• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສາລະຄະດີ

ສະບາຍດີ ຮ່າໂນ້ຍ

ປີ 2014, ຮ່າໂນ້ຍຖືກ  ຈັດເປັນອັນດັບທີ  8 ໃນຈໍານວນ 10   ສະຖານທີ່ ໜ້າມາທ່ຽວ ຂອງໂລກ ຈັດໂດຍເວບໄຊທ່ອງທ່ຽວ TripAdvisor ທີ່ມີຊື່ສຽງໃນໂລກ   ອັນເນື່ອງມາຈາກ ຄວາມ ສວຍງາມ ຂອງການເຈືອຈານສະຫລັບສັບກັນລະຫວ່າງ ສະຖາ ປັດຕະຍະກຳທີ່ເກົ່າແກ່ ແລະ ທັນສະໄໝ. ສະພາບຕົວຈິງ, ໃນໝາກຫົວໃຈຂອງຊາວຕ່າງປະເທດ, ເຂົາເຈົ້າຮູ້ສຶກ ຮ່າໂນ້ຍ ຈັ່ງແມ່ນໜ້າຢູ່ໜ້າມາແທ້ ເພາະຊີວິດ ແລະ ຜູ້ຄົນຢູ່ທີ່ນີ້ ຍາມ ໃດກ່ໍມີຫຼາຍສິ່ງຫຼາຍຢ່າງ ທີ່ຈັບອົກຈັບໃຈ ທີ່ສຸດ.
ມື້ໜຶ່ງ ຢູ່ກັບນະຄອນຫຼວງ ທີ່ມີອາຍຸພັນປີ
ມື້ໜຶ່ງ 8 ໂມງເຊົ້າຂອງວັນເສົາທ້າຍອາທິດ, ຂ້າພະເຈົ້າໄປນໍາທ້າວ ຮ່າມິງເລິມ ມະກຸເທບນຳທ່ຽວຂອງ ບໍລິສັດຫຸ້ນສ່ວນ ສື່ສານ ທ່ອງທ່ຽວຫວຽດ,  ໄປໂຮງ ແຮມ Art Boutique ເພື່ອຮັບຄະນະນັກທ່ອງທ່ຽວຕ່າງປະເທດ ມາທ່ຽວຊົມຮ່າໂນ້ຍ.

ພວກຂ້າພະເຈົ້າເລີ່ມຕົ້ນການເດີນທາງ ດ້ວຍການແວ່ກິນເຝີ ຢູ່ທີ່ຮ້ານເຝີ   “ຖິ່ນ” ທີ່ຖະໜົນລ່ໍດຸກ , ດື່ມນ້ຳຊາຮ້ອນເພື່ອປັດ ເປົ່າອາກາດເຢືອກເຢັນແຫ່ງລະດູໜາວ. ໃນເວລາ ພຽງປະມານ 30 ນາທີ ທັງປັ້ນເຂົ້າເຊົ້າ, ທັງລົມກັນຢ່າງຟົດຟື້ນ, ບັນດາ ນັກທ່ອງທ່ຽວຊາວຕາເວັນຕົກ ໄດ້ຊວນລົມ ແລະ ເລົ່າສູ່ພວກ ຂ້າພະເຈົ້າ ຟັງກ່ຽວກັບປະສົບການຂອງເຂົາເຈົ້າ ໃນເວລາມາຮອດຫວຽດນາມ.

ທ້າວ Gavin Anderson, ອາຍຸ 26 ປີເລົ່າສູ່ຟັງວ່າ: “ຂ້າພະເຈົ້າ ມາຫວຽດນາມໄດ້ສອງມື້ນີ້ ແລະ ໄດ້ໄປທ່ຽວຊົມ ອ່າວຮ້າລອງ ແລະ ຈ່າງອານແລ້ວ. ມື້ສຸດທ້າຍຢູ່ນີ້, ຂ້າພະເຈົ້າ ຢາກໄປທ່ຽວຊົມນະຄອນຫລວງຮ່າໂນ້ຍ ເພື່ອຈະໄດ້ຮູ້ເຫັນ ແລະ ເຂົ້າໃຈ ຫລາຍ ຂຶ້ນຕື່ມ ກ່ຽວກັບວັດທະນະທຳ, ປະເທດ ແລະ ຜູ້ຄົນ ຂອງ ຜືນແຜ່ນດິນທີ່ ມີອາຍຸພັນປີແຫ່ງນີ້ ”.

