• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເສດຖະກິດ

ສະຫະກອນຜະລິດຜັກປອດສານພິດແບບໃໝ່

ໄລຍະຜ່ານມາ, ຕົວແບບສະຫະກອນແບບໃໝ່ ໄດ້ຜັນຂະຫຍາຍໃນຫຼາຍທ້ອງຖິ່ນທົ່ວປະເທດ ນຳມາປະສິດທິພາບສູງ, ພິເສດໃນການຜະລິດກະສິກຳ. ໜຶ່ງໃນບັນດາແບບຢ່າງທີ່ ພົ້ນເດັ່ນແມ່ນສະ ຫະກອນຜະລິດຜັກ ບາຈື ທີ່ຕາແສງ ເວິນໂນ້ຍ, ເມືອງ ດົງແອງ, ນະຄອນ ຮ່າໂນ້ຍ.
ເມື່ອມາເຖິງສະຫະກອນຜະລິດຜັກ ບາຈື, ເອື້ອຍ ຫງວຽນທິຮວ່ຽນ, ປະທານສະຫະກອນ ພາພວກຂ້າພະເຈົ້າໄປຢາມເຂດປູກຜັກ ປອດສານພິດ ຂອງ ບັນດາສະມາຊິກ. ທົ່ງນາ ປູກ ຜັກ ຢູ່ທີ່ນີ້ ໄດ້ ຕິດປ້າຍ ແລະ ຂຽນຊື່ເຈົ້າໃສ່ ພ້ອມທັງມື້ປູກຜັກ. ສະມາຊິກແຕ່ລະ ຄົນ ຈະມີປຶ້ມບັນທຶກສະເພາະ, ຊຶ່ງຈະໄດ້ບັນທຶກມື້ປູກ, ມື້ເກັບຜັກ ຕອນນັ້ນຢ່າງຈະແຈ້ງ. ຫຼັກການດັ່ງກ່າວ ໄດ້ນຳໃຊ້ ຫຼັງຈາກ ສະຫະ ກອນປະຕິບັດການປູກຜັກ ປອດສານພິດ ຕາມໂຄງ ການ PGS (Participatory Guarantee System) ທີ່ຜັນຂະ ຫຍາຍໂດຍ ກົມປົກປັກຮັກສາພືດ ຮ່າໂນ້ຍ. ນີ້ແມ່ນລະບົບ ຮັບປະກັນທີ່ອາໄສ ການເຂົ້າຮ່ວມຂອງບັນດາອົງການ ແລະ ພາກສ່ວນຕ່າງໆ ທີ່ກ່ຽວ ຂ້ອງໃນການຜະລິດຜັກປອດສານພິດ. ຜັກທີ່ຂາຍອອກ ທາງສະ ຫະກອນ ຈະເປັນຜູ້ເຮັບຜິດຊອບກ່ຽວກັບ ຄວາມປອດໄພ ດ້ານສະ ບຽງອາຫານ.
 
ເອື້ອຍ ຫງວຽນທິຮວ່ຽນ ໃຫ້ຮູ້ວ່າ ຕົວແບບສະຫະກອນແບບໃໝ່ມີຈຸດດີແມ່ນ ຜະລິດຕະພັນຂອງສະຫະກອນທີ່ຜະລິດອອກ ຈະ ມີລາຄາສູງກວ່າ, ຈາກນັ້ນ ຜົນປະໂຫຍດຂອງບັນດາສະມາຊິກກໍ່ຈະແຈ້ງ ແລະ ໝັ້ນຄົງກວ່າ. ບັນດາສະມາຊິກໃນ ສະຫະກອນ ຈະ ໄດ້ຮຽນ ແລະ ຜັນຂະຫຍາຍຕົວແບບ PGS-ລະ ບົບ ຮັບປະ ກອນຄຸນນະພາບໃນການຜະລິດຜັກອິນຊີ, ຜັກປອດ ສານພິດ, ໝາຍຄວາມວ່າ ຜະລິດຕະພັນທີ່ຜະລິດອອກ ຈະໄດ້ຮັບຮອງ ຄວາມປອດໄພ ແຕ່ຕົ້ນ, ຈາກນັ້ນຈິ່ງຢືນຢັນໄດ້ເຄື່ອງໝາຍການ ຄ້າ ຜັກປອດສານພິດຂອງສະຫະກອນ.


