• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄົ້ນພົບ

ວັດພະສາດສະດາເຝິດໂຕ໊ຢູ່ ກ່າເມົາ

ວັດພະສາດສະດາເຝິດໂຕ໊ຕັ້ງຢູ່ຄຸ້ມເມືອງ 4 ນະຄອນກ່າເມົາ ໄດ້ຮັບການສ້າງຂຶ້ນໃນປີ 1840. ນີ້ແມ່ນກິດຈະກຳສະຖາປັດ ຕະຍະກຳ ສາສະໜາອັນເປັນມູນເຊື້ອ ແລະ ແມ່ນບ່ອນເທ ສະໜາທາງທຳທີ່ເກີດຂຶ້ນແຫ່ງທຳອິດໃນເຂດດິນ ກ່າເມົາ.
ການຕັ້ງຊື່ວັດພະສາດສະດາເຝິດໂຕ້ນັ້ນ ແມ່ນໄດ້ເລີ່ມມາ ຈາກການເຄົາລົບບູຊາຈາກຫລາຍເຊັ່ນຄົນ ຂອງຊາວເຂດ ກ່າເມົາ ຕໍ່ບຸກຄົນທີ່ມີບຸບພະກາລີໄດ້ສ້າງວັດນີ້ຂຶ້ນຄື: ພະອົງຖິກຈີ໊ເຕີມ.

ໃນປະມານປີ 1840, ທົ່ວທັງເຂດກ່າເມົາຍັງແມ່ນເຂດດິນຕົມ ບວກມີແຕ່ໄມ້ອ້ໍ ໄມ້ເລົາ, ຮົກເຮື້ອຫວ່າງເປົ່າທີ່ສຸດ. ຊາວທ້ອງຖິ່ນເລົ່າສືບທອດກັນມາວ່າ, ສະໄໝນັ້ນ ມີທ້າວໂຕກວາງຊວນ ໄປຫາຟືນໃນປ່າ, ເມື່ອສັບຂວານໃສ່ຕົ້ນໂພໃຫຍ່ເກົ່າແກ່ ເລີຍ ເຫັນ ປຶ້ມພະທຳຢູ່ທາງໃນກົກໄມ້. ນັບແຕ່ນັ້ນມາ, ທ້າວໄດ້ຕັ້ງ ວິຫານຂຶ້ນທັງບວດ ແລະ ທັງຊອກຢາມາປິ່ນປົວພະຍາດ ໃຫ້ ແກ່ປະຊາຊົນຢູ່ລຽບຕາມເໝືອງ ກວ໋ານໂລ້. ໂຕກວາງ ຊວນ ສວດມົນຕາມພະທຳກີມເກືອງ ສາມາດຫັນປ່ຽນລິດເດດອັນ ຮ້າຍກາດຂອງສັດຮ້າຍໄດ້. ທົ່ວທຸກແຫ່ງຫົນໄດ້ຮູ້ຂ່າວກໍ່ພາກັນຫຼັ່ງໄຫຼເຂົ້າມາຂໍຢາ ແລະ ສຶກສາທຳເປັນຈຳນວນຫຼາຍ.

ພາຍຫລັງມາ, ຍ້ອນມີການບໍລິຈາກຂອງປະຊາຊົນ, ໂຕກວາງຊວນສ້າງວັດຂຶ້ນຫຼັງໜຶ່ງ ມຸ້ງດ້ວຍໃບໄມ້ແບບລຽບງ່າຍ. ເຫັນແນວນັ້ນ, ເຈົ້ານາຍບ້ານ ຜູ້ຫນຶ່ງຊື່ວ່າ ໂດ້ວັນວຽນມີຄວາມ ອິດສາລິດສະຫຍາ ໄດ້ຕູ່ຫາວ່າເພິ່ນແມ່ນຍາຄູປອມ. ເພິ່ນຖືກ ຄຸມຕົວໄປໄຊງ່ອນ (ປັດຈຸບັນ ແມ່ນນະຄອນ ໂຮ່ຈີມິນ) ເພື່ອ ກັກຂັງບໍລິເວນ.

ແຕ່ຍ້ອນເປັນຜູ້ມີຄຸນນະທຳປະຈຳໃຈ, ໂຕກວາງຊວນ ໄດ້ເຮັດ ໃຫ້ເຈົ້ານາຍຂັ້ນເທິງນິຍົມນັບຖື. ເມື່ອໄປເຖິງເມືອງເຫວ້, ເພິ່ນໄດ້ມາບຳເພນກຸສົນບວດຢູ່ວັດກີມເຈື້ອງ. ບັນດາພະເຖລານຸເຖລະໄດ້ຍື່ນໃບດີກາຂຶ້ນເຈົ້າຊີວິດຫງວຽນ (ປີຖ້ຽວຈີ້ທີ 2-1842) ແລະ ເຈົ້າຊີວິດໄດ້ອອກພະລາຊະອົງການໂປດປະທານໃຫ້ວັດຂອງເພິ່ນໄດ້ໃສ່ຊື່ວ່າ “ສັກຕື້ກວານເອີມໂກ໊ຕື້ ”.

