• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

ສັນຍາລັກ ຫວຽດນາມ ທີ່ Davos 2017

ກອງປະຊຸມປະຈຳປີ ເວທີປາໄສເສດຖະກິດໂລກ ຄັ້ງທີ 47 (WEF)  ເຊິ່ງໄດ້ ດຳເນີນຢູ່ Davos, ປະເທດ ສະວິດເຊີແລນ (ແຕ່ວັນທີ 17-21 ມັງກອນ 2017), ທ່ານ ຫງວຽນຊວນຟຸກ ນາ ຍົກລັດຖະມົນຕີແຫ່ງສສ ຫວຽດນາມ ໄດ້ມີການພົບປະສອງ ຝ່າຍ ແລະ ຫຼາຍຝ່າຍ ກວ່າ 40 ຄັ້ງ. ເຂົ້າຮ່ວມກອງປະຊຸມ ດັ່ງ ກ່າວ, ຄະນະຫວຽດນາມ ໄດ້ບັນລຸຜົນສຳເລັດຫຼາຍຢ່າງທີ່ສຳ ຄັນ ແລະ ແທດເໝາະ ກັບຕົວຈິງ. ພິເສດໃນກອງປະຊຸມຄັ້ງນີ້, ຫວຽດນາມ ເປັນປະເທດທຳອິດ ໄດ້ລົງນາມໃນຂໍ້ຕົກລົງວ່າ ດ້ວຍ ການຮ່ວມມືຕາມ ຕົວແບບ PPP ກັບ WEF, ຜ່ານນັ້ນ ຊ່ວຍໃຫ້ຫວຽດນາມເຂົ້າເຖິງ ແລະ ຂຸດຄົ້ນ ໄດ້ບັນດາແຫຼ່ງກຳ ລັງແຮງ ແລະ ພູມປັນຍາ ຂັ້ນສຸດຍອດໃນທົ່ວໂລກ. 
ທີ່ກອງປະຊຸມ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ໄດ້ ສົ່ງສື່ຢ່າງກວ້າງຂວາງ ເຖິງປະຊາຄົມວິສາຫະກິດສາກົນ ກ່ຽວ ກັບ ການຕັດສິນໃຈປ່ຽນແປງໃໝ່ ຂອງ ຫວຽດນາມ ຢ່າງຮອບ ດ້ານ, ຍູ້ແຮງຫັນປ່ຽນໂຄງປະກອບເສດຖະກິດ ແລະ ຫັນປ່ຽນ ຮູບແບບການຈະເລີນເຕີບໂຕ ໃນໄລຍະພັດທະນາແຕ່ນີ້ ຮອດປີ 2020; ຄະຕິເຕືອນໃຈກ່ຽວກັບນະໂຍບາຍ ແລະ ຄວາມພະຍາ ຍາມ ຂອງ ລັດຖະບານ ກ່ຽວກັບສ້າງ ລັດຖະບານ ທີ່ປະດິດສ້າງ ພັດທະນາ, ຍູ້ແຮງປັບປຸງ ສະພາບແວດລ້ອມ ການລົງທຶນ ດຳເນີນທຸລະກິດ, ສົ່ງເສີມການດຳເນີນທຸລະກິດ, ປ່ຽນແປງໃໝ່ ແລະ ປະດິດສ້າງ. 

ໃນກອງປະຊຸມປະຈຳປີ ເວທີປາໄສເສດຖະກິດໂລກ ຄັ້ງທີ 47 (WEF), ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ໄດ້ເຮັດວຽກ
ຢ່າງຕໍ່ເນື່ອງ ແລະ ມີປະສິດທິຜົນກັບ ການພົບປະ ສອງ ຝ່າຍ ແລະ ຫຼາຍຝ່າຍ ກວ່າ 40 ຄັ້ງ. ພາບ: ຖົ໋ງເຍິດ/VNA

 

