• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາແຫ່ງຊາດຫວຽດນາມ-ລັດເຊຍເພີ່ມທະວີການສົມທົບກັນຕິດຕາມກວດກາ


ທ່ານຫງວຽນ​ທິກີ​ມ​ເງິນ ​ໃຫ້ການ​ຕ້ອນຮັບ ​ແລະ 
​ເຈລະຈາ​ກັບ​ທ່ານ​ນາງ V.I Matviyenko

      ຕອນ​ເຊົ້າ​ວັນ​ທີ 21/02 ຢູ່ີຮ່າ​ໂນ້ຍ, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ທິກີ​ມ​ເງິນ ​ໃຫ້ການ​ຕ້ອນຮັບ ​ແລະ ​ເຈລະຈາ​ກັບ​ທ່ານ​ນາງປະທານ​ສະພາ​ສູງ​ສະຫະພັນ ລັດ​ເຊຍ V.I Matviyenko ​ເນື່ອງ​ໃນ​ໂອກາດ​ທ່ານ​ນາງ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ. ທີ່​ການ​ເຈລະຈາ, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ ຖື​ວ່າ: ຫວຽດນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ​ໃຫ້​ບຸລິມະສິດ, ປັບປຸງ​ການ​ພັດທະນາ​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ກັບ​ສະຫະພັນ ລັດ​ເຊຍ. ພ້ອມ​ທັງປາດ​ຖະໜາ​ຢາກ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ, 2 ສະພາ​ແຫ່ງ​ຊາດ, ລະຫວ່າງ​ບັນດາ​ທ້ອງ​ຖິ່ນ 2 ປະ​ເທດ​ຢ່າງ​ມີ​ປະສິດທິ​ຜົນ. ກ່າວ​ຄຳ​ເຫັນ​ທີ່​ການ​ເຈລະຈາ, ທ່ານ​ນາງ​ປະທານ​ສະພາ​ສູງ​ສະຫະ​ພັນ ລັດ​ເຊຍ V.I Matviyenko ຢືນຢັນ​ວ່າ: ສະຫະພັນ ລັດ​ເຊຍ ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ 2 ອົງການ​ລັດຖະສະພາ 2 ປະ​ເທດ​ກ່ວາ​ອີກ​ ​ແລະ ສົມທົບ​ກັນ​ດຳ​ເນີນ​ງານລະຫວ່າງ​ອົງການ​ລັດຖະສະພາ 2 ປະ​ເທດ​ຢູ່​ເວທີ​ປາ​ໄສ​ລັດຖະສະພາ​ສາກົນ, ​ໃນ​ນັ້ນ​ມີ​ເວທີ​ປາ​ໄສ ສະຫະພັນ​ລັດຖະສະພາ​ສາກົນ (IPU) ກໍ່​ຄື​ບັນດາ​ເວທີ​ປາ​ໄສ​ອື່ນໆ.
        ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ​ພາຍຫລັງ​ການ​ເຈລະຈາ, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ ​ໃຫ້​ຮູ້​ວ່າ: ການ​ພົວພັນ​ຮ່ວມ​ມື 2 ປະ​ເທດ ຍັງ​ມີ​ຫລາຍ​ຄວາມ​ສາມາດ​ບົ່ມຊ້ອນ​ເພື່ອ​ພັດທະນາ ພິ​ເສດ​ແມ່ນ​ແຕ່ລະ​ປະ​ເທດ​ມີ​ບັນດາ​ທ່າ​​ແຮງ​ເພີ່ມ​ເຕີ່​ມ​ໃຫ້​ກັນ ​ແລະ ສະພາ​ແຫ່ງ​ຊາດ 2 ປະ​ເທດ​ເສີມ​ຂະ​ຫຍາ​ຍບົດບາດ ​ເພື່ອ​ເຮັດ​ໃຫ້ການ​ພົວພັນ 2 ປະ​ເທດ​ເລິກ​ເຊິ່ງກ່ວາ​ອີກ. ກ່ຽວ​ກັບ​ການ​ດຳ​ນົດທິດ​ໃນ​ການ​ເຄື່ອນ​ໄຫວ​ຂອງ 2 ສະພາ​ແຫ່ງ​ຊາດ​ໃນ​ໄລຍະ​ຈະ​ມາ​ເຖິງ, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ ຖື​ວ່າ:
