• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ: ພະນັກງານຕ້ອງ ເປັນຜູ້ນຳ ຂອງ ທຸກບັນຫາ

ເນື່ອງໃນໂອກາດຕ້ອນຮັບປີໃໝ່ 2017, ສະຫາຍ ຫງວຽນຝູ໋ຈ້ອງ, ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ກອມມູນິດ ຫວຽດນາມ ໄດ້ຕອບສຳພາດ ນັກຂ່າວ ຂອງ ສຳນັກຂ່າວສານ ຫວຽດ ນາມ (VNA) ກ່ຽວກັບບັນຫາຕ່າງໆ ທີ່ກ່ຽວພັນເຖິງ ຊີວິດການ ເປັນ ຢູ່, ເສດຖະກິດ, ສັງຄົມ... ຂອງ ປະເທດຊາດ. ພິເສດ ສະຫາຍເລຂາ ທິການໃຫຍ່ ເນັ້ນໜັກເຖິງ ວຽກງານ ກໍ່ສ້າງ, ປັບປຸງພັກ, ຍົກສູງ ປະ ສິດທິຜົນຂອງການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ. ສະຫາຍ ເລຂາທິການໃຫຍ່ ກ່າວວ່າ ພະນັກງານ ຕ້ອງເປັນກົກເຄົ້າຂອງທຸກ ບັນຫາ ຢູ່ສະເໝີ, ວຽກງານຈະສຳເລັດ ຫຼື ລົ້ມເຫຼວ ລ້ວນແຕ່ແມ່ນ ຍ້ອນພະນັກງານທັງໝົດ.

ວາລະສານຫວຽດນາມສະບັບນີ້ ຂໍຖືເປັນກຽດຄັດຈ້ອນເອົາ ບາງ ເນື້ອ ໃນ ບົດສຳພາດດັ່ງກ່າວ ເພື່ອສະເໜີຕໍ່ທ່ານຜູ້ອ່ານດ່ັງນີ້: 

ນັກຂ່າວ: ຮຽນສະຫາຍ ເລຂາທິການໃຫຍ່, ອາດຈະເຫັນໄດ້ວ່າ ສະ ພາບການສໍ້ລາດບັງຫຼວງ, ປາກົດການຫຍໍ້ທໍ້, ຟຸມເຟືອຍ ປະກົດ ວ່າ ຍັງແມ່ນ ບັນຫາເຈັບປວດທີສຸດ; ການກໍ່ສ້າງ, ປັບປຸງພັກ ບໍ່ພຽງແຕ່ ແມ່ນ ບັນຫາ ຂອງພັກ ເທົ່ານັ້ນ ຫາກແມ່ນຄວາມສົນໃຈ ຢ່າງໃຫຍ່ ຫຼວງ ຂອງທົ່ວປວງຊົນອີກດ້ວຍ. ຂໍສະຫາຍເລຂາທິການໃຫຍ່ ຈົ່ງໃຫ້ ຮູ້ ຄວາມຄິດເຫັນກ່ຽວກັບ ບັນຫານີ້, ອັນໃດເປັນປັດໄຈພື້ນຖານ ເພື່ອ ສືບຕໍ່ປະຕິບັດໃຫ້ດີ ໃນວຽກງານກໍ່ສ້າງ, ປັກປຸງພັກ, ຍົກສູງປະສິດທິ ຜົນການປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ?

ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ: ຜ່ານສະໄໝຕ່າງໆ, ພັກ ເຮົາ ໄດ້ມີມະຕິສະເພາະ ກ່ຽວກັບການກໍ່ສ້າງ, ປັບປຸງພັກ, ຖື ບັນຫາ ນີ້ແມ່ນໜ້າຕົ້ນຕໍ, ພື້ນຖານ ໃນໄລຍະຍາວ.

ແຕ່ລະຄັ້ງປະກາດໃຊ້ມະຕິຕົກລົງ ຂອງ ພັກ ລ້ວນແຕ່ມີ ເປົ້າໝາຍ ສະເພາະ, ແຕ່ມີເປົ້າໝາຍດຽວ ຢ່າງສະເໝີຕົ້ນສະເໝີປາຍ ນັ້ນກໍ່ຄື ບັນດາຂະແໜງການແຕ່ລະຂັ້ນ, ພະນັກງານ, ສະມາຊິກພັກ ແລະ ປະຊາຊົນ ຕ່າງກໍເຫັນ ໄດ້ຄວາມຈຳເປັນຕ້ອງ ເບິ່ງແຍງດູແລ ປະຕິ ບັດ ໃຫ້ດີວຽກງານກໍ່ສ້າງ, ປັບປຸງພັກ ຢ່າງເປັນປະຈຳ ແລະ ຕໍ່ເນື່ອງ.

