• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາກາແດງ ຫວຽດນາມ ໜູນຊ່ວຍຮີບດ່ວນໃຫ້ປະຊາຊົນຜູ້ຖືກເສຍຫາຍຍ້ອນພາຍຸ Doksuri

      ວັນທີ 17 ກັນຍາ, ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ໄດ້ສົ່ງໂທລະເລກຢື້ຢາມຖາມຂ່າວເຖິງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ກ່ຽວກັບຄວາມເສຍຫາຍໂດຍພາຍຸ Doksuri ກໍ່ຂຶ້ນ. 

ການສ້ອມແປງຕາໜ່າງ ໄຟຟ້າ ພາຍຫຼັງ ພາຍຸ 
      ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ເຊື່ອໝັ້ນວ່າ ລັດຖະບານ ແລະ ປະຊາຊົນ ຫວຽດນາມ ຈະຜ່ານຜ່າທຸກຄວາມຫຍຸ້ງຍາກ ແລະ ນຳຊີວິດການເປັນຢູ່ຂອງປະຊາຊົນເຂດປະສົບໄພພິບັດທຳມະຊາດກັບຄືສູ່ສະພາບປົກກະຕິໂດຍໄວ.
ວັນທີ 17 ກັນຍາ, ສູນກາງສະພາກາແດງ ຫວຽດນາມ ໃຫ້ຮູ້ວ່າ ສະພາກາແດງໄດ້ຕັດສິນໃຈໜູນຊ່ວຍຮີບດ່ວນໃນເບື້ອງຕົ້ນດ້ວຍຈຳນວນເງິນ ແລະ ສິນຄ້າມີມູນຄ່າກ່ວາ 1,5 ຕື້ດົ່ງໃຫ້ແກ່ປະຊາຊົນຢູ່ 6 ແຂວງຄື: ແທງຮ໋ວາ, ເງະອານ, ຮ່າຕີ້ງ, ກວາງບີ່ງ, ກວາງຈີ້ ແລະ ເທື່ອທຽນເຫ້ວ, ເພື່ອແນໃສ່ຊ່ວຍເຫຼືອພໍ່ແມ່ປະຊາຊົນບັນດາທ້ອງຖິ່ນທີ່ຖືກຜົນສະທ້ອນຢ່າງໜັກໜ່ວງຈາກພາຍຸ Doksuri ຜ່ານຜ່າຄວາມຫຍຸ້ງຍາກ, ນຳຊີວິດການເປັນຢູ່ກັບຄືນສູ່ສະພາບປົກກະຕິ. ແລະ ກໍ່ໃນວັນທີ 17 ກັນຍາ, ສູນກາງສະພາກາແດງ ຫວຽດນາມ ໄດ້ຮຽກຮ້ອງສະພາກາແດງທຸກຂັ້ນໃນທົ່ວປະເທດຂົນຂວາຍພະນັກງານ, ສະມາຊິກ, ຊາວໜຸ່ມ, ເຍົາວະຊົນ, ອະນຸຊົນ, ນັກອາສາສະໝັກສະພາກາແດງ ແລະ ບັນດາອົງການຈັດຕັ້ງ, ບຸກຄົນ, ປະຊາຊົນທຸກຊັ້ນວັນນະ ສະໜັບສະໜູນພໍ່ແມ່ປະຊາຊົນພາກກາງແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ Doksuri ກໍ່ຂຶ້ນ. ບັ້ນຂົນຂວາຍສະໜັບສະໜູນຈະດຳເນີນແຕ່ນີ້ຮອດເດືອນ  ຕຸລາ 2017.
 (ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສືບຕໍ່ສ້າງໂຄງຮ່າງບົດລາຍງານໃຫ້ສົມບູນແບບ ດ້ວຍເນື້ອໃນມີຂອບຂະໜາດຊີ້ນຳ, ນຳພາໃຫຍ່ ແຕ່ແທດຈິງ, ເຂົ້າໃຈງ່າຍ, ປະຕິບັດງ່າຍ

Top