ສະຖານທີ່ແຫ່ງທຳອິດທີ່ພວກຂ້າພະເຈົ້າໄປເຖິງ ແມ່ນສຸສານ ປະທານໂຮ່ຈີມິນ. ພໍແຕ່ລົດຢຸດຈອດຢູ່ທີ່ບ່ອນກໍານົດ, ບັນດາແຂກນັກທ່ອງທ່ຽວຊາວອາເມລິກາ ກໍ່ຮີບຟ້າວລົງລົດຫັນມັງໆ ຍ່າງມຸງໜ້າໄປທາງ ສຸສານລຸງໂຮ່. ຂ້າພະເຈົ້າສົນໃຈ ຈຶ່ງຕາມ ເຂົາເຈົ້າເຂົ້າຢ້ຽມຊົມເຮືອນຮ້ານ, ໜອງປາລຸງໂຮ່, ຫໍພິພິດຕະພັນໂຮ່ຈີມິນ ແລະ ອື່ນໆ. ໄປຮອດບ່ອນໃດ ເຂົາເຈົ້າກ່ໍຊັກຖາມ ຢ່າງຄັກແນ່ ແລະ ບໍ່ລືມຖ່າຍຮູບ ເພື່ອເປັນທີ່ລະນຶກ.

ອອກຈາກສຸສານລຸງໂຮ່, ຂະບວນລົດຂອງພວກຂ້າພະເຈົ້າ ສືບຕ່ໍເດີນທາງໄປຢ້ຽມຊົມ ວັນມ້ຽວ-ກວັກຕື້ຢ້າມ, ຄຸກຫວາລ່ໍ, ໜອງຮ່ວານກ້ຽມ, ວັດເຈີ້ນກວກ, ຫໍພິພິດທະພັນຊົນເຜົ່າວິທະຍາ ແລະ ອື່ນໆ. ເຖິງວ່າອິດເມື່ອຍພໍສົມຄວນ ຍ້ອນຕ້ອງເຄື່ອນຍ້າຍໄປບ່ອນໃໝ່ຢູ່ເລື້ອຍໆ, ແຕ່ທຸກຄົນກໍ່ຍັງລົມກັນຢ່າງຄຶກຄຶ້ນ ແລະ ປາກົດວ່າມີຄວາມກະຕືລືລົ້ນ, ສະໜຸກສະໜານ ແລະ ປະທັບໃຈ ທີ່ສຸດກັບການທ່ຽວຊົມ.

ແຂກນັກທ່ອງທ່ຽວເຂົ້າຢ້ຽມສຸສານປະທານໂຮ່ຈີມິນ. ພາບ:  ຫວຽດເກື່ອງ

ແຂກນັກທ່ອງທ່ຽວຊາວຕ່າງປະເທດ ສະແດງຄວາມຈັບໃຈ ຕ່ໍ ສາກຟ້ອນເຊີດມັງກອນ ໃນທ້ອງຖະໜົນ ຮ່າໂນ້ຍ. ພາບ: ເຈີ່ນແທງຢາງ

ວັນມ້ຽວ-ກວັກຕື້ຢ້າມ, ມະຫາວິທະຍາໄລ ແຫ່ງທຳອິດຂອງ ຫວຽດນາມ ເປັນຈຸດໜຶ່ງ ທີ່ຂາດບໍ່ໄດ້ ໃນການເດີນທາງ
ມາ ຄົ້ນຫາຮ່າໂນ້ຍ ຂອງແຂກນັກທ່ອງທ່ຽວຊາວຕ່າງປະເທດ. ພາບ: ເຈີ່ນແທງຢາງ


ສໍາຜັດບັນຍາກາດ ວັດທະນະທຳ, ສະຖາປັດຕະຍະກຳຢູ່ ວັດ ເຈິ້ນກວກ.  ພາບ: ເຕີດເຊີນ.

ຂົວລອງບຽນ, ໄດ້ຜ່ານ 3 ສະຕະວັດມາແລ້ວຂອງນະຄອນຫລວງຮ່າໂນ້ຍ.  ພາບ: ເຈີ່ນແທງຢາງ

ນັ່ງລົດສາມລ້ໍເລາະ ຊົມຮ່າໂນ້ຍແມ່ນຮູບແບບໜຶ່ງ ທີ່ສ້າງອາລົມດີ ສຳລັບແຂກທ່ອງທ່ຽວ. ພາບ: ເຈີ່ນແທງຢາງ

ແຂກທ່ອງທ່ຽວຕ່າງປະເທດ ຊອກຮູ້ອາຊີບ ການເຮັດເຄື່ອງເງິນຢູ່  ຖະໜົນຮ່າງບາກ.  ພາບ: ທົງທ້ຽນ.