ກ່ອນໜ້ານີ້, ເມື່ອເວົ້າເຖິງໄພອັນຕະລາຍ ທີ່ມີຕໍ່ ຄວາມເປັນຕາຍ ຂອງ ພັກ, ຂອງລະບອບ ແມ່ນມັກເວົ້າເຖິງກົນອຸບາຍ ຫັນປ່ຽນ ໂດຍ ສັນ ຕິວິທີ ຂອງ ບັນດາອິດທິກຳລັງປໍລະປັກ. ໃນມະຕິສູນກາງ ຄັ້ງທີ 4 (ສະໄໝທີ XI) ແມ່ນສະພາບການທົດຖອຍ ທາງດ້ານແນວ ຄິດ ການເມືອງ,  ຄຸນສົມບັດ ແລະ ແບບແຜນການດຳລົງຊີວິດ); ມະຕິ ສູນກາງ ຄັ້ງທີ 4 (ສະໄໝທີ XII) ໄດ້ຊີ້ແຈ້ງ ແລະ ໄຈ້ແຍກຢ່າງ ເລິກ ເຊິ່ງ ຕໍ່ສະພາບການ “ຫັນປ່ຽນເອງ”, “ເສຍທາດເອງ” ຢູ່ພາຍໃນພັກ.

ສະຫາຍ ເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ກ່າວປາໄສຢູ່ກອງ ປະຊຸມ ພະນັກງານທົ່ວປະເທດ
ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມສູນກາງ ຄັ້ງທີ 4 ສະໄໝທີ XII. ພາບ: ຈີ້ຢຸງ/VNA



ບັນຍາກາດພາຍໃນກອງປະຊຸມ. ພາບ: ຈີ້ຢຸງ/VNA
 
ຈຸດໃໝ່ຂອງມະຕິ ສູນກາງ ຄັ້ງທີ 4 (ສະໄໝທີ XII) ແມ່ນໄດ້ຊີ້ໃຫ້ ເຫັນວ່າ ອັນໃດແມ່ນແນວຄິດ ຖົດຖອຍທາງການເມືອງ, ການ “ຫັນ ປ່ຽນໂດຍຕົນເອງ”, “ຜັນປ່ຽນໂດຍຕົນເອງ”, ເນັ້ນໜັກ ຄຸນລັກສະນະ ອັນຕະລາຍ ແລະ ຜົນຢ້ອນຫຼັງ ທີ່ບ່ໍອາດຄາດການໄດ້ລ່ວງໜ້າ, ພ້ອມ ນັ້ນ ແມ່ນຢືນຢັນ ຄວາມຕັດ ສິນໃຈ ສະກັດກັ້ນ, ຕີຖອຍ ສະພາບ ການດ່ັງກ່າວ ດ້ວຍວິທີແກ້ໄຂ 4 ຢ່າງເຊັ່ນ: ປະສານສົມທົບກັນລະ ຫວ່າງ “ກໍ່ສ້າງ” ແລະ “ຕ້ານ”, ໃນນັ້ນ “ກໍ່ສ້າງ” ແມ່ນໜ້າທີ່ພື້ນຖານ, ຍາວນານ, “ຕ້ານ” ແມ່ນໜ້າທີ່ສຳຄັນ, ຮີບດ່ວນ.

ເປົ້າໝາຍກໍຄື ປັບປຸງ ແກ້ໄຂ ບັນດາຈຸດອ່ອນ ຂໍ້ຄ້າງຄາ ໃນວຽກງານ ພະນັກງານ ແລະ ຄຸ້ມຄອງພະນັກງານ. ຖ້າເວົ້າວ່າ ວຽກງານກໍ່ສ້າງ ພັກ ເປັນຂອດກຸນແຈ, ແຕ່ວຽກງານພະນັກງານຍິ່ງແມ່ນບັນຫາຕົ້ນຕໍ, ແມ່ນ ສາຍເຫດຂອງທຸກບັນຫາ.

