• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ກິລາ

ສະຖານທີ່ສ້າງນັກກິລາ ກ໊ອບ ຫວຽດນາມ

ໂດຍຈຸດປະສົງເຮັດໃຫ້ປະເພດກິລາຕີກ໊ອບ  ມີຄວາມໃກ້ຊິດ ແລະ ແຜ່ຂະຫຍາຍຢ່າງກວ້າງຂວາງຢູ່ ຫວຽດນາມ, ສະຖາບັນ ກ໊ອບ ຮ່າໂນ້ຍ ຈິ່ງໄດ້ຈັດໂຄງການຝຶກສອນທີ່ຫຼາກ ຫຼາຍຮູບ ແບບ ເພື່ອນຳປະເພດກິລາ ດັ່ງກ່າວ ເຂົ້າເຖິງໄວໜຸ່ມ. 
ໄດ້ເຂົ້າສູ່ການເຄື່ອນໄຫວແຕ່ປີ 2013, ສະຖາບັນກອ໊ບ ຮ່າໂນ້ຍ ໄດ້ຮັບການສ້າງຕັ້ງ ໂດຍນັກກິລາຕີກ໊ອບ ຫງວຽນຖາຍເຢືອງ, ໜຶ່ງໃນສອງນັກກິລາຕີກ໊ອບ ອາຊີບຂອງ ຫວຽດນາມ, ສະຖາປັນ ກ໊ອບ ຮ່າໂນ້ຍ ກຳລັງເປັນຈຸດນັດພົບ ຂອງ ຜູ້ທີ່ມີຄວາມມັກ ແລະ ຢາກຊອກຮູ້ກ່ຽວກັບປະເພດກິລາ ດັ່ງກ່າວ.

ອ້າຍ ຫງວຽນຖາຍເຢືອງ ໃຫ້ຮູ້ວ່າ: “ສະຖາບັນກ໊ອບ ຮ່າໂຍ້ຍ ໄດ້ສ້າງຕັ້ງຂຶ້ນໂດຍມີຈຸດປະສົງ ເຮັດໃຫ້ປະເພດກິລາ ກ໊ອບ ກາຍເປັນປະເພດກິລາທີ່ມີຄວາມໃກ້ຊິດຢູ່ ຫວຽດນາມ, ນຳ ປະ ເພດກິລາຕີກ໊ອບ ເຖິງຫຼາຍຄົນ, ພິເສດແມ່ນໄວໜຸ່ມ”. ນອກ ຈາກນັ້ນ, ອ້າຍ ຫງວຽນຖາຍເຢືອງ ຍັງຢາກເຮັດໃຫ້ຊາວ ຫວຽດ ນາມ ຮັບຮູ້ໄດ້ວ່າ ຕີກ໊ອບ ເປັນປະເພດກິລາໜຶ່ງເທົ່ານັ້ນ, ມັນ ບໍ່ ແມ່ນການຫຼິ້ນທີ່ຟຸມເຟືອຍ ແລະ ໃຊ້ເງິນຫຼາຍ.
 
ເພື່ອສ້າງ ແລະ ພັດທະນານັກກິລາຕີກ໊ອບ ໜຸ່ມ, ສະຖາບັນ ກ໊ອບ ຮ່າໂນ້ຍ ໄດ້ສ້າງບົດຝຶກສອນທີ່ຫຼາກຫຼາຍຮູບແບບ, ເໝາະສົມກັບທຸກໄວ ແລະ ຄວາມສາມາດຂອງ ນັກຮຽນ ແຕ່ ລະຄົນ. ຜ່ານການເຄື່ອນໄຫວມາເປັນເວລາ 3 ປີ, ສະຖາ ບັນ ກ໊ອບ ຮ່າໂນ້ຍ ສ້າງໄດ້ນັກກິລາຕີກ໊ອບ ຫຼາຍຮ້ອຍຄົນ, ປະ ກອບສ່ວນເຮັດໃຫ້ປະເພດກິລາຕີກ໊ອບ ກາຍເປັນ ປະເພດກິລາ ໜຶ່ງມີຄວາມໃກ້ຊິດ ແລະ ແຜ່ຫຼາຍຢູ່ ຫວຽດນາມ. ບັນດານັກ ຮຽນ ໄດ້ຮຽນ ແລະ ຝຶກສອນຢ່າງມີແບບແຜນກັບ ຄູຝຶກທີ່ມີປະ ສົບການຄື: ນັກກິລາຕີກ໊ອບ ຫງວຽນຖາຍ ເຢືອງ, ນັກກິລາຕີ ກ໊ອບ John Mc Kenzie (ສະມາຊິກ ຂອງ ສະມາຄົມກ໊ອບ ອາຊີບ ອັງກິດ-PGA ສະກອດແລນ) ແລະ ນັກກິລາ ຕີກ໊ອບ Jeong Chi Hun (ສະມາຊິກຂອງ ສະມາຄົມກ໊ອບ ອາຊີບ ສ.ເກົາຫຼີ - KPGA).