ທ່ານ ນາຍົກລັດຖະມົນຕີ ເຂົ້າຮ່ວມ ແລະ ກ່າວປາໄສ ທີ່ວາ ລະ ປະຊຸມຄົບຄະນະ ພາຍໃຕ້ຫົວເລື່ອງ: “ສີສັນຂະແໜງການ ປະດິດສ້າງ:
ອາຊຽນ ໄດ້ກາຍເປັນປະຊາຄົມໜຶ່ງແລ້ວຫຼືບໍ?”. ພາບ: ຖົ໋ງເຍິດ/VNA



ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ແລະ ທ່ານ Klaus Schwab ປະທານ WEF ເປັນສັກຂີພິຍານໃນພິທີລົງນາມ ວ່າ ດ້ວຍການຮ່ວມມື ລະຫວ່າງ WEF 
ແລະ ຫວຽດນາມດ້ານການ ຮ່ວມມືພັດທະນາເສດຖະກິດ ຫວຽດນາມ ສ້າງຄວາມເຂັ້ມ ແຂງ ດ້ວຍຕົນເອງ ໃນອະນາຄົດ. ພາບ: ຖົ໋ງເຍິດ/VNA



ທ່ານນາຍົກລັດຖະມົນຕີ ພົບປະກັບທ່ານນາງ Doris Leuthard, ປະທານາທິບໍດີ ສະວິດເຊີແລນ. ພາບ: ຖົ໋ງເຍິດ/VNA


ທ່ານນາຍົກລັດຖະມົນຕີ ພົບປະກັບລາຊິນີ Maxima ແຫ່ງລາຊະອານາຈັກ ໂຮນລັງ. ພາບ: ຖົ໋ງເຍິດ/VNA


ທ່ານນາຍົກລັດຖະມົນຕີ ພົບປະກັບທ່ານ Mark Rutte, ນາຍົກ ລັດຖະມົນຕີ ໂຮນລັງ.  ພາບ: ຖົ໋ງເຍິດ/VNA


ທ່ານນາຍົກລັດຖະມົນຕີ ພົບປະກັບທ່ານ ທ່ານ Christian, ນາຍົກລັດຖະມົນຕີ ໂອຕຣິດ Kern. ພາບ: ຖົ໋ງເຍິດ/VNA
 
ໃນໄລຍະເວລາຢູ່ Davos, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ໄດ້ພົບປະກັບຜູ້ນຳຂັ້ນສູງຫຼາຍທ່ານ ຂອງ ບັນດາປະເທດເຊ່ັນ: ສະວິດເຊີແລນ, ໂຮນລັງ ແລະ ໂອຕຣິດ ແລະ ບັນດາ ອົງການຈັດຕັ້ງເຊັ່ນ: WB, WTO, ADB, OECD… ເພື່ອເຮັດ ໃຫ້ ການພົວພັນກັບບັນດາປະເທດ ແລະ ອົງການຈັດຕັ້ງດັ່ງກ່າວ ເລິກເຊິ່ງຍິ່ງຂຶ້ນ.