ເຂດປູກຜັກຂອງສະຫະກອນ ບາຈື, ໜຶ່ງໃນບັນດາສະຫະກອນ
ແບບໃໝ່ ທີ່ພົ້ນເດັ່ນຂອງນະຄອນ ຮ່າໂນ້ຍ.



ປະຈຸບັນ, ສະຫະກອນ ບາຈື ພວມສະໜອງຜັກປອດສານພິດໃຫ້
ແກ່ບັນດາຫົວໜ່ວຍຈຳໜ່າຍໃນທົ່ວນະຄອນ ຮ່າໂນ້ຍ.



ສວນກ້າເບ້ຍຂອງສະຫະກອນ.


ດ້ວຍການນຳໃຊ້ໂຄງການ PGS, ບັນດາຂັ້ນຕອນການປູກຜັກຈະ
ໄດ້ປະຕິບັດຕາມມາດຕະຖານກ່ຽວກັບເວລາ ແລະ ໄດ້ບັນທຶກຢ່າງລະອຽດ.



ໝາກເລັ່ນທີ່ໄດ້ປູກຕາມມາດຕະຖານ PGS ຂອງ ສະຫະກອນຜະລິດຜັກປອດສານພິດ ບາຈື.


ຜັກກາດປອດສານພິດ ຈະໄດ້ສະມາຊິກ ຂອງ ສະຫະກອນປຸງແຕ່ງ
ໃນຂັ້ນຕົ້ນ ແລະ ຊັ່ງ ຢູ່ທົ່ງນາ ຕາມໃບສັ່ງຊື້ຂອງລູກຄ້າ. 



ປະຈຸບັນ, ສະຫະກອນຜະລິດຜັກ ບາຈື ມີເນື້ອທີ່ປູກຜັກທັງໝົດ 32 ເຮັກຕາ, ໃນນັ້ນ 17 ເຮັກຕາ
ໄດ້ຮັບໃບຮັບຮອງ ມາດຕະ ຖານ ຜະລິດຜັກປອດສານພິດ ຈາກສາຂາກົມປົກປັກ ຮັກສາພືດ ຮ່າ ໂນ້ຍ.
15 ເຮັກຕາ ທີ່ຍັງເຫຼືອ, ສາຂາກົມປົກປັກຮັກສາພືດ ຮ່າ ໂນ້ຍ ສຳເລັດການສ້າງເອກະສານເພື່ອຮັບຮອງ ມາດຕະຖານ. 



ຜ່ານມາສະຫະພັນສະຫະກອນ ນຳໃຊ້ຜະລິດຕະພັນກະສິກຳປອດ ສານພິດຫວຽດນາມ (UCA) ໃຫ້ເປີດນຳໃຊ້ລະບົບ
ຮ້ານຊັບພະ ສິນຄ້າຂາຍ ຜະລິດຕະພັນກະສິກຳປອດສານພິດ ຫວຽດນາມ (UCA Mart) ທີ່ນະຄອນ ຮ່າໂນ້ຍ
ເພື່ອແນະ ນຳຜະລິດຕະພັນ ກະສິກຳປອດ ສານພິດຂອງບັນດາສະຫະກອນໃນທົ່ວປະເທດ ຕໍ່ຜູ້ບໍລິໂພກ.