ຕ້າຮ່ຽນຖືກຂະໜານນາມແມ່ນ “ຄຸ້ມຕາເວັນຕົກ”  ຢູ່ຮ່າໂນ້ຍ. ພາບ: ຈີ້ງວັນໂບ້.

ຍ່າງເລາະ ແລະ ລອງຫາບຂາຍເຄື່ອງເລເທິງຖະໜົນມ໊າໄມ.  ພາບ: ຈີ້ງວັນໂບ້.

ເລາະກິນອາຫານຫຼາຍເຍື່ອງ ລຽບຕາມຂອບທາງຢູ່ຄຸ້ມເມືອງ ເກົ່າ ເປັນການສ້າງຄວາມແປກຕາຕື່ນໃຈ
ສຳລັບ ແຂກຕ່າງປະເທດ.  ພາບ: ຈີ້ງວັນໂບ້.


ດື່ມເບຍສົດຢູ່ຂອບທາງ ຂອງຄຸ້ມເມືອງເກົ່າຮ່າໂນ້ຍ. ພາບ: ຈີ້ງວັນໂບ້.

ເຈືອຈານເຂົ້າກັບທຳນອງດົນຕີພື້ນເມືອງ ໃນຍາມລາຕີ ເມື່ອຍ່າງເລາະຕາມທ້ອງຖະໜົນ ໃນຄຸ້ມເມືອງເກົ່າ. ພາບ: ເຈີ່ນແທງຢາງ

«
       ຕາມກົມໃຫຍ່ສະຖິຕິ,  6 ເດືອນຕົ້ນປີ 2014 ຈໍານວນນັກທ່ອງທ່ຽວເຂົ້າມາທ່ຽວຮ່າໂນ້ຍແມ່ນ 1.073.000 ເທ່ື່ອຄົນ, ເພີ່ມຂຶ້ນ 25,8% ເມື່ອທຽບກັບໄລຍະດຽວກັນຂອງປີ 2013.
»
ຕອນບ່າຍ, ອ້າຍ Sam, ແຂກຊາວອາເມລິກາ ຕັ້ງບັນຫາ: “ຂ້າ ພະເຈົ້າ ອ່ານຂໍ້ມູນຂ່າວສານໃນອິນເທີແນດ ແລະ ຮູ້ສຶກຢາກຮູ້ຢາກເຫັນອີຫລີ ກ່ຽວກັບບັນຍາກາດ ແລະ ຊີວິດຂອງ ຊາວເມືອງ ຢູ່ຄຸ້ມເມືອງເກົ່າ ຮ່າໂນ້ຍ. ສະນັ້ນ, ຈຶ່ງຢາກໄປເບິ່ງ ທີ່ສຸດເພື່ອຮູ້ຕົວຈິງ”.

ບໍ່ລໍຖ້າ, ພວກຂ້າພະເຈົ້າໄດ້ພາເພື່ອນສາມຄົນຄື Sam, William, Monica  ທີ່ມາຈາກອາເມລິກາ, ບຣາຊິນ ແລະ ຈີເລໄປ ຄົ້ນພົບ ຄຸ້ມເມືອງເກົ່າຮ່າໂນ້ຍ. ດ້ວຍຈັງຫວະ ການດຳ ລົງຊີວິດທີ່ຄຶກຄື້ນເນືອງນອງ ຂອງຄຸ້ມເມືອງເກົ່າ ພ້ອມຮູບ ພາບຂອງຕຶກອາຄານທີ່ເກົ່າແກ່ ໂບຮານ ຕັ້ງຢູ່ໃນຮ່ອມຊອຍ ເລິກໆ ແລະ ຮ້ານກິນດື່ມຢູ່ຕາມແຄມທາງຍ່າງ ທີ່ສົ່ງກິ່ນອາຍທີ່ເປັນສັນຍາລັກຂອງອາຫານຮ່າໂນຍ່ ເຊັ່ນ: ເຂົ້າປຸ້ນຊີ້ນໝູປິ້ງ, ເຝີ, ເບຍສົດ ແລະ ອື່ນໆ ທັງໝົດໄດ້ດຶງດູດຄວາມສົນໃຈຂອງນັກທ່ອງທ່ຽວຕ່າງປະເທດທີ່ມາຢ້ຽມຊົມຮ່າໂນ່ຍ ຄັ້ງທໍາອິດໃນທັນທີ .

