• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

ສະພາບນຳ້ເຄັມຊຶມເຂົ້າຢູ່ ເກືອດ້າຍ

ໃນຊຸມປີມໍ່ໆ ມານີ້, ເພາະໄດ້ຮັບຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ, ເຂດຝັ່ງທະເລ ເກືອດ້າຍ, ນະຄອນ ໂຮ້ຍອານ, ແຂວງ ກວາງນາມ ຖືກເສາະເຈື່ອນເພພັງໄປຢ່າງໜັັກໜ່ວງ, ນຳ້ເຄັມຊຶມເຂົ້າດິນຕໍ່ຝັ່ງ, ສ້າງຜົນສະທ້ອນເຖິງຊີວິດ
ການເປັນຢູ່ຂອງປະຊາຊົນ ແລະ ຜົນເສຍຫາຍທີ່ຍິ່ງໃຫຍ່ເຖິງການທ່ອງທ່ຽວ.
ໂດຍໄດ້ຮັບການຊ່ວຍເຫຼືອຂອງລັດຖະບານ, ແຂວງ ກວາງນາມ ຈຶ່ງຈັດງານສຳມະນາຫຼາຍຄັ້ງ ເພື່ອຊອກຫາວິທີກັນ, ຕ້ານສະພາບຝັ່ງທະເລຖືກເສາະເຈື່ອນເພພັງ ດ້ວຍການເຂົ້າຮ່ວມຂອງບັນດາ
ນັກຊ່ຽວຊານພາຍໃນ ແລະ ຕ່າງປະເທດ. ພາຍຫຼັງການຄົ້ນຄວ້າກວດກາຕົວຈິງຢູ່ຝ່ັງທະເລ ເກືອດ້າຍ, ບັນດານັກຊ່ຽວຊາຍໄດ້ ເຫັນດີເດັນພ້ອມຕໍ່ວິທີການກັນເຈື່ອນກັ້ນຄື້ນທະເລ, ຕ້ານສະພາບນຳ້ເຄັມຊຶມເຂົ້າຂອງ ໂຮນລັງ. 



 
ເຂດພັກຜ່ອນຊັ້ນສູງ Fusion Alya ເກືອດ້າຍ ໄດ້ຮັບຜົນເສຍ ຫາຍຢ່າງໜັກໜ່ວງຈາກສະພາບຄື້ນທະເລຊຶມເຂົ້າ.


ແຕ່ກ່ອນ, ຫາດຊາຍທະເລ ເກືອດ້າຍ ເປັນບ່ອນອາບນຳ້ທີ່ດີ
ຂອງ ຫວຽດນາມ, ແຕ່ປະຈຸບັນ ຖືກຂັ້ນດ້ວຍຫຼັກໄມ້ໄຜ່ ເພື່ອຕ້ານສະພາບເສາະເຈື່ອນເພພັງ. 



ຫາດທະເລ ເກືອດ້າຍ ຖືກເພພັງຍ້ອນນຳ້ເຄັມຊຶມເຂົ້າ. 


ນຳ້ເຄັມຊຶມເຂົ້າສ້າງຜົນສະທ້ອນຢ່າງໜັກໜ່ວງເຖິງຊີວິດການ
ເປັນຢູ່ຂອງປະຊາຊົນ. .



ເອື້ອຍ ມາຍທິກຽມ (48 ປີ) ເຮັດບໍລິການເປີດຮ້ານອາຫານຢູ່
ແຄມຝັ່ງທະເລ ເກືອດ້າຍ ຮູ້ພຽງແຕ່ຂໍຮ້ອງພະພຸດທະເຈົ້າຊ່ວຍ ເຮັດໃຫ້ດິນຢູ່ແຄມທະເລບໍ່ຖືກເສາະເຈື່ອນເພພັງອີກ. 
ນີ້ແມ່ນວິທີນຳໃຊ້ຖົງໃຫຍ່ຕົກນິກ ແລະ ສູບຊີ້ຊາຍເຂົ້າ. ຖົງໜຶ່ງ ຈະມີນຳ້ໜັກປະມານ 300 ໂຕນ, ມີລວງຍາວ 20 ຊັງຕີແມັດ, ສູງ 5 ແມັດ ແລະ ໄດ້ຈັດລຽນຕິດກັນ ຫ່າງຈາກຝັ່ງປະມານ 50-100 ແມັດ. ສຳລັບວິທີແກ້ໄຂນີ້ ເຄີຍໄດ້ນຳໃຊ້ທີ່ເຂດພັກຜ່ອນຊັ້ນສູງ Victoria ໂຮ້ຍອາຍ ແລະ ສະແດງອອກມາໃຫ້ເຫັນຄວາມອາດຈະເປັນໄປໄດ້.