ພະນັກງານແມ່ນກົກເຄົ້າຂອງທຸກບັນຫາຢູ່ສະເໝີ, ວຽກງານທຸກຢ່າງ ຈະສຳເລັດ ຫຼື ລົ້ມເຫຼວ ແມ່ນຍ້ອນພະນັກງານ. ເຖິງວ່າມີແນວທາງດີ, ແຜນນະໂຍບາຍຖືກຕ້ອງ, ແຕ່ຖ້າພະນັກງານ ບໍ່ຕອບສະໜອງໄດ້ ຄວາມຮຽກຮ້ອງຕ້ອງການ, ຊ້ຳບໍ່ໜຳຍັງເຮັດຜິດ ກໍບໍ່ສາມາດ ປະຕິ ບັດໄດ້...

ມະຕິສູນກາງ ຄັ້ງທີ 4 ເທື່ອນີ້, ນອກຈາກມີມາດຕະການແກ້ໄຂ ກ່ຽວ ກັບແນວຄິດການເມືອງແລ້ວ ຍັງໄດ້ກ່າວເຖິງຢ່າງຄົບຖ້ວນກວ່າ ກຸ່ມ ມາດຕະການກ່ຽວກັບກົນໄກ, ນະໂຍບາຍ, ຖືສຳຄັນກົດລະບຽບ, ກົດ ຂໍ້ບັງຄັບ, ລັກສະນະເຄົາລົບຫຼັກການກົດໝາຍສູງສຸດ; ເນັ້ນໜັກ ການ ປະຕິບັດ ຢ່າງເຂັ້ມງວດ ກົນໄກຄວບຄຸມ ແລະ ການປະຕິບັດອຳນາດ ຂອງ ຜູ້ມີສິດ, ກຳນົດຢ່າງຈະແຈ້ງ ອຳນາດຕັດສິນ ແລະ ຄວາມຮັບ ຜິດຊອບ, ຈັດແກ້ຢ່າງເຂັ້ມງວດ ບັນດາຄະດີລ່ວງລະເມີດ ກໍ່ຄວາມ ເດືອດຮ້ອນໃນຫາງສຽງສັງຄົມ, ບໍ່ໃຫ້ເຮັດຕາມລຳພັງ, ຕັດສິນ ຕາມລຳພັງ ແລະ ກຳອຳນາດຜະເດັດການ.

ພ້ອມດຽວກັນນັ້ນ, ຕ້ອງປະຕິບັດຢ່າງເປີດເຜີຍ, ຈະແຈ້ງ ໃນການ ຄຸ້ມ ຄອງ, ບັນຊາ, ລົບລ້າງກົນໄກ “ຂໍ-ໃຫ້”, “ຂໍອະນຸມັດ-ອະນຸມັດ”, ປະ ກອບສ່ວນສະກັດກັ້ນ, ຕີຖອຍບັນດາປະກົດການຫຍໍ້ທໍ້ເຊັ່ນ: ພະຍາດ ອາດຍາສິດ, ສ້ໍລາດບັງຫຼວງ, ຜົນປະໂຫຍດກຸ່ມ, “ເດີ່ນຫຼັງບ້ານ”, ຫາ ຜົນປະໂຫຍດສ່ວນຕົວ...

ສະຫາຍ ເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ, ຫົວໜ້າຄະນຊີ້ນຳສູນ ກາງ ກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ເປັນປະທານ
ໃນ ກອງປະຊຸມຂອງຄະນະປະຈຳການ ຄະນະຊີ້ນຳສູນກາງ ກ່ຽວກັບ ການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ. ພາບ: ຈີ້ຢຸງ/VNA



ສະຫາຍ ເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ, ເລຂາຄະນະພັກ ການ ທະຫານສູນກາງ ກ່າວປາໄສຊີ້ນຳ
ກອງປະຊຸມການທະຫານ ແລະ ການເມືອງທົ່ວກອງທັບ ປີ 2016.  ພາບ: ຈີ້ຢຸງ/VNA



ສະຫາຍ ເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ, ກຳມະການ ຄະນະປະ ຈຳ ການຄະນະພັກ ຕຳຫຼວດ ສູນກາງ
ກ່າວປາໄສຊີ້ນຳ ກອງປະຊຸມ ຄະນະພັກຕຳຫຼວດສູນກາງ.  ພາບ: ຈີ້ຢຸງ/VNA


ສະຫາຍ ເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ເຂົ້າຮ່ວມ ແລະ ກ່າວປາ ໄສ ທີ່ກອງປະຊຸມ ຄະນະກຳມະການ
ສູນກາງແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ 6, ສະໄໝທີ VIII. ພາບ: ຈີ້ຢຸງ/VNA



ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ພົບປະພະນັກງານ ແລະ ພໍ່ ແມ່ ປະຊາຊົນ ຕາແສງ ໂກລວາ, ເມືອງ ດົງແອງ, ນະຄອນ ຮ່າ ໂນ້ຍ. ພາບ: ຈີ້ຢຸງ/VNA
 
ຫວ່າງແລ້ວນີ້, ມີຂໍ້ ກຳນົດລະບຽບການຫຼາຍສະບັບຂອງສູນກາງ ພັກ ແລະ ລັດຖະບານ ໄດ້ຮັບຄວາມຊົມເຊີຍ ເຊ່ັນ ຕ້ານການ “ແລ່ນ ອາຍຸ” “ແລ່ນ ໝູນວຽນ”, ຫ້າມກິນເຫຼົ້າເມົາຢາ, ມອບຂອງຕ້ອນ ຂອງ ຂວັນ ແລະ ອື່ນໆ.

ມະຕິສູນກາງ ຄັ້ງທີ 4 ທີ່ຜ່ານມາ ແມ່ນໄດ້ຮັບຄວາມເອກະພາບ ຢ່າງ ສູງ ແລະ ຄວາມຕັດສິນອັນໃຫຍ່ຫຼວງ. ສິ່ງສຳຄັນໃນເວລານີ້ ແມ່ນ ຕ້ອງ ຫັນຄວາມຕັດສິນໃຈ ເປັນການປະຕິບັດຕົວຈິງ, ເວົ້າຕ້ອງ ໄປ ຄຽງຄູ່ ກັບການກະທຳ.

ໜ້າພາກພູມໃຈ ກໍຄື ຫຼັງຈາກມີການຊີ້ນຳ, ປະກົດວ່າ ກົງຈັກ ທັງລະ ບົບ ໄດ້ພ້ອມກັນປະກອບສ່ວນ ຫັນມະຕິສູນກາງ ຄັ້ງທີ 4 ໃຫ້ປາກົດ ເປັນຈິງ. ບັນດາອົງການຈັດຕັ້ງ, ອົງຄະນະພັກ, ສະພາແຫ່ງຊາດ, ທຸກ ຂັ້ນ, ທຸກຂະແໜງການ ພ້ອມກັນເສີມຂະຫຍາຍຄວາມ ຮັບຜິດຊອບ, ເຂົ້າຮ່ວມ ການປະຕິບັດ ດ້ວຍນ້ຳໃຈສູງສຸດ, ປະກອບສ່ວນ ເຂົ້າໃນ ການຕໍ່ສູ້ລວມ.

ພະນັກງານ, ສະມາຊິກພັກ, ປະຊາຊົນ ເປັນຈຳນວນຫຼວງຫຼາຍ ໃຫ້ ການສະໜັບສະໜູນ ແລະ ຫວັງວ່າ ມະຕິສູນກາງ ຄັ້ງທີ 4 ຈະໄດ້ ປະ ຕິບັດ ຢ່າງເຖິງຖອງ ສ້າງຄວາມຫັນປ່ຽນ ຢ່າງແຈ້ງຊັດໃນຕົວຈິງ.

ກໍ່ສ້າງ, ປັບປຸງພັກ ເປັນໜ້າທີ່ຫຍຸ້ງຍາກ ແລະ ສັບສົນທີສຸດ, ແຕ່ຕ້ອງ ປະຕິບັດ.

ບັນຫາກໍຄືວ່າ ເຮັດແນວໃດເຮັດໃຫ້ ອົງການຈັດຕັ້ງພັກ ແລະ ກົງຈັກ ລັດປອດໃສຂາວສະອາດ, ເຂັ້ມແຂງ, ທັງພັດທະນາເສດຖະກິດ; ສັງ ຄົມມີສະຖຽນລະພາບ; ປະເທດຊາດ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ. 

ກ່ອນອື່ນໝົດ ຕ້ອງມີຊີວິດການເປັນຢູ່ຢ່າງອີ່ມໜຳສຳລານ ປະຊາຊົນ ຈຶ່ງອຸ່ນອຽນໃຈ ແລະ ເຊື່ອໝັ້ນ, ປະເທດຊາດຢູ່ເຢັນເປັນສຸກ ຈຶ່ງພັດ ທະນາໄດ້.