ທີ່ສຳຄັນ, ກອງປະຊຸມ WEF Davos ປີນີ້, ທ່ານ ຫງວຽນຊວນ ຟຸກ ນາຍົກລັດຖະມົນຕີ ໄດ້ພົບປະແລກປ່ຽນ ແລະ ໂອ້ລົມສົນ ທະນາ ກັບຜູ້ຕາງໜ້າ ເກືອບ 40 ກຸ່ມບໍລິສັດເສດຖະກິດ ຊັ້ນນຳ ຂອງໂລກເຊັ່ນ: Microsoft, Facebook, Alphabet (Google), Qualcom, Standard Chartered, Prudential, Alibaba, JETRO, Mitsubishi, UPS, Carlyle, Swiss Re ແລະ ອື່ນໆ... ນີ້ແມ່ນຊື່, ເຄື່ອງໝາຍການ ຄ້າແຖວໜ້າຂອງໂລກ, ຂຶ້ນກັບ 500 ກຸ່ມບໍລິສັດລາຍໃຫຍ່ສຸດ ຂອງໂລກ, ມີກຳລັງແຮງບົ່ມຊ້ອນກ່ຽວກັບ ດ້ານການເງິນ ແລະ ເຕັກໂນໂລຊີ. ທ່ານນາຍົກລັດຖະມົນຕີ ໄດ້ຂົນຂວາຍ, ຊຸກຍູ້ບັນດາກຸ່ມບໍລິສັດນີ້ ເພີ່ມທະວີການລົງທຶນ ເຂົ້າສູ່ຫວຽດນາມ, ຜ່ານ ນັ້ນປະກອບສ່ວນຢ່າງຂະຫຍັນຂັນແຂງ ໃນການຍົກສູງຄຸນນະພາບກະແສເງິນລົງທຶນເຂົ້າສູ່ຫວຽດນາມ ໃນຊຸມປີຕໍ່ໜ້າ.

ທ່ານນາຍົກລັດຖະມົນຕີ ພົບປະກັບທ່ານ Antonio Guterres, ເລຂາທິການໃຫຍ່ສະຫະປະຊາຊາດ ຄົນໃໝ່. ພາບ: VNA


ທ່ານນາຍົກລັດຖະມົນຕີ ພົບປະກັບທ່ານ Jim Young Kim, ປະທານທະນາຄານໂລກ. ພາບ: ຖົ໋ງເຍິດ/VNA


ທ່ານນາຍົກລັດຖະມົນຕີ ພົບປະກັບທ່ານ Roberto Azevedo, ຜູ້ອຳນວຍການອົງການການຄ້າໂລກ (WTO). ພາບ: ຖົ໋ງເຍິດ/VNA


ທ່ານນາຍົກລັດຖະມົນຕີ ຕ້ອນຮັບທ່ານ Jack Ma, ປະທານ ກຸ່ມບໍລິສັດ Alibaba. ພາບ: ຖົ໋ງເຍິດ/VNA


ທ່ານນາຍົກລັດຖະມົນຕີ ຕ້ອນຮັບທ່ານ Bradford Smith, ປະທານກຸ່ມບໍລິສັດ Microsoft. ພາບ: ຖົ໋ງເຍິດ/VNA


ທ່ານນາຍົກລັດຖະມົນຕີ ຕ້ອນຮັບທ່ານ Paul Manduca, ປະ ທານກຸ່ມບໍລິສັດການເງິນ Prudential. ພາບ: ຖົ໋ງເຍິດ/VNA


ທ່ານນາຍົກລັດຖະມົນຕີ ຕ້ອນຮັບທ່ານ Paul E. Jacob, ປະທານກຸ່ມບໍລິສັດ Qualcomm. ພາບ: ຖົ໋ງເຍິດ/VNA


ທ່ານນາຍົກລັດຖະມົນຕີ ຕ້ອນຮັບທ່ານ Marchik, ປະທານກຸ່ມ ບໍລິສັດ Carlyle Group David. ພາບ: ຖົ໋ງເຍິດ/VNA
 
