• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄົ້ນພົບ

ສະໄຕລ໌ ແບບສາມກົກ “ງວ້າ ລອງ ຈ້າຍ”

ຮ້ານອາຫານ “ງວ້າລອງຈ້າຍ” ໃສ່ຊື່ຮ້ານອາຫານມາຈາກຮູບເງົາເລື່ອງສາມກົກຖືກສະແດງຂຶ້ນເມື່ອປີ 1994, ສາມາດດຶງດູດແຂກຢູ່ໃນນະຄອນ ໂຮ່ຈີມິນ ເປັນຈຳນວນຫຼາຍເຂົ້າມາໃຊ້ບໍລິການ, ກິນດື່ມ ແລະ ບັນເທີງ.
ຊື່ “ງວ້າ ລອງ ” (Wo Long) ສຳລັບຮ້ານອາຫານ ຢູ່ທີ່ເມືອງ ບິ່ງແທ້ງ ແມ່ນເອົາຊື່ຂອງນັກສະແດງ ຈູເກີ້ລຽງ (Zhuge Liang), ເສນາຂອງລັດສູ, ເຊິ່ງເປັນໜຶ່ງໃນສາມລັດ , ລັດວຸ້ຍ, ລັດສູ , ລັດວູ່ ມີຂໍ້ຂັດແຍ່ງປໍລະປັກກັນໃນສາມກົກ.

ເລີ້ມແຕ່ເສັ້ນທາງຂ້າງນອກເຂົ້າມາ, ແຂກສາມາດເຫັນໄດ້ ພາບລວມ ຂອງບັນຍາກາດຮ້ານອາຫານ ທີ່ກວ້າງໃຫຍ່ ມີເນື້ອທີ່ 1.700ຕາຕະລາງແມັດ, ການຕົບແຕ່ງຮ້ານ ໄດ້ສ້າງຂຶ້ນເໝືອນຄ້າຍ ຕັ້ງທັບຂອງທະຫານ ກ່ອນສະໄໝ ຕໍ່ສູ້ຂອງສາມກົກ ຫ່າງຈາກນີ້ປະມານ 2.000 ປີ. ປະຕູທາງ ເຂົ້າອອກຂອງຮ້ານ “ງວ້າ ລອງ ຈ້າຍ” ປະດັບດ້ວຍເສົາ ຕັ້ງລຽນເປັນແຖວຍາວແບບຮົ້ວ, ດ້ານຂວາຈະມີ ປ້ອມຍາມທະຫານ.

ຮ້ານອາຫານ ມີເນື້ອທີ່ 1.700 ຕາຕະລາງແມັດ ຕັ້ງຢູ່ເມືອງ ບິ້ງແທ້ງ (ນະຄອນໂຮ່ຈີ່ມິນ),
ໄດ້ປະດັບຕົບແຕ່ງຄືກັນ ກັບຄ້າຍຕັ້ງທັບ ຂອງທະຫານ ໃນຮູບເງົາເລື່ອງສາມກົກ.



ຮ້ານອາຫານ “ງວ້າ ລອງ ຈ້າຍ” ປະກອບມີຊຸດໂຕະຕັ່ງນັ່ງ ຂອງແຂກ ເຮັດດ້ວຍໄມ້ໄຜ່ ມີເອກະລັກ ແບບບູຮານ.


ການຈັດແຕ່ງຂອບເຂດຂອງຮ້ານ ຈະຈັດແບ່ງໄປຕາມ ສາມລັດ: ລັດ ວຸ້ຍ, ລັດສູ, ລັດວູ່ ຢູ່ໃນນິຍາຍເລື່ອງສາມກົກ.


ສຳລັບປະຕູເຂົ້າອອກຂອງຮ້ານປະດັບດ້ວຍເສົາຕັ້ງລຽນເປັນ ແຖວຍາວແບບຮົ້ວຄືກັນກັບຄ້າຍ ຕັ້ງທັບຂອງທະຫານ. 


