• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວາງສະແດງວັດຖຸເອກະສານ“ຮ່ວາງຊາ, ເຈື່ອງຊາຂອງ ຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ”


(ພາບປະກອບ)

      ວັນ​ທີ 04/02, ຢູ່ເມືອງ​ພູດ​ອຍ ຍືຊວນ ​ແຂວງ ​ແທງ​ຮ໋ວາ, ສະມາ​ຄົນ​ນັກ​ຂ່າວ​ແຂວງ ​ແທງ​ຮ໋ວາ, ພະ​ແນ​ກວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ, ພະ​ແນ​ກຖະ​ແຫຼ​ງຂ່າວ ​ແລະ ສື່ສານ​ແຂວງ ​ແທງ​ຮ໋ວາ ​ໄດ​້ສົມທົບ​ກັນ​ຈັດ​ຕັ້ງ​ບຸນ​ໜັງສື​ພິມ​ລະດູບານ​ໃໝ່ ​ແລະ ວາງສະ​ແດງ​ວັດຖຸ​ເອກະສານ “ຮ່ວາງ​ຊາ, ​ເຈື່ອງ​ຊາ​ຂອງ ຫວຽດນາມ - ​ບັນດາ​ພະຍານ​ຫຼັກ​ຖານປະຫວັດສາດ”. ນີ້​ແມ່ນ​ການ​ເຄື່ອນ​​ໄຫວ​ທີ່​ມີ​ຄວາມ​ໝາ​ຍ​ໃນ​ຕົ້ນ​ປີ​ລະກາ 2017 ມຸ່ງ​ໄປ​ເຖິງ​ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນທຳທີ່​ອິດລຸງ​ໂຮ່ມາຢ້ຽມຢາມ ​ແທງ​ຮ໋ວາ (20/02/1947 – 20/02/2017). ​ໃນບໍລິ​ເວນ​ຈັດ​ຕັ້ງບຸນ​ໜັງສື​ພິມ​ລະດູບານ​ໃໝ່, ບັນດາວັດຖຸ​ເອກະສານ “ຮ່ວາງ​ຊາ, ​ເຈື່ອງ​ຊາ​ຂອງ ຫວຽດນາມ - ​ບັນດາ​ພະຍານ​ຫຼັກ​ຖານປະຫວັດສາດ” ​ຖືກ​້ວາງສະ​ແດງຢ່າງ​ສົມ​ກຽດ​ດ້ວຍ​ເອກະສານ, ວັດຖຸພັນ, ສື່​ສິ່ງ​ພິມ ​ແລະ ​ແຜນ​ທີ່​ເກືອບ 100 ​ແຜ່ນ​​ເຊິ່ງ​ໄດ້ຮັບ​ການ​ປະກາດນັບ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ​ຂອງ​ບັນດາ​ນັກ​ຄົ້ນຄວ້າ, ນັກຮຽນ​ຮູ້​ພາຍ​ໃນ​ປະ​ເທດ ​ແລະ ຕ່າງປະ​ເທດ​ກ່ຽວ​ກັບ 2 ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ​ຂອງ ຫວຽດນາມ; ບັນດາ​, ຮູບ​ພາບ​ກ່ຽວ​ກັບ​ພາລະກິດ​ປະຕິບັດ​ອະທິປະ​ໄຕ ​ແລະ ສູ້​ຊົນ​ປົກ​ປັກ​ຮັກສາ​ອະທິປະ​ໄຕ ຮ່ວາງ​ຊາ, ​ເຈື່ອງ​ຊາ; ບັນດາ​ກິດ​ຈະ​ກຳ​ຄົ້ນຄວ້າ​ ​ກ່ຽວ​ກັບ​ອະທິປະ​ໄຕທະ​ເລ​ໝູ່​ເກາະ​ຂອງ ຫວຽດນາມ…​ນີ້​ແມ່ນ​ບັນດາ​ພະຍານ​ຫຼັກ​ຖານ​ທີ່​ໝັ້ນຄົງ​ກ່ຽວ​ກັບ​ອະທິປະ​ໄຕ​ຂອງ ຫວຽດນາມ ສຳລັບ 2 ໝູ່​ເກາະ ຮ່ວາງ​ຊາ, ​ເຈື່ອງ​ຊາ.​
 (ແຫຼ່ງຄັດຈາກ VOV)

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024), ດ້ວຍບົດບາດທີ່ເປັນສຳນັກຂ່າວສານແຫ່ງຊາດ, ສຳນັກຂ່າວສານ ຫວຽດນາມ (VNA) ໄດ້ມີການເຄື່ອນໄຫວຫຼາຍຢ່າງເພື່ອເຜີຍແຜ່ບັນດາຂໍ້ມູນອັນລ້ຳຄ່າກ່ຽວກັບເຫດການສຳຄັນດັ່ງກ່າວໃຫ້ປະຊາຊົນຢ່າງກວ້າງຂວາງ.

Top