ພິເສດ ກອງປະຊຸມ WEF Davos ຄັ້ງນີ້, ຫວຽດນາມ ແລະ WEF ໄດ້ມີການລົງນາມວ່າດ້ວຍການຮ່ວມມື, ຊຶ່ງ WEF ຈະ ຊ່ວຍສະໜັບສະໜູນຫວຽດນາມ ໃນການພັດທະນາພື້ນຖານ ເສດຖະກິດ ທີ່ໝັ້ນຄົງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຕໍ່ ການຜັນແປໃນອະນາຄົດ ໂດຍຜ່ານທີ່ປຶກສານະໂຍບາຍກ່ຽວ ກັບ ປັບປຸງໂຄງປະກອບ ເສດຖະກິດຄືນໃໝ່, ຍົກສູງກຳລັງ ຄວາມສາມາດ ໃນການແກ່ງແຍ້ງ, ກະສິກຳ, ເຕັກໂນໂລຊີຂັ້ນ ສູງ ແລະ ອື່ນໆ... ຫວຽດນາມ ເປັນປະເທດທຳອິດ ລົງນາມໃນ ຂໍ້ສັນຍາກ່ຽວກັບ ການຮ່ວມມືຕາມຕົວແບບຄູ່ຮ່ວມມື ສາທາລະ ນະ-ເອກະຊົນ (PPP: Public-Private Partner)  ກັບ WEF, ຜ່ານນັ້ນ ຊ່ວຍຫວຽດນາມ ເຂົ້າເຖິງ ແລະ ຍາດແຍ່ງບັນດາ ແຫຼ່ງ ກຳລັງແຮງ ແລະ ພູມປັນຍາ ຂອງ WEF  ແລະ ກຸ່ມບໍລິສັດສະ ມາຊິກ ຂອງ WEF  ຊຶ່ງເປັນຄູ່ຮ່ວມມືທີ່ຖືວ່າເປັນສຸດຍອດ ຂອງ ທົ່ວໂລກ.

ພ້ອມດຽວກັນ, ການເຂົ້າຮ່ວມກອງປະຊຸມຄັ້ງນີ້ ກໍເປັນໂອກາດດີ ເພື່ອໃຫ້ຫວຽດນາມໂຄສະນາເຜີຍແຜ່ ປີ ອາເປັກ 2017 (APEC 2017) ອອກສູ່ໂລກ. ໃນກອງປະຊຸມ, ທ່ານ ນາຍົກລັດ ຖະມົນຕີ ໄດ້ຂົນຂວາຍ, ຊຸກຍູ້ຜູ້ນຳບັນດາ ອົງການຈັດຕັ້ງ ຫຼາຍ ທ່ານ ແລະ ກຸ່ມບໍລິສັດເສດຖະກິດ ແຖວໜ້າໂລກ ໄດ້ຕອບສະ ໜອງ ແລະ ເຂົ້າຮ່ວມບັນດາ ການເຄື່ອນໄຫວຂອງປີ ອາເປັກ 2017, ຜ່ານນັ້ນປະກອບສ່ວນ ຍົກສູງບົດບາດທີ່ຕັ້ງຂອງ ຫວຽດ ນາມ ໃນຖານະເປັນປະທານ ອາເປັກ 2017.
ປະຕິບັດໂດຍ: VNA/VNP

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ທ່າມກາງບັນຍາກາດທີ່ຄຶກຄື້ນ, ຕື່ນເຕັ້ນ ໃນມື້ຕົ້ນລະດູບານ ໃໝ່, ບັນດາງານບຸນປະເພນີ ຖືກຈັດຂຶ້ນຢູ່ທົ່ວປະເທດ, ຕາມ ເສັ້ນທາງທຸກສາຍ, ປະຊາຊົນ ແລະ ຄອບຄົວພາກັນ ໄປຮ່ວມ ງານບຸນ ຢ່າງກະຕືລືລົ້ນ ເພື່ອນຶກເຖິງຄຸນງາມຄວາມດີ ຂອງ ຜູ້ທີ່ໄດ້ປະກອບສ່ວນ ໃຫ້ບ້ານເກີດເມືອງນອນ, ປະເທດຊາດ ແລະ ອະທິຖານ ຂໍໃຫ້ປີໃໝ່ ຝົນຟ້າອາກາດເອື້ອອຳນວຍ, ຜົນລະປູກ ທີ່ອຸດົມສົມບູນ. ນັ້ນແມ່ນຄວາມງາມ ດ້ານວັດທະນະທຳ ທ່ີຄົງຕົວມາເປັນເວລາຫຼາຍພັນປີ ຂອງ ງານບຸນ ຫວຽດນາມ ທີ່ຕ້ອງໄດ້ຮັບການເຊີດຊູ. 

Top