ຜະລິດຕະພັນ ທີ່ໄດ້ວາງຂາຍໃນ UCA Mart ຈະໄດ້ຕິດສະແຕມ
ເພື່ອໃຫ້ຜູ້ບໍລິໂພກ ກວດກາຕົ້ນກຳເນິີດໄດ້ຢ່າງງ່າຍດາຍ. 



ທີ່ລະບົບ UCA Mart, ຜູ້ບໍລິໂພກ ສາມາດນຳໃຊ້ໂທລະສັບມືຖື
ຂອງຕົນເພື່ອກວດກາຕົ້ນກຳເນີດຂອງບັນດາຜະລິດຕະພັນ.

ຄວາມໝາຍສຳຄັນຂອງ PGS ແມ່ນຜູ້ຜະລິດຈະເຂົ້າຮ່ວມໃນການກວດກາເຊິ່ງກັນ ແລະ ກັນ, ສົ່ງເສີມການເຂົ້າຮ່ວມໂດຍ ກົງ ຂອງ ຊາວກະສິກອນ ແລະ ຜູ້ບໍລິໂພກໃນການຮັບຮອງຜະລິດ ຕະ ພັນ, ຊ່ວຍເຮັດໃຫ້ຜູ້ຜະລິດຂະໜາດນ້ອຍ ສາມາດເຂົ້າຮ່ວມໃນລະ ບົບ, ພິເສດແມ່ນຄ່າໃຊ້ຈ່າຍ ເພື່ອຮັບຮອງບໍ່ສູງ.
 
ທ່ານນາງ ຕື່ທິຕວຽດຍຸງ, ຜູ້ປະສານງານຂອງ PGS ຢູ່ ຫວຽດນາມ ໃຫ້ຮູ້ວ່າ PGS ໄດ້ ນຳໃຊ້ຢ່າງກວ້າງຂວາງຢູ່ບັນດາປະເທດຕາ ເວັນຕົກ ແລະ ບາງປະເທດ ໃນອາຊີ. ຢູ່ ຫວຽດນາມ, PGS ໄດ້ ມີໂຄງ ການຈຳນວນໜຶ່ງຂອງບັນດາອົງການບໍ່ຂຶ້ນ ກັບລັດຖະບານ ແນະນຳ ແລະ ນຳໃຊ້ໃນການຄວບຄຸມ ແລະ ຄຸ້ມຄອງ ຄຸນນະ ພາບຜັກອິນຊີ ທີ່ໄດ້ຜະລິດຈາກຊາວກະສິກອນ ຜູ້ຜະລິດຜັກ ຂະໜາດນ້ອຍ ຢູ່ຫຼາຍທ້ອງຖິ່ນໃນທົ່ວປະເທດ.
 
ດ້ວຍການນຳ ໃຊ້ ລະບົບ PGS ທີ່ປະສົບຜົນສຳເລັດໃນ ການ ເຄື່ອນໄຫວ ຂອງ ຕົວແບບ ສະຫະກອນຜະລິດກະສິກຳແບບ ໃໝ່ ຄືຕົວແບບຂອງສະຫະກອນ ຜະລິດຜັກປອດສານພິດ ບາຈື ນັບມື້ ຢືນຢັນໄດ້ ເຄື່ອງໝາຍການຄ້າ ຂອງ ຕົນ. 
ບົດ: ຖາວວີ - ພາບ: ເຕິດເຊີນ

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ນະຄອນ​ ຮ່າ​ໂນ້ຍ​ໄດ້​ສືບ​ຕໍ່​ຊຸກຍູ້​ບັນດາ​ຂົງ​ເຂດ​ຜະລິດ​ກະສິກຳ​ແບບ​ລວມສູນ, ສ້າງ​ແຫຼ່ງວັດຖຸ​ດິບ​ທີ່​ມີ​ຜົນຜະລິດສູງ​ເພື່ອ​ຮັບ​ໃຊ້​ການ​ບໍລິ​ໂພ​ກພາຍ​ໃນ​ແລະ ສົ່ງ​ອອກ.

Top