• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

ວົງການທະຫານ ອາຊຽນ ໄດ້ອອກຖະແຫຼງການຮ່ວມ ກ່ຽວກັບທະເລຕາເວັນອອກ

ວັນທີ 14 ມີນາ 2016, ທີ່ນະຄອນຫຼວງ ວຽງຈັນ, ປະເທດ ລາວ ໄດ້ຈັດກອງ​ປະຊຸມບໍ່​ເປັນ​ທາງ​ການ​ຜູ້​ບັນຊາ​ການ​ທະຫານ​ປ້ອງ​ກັນ​ປະ​ເທດ​ ອາ​ຊຽນ ຄັ້ງ​ທີ 13 (ACDFIM - 13). ທີ່ກອງປະຊຸມ, ເທື່ອທຳອິດໃນ ປະຫວັດສາດ, ວົງການທະຫານ ອາຊຽນ ຕົກລົງກັນຈະນຳບັນຫາທະເລ ຕາເວັນອອກເຂົ້າໃນຖະແຫຼງການຮ່ວມ. ສິ່ງດັ່ງກ່າວສະແດງ ໃຫ້ເຫັນວ່າ ການປ່ຽນແປງຫຼັກໝັ້ນ ຂອງ ອາຊຽນ ຕໍ່ສິ່ງທ້າ ທາຍດ້ານຄວາມສະຫງົບນັບມື້ນັບ ໃຫຍ່ຂຶ້ນໃນພາກພື້ນ.
ທີ່​ກອງ​ປະຊຸມ, ຜູ້ຕາງໜ້າກຳລັງ​ປ້ອງ​ກັນ​ປະ​ເທດ​ບັນດາ​ປະ​ເທດ ອາ​ຊຽນ ​​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ຈຳ​ເປັນ​ຂອງ​ສະພາບ​ແວດ​ລ້ອມ​ສັນຕິພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ເພື່ອ​ແນ​​ໃສ່​ຊຸກຍູ້​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ເຕີບ​ໂຕ​ດ້ານ​ເສດຖະກິດ ​ແລະ ຄວາມ​ວັດທະນາ​ຖາວອນ​ໃນ​ພາກ​ພື້ນ. ດັ່ງ​ນັ້ນ, ​ບັນດາ​ຝ່າຍ​ຕ້ອງ​ປະຕິບັດ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຕໍ່ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງ​ຄົບ​ຖ້ວນ, ມີ​ປະສິດທິ​ຜົນ ​ແລະ ປະຕິບັດ​ສຳ​ເລັດ​ການ​ກໍ່ສ້າງ​ປະມວນ​ກົດລະບຽບວ່າດ້ວຍ​ການ​ປະພຶດ ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​ໂດຍ​ໄວ.
 
ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານພົນ​ເອກ ​ໂດ໋ບາ​ຕິ,  ຫົວໜ້າ​ກອງເສນາ​ທິການ​ໃຫຍ່​ ກອງ​ທັບ​ປະຊາຊົນ ຫວຽດນາມ, ຫົວໜ້າ​ຄະນະ​ຜູ້​ແທນ ຫວຽດນາມ ໃຫ້​ຮູ້​ວ່າ: ສະພາບ​ຄວາມ​ສະຫງົບ, ປອດ​ໄພ ​ແລະ ຄວາມ​ເສລີ​ໃນ​ການ​ເດີນ​ທະ​ເລ, ການ​ເດີນອາກາດ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ພວມ​ຖືກ​ທ້າ​ທາຍ​ຍ້ອນ​ບັນດາ​ການ​ກະທຳ​ຜິດ​ກົດໝາຍ​ສາກົນ, ພິ​ເສດ​ແມ່ນ​ການ​ປະຕິບັດ​ສົນທິສັນຍາສະຫະ ປະຊາຊາດ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ (UNCLOS) ປີ 1982.
 
ທ່ານພົນ​ເອກ ​ໂດ໋ບາ​ຕິ ຖື​ວ່າ ຄວນ​ເພີ່ມ​ທະວີ​ບັນດາ​ການ​ເຄື່ອນ​ໄຫວ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ບັນ​ດາ​ກຳລັງ​ທະຫານ ​ເຄື່ອນ​ໄຫວ​ບົນ​ທະ​ເລ, ການເດີນ ອາກາດ ຢູ່​ທະ​ເລ​ຕາ​ເວັນ​ອອກ, ບົນ​ພື້ນຖານ​ມາດ​ຕະຖານ​ສາກົນ ​ແລະ ບັນດາ​ຄຳ​ໝັ້ນ​ສັນຍາ​ພາກ​ພື້ນ, ພິ​ເສດ​ແມ່ນ UNCLOS 1982 ​ແລະ DOC.
 