ເມື່ອເຂົ້າບວດໄດ້ພຽງ 7 ວັນ, ເພິ່ນໄດ້ມໍລະນະພາບທີ່ວັດກີມເຈື້ອງ. ເພິ່ນໄດ້ຮັບຍົດເປັນພະເຖລາ ໃສ່ນາມຕາມວິຖີພຸດແມ່ນ ຖິກຈ໊ີເຕີມ, ໄດ້ຮັບສັງຂະທານຜ້າແພໄໝ ແລະ ສົ່ງໄປ ຮອດບ້ານເກີດຢູ່ກ່າເມົາ. ນັບແຕ່ນັ້ນມາ, ປະຊາຊົນໃນເຂດ ໄດ້ເອີ້ນວັດທີ່ ເພິ່ນສ້າງຂຶ້ນແມ່ນວັດພະສາດສະດາເຝິດໂຕ໊ ເພື່ອສະແດງເຖິງຄວາມເຄົາລົບນັບຖືຂອງປະຊາຊົນທີ່ມີຕ່ໍເພິ່ນ.

ວັດພະສາດສະດາເຝິດໂຕ໊ ແມ່ນກິດຈະກຳສະຖາປັດຕະຍະກຳສາສະໜາທີ່ມີຄຸນຄ່າທາງດ້ານສິລະປະສູງ. ການປະຕິສັງຂອນວັດໃນປີ 1937 ຍັງຮັກສາໄວ້ໄດ້ສະຖາປັດຕະຍະກຳດັ່ງເດີມຈົນມາຮອດປັດຈຸບັນ.


ພະພຸດທະຮູບພະໂພທິສັດສີຟ້າປະດິດສະຖານເທິງຖ້ານໃບ ບົວຢູ່ຕ່ໍໜ້າວັດ.


ຝາວັດທັງສອງເບື້ອງຢູ່ທາງນອກຂອງຫໍທຳມະສະພາມີຮູບ ປັ້ນໂອບດ້ວຍດິນເຜົາເຄືອບ ເຮັດໃຫ້ວັດຍິ່ງມີຄວາມຄຶກຂືມເກົ່າແກ່.


ເສົາຢູ່ຫໍທຳມະສະພາໄດ້ປະດັບລວດລາຍດ້ວຍຮູບມັງ
ກອນ 5 ໂຕ ບິນເຮີນເທິງນ້ຳ.



ເຈດີຂອງພະເຖລາ ຖິກຈ໊ິເຕີມ-ຄູບາອົງທຳອິດສ້າງວັດພະສາດ ສະດາຂຶ້ນ.


ເຈດີຂອງບັນດາເຈົ້າອາວາດວັດພະສາດສະດາທີ່ໄດ້ມໍລະນະພາບ.


ແຂກຄົນມາຈາກສາລະທິດຈູດທູບທຽນ ພາວະນາທີ່ ຫໍທຳ ມະສະພາ.


ປະຈຸບັນນີ້, ວັດພະສາດສະດາແມ່ນໜຶ່ງໃນຈຳນວນສູນວັດທະ ນະທຳດ້ານການເຊື່ອຖື
ຂອງພະພິກຂຸ, ພະພິກຂຸນີ ແລະ ສາ ສະນິກະຊົນຂອງ ແຂວງກ່າເມົາ.

 
ທຸກວັນນີ້, ວັດພະສາດສະດາເຝິດໂຕ໊ເປັນສູນກາງດ້ານ ວັດທະນະທຳຄວາມເຊື່ອຖືຂອງປະຊາຊົນ, ເປັນສູນວັດທະນະທຳ,  ການສຶກສາສົງ ແລະ ສະແດງທຳຂອງພະພິກຂຸ, ພະພິກຂຸນີ ແລະ  ສາສະນິກະຊົນ ແຂວງກ່າເມົາ.

ຫຼັງຄາວັດເປັນຮູບໜ່ວຍກາທັບ, ມຸ້ງດ້ວຍດິນຂໍ, ສະຖາປັດຕະຍະກຳປານີດ,  ລອກແບບຫຼັງຄາວັດເຂດທົ່ງພຽງແມ່ນ້ຳຂອງ. ຫລັງຄາໄດ້ແບ່ງອອກເປັນສອງສ່ວນ: ຫຼັງຄາສ່ວນຫຼັກ ແລະ ຫຼັງຄາຂອງສ່ວນເສົາປະຕູ. ແປວັດສ່ວນຫຼັກ ຖືກປະດັບດ້ວຍ ຄູ່ມັງກອນທີ່ໄດ້ປະດິດສ້າງ ຢ່າງວິຈິດພິດສະດານສະແດງໃຫ້ເຫັນຄຸນຄ່າດ້ານສິລະປະອັນເປັນເອກະລັກຂອງວັດ, ດ້ານລຸ່ມເປັນຮູບພາບປັ້ນໃຫຍ່ ພັນລະນາເຖິງທິວທັດທຳມະຊາດ. ດ້ານໜ້າຂອງແປວັດໄດ້ຂຽນ 6 ຕົວອັກສອນ: “ສັກຕື້ກວານເອີມໂກ້ຕື້ ”.