ພາຍຫຼັງເກືອບ 2 ຊົ່ວໂມງຍ່າງເລາະຕາມສະຖານທີ່ຕ່າງໆ, ພວກຂ້າພະເຈົ້າພາພວກເພື່ອນດັ່ງກ່າວ ເຂົ້າຮ້ານອາຫານຮ້ານໜຶ່ງຢູ່ແຄມທາງຍ່າງ ເພື່ອຫາຊີມອາຫານທີ່ມີຊື່ສຽງໂດ່ງດັງເຊັ່ນ: ເຂົ້າປຸ້ນຊີ້ນໝູປີ້ງ, ສົ້ມໝູ, ເສັ້ນລ້ອນຕົ້ມ ແລະ ອື່ນໆ.  ກິນແລງ ແລ້ວ, ພວກ ຂ້າພະເຈົ້າພາເຂົາ ເຈົ້າໄປຄຸ້ມຕ້າຮ່ຽນ-ເລືອງງອກ ກວ້ຽນ-ດິງລຽດ, ຊຶ່ງເປັນບ່ອນທີ່ແຂກຕ່າງປະເທດມັກຊຸມແຊວ ແລະ ເອີ້ນວ່າ “ສີ່ແຍກເບຍສົດ” ຫຼື “ສີ່ແຍກສາກົນ”.

ເຈົ້າຂອງຮ້ານເບຍ ຫາຍລວານ ໃຫ້ຮູ້ວ່າ, ແຂກທ່ອງທ່ຽວ ຕ່າງ ປະເທດມັກຊຸມກັນຢູ່ນີ້ ຍ້ອນວ່າ ເບຍຢູ່ທີ່ນີ້ຖືກທີ່ສຸດ, ບັນຍາກາດ ຂອງຄຸ້ມເມືອງເກົ່າ ແລະ ປະທັບໃຈ. ເບຍສົດເຢັນຈຽບຈອກໜຶ່ງ ລາຄາພຽງ 20 ພັນດົ່ງ ຫລື ປະມານ 1 ຫຼຽນສະຫະລັດ ອາເມລິກາ, ແຂກສາມາດນັ່ງລົມກັນ ສາລະພັດເລື່ອງ ແລະ ເບິ່ງຊົມ ຖະໜົນຈົນເດິກດື່ນທ່ຽງຄືນ.

ຢູ່ໃນຮ້ານເບຍ ຫາຍລວານແຫ່ງນີ້, ພວກຂ້າພະເຈົ້າໄດ້ພົບກັບ Terasa Romero  ສາວງາມຜູ້ໜຶ່ງທີ່ມາຈາກແອສປາຍ. Terasa Romero ໄດ້ເຊື່ອມກຸ່ມກັບພວກຂ້າພະເຈົ້າໂດຍໄວ ແລະ ເລົ່າສູ່ພວກຂ້າພະເຈົ້າຟັງວ່າ, ນາງໄດ້ມາຮອດ ຮ່າໂນ້ຍ ພຽງສອງສາມມື້ ແລະ ເຫັນຮ່າໂນ້ຍແສນສວຍງາມ ແລະ ໜ້າ ຈັບໃຈທີ່ສຸດ. ນາງໃຫ້ຮູວ່າ ລາວມັກທີ່ສຸດແມ່ນເລາະຍ່າງ ໃນຄຸ້ມ ເມືອງເກົ່າ, ຢືນຢູ່ບ່ອນສີ່ແຍກທີ່ແອອັດ ເພື່ອ ຊົມການສະແດງ ດົນຕີພື້ນເມືອງ ຫຼື ບໍກໍ່ນ່ັງລົມກັນ ກັບໝູ່ເພື່ອນຜູ້ທີ່ມາຈາກ ສາລະ ທິດຢູ່ຮ້ານກາເຟ, ຮ້ານເບຍສົດແຄມທາງ.

Terasa Romero ເຜີຍໃຫ້ຮູ້ວ່າ: “ຄວາມເອື້ອເຟື້ອເຜື່ອແຜ່ ແລະ ສະໜິດສະໜົມຂອງຄົນຮ່າໂນ້ຍ ເຮັດໃຫ້ຂ້າພະເຈົ້າຮູ້ສຶກ ວ່າ ຕົນເອງ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ບົນຜືນແຜ່ນດິນແຫ່ງນີ້. ມື້ອື່ນ, ຂ້າພະເຈົ້າ ຈະໄປຢ້ຽມຢາມຄອບຄົວຂອງ ພີ່ ນ້ອງຜູ້ໜຶ່ງ. ເຂົາເຈົ້າໄດ້ດຳລົງຊີວິດຢູ່ ຮ່າໂນ້ຍມາໄດ້ 10 ປີ ແລ້ວ”.