ເພື່ອເຮັດໃຫ້ການຝຶກສອນ ມີປະສິດທິພາບ, ແຕ່ລະຄັ້ງຈະ ຮັບນັກຮຽນປະມານ 5-10 ຄົນ. ພາບ: ແຄງລອງ
 

ນັກຮຽນຈະໄດ້ຮັບການຝຶກ ກັບຄູຝຶກ John Mc Kenzie
(ສະມາຊິກຂອງສະມາຄົມ ກ໊ອບ ອາຊີບ ອັງກິດ-PGA ສະກອດແລນ). ພາບ: ແຄງລອງ



ຄູຝຶກ John Mc Kenzie ພວມ ແນະ ນຳວິທີການຕີ ກ໊ອບ ໃສ່ຫຼຸມໃຫ້ແກ່ນັກຮຽນ. ພາບ: ແຄງລອງ


ຄູຝຶກກຳລັງແນະນຳວິທີຈັບໄມ້ຕີກ໊ອບ ໃຫ້ນັກຮຽນ. ພາບ: ເອກະສານ


ຄູຝຶກ John Mc Kenzie ພວມ ແນະ ນຳວິທີຕີກ໊ອບ ໃຫ້ ນັກຮຽນ. ພາບ: ແຄງລອງ


ນັກຮຽນ ກຳລັງປະຕິບັດການຕີໜ່ວຍກ໊ອບໃສ່ຫຼຸມ. ພາບ: ແຄງລອງ


ບົນຮຽນເລີ່ມຍາກຂຶ້ນ ນັກຮຽນຕ້ອງ ຕີ 2-3 ໄມ້ ເພື່ອໃຫ້ລູກ ກອ໊ບລົງຫຼຸມ. ພາບ: ແຄງລອງ


ພາຍຫຼັງການຮຽນເຕັກນິກ, ນັກຮຽນຈະໄດ້ລົງສູ່ ເດີ່ນຫຍ້າ ເພື່ອ ຝຶກບົດຮຽນໃໝ່. ພາບ: ແຄງລອງ


ບັນດານັກຮຽນລຸ້ນນ້ອຍ ມີຄວາມຫ້າວຫັນກັບ ການຮຽນ ຢູ່ ສະຖາປັນ. ພາບ: ແຄງລອງ


ຄູຝຶກ John Mc Kenzie ໄດ້ບັນທຶກ ບັນດາຮູບພາບໃນການ
ຝຶກແອບ ເພື່ອຊີ້ໃຫ້ນັກຮຽນເຫັນຄວາມຜິດຂອງຕົນ. ພາບ: ແຄງລອງ



ຄູຝຶກ John Mc Kenzie ພວມ ແນະ ນຳນັກຮຽນ ຝຶກແອບ ຢູ່ເດີ່ນຫຍ້າ. ພາບ: ແຄງລອງ


ສະຖາບັນໄດ້ຈັດຕັ້ງການທ່ອງທ່ຽວ ຢູ່ບັນດາສະໜາມກ໊ອບ  ຢູ່ຊານເມືອງ ຮ່າໂນ້ຍ
ເພື່ອໃຫ້ນັກຮຽນໄດ້ປ່ຽນແປງບັນຍາກາດ ໃນການຮຽນ. ພາບ: ເອກະສານ



ຍາມໃດ ສະຖາບັນກໍ່ ສ້າງຄວາມສະບາຍ ໃຈທີ່ສຸດໃຫ້ແກ່ ບັນດານັກຮຽນ. ພາບ: ເອກະສານ


ຮູບທີ່ລະນຶກ ຂອງ ສະຖາບັນ ເນື່ອງໃນໂອກາດວັນບຸນ ໄຫວ້ພະ ຈັນ. ພາບ: ເອກະສານ

ອ້າຍ  ຫງວຽນຖາຍເຢືອງ ກ່າວວ່າ: “ເມື່ອສ້າງຫຼັກສູດການ ຮຽນ ໃຫ້ ນັກຮຽນ, ທາງສະຖາບັນໄດ້ຈັດນັກຮຽນ 5 ຄົນຕໍ່ຫ້ອງ ເພື່ອ ສ້າງກຳລັງແຮງກໍ່ຄືຄວາມຈັບໃຈໃນການແກ່ງແຍ້ງ. ຕາມການ ສັງເກດຂອງຄູຝຶກແມ່ນ ບັນດານັກຮຽນມີຄວາມຮັກມັກ ແລະ ຈັບໃຈກັບປະເພດກິລາຕີກ໊ອບ, ນັກຮຽນຫຼາຍຄົນ ຍັງສະແດງ ໃຫ້ເຫັນພອນສະຫວັນ ແລະ ປັດໃຈພື້ນຖານເພື່ອສາ ມາດ ກາຍເປັນນັກກິລາຕີກ໊ອບໃນອະນາຄົດ”.

