• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະຖານທູດຫວຽດນາມປະຈຳຕ່າງປະເທດຈັດຕັ້ງພິທີສະເຫຼີມສະຫຼອງວັນຊາດຫວຽດນາມທີ 2/9


ທ່ານ​ ຫງວຽນ​ວຽດຢຸງ ເອກ​ອັກຄະ​ລັດຖະທູດ ຫວຽດນາມ
 ປະຈຳ ນິວຊີ​ແລນ ກ່າວ​ຄຳ​ເຫັນ​ທີ່​ພິທີ
(ພາບ: vietdung/TTXVN)
 
        ວັນ​ທີ 3/9 ຢູ່ Wellington, ສະຖານທູດ ຫວຽດນາມ ປະຈຳ ນິວຊີ​ແລນ ຈັດ​ຕັ້ງ​ພິທີ​ຮັບ​ແຂກ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນ​ການ​ປະຕິວັດ​ເດືອນ​ ສິງຫາ ​ແລະ ວັນຊາດ​ທີ 2 ກັນຍາ, 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດລະຫວ່າງ ຫວຽດນາມ - ນິວຊີ​ແລນ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ ຫງວຽນ​ວຽດຢຸງ ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ນິວຊີ​ແລນ ທົບ​ທວນຄືນ​ບັນດາ​ຜົນງານ ​ເຊິ່ງ ຫວຽດນາມ ບັນລຸ​ໄດ້​ໃນ 70 ປີຜ່ານມາ. ກ່ຽວ​ກັບ​ການ​ພົວພັນ 2 ຝ່າຍ ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ວຽດຢຸງ ຕີ​ລາຄາ​ສູງ​ການ​ພັດທະນາ​ຢ່າງ​ແຮງຂອງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ລະຫວ່າງ ຫວຽດນາມ ​ແລະ ນິວຊີ​ແລນ​ ​ໃນ​ໄລຍະ​ຜ່ານ​ມາ, ພ້ອມ​ທັງ ​ເນັ້ນ​ໜັກ​ວ່າ: ໝາກຜົນ​ອັນ​ດີງາມ​ຂອງ​ການ​ຢ້ຽ​ມຢາມ ນິວຊີ​ແລນ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີ໋ນຢຸງ ​​​ໃນ​ເດືອນ 3/2015, ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດສິນ​ໃຈຂອງ​ການ​ນຳ​ຂັ້ນ​ສູງ 2 ປະ​ເທດ​ໃນ​ເລື່ອງ​ນຳ​ການ​ພົວພັນ​ຮ່ວມ​ມື 2 ຝ່າຍ​ເຂົ້າ​ສູ່​ລວງ​ເລິກ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ​ກ່ວາ, ພິ​ເສດ ​ແມ່ນ​ໃນ​ບັນດາ​ຂົງ​ເຂດ ຊຶ່ງ 2 ຝ່າຍ​ມີ​ຄວາມ​​ຕ້ອງການ ​ແລະ ທ່າ​ແຮງ.
        ຫົວໜ້າ​ສະຖານກົງສູນ​ໃຫຍ່ ຫວຽດນາມ ປະຈຳ ຮົ່ງກົງ ​ແລະ ມາ​ກາວ, ຈີນ, ສະຖານທູດ ຫວຽດນາມ ປະຈ​ຳ ອີ​ຣານ ຈັດ​ຕັ້ງ​ພິທີ​ຮັບ​ແຂກ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນ​ການ​ປະຕິວັດ​ເດືອນ 8 ​ແລະ ວັນຊາດ​ທີ 2/9.
(ແຫຼ່ງຄັດຈາກ VOV)
 

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ເປັນ​ບົດ​ເພງ​ອຳ​ມະ​ຕະຕະຫຼອດ​ໄປ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: “ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ເປັນ​ບົດ​ເພງ​ອຳ​ມະ​ຕະຕະຫຼອດ​ໄປ”

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະ, ສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບ ດ້ຽນບຽນ, ຊາວໜຸ່ມຕະລຸມບອນ, ຄົນງານເກນເຂົ້າຮ່ວມຮັບໃຊ້ບັ້ນຮົບດ້ຽນບຽນຝູ ໂດຍກົງ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນໄຊຊະນະ ດ້ຽນບຽນຝູ ຄົບຮອບ 70 ປີ (7/5/1954 - 7/7/2024).

Top