ເມື່ອເດິກດື່ນທ່ຽງຄືນຍັບເຂົ້າມາ, ພວກຂ້ອຍໄດ້ອໍາລາກັນ. ມື້ຕ່ໍມາ,  Sam, William, Monica ເດີນທາງກັບຄືນປະ ເທດ, ສ່ວນຂ້າພະເຈົ້າເອງ, ນາງ Terasa Romero  ໄດ້ເຊື້ອ ເຊີນໃຫ້ໄປຢ້ຽມຢາມພີ່ນ້ອງນໍາລາວ.

ຂ້າພະເຈົ້າໄດ້ເລືອກເອົາຮ່າໂນ້ຍ ເປັນບ້ານເກີດເມືອງນອນ ທີສອງຂອງຕົນ
ຄ້າຍແລງວັນຕໍ່ມາ, ຂ້າພະເຈົ້າພ້ອມກັບ  Tesara Romero ໄດ້ໄປຢ້ຽມຢາມພີ່ນ້ອງ ຂອງນາງຢູ່ເຂດ ໜອງໄຕ. ເລາະ ລຽບ ຕາມເສັ້ນທາງແຄມໜອງ, ພວກຂ້າພະເຈົ້າພົບເຫັນ ຊາວຕ່າງ ປະເທດຫຼາຍຄົນ ກຳລັງແລ່ນອອກກໍາລັງກາຍ, ຖີບລົດຖີບ ແລະ ໄປຕະຫຼາດຈັບຈ່າຍ. ໃນຊຸມປີມ່ໍໆມານີ້,  ເຂດພື້ນທີ່ດັ່ງກ່າວນີ້ ບັນດາຄະລືຫາດ ແລະ ເຮືອນຢູ່ສຳລັບຊາວຕ່າງປະເທດແມ່ນ ນັບມື້ນັບຫຼາຍຂຶ້ນ ເນື່ອງຈາກວ່າຊາວຫວຽດນາມທີ່ອາໄສຢູ່ ຕ່າງ ປະເທດ ແລະ ຄົນຕ່າງປະເທດ ທີ່ມາດຳລົງຊີວິດ ແລະ ເຮັດວຽກ ຢູ່ຮ່າໂນ້ຍ ພວມນັບມື້ຫລາຍຂຶ້ນ.

ວົນໄປວຽນມາຢູ່ຄາວໜຶ່ງ ໃນທີ່ສຸດ ພວກຂ້າພະເຈົ້າ ກ່ໍຊອກ ເຫັນເຮືອນຂອງພີ່ນ້ອງ. ອອກມາຮັບຕ້ອນພວກຂ້າພະເຈົ້າ ແມ່ນຜູ້ ຊາຍຊາວແອັສປາຍ ໃນຊຸດແຕ່ງກາຍເໝືອນ ນັກສິລະປິນ ພ້ອມດ້ວຍຮອຍຍີ້ມທີ່ແສນສົດຊື່ນ ແລະ ຄຳທັກທາຍສະບາຍດີ ຕາມ ແບບຫວຽດນາມສຸດໆ: “ຊີນຈ່າວ”. ຂ້າພະເຈົ້າຈຳໄດ້ໂລດວ່າ, ລາວແມ່ນ Diego Cortizas Del Valle  ນັກອອກແບບ ອາພອນທີ່ມີຊື່ສຽງ, ເປັນຊາວ ຕາເວັນຕົກຜູ້ໜຶ່ງ ທີ່ຫລົງໄຫລກັບແພໄໝຂອງຄົນຫວຽດນາມ ແລະ ແມ່ນໃບໜ້າທີ່ຄຸ້ນເຄີຍທີ່ສຸດ ໃນເວທີ, ເຫດການສະແດງ ແຟຊັ່ນໃຫຍ່ໆ ຢູ່ຫວຽດນາມ.

ກ້າວເຂົ້າໃນເຮືອນຂອງ Diego, ພວກຂ້າພະເຈົ້າຮູ້ສຶກເໝືອນ ກັບວ່າ, ພວມຢືນຢູ່ໃນເຮືອນຂອງສິລະປິນຄົນຫວຽດ ຜູ້ໜຶ່ງ, ເພາະຮູບແບບການປະດັບປະດາ ໂຄມໄຟຕ່າງໆຢູ່ເທິງເພດານ ແລະ ມີທັງຫໍບູຊາທີ່ຈັດວາງ ຢ່າງຖືກຕ້ອງຕາມຮີດຄອງປະເພນີ ຄວາມເຊື່ອຂອງຊາວຫວຽດນາມ.  ອ້ອມແອ້ມ ຕາມຝາເຮືອນ ແມ່ນບັນດາຊຸດເສື້ອຍາວຫວຽດນາມ. ພິເສດ, ຢູ່ທີ່ນີ້ຍັງມີພາບ  ຖ່າຍກ່ຽວກັບຮ່າໂນ້ຍ, Diego  ເປັນຜູ້ຖ່າຍ. ແຕ່ລະພາບຖ່າຍ ລ້ວນແຕ່ໄດ້ປະກອບຄຳສຸພາສິດທີ່ຄຸ້ນເຄີຍຂອງຫວຽດນາມ ເປັນພາສາອັງກິດ ແລະ ພາສາຫວຽດນາມ.