ປະຈຸບັນ ເຂດພັກຜ່ອນດ່ັງກ່າວ ໄດ້ເປີດການ ເຄື່ອນໄຫວຄືນໃໝ່ ແລະ ຈຳນວນນັກທ່ອງທ່ຽວມາພັກຜ່ອນ ນັບມື້ນັບຫຼາຍຂຶ້ນ.ປະຈຸບັນ, ວິທີການກັນເຈື່ອນກັ້ນຄື້ນທະເລ, ຕ້ານສະພາບນຳ້ເຄັມ ຊຶມເຂົ້າຂອງ ໂຮນລັງ ສືບຕໍ່ໄດ້ນຳໃຊ້ຢູ່ຫາດທະເລ ເກືອດ້າຍ. ແຕ່ວ່າ ນີ້ພຽງແຕ່ແມ່ນວິທີແກ້ໄຂຊົ່ວຄາວຍ້ອນຖົງໜຶ່ງທີ່
ບັນຈະຂີ້ຊາຍ ມີອາຍຸການນຳໃຊ້ພຽງແຕ່ 3-5 ປີເທົ່ານັ້ນ, ເພາະສະນັ້ນ ແຂວງ  ກວາງນາມ ຍັງສືບຕໍ່ຕ້ອງສອກຫາວິທີ ແກ້ໄຂ, ຟື້ນຟູ້ຢ່າງໝັ້ນຄົງ, ໂດຍໄລຍະຍາວ. 

ກຳມະກອນສູບຂີ້ຊາຍເຂົ້າຖົງໃຫຍ່ເພື່ອກກັນເຈື່ອນກັ້ນຄື້ນທະເລ, ຕ້ານສະພາບນຳ້ເຄັມຊຶມເຂົ້າຫາດທະເລ ເກືອດ້າຍ


ຖົງໃຫຍ່ບັນຈຸຂີ້ຊາຍມີນຳ້ໜັກປະມານ 300 ໂຕນ, ຈັດລຽນຕິດ ກັນເພື່ອກັນຕ້ານຄື້ນທະເລ.


ປະຊາຊົນຢູ່ຫາດຊາຍທະເລ ເກືອດ້າຍ ກຳລັງເຮັດຖົງໃຫຍ່
ບັນຈຸຂີ້ຊາຍ ເພື່ອຕ້ານສະພາບເສາະເຈື່ອນເພພັງ.



ກຳມະກອນກຳລັງເຮັດຖົງໃຫຍ່ບັນຈຸຂີ້ຊາຍ ເພື່ອຕ້ານສະພາບ ເສາະເຈື່ອນເພພັງຢູ່ຫາດຊາຍທະເລ ເກືອດ້າຍ.


ປະຊາຊົນເຂົ້າຮ່ວມການປັກຫຼັກໄມ້ໄຜ້ເພື່ອຮັກສາຖົງຂີ້ຊາຍ.


ຂີ້ຊາຍໄດ້ຂົນມາແຕ່ບ່ອນອື່ນ.


ແຂວງ ກວາງນາມ ປະຕິບັດຫຼາຍວິທີການແກ້ໄຂເພື່ອປົກປ້ອງ
ຫາດຊາຍທະເລ, ໃນນັ້ນ ມີການເຮັດຖົງໃຫຍ່ບັນຈຸຂີ້ຊາຍ, ແຕ່ນີ້ແມ່ນວິທີແກ້ໄຂຊົ່ວຄາວເທົ່ານັ້ນ. 



ເຂດພັກຜ່ອນຊັ້ນສູງ Victoria ໂຮ້ຍອາຍ  ໄດ້ທົດລອງໃຊ້ ວິທີການກັນເຈື່ອນກັ້ນຄື້ນທະເລ,
ຕ້ານສະພາບນຳ້ເຄັມຊຶມ ເຂົ້າຂອງ ໂຮນລັງ ແລະ ເລີ່ມນຳມາປະສິດທິຜົນຢູ່ແລ້ວ.
 

 

ບົດ ແລະ ພາບ: ເຕິດເຊີນ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ຢູ່ສະຖານທີ່ມໍລະດົກໂລກ ເມືອງເກົ່າ ໂຮ້ຍອານ, ມີນັກສິລະປິນ ຄົນໜຶ່ງ ໄດ້ທຸ້ມເທສຸດຄວາມສາມາດ ແລະ ຄວາມຫຼົງໄຫຼ ຂອງຕົນ ໃນການແຕ້ມຮູບໜ້າກາກເຈ້ຍ ມາເປັນເວລາກວ່າ 40 ປີແລ້ວ.  ໜ້າກາກ ທີ່ມີລັກສະນະ “ຕ່ວງ” (ລີເກ) ນັບຫຼາຍພັນອັນ ໄດ້ຖືບົດບາດເປັນ “ທູດວັດທະນະທຳ” ຕິດຕາມນັກທ່ອງທ່ຽວ ໄປທົ່ວທຸກແຫ່ງຫົນ ເພື່ອເລົ່າເລື່ອງ ທີ່ໜ້າສົນໃຈ ກ່ຽວກັບ ຖິ່ນຖານເຂດດິນແດນ ກວາງ (ລວມມີ ກວາງນາມ, ກວາງຫງາຍ ແລະ ດ່າໜັງ).

Top