ປ້ອມຍາມ “ງວ້າ ລອງ ຈ້າຍ” ໄດ້ອອກແບບ ປະດັບຕົບແຕ່ງ ໃຫ້ຄືກັນກັບໃນຮູບເງົາເລື່ອງສາມກົກ.


ບັນດາກະຕູບນ້ອຍ ກໍໄດ້ອອກແບບ ເປັນຮູບວົງກົມ ແລະ ປະດັບປະດາດ້ວຍຮູບພາບນັກຮົບ,
ຕຳລາສູ້ຮົບ ຄືກັບສະໄໝສາມກົກ.



ຮູບພາບທີ່ຕົບແຕ່ງໃສ່ກະຕູບ ເປັນຮູບຈອມພົນທະຫານ.


ປື້ມປະມວນປະຫວັດການຕໍ່ສູ້ຂອງກອງທະຫານມ້າ ໄດ້ປະດັບໃສ່ໃນຮ້ານອາຫານ “ງວ້າ ລອງ ຈ້າຍ”.

ໃນບໍລິເວນຮ້ານ “ງວ້າ ລອງ ຈ້າຍ”ໄດ້ມີການຂະຫຍາຍ ກິດຈະການເພີ່ມ ໂດຍການສ້າງເປັນກະຕູບ ມຸງດ້ວຍຜ້າແພ, ກະຕູບປະເພດໃຫຍ່ຮັບໃຊ້ສຳລັບຊັ້ນຈອມພົນທະຫານ ແລະ ກະຕູບ ປະເພດນ້ອຍຮັບໃຊ້ສຳລັບຊັ້ນທະຫານ ຄື: ທະຫານ ລາບ, ທະຫານແນວໜ້າ, ກອງທະຫານມ້າ, ຜູ້ຖືກບາດເຈັບ. ຖ້າຫາກແມ່ນໃນສະໄໝສາມກົກ, ແຕ່ລະຄ້າຍຕັ້ງທັບ ຂອງທະຫານ ຈະເປັນບ່ອນຢູ່ອາໃສຂອງກອງທະຫານສູ້ຮົບ,  ແຕ່ໃນຂະນະນີ້, ມັນກັບກາຍເປັນບັນຍາກາດຂອງ ແຂກຜູ້ມາໃຊ້ບໍລິການ ໄດ້ລອງຊິມອາຫານ ແລະ ສຳຫຼວດ ຕົວຈິງຮ້ານ “ງວ້າ ລອງ ຈ້າຍ”ທີ່ມີພະນັກງານໃຫ້ການ ຕ້ອນຮັບທີ່ດີ, ພ້ອມມີຫຼາກຫຼາຍລາຍການອາຫານ ຕະຫຼອດຮອດເຄື່ອງຮັບໃຊ້ບໍລິການແຂກ, ເຄື່ອງປະດັບ ຕົບແຕ່ງ... ສະແດງໃຫ້ເຫັນເຖິງສະຖານະການໃນສະໄໝ ປະຫວັັດສາດຂອງຈີນ.
 