ການຈັດວາງ, ປະດັບປະດາພາຍໃນເຮືອນຂອງ Diego ລ້ວນ ແຕ່ເຂັ້ມຂຸ້ນໄປດ້ວຍແບບລີລາວັດທະນະທຳຫວຽດ, ລ
ພິເສດ ແມ່ນ ຫໍໄຫວ້.  ພາບ: ເຈີ່ນແທງຢາງ


ລູກສອງຄົນຂອງ Diego ມີເລືອດເນື້ອເຊື້ອສາຍແອັສປາຍ. ພາບ: ເຈີ່ນແທງຢາງ 

ໂດຍໄດ້ສະໜິດຕິດພັນກັບ ຫວຽດນາມ ເປັນເວລານານພໍສົມ ຄວນ ສະນັ້ນ Diego ມີຄວາມຮອບຮູ້ ແລະ ເຂົ້າໃຈດີ ກ່ຽວກັບ ມາລະຍາດ
ໃນການພົບຫາ, ໂອ້ລົມສົນທະນາແບບໃກ້ຊິດ ສະ ໜິດສະ ໜົມຂອງຄົນຫວຽດ.  ພາບ: ເຈີ່ນແທງຢາງ


ເຮືອນຢູ່ຂອງຜົວເມຍ Diego ແມ່ນບ່ອນພົບປະ ນັດໝາຍ ຂອງ ເພື່ອນມິດຜູ້ທີ່ມາຈາກຫຼາຍປະເທດ. ພາບ: ເຈີ່ນແທງຢາງ

Diego ກັບເມຍ ຍາມໃດກໍ່ຍາດເວລາພົບປະ, ໂອ້ລົມກັບແຂກ ຄົນເພື່ອ ສະເໜີ ວັດທະນະທຳການນຸ່ງຖື ຂອງຊາວຫວຽດ. ພາບ: ເຈີ່ນແທງຢາງ

Diego ເຂົ້າຮ່ວມລາຍການສະແດງອາພອນສະໄໝ ຫວຽດນາມ ທີ່ວັນມ້ຽວ.  ພາບ: ເຈີ່ນແທງຢາງ
Diego ກະຕືລືລົ້ນເລົ່າສູ່ພວກເຮົາຟັງ ກ່ຽວກັບບຸນວາດສະໜາ ຂອງຜົວເມຍລາວທີ່ມີຕໍ່ຮ່າໂນ້ຍວ່າ: ໃນປີ 2004,  ໂອກາດລາວ ແລະ ເມຍຂອງລາວ ນາງ Laura Fontan Pardo  ມາ ຢ້ຽມ ຢາມອ້າຍທີ່ພວມເຮັດວຽກຢູ່ຮ່າໂນ້ຍ. ຈາກການມາຢາມ ໃນຄັ້ງ ນັ້ນຕົນເອງ ແລະ ຄອບຄົວກໍ່ຮູ້ສຶກຫລົງມັກຮັກຮ່າໂນ່ຍທັນທີ ຈຶ່ງ ຕົກລົງດໍາລົງຊີວິດຢູ່ຮ່າໂນ່ຍພ້ອມທັງສ້າງເຄື່ອງໝາຍການຄ້າ ແຟຊັ່ນ Chula  ຈົນເຖິງວັນນີ້ .

ໄລຍະທຳອິດແຫ່ງການດຳລົງຊີວິດຢູ່ຮ່າໂນ້ຍ, ຄວາມແຕກຕ່າງ ກັນກ່ຽວກັບວິຖີຊີວິດ ແລະ ພາສາເຮັດໃຫ້ຜົວເມຍລາວຕິດອົກ ຕິດໃຈເມື່ອຮຽນຮູ້ໄດ້ສິ່ງໃໝ່ໆ ໂດຍການຊ່ວຍເຫຼືອຂອງ ບັນດາ ເພື່ອນບ້ານໃກ້ຄຽງຊາວຫວຽດນາມ. ສິ່ງທີ່ຍອດຢ້ຽມທີ່ສຸດ ກໍ່ແມ່ນ ລູກທັງສາມຂອງລາວ ລ້ວນແຕ່ກໍາເນີດຢູ່ຮ່າໂນ້ຍ ແລະ ພວກເຂົາ ໃຊ້ຊີວິດ ແລະ ສຶກສາຮ່ຳຮຽນຮ່ ວມກັບເພື່ອນ ຫວຽດນາມ ແລະ  ທຸກຄົນສາມາດເວົ້າໄດ້ພາສາຫວຽດ.

