໃຫ້ແກ່ພະນັກງານ. ໂດຍ​ສະ​ເພາະ​ແມ່ນ ໃນຂົງເຂດໂຄສະນາ, ​ໄກ້​ສິດກັບໝູ່ມະຫາຊົນເພື່ອຍາດແຍ່ງຕະຫຼາດ . ຍູ້ແຮງວຽກງານຄົ້ນຄວ້າປະ​ດິດ​ສ້າງດ້ານເຕັກນິກວິທະຍາສາດ, ນຳໃຊ້ ວິທະຍາສາດ-ເຕັກໂນໂລຊີ, ພິເສດແມ່ນດ້ານຄອມຜິວເຕີ ເຂົ້າໃນການ ດຳ​ເນີນ ທຸລະກິດເພື່ອຍົກສູງປະ​ສິດ​ທິຜົນຂອງການອອກແຮງງານ.
 
ດ້ວຍ​ເຫດນັ້ນ, ຖ້າປີ 2010 ລາຍຮັບຂອງບໍລິສັດແມ່ນ 293 ຕື້ດົ່ງ,  ແມ່ນມາເຖິງປີ 2014 ລາຍຮັບຂອງບໍລິສັດບັນລຸໄດ້ 423,4 ຕື້ດົ່ງ, ​ຜະ​ລິດ​ຕະ​ພາບ​ແຮງ​ງານບັນລຸ 825 ລ້ານດົ່ງ/ຄົນ/ປີ; ມອບ​ເງິນ​ເຂົ້າ​ຄັງງົບ ປະມານແຫ່ງລັດຈາກ 9,5 ຕື້ດົ່ງ ເມື່ອປີ 2010 ຂຶ້ນ​ເປັນ 24,5 ຕື້ດົ່ງ ເມື່ອປີ 2014; ເງິນເດືອນສະເລ່ັຍ​ປະ​ຈຸ​ບັນບັນລຸ 7,9 ລ້ານດົ່ງ/ ຄົນ/ ເດືອນ. 

 

ສູນຕິດຕາມການເຄື່ອນໄຫວຂອງເຄືອຂ່າຍໂທລະຄົມ VNPT  ເທື່ອທຽນເຫວ້.

ສູນບໍລິການດູແລລູກຄ້າຂອງ  VNPT  ເທື່ອທຽນເຫວ້.

ສູນດຳ​ເນີນທຸລະກິດ ແລະ ດູແລລູກຄ້າຂອງ VNPTເທື່ອທຽນ ເຫວ້.

ພະນັກງານຂອງ VNPT  ເຫວ້ ກຳລັງໃຫ້​ຄຳ ປຶກສາໃຫ້ແກ່ລູກຄ້າ.
ອ້າຍ ເຢືອງຕວນແອງ ໃຫ້ຮູ້ວ່າ,​ ໃນ​ສະພາບທີ່ທຸກສິ່ງທຸກຢ່າງ ລາຄາ ແພງ​ຂຶ້ນ, ມີພຽງວິ​ສາ​ຫະ​ກິດໂທລະຄົມເທົ່າ​ນັ້ນ ທີ່ຍາມ​ໃດ​ກໍ່ ພະຍາ ຍາມຫຼຸດລາຄາຜະລິດຕະພັນລົງ. ປະ​ຈຸ​ບັນນີ້ ບໍ່ອາດດຳ​ເນີນທຸລະກິດ ແບບນັ່ງລໍຖ້າລູກຄ້າມາ​ຫາ​ຕົນ, ຫາກ​ແມ່ນ​ພະນັກງານໃນ​ວິ​ສາ​ຫະ​ກິດຕ້ອງໄປຊອກຫາລູກຄ້າ​ເອງ.
 
ເພາະສະນັ້ນ, ວຽກງານຂາຍເຄື່ອງຂອງ VNPT  ເຫວ້ ​ໄດ້ແບ່ງໃຫ້ ​ຈຳ​ນວນ 12 ສູນໂທລະຄົມໃນຂົງເຂດ. ແຕ່ລະສູນມີໜ່ວຍງານ ໂຄສະ ນາຂາຍຜະລິດຕະພັນຕາມຮູບແບບຂາຍເຄື່ອງເຄື່ອນທີ່, ນຳການ​ບໍ​ລິ​ການລູກຄ້າໄປ​ເຖິງ​ເຂດ​ຫ່າງ​ໄກ​ຊອກ​ຫລີກ. ພິເສດ,  VNPT  ເທື່ອທຽນ ເຫວ້ ໄດ້ຕິດຕັ້ງລະບົບອິນເຕີເນັດ ໃຫ້ຄະນະກຳມະການ ປົກຄອງປະ ຊາຊົນ, ສຸກສາລາຕາມບ້ານ, ໂຮງຮຽນປະຖົມ, ຄ້າຍທະຫານຊາຍ ແດນ, ປະກອບສ່ວນອັນສຳຄັນເຂົ້າໃນການ ຍົກ ສູງລະດັບຊີວິດການ ເປັນຢູ່ໃຫ້ແກ່ປະຊາຊົນ ແລະ ຮັບ​ປະ​ກັນ​ວຽກ​ງານ​ປ້ອງ​ກັນ​ຊາດປ​ອ້ງ​ກັນ​ຄວາມ​ສະ ຫງົບໃນເຂດ​ພື້ນ​ທີ່​ຂອງແຂວງ.
ບົດ: ກວກຫວຽດ - ພາບ: ຮວ່າງກວາງຮ່າ

bichlien

FITO PHARMA ກ້າວສູ່ລະດັບສາກົນ

FITO PHARMA ກ້າວສູ່ລະດັບສາກົນ

ດ້ວຍ​ຄວາມຝັນອັນແຮງກ້າ ​ແລະ ວິ​ໄສ​ທັດ ​ທີ່​ຈະ​ກາຍ​ເປັນ​ຍີ່ຫໍ້ ​ຜະລິດ​ຕະພັນ​ສະໝຸນ​ໄພ​ຊັ້ນ​ນຳ​ ຂອງ​ ຫວຽດນາມ ​ແລະ ​ໃນ​ລະດັບ​ສາກົນ, ຈາກ​ວິ​ສາ​ຫະກິດ​ຄອບຄົວ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ເມື່ອ​ປີ 1999, ​ໂດຍ​ອີງ​ໃສ່​ພື້ນຖານ ​ແລະ ກຳລັງ​ແຮງ​ຂອງ ຫວຽດນາມ ​ໃນ​ຂົງ​ເຂດ​ຢາ​ພື້ນ​ເມືອງ, ພາຍຫຼັງ 2 ທົດ​ສະ​ວັດ​ແຫ່ງ​ການ​ພັດທະນາ, ບໍລິສັດ​ການຢາ FITO PHARMA ຈຳກັດ ​ໄດ້​ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ບໍລິສັດ ​ການຢາ​ທີ່​ມີ​ຊື່​ສຽງ​ຂອງ​ ຫວຽດນາມ, ມີບັນດາ​ຜະລິດ​ຕະພັນ​ສົ່ງ​ອອກ​ໄປ​ຍັງ​ຫຼາຍ​ປະ​ເທດ​ໃນ​​ໂລກ.

Top