ຫົວໜ້າ​ຄະນະ​ຜູ້​ແທນ ຟີ​ລິບ​ປິນ, ທ່ານພົນ​ຕີ Romeo Tanalgo ​ຖື​ວ່າ: ປະມວນ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ປະພຶດ​ລະຫວ່າງ ອາ​ຊຽນ ​ແລະ ຈີນ ຈະ​ຫລຸດຜ່ອນ​ໄພ​ເກີດ​ການ​ປະ​ທະ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ນຳ​ມາ​ເຊິ່ງມາດ​ຕະການ​ແກ້​ໄຂ​ບົນ​ພື້ນຖານ​ບັນດາ​ກົດ​ລະບຽບ, ຂໍ້​ກຳນົດ​ໂດຍ​ປະຊາ​ຄົມ​ໂລກ​ຮັບ​ຮູ້.​ ເລື່ອງ​ບັນດາ​ປະ​ເທດ ອາ​ຊຽນ ມີ​ທັດສະນະ​ລວມກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ ​ແມ່ນ​ຈຳ​ເປັນ​ທີ່​ສຸດ.

ຜູ້​ບັນຊາ​ການ​ທະຫານ​ປ້ອງ​ກັນ​ປະ​ເທດ​ ອາ​ຊຽນ ຖ່າຍຮູບຮ່ວມກັນໃນພິທີໄຂກອງປະຊຸມ. ພາບ: ຟ້າມກຽນ/VNA


ພາບທັງໝົດໃນກອງປະຊຸມ ACDFIM 13 ທີ່ນະຄອນຫຼວງ ວຽງຈັນ, ປະເທດ ລາວ. ພາບ: ຟ້າມກຽນ/VNA

ທ່ານພົນ​ເອກ ​ໂດ໋ບາ​ຕິ,  ຫົວໜ້າ​ກອງເສນາ​ທິການ​ໃຫຍ່​ ກອງ​ທັບ​ປະຊາຊົນ ຫວຽດນາມ,
ຫົວໜ້າ​ຄະນະ​ຜູ້​ແທນ ຫວຽດນາມ. ພາບ: ຟ້າມກຽນ/VNA



ຜູ້​ບັນຊາ​ການ​ທະຫານ​ປ້ອງ​ກັນ​ປະ​ເທດ​ ອາ​ຊຽນ ເຊັນຖະແຫຼງການຮ່ວມຂອງກອງປະຊຸມ. ພາບ: ຟ້າມກຽນ/VNA


ຜູ້​ບັນຊາ​ການ​ທະຫານ​ປ້ອງ​ກັນ​ປະ​ເທດ​ ອາ​ຊຽນ ສະແດງໃຫ້ເຫັນຄວາມເປັນເອກະສັນສູງພາຍຫຼັງພິທີເຊັນ
ຖະແຫຼງການຮ່ວມ. ພາບ: ຟ້າມກຽນ/VNA



ທ່ານພົນ​ເອກ ​ໂດ໋ບາ​ຕິ ພົບປະສອງຝ່າຍກັບທ່ານພົນຕີ ສຸ​ວອນ ​ເລືອ​ງບຸນ​ມີ,
ຫົວໜ້າ​ກອງເສນາ​ທິການ​ໃຫຍ່​ ກອງ​ທັບ​ປະຊາຊົນ ລາວ ຢູ່ນອກກອງປະຊຸມ. ພາບ: ຟ້າມກຽນ/VNA

ເມື່ອ​ສິ້ນສຸດ​ກອງ​ປະຊຸມ, ຫົວໜ້າ​ຄະນະ​ບັນດາ​ປະ​ເທດ ​ອາ​ຊຽນ ​ໄດ້​ເຊັນ​ຖະ​ແຫຼ​ງການ​ຮ່ວມຂອງ ACDFIM – 13. ຖະ​ແຫຼ​ງການ​ຮ່ວມ​ໄດ້​ເຕື້ອງ​​ເຖິງ​ຫຼາຍ​ບັນຫາ​ຄວາມ​ສະຫງົບຂອງ​ພາກ​ພື້ນ, ​ໃນ​ນັ້ນ​ມີ​ຄວາມ​ຈຳ​ເປັນ​ຕ້ອງ​ປະຕິບັດ DOC ຢ່າງ​ຄົບ​ຖ້ວນ ​ແລະ ມີ​ປະສິດທິ​ຜົນ, ສ້າງສຳ​ເລັດ COC ​​ໂດຍ​ໄວ ​ເພື່ອ​ຮັກສາ​ສະພາບ​ແວດ​ລ້ອມ​ແຫ່ງສັນຕິພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ນີ້ສາມາດໄດ້ຖືເປັນການຕັດສິນຄັ້ງປະຫວັດສາດ ຍ້ອນເທື່ອທຳອິດນັບຕັ້ງແຕ່ໄດ້ສ້າງຕັ້ງຂຶ້ນມາ, ວົງການ ທະຫານ ອາຊຽນ ຈຶ່ງອອກຖະແຫຼງການຮ່ວມກ່ຽວກັບ ບັນຫາທະເລຕາເວັນອອກ.