ຕະຫລອດ 10 ປີ ດໍາລົງຊີວິດຢູ່ຮ່າໂນ່ຍ, ຜົວເມຍ ແລະ ລູກໆ ຂອງ Diego ໄດ້ຄິດວ່າ ຕົນເອງເປັນຄົນຫວຽດນາມແລ້ວ ເພາະ ຊີນເຄີຍກັບການກິນອາຫານເຍື່ອງຫວຽດໃນແຕ່ລະມື້, ເຮັດວຽກ ກັບເພື່ອນມິດຫວຽດນາມ. ພິເສດ,  ຄອບຄົວຂອງ Diego ແມ່ນ ມັກທີ່ສຸດງານຕ້ອນຮັບບຸນປີໃໝ່ຂອງຊາວຫວຽດ ນາມ ໃນທ່າມກາງອາກາດທີ່ໜາວເຢັນ ບວກກັບ ມີຝົນຝອຍ ຮວາຍລົງມາ, ເພາະ ໄດ້ໄປເຮືອນຄອບຄົວເພື່ອນບ້ານໄກ້ຄຽງ ເພື່ອອວຍພອນປີໃໝ່ ແລະ ໄດ້ຮັບການແນະນຳຢ່າງລະອຽດ ກ່ຽວກັບຮີດຄອງປະເພນີ ໃນມື້ບຸນເຕັດເຊັ່ນ: ໄປຕະຫຼາດຊື້ ຕົ້ນດອກຄາຍ, ຕົ້ນໝາກແປ້ນມາປະດັບປະດາ ແລະ  ຮັບປະທານອາຫານອັນເປັນມູນເຊື້ອ ໃນງານບຸນເຕັດຄື ເຂົ້າຕົ້ມ, ເຂົ້າໜຽວໝາກເຄົ້າ…

10 ປີດໍາລົງຊີວິດຢູ່ຮ່າໂນ້ຍ, ເຮືອນ Chula ຂອງຄອບຄົວ Diego ໄດ້ກາຍເປັນຈຸດພົບປະແລກປ່ຽນວັດທະນະທຳລະ ຫວ່າງ ຊາວຫວຽດນາມ ກັບຄົນຕ່າງປະເທດ ໂດຍຜ່ານ ບັນດາ ກິດຈະກຳວາງສະແດງຮູບພາບ, ພາບແຕ້ມ, ດົນຕີ ແລະ ອາ ພອນສະໄໝ. ທັງໝົດສິ່ງເຫລົ່ານັ້ນເຮັດໃຫ້ຄອບຄົວຂອງ Diego ຮູ້ສຶກວ່າ ການດໍາລົງຊີວິດຢູ່ຮ່າໂນ້ຍ ແມ່ນງ່າຍກວ່າ ແລະ ນັບມື້ນັບຕິດພັນສະຫນິດແໜ້ນກວ່າ ກັບເຮືອນຫຼັງທີສອງ ຂອງຕົນ.

ມື້ນັ້ນ, ຢູ່ເຮືອຍຂອງ Diego ພວກຂ້າພະເຈົ້າໂຊກດີທີ່ໄດ້ເຂົ້າ ຮ່ວມງານລ້ຽງໃນໂອກາດວັນເກີດຂອງເມຍລາວ. ງານລ້ຽງວັນ ເກີດທີ່ເຕັມໄປດ້ວຍຄວາມອົບອຸ່ນ ຮ່ວມກັບໝູ່ ເພື່ອນຜູ້ສະໜິດ ສະໜົມຂອງເຈົ້າພາບ ຊຶ່ງເຂົາເຈົ້າບ່ໍພຽງແຕ່ເປັນ ຊາວແອັສປາຍ ຫາກຍັງມີເພື່ອນເປັນຄົນຍ່ີປຸ່ນ, ອັງກິດ, ອີຕາລີ… ແລະ  ແນ່ ນອນວ່າມີທັງເພື່ອນທີ່ເປັນຄົນຫວຽດນາມອີກດ້ວຍ.