        “ພວກ​​ຂ້າພະ​ເຈົ້າ​ເຫັນ​ດີ​ເປັນ​ເອກະ​ພາບນຳ​ກັນ​ວ່າ ບັນດາ​ຄະນະ​ຜູ້​ແທນ​​ຂັ້ນ​ສູງ​​ສະພາ​ແຫ່ງ​ຊາດ, ບັນດາ​ອົງການ​ ຂອງ​ສະພາ​ແຫ່ງ​ຊາດຢ້ຽມຢາມ​ເຊິ່ງກັນ ​ແລະ ກັນ ​ແລະ ສ້າງ​ເງື່ອນ​ໄຂ​ໃຫ້ການ​ເຄື່ອນ​ໄຫວ​ຂອງ 2 ກຸ່ມ​ມິດຕະພາບ​ສະພາ​ແຫ່ງ​ຊາດ. 2 ຝ່າຍ​ຈະ​ເພີ່ມ​ທະວີ​ການສົມທົບກັນຕິດ​ຕາມ​ກວ​ດກາ ​ແລະ ກະຕຸກ​ຊຸກຍູ້​ການປະຕິບັດ​ບັນດາ​ເອກະສານ​ຮ່ວມ​ມື ​ເຊິ່ງລັດຖະບານ 2 ປະ​ເທດ​ໄດ້​ລົງ​ນາມ. ສະໜັບສະໜູນ​ລັດຖະບານ, ທ້ອງ​ຖິ່ນ, ວິ​ສາ​ຫະກິດ ​ແລະ ປະຊາຊົນ 2 ປະ​ເທດ​ເພີ່ມທະວີ​ການ​ພົບ​ປະ​ແລກປ່ຽນ, ​ເພີ່​ມທະວີ​ຄວາມ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ​ໃນ​ທຸກ​ຂົງ​ເຂດ”.
        ສ່ວນ​ທ່ານ​ນາງ V.I Matviyenko ປະທານ​ສະພາ​ສູງ​ສະຫະພັນ ລັດ​ເຊຍ ຢືນຢັນ​ວ່າ:
        “ພວກ​ຂ້າພະ​ເຈົ້າ​ໄດ້​ມອບ​ໃຫ້​ກຸ່ມ​ສະມາຊິກ​ລັດຖະສະພາ​ມິດຕະພາບ​ຊອກ​ຫາ​ວິທີ ​ເພື່ອ​ຊອກ​ຮູ້​ສາຍ​ເຫດ ກໍ່​ຄື​ຊອກ​ຫາ​ວິທີ​ແກ້​ໄຂ​ບັນດາ​ເອກະສານ​ທີ່​ຍັງ​ບໍ່​ທັນ​ປັບປຸງສຳ​ເລັດ. ພ້ອມ​ທັງຊອກ​ຫາ​ວິທີ ຊຸກຍູ້​ການ​ພົວພັນ​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ​ຂອງ 2 ປະ​ເທດ, ​ເພາະວ່າ​ພວກ​ຂ້າພະ​ເຈົ້າ​ກໍ່ມີ​ແຜນ​ນະ​ໂຍບາຍ​ຊຸກຍູ້​ບັນ​ດາການ​ພົວພັນ​ດັ່ງກ່າວ.
        2 ຝ່າຍ​ເຊື່ອ​ໝັ້ນ​ວ່າ ການ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ອັນ​ດີງາມ​ລະ​ຫວ່າງ​ອົງການນິຕິບັນຍັດ 2 ປະ​ເທດ​​ນັບ​ມື້​ນັບ​ພັດທະນາ, ປະກອບສ່ວນ​ສຳຄັນ​ເຮັດ​ໃຫ້ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດທະ​ສາດ​ຮອບດ້ານ ຫວຽດນາມ - ສະຫະພັນ ລັດ​ເຊຍ ນັບ​ມື້​ນັບ​ແໜ້ນ​ແຟ້ນກ່ວາ​ອີກ.
(ແຫຼ່ງຄັດຈາກ VOV)

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ຕອນເຊົ້າວັນທີ 18 ເມສາ ກົງກັບວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ ເປັນວັນບຸນບູຊາເຈົ້າຊີວິດຮຸ່ງ, ຫຼາຍທ້ອງຖິ່ນໃນທົ່ວປະເທດ ໄດ້ຈັດພິທີບູຊາເຈົ້າຊີວິດຮຸ່ງ, ແນໃສ່ສະແດງຄວາມຮູ້ບຸນຄຸນບັນດາເຈົ້າຊີວິດຮຸ່ງທີ່ໄດ້ມີຄຸນງາມຄວາມດີໃນການສ້າງສາປະເທດຊາດ.

Top