ສຳລັບກະຕູບຂອງຊັ້ນຈອມພົນທະຫານ, ຢູ່ເທິງຜາກຳແພງຮົ້ວ ຈະມີໜັງໂຕເສືອທຽມ ຕິດໄວ້ ສະແດງເຖິງການເສີມສ້າງ ພະລັງ ອຳນາດການບັງຄັບບັນຊາສູ້ຮົບ. ໃນໂຕະອາຫານຂອງ ແຂກ ຈະມີການອອກແບບ ຈັດແຕ່ງແບບຫວນຄືນສູ່ການຕໍ່ສູ້ ສະໄໝສາມກົກ ໂດຍມີແຜນທີ່ແຕ້ມບັ້ນຮົມຕ່າງໆຂອງສາມ ລັດວຸ່ຍ, ລັດສູ, ລັດວູ່. ໃນຂະນະນີ້, ທັນໃດນັ້ນມີທະຫາຜູ້ໜຶ່ງ ມາໃນຊຸດທະຫານສູ້ຮົບມາປະກົດຕົວ ແລະ ຍື່ນຄຳພີແບບ ບູຮານເຮັດດ້ວຍໄມ້ໄຜ່ ມັດຕິດໃສ່ກັນ ຄ້າຍຄືກັນກັບຕຳລາ ສອນການສູ້ຮົບ. ຄວາມຈິງແລ້ວນັ້ນແມ່ນພະນັກ ງານບໍລິການ ນຳເອົາລາຍການ ອາຫານ ເຊີນແຂກເລືອກອາຫານ. ອັນພິເສດກວ່າໝູ່ ແມ່ນພະນັກງານຮັບໃຊ້ ປ່ຽນຈາກການ ບໍລິການແບບທຳມະດາ ມາເອີ້ນແຂກດ້ວຍຄຳເວົ້າທີ່ວ່າ: “ນາຍ”... ແຕ່ກົງກັນຂ້າມ, ແຂກຜູ້ມາໃຊ້ບໍລິການ ຈະເອີ້ນ ພະນັກງານຮ້ານດ້ວຍຄຳວ່າ “ທະຫານ”... ການເອີ້ນຊື່ຍົດ ສັກລັກສະນະແບບນີ້ ໃຫ້ແກ່ແຂກຜູ້ມາໃຊ້ບໍລິການ ຮ້ານອາຫານ “ງວ້າ ລອງ ຈ້າຍ” ມີຄວາມປະທັບໃຈຫຼາຍ.
 
ເບິ່ງໃນລາຍງານອາຫານມີຊື່ວ່າ “ອາຫານຕຳລາສອນ ການສູ້ຮົບ” ເຮັດດ້ວຍໄມ້ໄຜ່ ເຮັດໃຫ້ແຂກຍິ່ງມີຄວາມ ປະທັບໃຈຫຼາຍຂຶ້ນກັບລາຍການອາຫານ ທີ່ໃສ່ຊື່ເປັນ ເອກະລັກສາມກົກ ຄື: ກາວກາວ (Cao Cao), ເຊຍຫົວຕົນ (Xia Hou dun), ຈີມາ (Chi Ma)... ທັງຊິມລົດຊາດອາຫານ “ອາຫານຕຳລາສອນການສູ້ຮົບ” ຮ່ວມກັບບັນດາໝູ່ເພື່ອນ, ທັງເປັນການຊອກຮູ້ ສະພາບບັນຍາກາດ ຂອງຮ້ານອາຫານ “ງວ້າ ລອງ ຈ້າຍ” ເປັນສິ່ງທີ່ມີຄວາມເອກະລັກ ປະທັບໃຈ ຂອງແຂກ, ໂດຍສະເພາະແມ່ນຜູ້ທີ່ມັກຮັກໃນນິຍາຍເລື່ອງ ສາມກົກ.

ໃນຕອນຄໍ່າຄືນ, ບັນຍາກາດ “ງວ້າ ລອງ ຈ້າຍ” ຍິ່ງມີຄວາມ ປະທັບໃຈດ້ວຍກອງໄຟ ທີ່ເຮັດດ້ວຍໄຟຟ້າ ເອເລັກໂຕຣນິກ ທັນສະໄໝ. ລົດຮັບໃຊ້ບໍລິການຂົນສົ່ງສະບຽງອາຫານ ກໍແມ່ນພາຫະນະ ປະຕິບັດຍຸດທະວິທີໂຈມຕີ ເຊິ່ງຕິດຕັ້ງ ໄວ້ຢູ່ມູມຂອງຮ້ານ ຍິ່ງເຮັດໃຫ້ ຈິດວິນຍານຂອງທະຫານ ເປັນການເຕືອນໄວ້ກ່ອນມີການສູ້ຮົບ.


ລາຍການອາຫານ ໄດ້ອອກແບບເຮັດດ້ວຍໄມ້ ຫຼື ໄມ້ໄຜ່ ມັດຕິດແປະໃສ່ກັນ
ເປັນແຜ່ ຄືກັນກັບປຶ້ມຕຳລາ ໃນສະໄໝສາມກົກ. 