ທຸກຄົນເບີກບານມ່ວນຊື່ນ, ແບ່ງປັນກັນເລື່ອງລາວຕ່າງໆ ໃນຊີ ວິດ ແລະ ໃນວຽກງານ. ບັນຍາກາດດັ່ງກ່າວເຮັດໃຫ້ພວກຂ້າພະ ເຈົ້າຮູ້ສຶກເໝືອນກັບວ່າຊີວິດສັງຄົມໜຶ່ງທີ່ມີຫລາກຫລາຍ ວັດທະ ນະທໍາກໍາລັງເກີດຂຶ້ນໃນເຮືອນ Chula ຫລັງນີ້.  ຜົວເມຍ Diego ໄຂຄວາມໃນໃຈ ກັບພວກຂ້າພະເຈົ້າວ່າ, ຮ່າໂນ້ຍບັດນີ້ ໄດ້ກາຍເປັນບ້ານເກີດເມືອງນອນ ແຫ່ງທີສອງ ຂອງເຂົາເຈົ້າ, ເປັນບ່ອນຈາລຶກອະນຸສອນຕ່າງໆ ບ່ໍຈັກວ່າເທົ່າໃດ .

ແຂກນັກທ່ອງທ່ຽວຕ່າງປະເທດເຂົ້າຮ່ວມລາຍການ “ຍີ້ມຫົວເພື່ອ ຫວຽດນາມທີ່ສະນິດສະໜົມ” ໂດຍສະໂມສອນ Yoga  ຮ່າ ໂນ້ຍ
ຕັ້ງ ຢູ່ບ່ອນອະນຸສອນສະຖານຮູບປັ້ນ ລີ້ຖ໋າຍໂຕ໊(ສວນສາທາລະນະຈີ໋ລິນ). ພາບ: ກົງດາດ


ແຂກນັກທ່ອງທ່ຽວຕ່າງປະເທດຫັດກາຍະບໍລິຫານຕອນເຊົ້າ ພ້ອມກັບຊາວຮ່າໂນ້ຍ.  ພາບ: ກົງດາດ

ແຕ່ລະເຊົ້າໆ, ຊາວຕ່າງປະເທດທີູ່ອາໄສຢູ່ ອ້ອມແອ້ມ ໜອງໄຕ ມັກເຂົ້າມາສາລາ ກວ໊າງບ໋າ ທີ່ມີອາກາດສົດໃສ
 ມີ ຄວາມສະຫງົບງຽບ ເພື່ອຫັດແອບ Yoga. ພາບ: ເຕີດເຊີນ.


ພ້ອມໆ ກັບພ່ໍແມ່, ພວກນ້ອງນ້ອຍຊາວຕ່າງປະເທດ ກ່ໍປັບຕົວ ເຂົ້າກັບຊີວິດຢູ່ຮ່າໂນ້ຍໂດຍໄວ.  ພາບ: ຈີ້ງວັນໂບ້
ບົດ: ເງິນຮ່າ  - ພາບ:  ເຈີ່ນແທງຢາງ, ເຕີດເຊີນ, ທົງທ້ຽນ, ຈີ້ງ  ວັນໂບ້ ແລະ ກົງດາດ.

bichlien

ຄົ້ນພົບ ວັດທະນະທໍາ ເຜົ່າ ເມື່ອງ ຢູ່ ຮ່ວາບິ່ງ

ຄົ້ນພົບ ວັດທະນະທໍາ ເຜົ່າ ເມື່ອງ ຢູ່ ຮ່ວາບິ່ງ

ຫ່າງຈາກນະຄອນ ຮ່າໂນ້ຍ ໄປທາງທິດຕາເວັນຕົກສ່ຽງໃຕ້ ປະມານ 70 ກມ, ແຂວງ ຮ່ວາບິ່ງ ເປັນທ່ີຮູ້ກັນວ່າ ເປັນ “ດິນແດນ ແຫ່ງລຳເລື່ອງປະຫວັດສາດ”, ບ່ອນທີ່ຊາວເຜົ່າ ເມື່ອງ ເຕົ້າໂຮມດຳລົງຊີວິດ. ຜ່ານຫຼາຍຮຸ່ນຄົນ, ຊາວເຜົ່າ ເມື່ອງ ຢູ່ທີ່ນີ້ ໄດ້ສ້າງ ມໍລະດົກ ວັດທະ ນະທຳ ຫຼາຍຢ່າງ ທີ່ເປັນເອກະລັກ, ປະກອບສ່ວນ ເຮັດໃຫ້ ສີສັນ ວັດ ທະນະທຳ ບັນດາເຜົ່າ ຫວຽດນາມ ອຸດົມສົມບູນຍິ່ງຂຶ້ນ. 

Top