• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະມາຄົມ ຫວຽດນາມ-ອາເມລິກາຕ້ອນຮັບຄະນະຜູ້ແທນສະໂມສອນ San Diego


ສະມາຄົມ ຫວຽດນາມ-ອາເມລິກາຕ້ອນຮັບ
ຄະນະຜູ້ແທນສະໂມສອນ San Diego
(ພາບ: KL)

 
      ວັນ​ທີ 18/3, ຢູ່ ຮ່າ​ໂນ້ຍ, ທ່ານ ບູ່​ຍ​ເທ໋ຢາງ, ຮອງ​ປະທານ ສະມາຄົມ ຫວຽດນາມ-ອາ​ເມ​ລິ​ກາ ​ໄດ້​ຕ້ອນຮັບ​ສະ​ໂມ​ສອນ​ກຳລັງ​ແຮງ​ມິດຕະພາບ San Diego (ອາ​ເມ​ລິ​ກາ), ​ໂດຍທ່ານ​ນາງ Brenda Pearson, ຜູ້ອຳນວຍການ​ລາຍການ​ແລກປ່ຽນ​ຂອງ​ສະ​ໂມ​ສອນ​ເປັນ​ຫົວໜ້າ​ຄະນະ, ພວມ​ຢ້ຽມຢາມ ຫວຽດນາມ ​ແຕ່​ວັນ​ທີ 15-31/3. . ທ່ານ ບູ່​ຍ​ເທ໋ຢາງ​ໄດ້​ແຈ້ງ​ໃຫ້​ຄະນະ​ໄດ້​ຮັບ​ຊາບ​ບາງ​ຂໍ້​ມູນ​ກ່ຽວ​ກັບ​ການ​ພັດທະນາ ​ແລະ ການ​ເຊື່ອມ​ໂຍງ​ຂອງ ຫວຽດນາມ, ການ​ພົວພັນ​ຮ່ວມ​ມື ​ຫວຽດນາມ - ອາ​ເມ​ລິ​ກາ ​ໃນ​ປະຈຸ​ບັນ. ພ້ອມ​ທັງ​ໃຫ້​ຮູ້​ກ່ຽວ​ກັບ​ຄວາມ​ຫຍຸ້ງຍາກ, ການ​ທ້າ​ທາຍ​ໃນ​ບັນຫາ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງຄາມ ຫວຽດນາມ, ​ໃນ​ນັ້ນ​ມີ​ບັນຫາ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ, ການ​ທຳລາຍ​ລະ​ເບີດ​ບໍ່​ທັນ​ແຕກ​ຫຼັງ​ສົງຄາມ. ​ແລະ​ກໍ່​ໃນ​ການ​ຕ້ອນຮັບ, ສອງ​ຝ່າຍ​ໄດ້​ເຕື້ອງ​ເຖິງ​ບັນ​ຫາ​ຊອກ​ຫາ​ທະຫານ​ ອາ​ເມ​ລິ​ກາ ທີ່​ຫາຍ​ສາບ​ສູນ​ໃນສົງຄາມ​ຢູ່ ຫວຽດນາມ (MIA) ​ແລະ ທິດ​ທາງ​ຈັດຕັ້ງ​ເວທີ​ປາ​ໄສ​ວິ​ສາ​ຫະກິດ​ອະດີດ​ນັກຮົບ ຫວຽດນາມ - ອາ​ເມ​ລິ​ກາ ຄັ້ງ​ທຳ​ອິດ​ຢູ່ ຫວຽດນາມ, ​ເຊິ່ງຄາດ​ວ່າ​ຈະ​ດຳ​ເນີນ​ໃນ​ທ້າຍ​ປີ 2017.
(ແຫຼ່ງຄັດຈາກ VOV)

ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຄ້າ ແລະ ພັດ​ທະ​ນາ​ການ​ສົ່ງ​ອອກ​ນຳ​ເຂົ້​າ ເຂດ​ໄຕ​ງວຽນ

ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຄ້າ ແລະ ພັດ​ທະ​ນາ​ການ​ສົ່ງ​ອອກ​ນຳ​ເຂົ້​າ ເຂດ​ໄຕ​ງວຽນ

ກອງປະຊຸມຈະສຸມໃສ່ແລກປ່ຽນກ່ຽວກັບການຮ່ວມມື, ເຊື່ອມຕໍ່ລະບົບ ໃນການຜະລິດຍົກສູງຄຸນຄ່າຂອງ ຜະລິດຕະພັນສົ່ງອອກຂອງເຂດໄຕງວຽນ, ເຊື່ອມຕໍ່ເຂດ ໄຕງວຽນໃນບັນດາການເຄື່ອນໄຫວສົ່ງເສີມການຄ້າ ແລະ ການນຳເຂົ້າສົ່ງອອກຕາມຂອບຂະໜາດເປັນມືອາຊີບ.

Top