ລາຍການອາຫານ ໃສ່ຊື່ອາຫານຕຳລາສອນການສູ້ຮົບ ມີຫຼາຍອາຫານແບບດຽວກັນກັບຫວຽດນາມ.


ບັນດາພະນັກງານບໍລິການ ລ້ວນແລ້ວແຕ່ໃສ່ຊຸດເຄື່ອງນຸ່ງ ຄືກັນກັບສະໄໝສາມກົກ.


ເສື້ອເກາະໄດ້ຈັດສັນໄວ້ຢູ່ເຄິ່ງກາງຮ້ານເພື່ອໃຫ້ແຂກສາມາດນຸ່ງໄດ້ ແລະ ທົດລອງປະສົບການ.


ແຂກສາມາດນຸ່ງເສື້ອເກາະໄດ້ຕາມສະບາຍ.


ບັນດາແຂກສາມາດພົບປະແລກປ່ຽນນຳກັນ ເພື່ອ ສະແດງໃຫ້ເຫັນເຖິງຄວາມພາກພູມໃຈ
ໃນການເປັນນັກ ວິລະບູລຸດ ຢ້ອນຍຸກໃນສະໄໝສາມກົກ.



ບັນດາກະຕູບນ້ອຍ ໄດ້ອອກແບບໃຫ້ມີຄວາມແຕກຕ່າງກັນ ເພື່ອບໍລິການແຂກດ້ວຍຫຼາຍຮູບແບບ.


ສາງເຄື່ອງຂອງກິນຂອງຮ້ານ ເອີ້ນວ່າສາງສະບຽງອາຫານ.

ຮ້ານອາຫານ“ງວ້າ ລອງ ຈ້າຍ”ໄດ້ຈັດກຽມເສື້ອເກາະໄວ້ຢູ່ສະເໜີ ເພື່ອແຂກສາມາດນຸ່ງໄດ້ ໃນນາມເປັນຈອມພົນທະຫານ ແລະ ຖ່າຍຮູບທີ່ລະນຶກຮ່ວມກັບ “ທະຫານ” ຖືດາບ ຢືນຢູ່ຄຽງຄ້າງ. ນອກຈາກນັ້ນ, ຄວາມພາກພູມໃຈຂອງຄົນພື້ນທີ່ພາກໃຕ້ແລ້ວ, ຍັງມີແຂກ ກໍມີການພົບປະແລກປ່ຽນ ແລະ ຮັກແພງສະໜິດສະໜົມກັນ ເຊິ່ງສະແດງເຖິງ “ຄວາມເປັນພີ່ນ້ອງກັນ” ແລະ ເວົ້າລົມກັນເລື່ອງນິຍາຍສາມກົກ ເປັນສິ່ງທີ່ໜ້າປະທັບໃຈໃຫ້ແກ່ທຸກຄົນ.
ບົດ: ຫງວຽນຫວູແທ່ງດາດ-ພາບ: ທົງຫາຍ

ໄປ ຮ່າຕຽນ ຢ້ຽມຢາມສຸສານ ມາກກື່ວ

ໄປ ຮ່າຕຽນ ຢ້ຽມຢາມສຸສານ ມາກກື່ວ

ເຂດບູຮານສະຖານ ສຸສານ ເຈົ້າຄອງ ແຄວ້ນ ຮ່າຕຽນ ມາກກື່ວ-ຜູ້ມີຄຸນງາມຄວາມດີຢ່າງໃຫຍ່ຫຼວງ ໃນການບຸກເບີກ ແລະ ພັດທະນາ ເຂດດິນ ທາງທິດ ຕາເວັນຕົກສ່ຽງໃຕ້ ຂອງ ປະເທດຊາດ ເມື່ອ 3 ສະຕະວັດ ຜ່ານມາ ໄດ້ຮັບການ ສັກ ກາລະບູຊາ ຈາກຊາວ ຫວຽດນາມ ຮຸ່ນຫຼັງ ຕະຫຼອດປີ. 

Top