ເພາະສະນັ້ນ ຕ້ອງຄິດໄລ່ຮອບດ້ານ, ໂດຍລວມ ກັບວິທີ ສັດຈະວິ ພາກ. ໜ້າທີ່ກໍ່ສ້າງພັກແມ່ນຂອດກຸນແຈ, ຕ້ອງໄດ້ປະຕິບັດ ໃນຂະນະ ດຽວກັນກັບ ການພັດທະນາເສດຖະກິດ ຊຶ່ງເປັນໜ້າທີ່ ໃຈກາງ.

ມະຕິສູນກາງ ຄັ້ງທີ 4 (ສະໄໝທີ XII) ກ່ຽວກັບການກໍ່ສ້າງພັກ ຕ້ອງ ໄດ້ປະຕິບັດ ໄປພ້ອມໆ ກັບບັນດາມະຕິອື່ນໆ ຂອງສູນກາງ, ສະພາ ແຫ່ງຊາດ, ລັດຖະບານ, ສ້າງຄວາມປ່ຽນແປງຢ່າງຄົບຊຸດ, ຮອບ ດ້ານ ໃນທຸກຂົງເຂດວຽກງານ.

ລະດູບານໃໝ່ປີ 2017 ພວມໝູນວຽນມາເຖິງ,  ນຳມາຊຶ່ງ ພະລັງ ຊີວິດ ໃໝ່, ຄວາມເຊື່ອໝັ້ນໃໝ່. ເພື່ອຍາດແຍ່ງເອົາກາລະໂອກາດ, ຜ່ານ ຜ່າສິ່ງທ້າທາຍ, ທົ່ວພັກ, ທົ່ວກອງທັບ, ທົ່ປວງຊົນຕ້ອງ ເພີ່ມທະ ວີ ຄວາມສາມັກຄີ, ຮ່ວມແຮງຮ່ວມໃຈ, ເສີມຂະຫຍາຍນ້ຳໃຈຮັກ ຊາດ, ຄວາມມຸ່ງໝັ້ນ, ສະຕິປັນຍາ ແລະ ມູນເຊື້ອວັດທະນະທຳ ອັນ ຍາວ ນານ ຂອງ ຊາວຫວຽດນາມ, ອອກແຮງ ພະຍາຍາມສູ້ຊົນ ສືບ ຕໍ່ນຳ ເອົາມະຕິ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກເຂົ້າສູ່ຊີວິດ ຕົວ ຈິງ, ຕັດ ສິນໃຈ ກໍ່ສ້າງພັກ ໃຫ້ນັບມື້ ປອດໃສຂາວສະອາດ, ເຂັ້ມ ແຂງ; ປະ ເທດຊາດນັບ ມື້ຂະຫຍາຍຕົວ, ຈະເລີນຮຸ່ງເຮືອງ; ປະຊາ ຊົນ ນັບມື້ໄດ້ ໃຊ້ຊີວິດ ໃນຄວາມ ອີ່ມໜຳສຳລານ ແລະ ຜາສຸກ.

ນັກຂ່າວ: ຂໍຂອບໃຈສະຫາຍ ເລຂາທິການໃຫຍ່ ດ້ວຍຄວາມ ນັບຖື ຢ່າງສູງ.
ປະຕິບັດ: VNA/VNP

ການພົວພັນ ຫວຽດນາມ-ອົດສະຕຣາລີ ຍົກລະດັບເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ

ການພົວພັນ ຫວຽດນາມ-ອົດສະຕຣາລີ ຍົກລະດັບເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ

ພາຍຫຼັງກວ່າ 50 ປີແຫ່ງການສ້າງຕັ້ງ ສາຍພົວພັນທາງການທູດ, ຫວຽດນາມ ແລະ ອົດສະຕຣາລີ ໄດ້ສ້າງສາຍພົວພັນທີ່ໜັກແໜ້ນ ແລະ ຮອບດ້ານ ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈ ດ້ານຍຸດທະ ສາດ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ. ໃນກອບການຢ້ຽມຢາມ ປະເທດ ອົດສະຕຣາລີ ຢ່າງເປັນທາງການ ຂອງ ທ່ານນາຍົກລັດຖະ ມົນຕີ ຟ້າມມິງຈິ໋ງ ໃນເດືອນ ມີນາ ຜ່ານມາ ຕາມຄຳເຊີນ ຂອງ ທ່ານນາຍົກລັດຖະມົນຕີ ອົດສະຕຣາລີ Anthony Albanese, ສອງຝ່າຍໄດ້ປະກາດ ຍົກລະດັບການພົວພັນ ສອງຝ່າຍ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ.

Top