ສະຖາບັນກ໊ອບ ຮ່າໂນ້ຍ ໄດ້ຈັດຕັ້ງຫ້ອງຮຽນຕີກ໊ອບໂດຍບໍ່ເສຍຄ່າສຳລັບເດັກນ້ອຍ ທີ່ມີອາຍຸ 13 ປີ ໃນເວລາ 8:30 ໂມງ ຂອງ ທຸກໆ ອາທິດ ທີ່ເດີ່ນກ໊ອບ ເຟືອງດົງ (ໝີ໋ດ່ິ່ງ, ຮ່າໂນ້ຍ), ຫ້ອງ ໜຶ່ງມີນັກຮຽນແຕ່ 5-10 ຄົນ ໂດຍຈຸດປະສົງແນະນຳ ໃຫ້ພວກ ນ້ອງມີຄວາມຮູ້ເບື້ອງຕົ້ນກ່ຽວກັບກ໊ອບ. ອາດເວົ້າໄດ້ວ່າ ຜ່ານ ພື້ນຖານໂຄງລ່າງເປັນ ຢ່າງດີ ແລະ ຫຼັກສູດຮຽນມີແບບມີແຜນ ຂອງ ສະຖາປັນໄດ້ຊ່ວຍ ເຮັດໃຫ້ພວກນ້ອງມີເວລາ ຝຶກ ແອບ ກິລາ ຢ່າງມີ ຜົນປະໂຫຍດ.
 
ສະຖາບັນກ໊ອບ ຮ່າໂນ້ຍ ໄດ້ກາຍເປັນສະຖານທີ່ໜຶ່ງມີຄວາມ ໄວ້ວາງໃຈສູງ, ພໍ່ແມ່ນັກຮຽນຫຼາຍຄົນຝາກລູກຫຼານມາຮຽນຕີກ໊ອບ. ເຖິງວ່າ ຍັງປະສົບຄວາມຫຍຸ້ງຍາກຫຼາຍປະການ, ແຕ່ດ້ວຍຄວາມພະຍາຍາມຂອງຕົນໃນ 3 ປີຜ່ານມາ, ສະຖາບັນ ກ໊ອບ ຮ່າໂນ້ຍ ໄດ້ກາຍ ເປັນສະຖານທີ່ສ້າງນັກກິລາຕີກ໊ອບ ຫວຽດ ນາມ, ປະກອບສ່ວນເຂົ້າໃນການພັດທະນາຂອງ ປະ ເພດ ກິລາ ຕີກ໊ອບ ຢູ່ ຫວຽດນາມ ໃນອະນາຄົດ. 
ບົດ: ທຸກຮ່ຽນ - ພາບ: ແຄງລອງ ແລະ ເອກະສານ

ດິນແດນ ສິລະປະການຕໍ່ສູ້ ໄຕເຊີນ ເຖື້ອງດ້າວ

ດິນແດນ ສິລະປະການຕໍ່ສູ້ ໄຕເຊີນ ເຖື້ອງດ້າວ

ໃນເບື້ອງຕົ້ນ, ໄຕເຊີນ ເຖື້ອງດ້າວ ແມ່ນດິນແດນ ທ່ີສາມອ້າຍນ້ອງລາຊະວົງ ໄຕເຊີນ ເລືອກເປັນບ່ອນເຕົ້າໂຮມ, ສ້າງກໍາລັງ, ຊູຄັນທຸງ ລຸກຂຶ້ນຕໍ່ສູ້. ສະນັ້ນ, ສະຖານທີ່ແຫ່ງນີ້ ບໍ່ພຽງແຕ່ ຮັກສາຮ່ອງຮອຍ ກ່ຽວກັບກອງທັບ “ເສື້ອຜ້າ ທຸງແດງ” ຫຼາຍແຫ່ງເທົ່ານັ້ນ, ແຕ່ຍັງເປັນດິນແດນ ຂອງ ບັນດາ ວິຊາມວຍພື້ນເມືອງ ທີ່ມີຊື່ສຽງ, ພິເສດແມ່ນບັນດາ ວິຊາມວຍ ທີ່ກຳເນີດມາຈາກລາຊະວົງ ໄຕເຊີນ.

Top