ເມື່ອຕີລາຄາເຖິງບັນຫາດັ່ງກ່າວ, ທ່ານພົນຈັດຕະວາ ຫວູຕຽນຈ້ອງ, ຫົວໜ້າສະຖາບັນພົວພັນສາກົນກ່ຽວກັບ ປ້ອງກັນຊາດ (ກະຊວງປ້ອງກັນປະເທດ ຫວຽດນາມ) ໃຫ້ຮູ້ວ່າ: “ນີ້ແມ່ນເທື່ອທຳອິດໃນປະຫວັດສາດ, ວົງການທະຫານ ອາຊຽນ ໄດ້ອອກຖະແຫຼງການຮ່ວມກ່ຽວກັບບັນຫາທະເລ ຕາເວັນອອກ. ນີ້ແມ່ນຈຸດໃໝ່ຂອງກອງປະຊຸມຜູ້​ບັນຊາ​ການ​ທະຫານ​ປ້ອງ​ກັນ​ປະ​ເທດ​ ອາ​ຊຽນ...”.
 
ໃນສະພາບການຫຼາຍປະເທດບໍ່ຖືຊາເຖິງຫາງສຽງສາກົນ, ສືບຕໍ່ມີການກະທຳແບບພິດກົດໝາຍສາກົນ, ມີຫຼາຍການເຄື່ອນໄຫວສ້າງຄວາມເຄັ່ງຕຶງຢູ່ທະເລຕາເວັນອອກ, ເລື່ອງກອງ​ປະຊຸມບໍ່​ເປັນ​ທາງ​ການ​ຜູ້​ບັນຊາ​ການ​ທະຫານ​ປ້ອງ​ກັນ​ປະ​ເທດ​ ອາ​ຊຽນ ຄັ້ງ​ທີ 13  ຕົກລົງຈະນຳບັນຫາທະເລຕາເວັນອອກເຂົ້າ ຖະແຫຼງການຮ່ວມ ມີຄວາມໝາຍຢ່າງຍິ່ງໃຫຍ່. ຫວັງວ່າ ການກະທຳດັ່ງກ່າວຂອງວົງການທະຫານ ອາຊຽນ ຈະປະກອບສ່ວນໃຫ້ແກ່ການຮັກສາສັນຕິພາບ, ຄວາມສະຫງົບ, ປອດໄຟໃນໂລກເວົ້າລວມ ແລະ ໂດຍສະເພາະແມ່ນໃນພາກພື້ນ.
ປະຕິບັດໂດຍ: VNA/VNP

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ທ່າມກາງບັນຍາກາດທີ່ຄຶກຄື້ນ, ຕື່ນເຕັ້ນ ໃນມື້ຕົ້ນລະດູບານ ໃໝ່, ບັນດາງານບຸນປະເພນີ ຖືກຈັດຂຶ້ນຢູ່ທົ່ວປະເທດ, ຕາມ ເສັ້ນທາງທຸກສາຍ, ປະຊາຊົນ ແລະ ຄອບຄົວພາກັນ ໄປຮ່ວມ ງານບຸນ ຢ່າງກະຕືລືລົ້ນ ເພື່ອນຶກເຖິງຄຸນງາມຄວາມດີ ຂອງ ຜູ້ທີ່ໄດ້ປະກອບສ່ວນ ໃຫ້ບ້ານເກີດເມືອງນອນ, ປະເທດຊາດ ແລະ ອະທິຖານ ຂໍໃຫ້ປີໃໝ່ ຝົນຟ້າອາກາດເອື້ອອຳນວຍ, ຜົນລະປູກ ທີ່ອຸດົມສົມບູນ. ນັ້ນແມ່ນຄວາມງາມ ດ້ານວັດທະນະທຳ ທ່ີຄົງຕົວມາເປັນເວລາຫຼາຍພັນປີ ຂອງ ງານບຸນ ຫວຽດນາມ ທີ່ຕ້ອງໄດ້ຮັບການເຊີດຊູ. 

Top