ຈຸດຂົດໂງຂຶ້ນລົງຂອງຫຼັງຄາວັດ 4 ແຈ ໄດ້ສະແດງ ຮູບປາເນລະມິດເປັນໂຕມັງກອນທີ່ເຮັດດ້ວຍຊີມັງເຜົາເຄືອບມີຮູບຊົງ ບ່ໍຊ້ຳແບບໃຜ. ຫຼັງຄາຕ່ຳສ່ວນປົກເສົາປະຕູມຸງດ້ວຍດິນຂໍປະດັບລາຍດອກທີ່ມີຊີວິດຊີວາ ແລະ ສະຫຼັກ 4 ຕົວອັກສອນ: “ກວານເອີມໂກ໊ຕື້ ”. ເບື້ອງເທິງປະຕູເຂົ້າອອກຫໍທຳມະສະພາ ໄດ້ຮັບການປະດັບລວດລາຍ ເປັນຕົວອັກສອນໝັ້ນຍືນ. ຝາຜະໜັງສອງເບື້ອງຢູ່ດ້ານນອກຂອງຫໍທຳມະສະພາໄດ້ແຕ້ມແຕ່ງຮູບພາບຕ່າງໆ ພາໃຫ້ວັດຍິ່ງມີຄວາມຄຶກຂືມທົບເທົ່າ.

ຈາກທາງນອກມອງເຂົ້າໄປຈະເຫັນ ບໍລິເວນວັດກວ້າງຂວາງ ພໍສົມຄວນ, ໄດ້ຮັບການຈັດສັນຢ່າງກົມກືນເຂົ້າກັບ ພະພຸດທະຮູບກວານເອີມໃຫຍ່ກວ່າຄົນປະດິດສະຖານເທິງຖ້ານ ໃບບົວປິ່ນໜ້າໄປຫາ ແຣກຈົ່ວ. ພະພຸດທະຮູບເຮັດດ້ວຍຊີມັງທາສີຟ້າ, ໃນຊົງໃບໜ້າຄົນໃຈບຸນ, ສົມສັດສ່ວນ.

ປະຕູວັດເປີດອອກຕາມຮູບເຄິ່ງວົງມົນນຳພາໄປເຖິງຫໍທຳມະສະພາ. ທາງໃນຫໍ ມີເສົາຊີມັງເປັນສອງແຖວ, ແຖວລະສາມ ເສົາ, ສ້າງໃຫ້ມີຍ່ານອາກາດກວ້າງຂວາງປອດໂປ່ງດີ. ຢູ່ຖັນ ລັດຕະນະໄຕໄດ້ປະດິດສະຖານພະພຸດທະຮູບຫຼາຍອົງ. ຈຸດ ເອກະລັກທີ່ຖັນລັດຕະນະໄຕແມ່ນໃຊ້ເຄື່ອງດິນເຜົາເຄືອບ ໂອບລາຍດອກດ້ວຍຊີມັງເພື່ອສ້າງແທ່ນບູຊາ.

ນອກຈາກນັ້ນ, ວັດພະສາດສະດາເຝິດໂຕ໊ຍັງຮັກສາໄວ້ໄດ້ ຮູບຄວັດດ້ວຍໄມ້ ແລະ ວັດຖຸພັນຫຼາຍຢ່າງຄື: ປ້າຍໜັງສື ດ້ວຍໄມ້, ໂຖ, ລະຄັງທອງ, ປ້າຍຄຳຄູ່, ພະລາຊະອົງການ…

ແທ່ນບູຊາພະເຖລາ ຖິກຈ໊ິເຕີມ ຖືກຕັ້ງເທິງຖ້ານຊີມັງສູງ 1,47 ແມັດ, ກວ້າງ 1,52 ແມັດ. ທັງສອງເບື້ອງຂອງຮູບຄວັດ ພະເຖລາມີປ້າຍຄຳຄູ່ທີ່ມີມີຄວາມຫມາຍວ່າ: “ອັກສອນດຽວອ່ານຕາມສາຍຂວາງ ກໍສາມາດຮັກສາໄດ້ຄວາມສະຫງົບທົ່ວທຸກແຫ່ງຫົນ/ຊ່ວຍເຮັດໃຫ້ມະນຸດຊາດຢູ່ເຢັນເປັນສຸກໃນການຈຳສິນໄປໂດຍຕະຫຼອດ”.

ດ້ານລຸ່ມຂອງແທ່ນບູຊາພະເຖລາ ຖິກຈ໊ິເຕີມ ມີສີລາແຜ່ນໜຶ່ງໄດ້ຖືກສ້າງໄວ້ເວລາປະຕິສັງຂອນວັດໃນປີ 1937, ໃນຫີນສີ ລາໄດ້ສະຫຼັກຕົ້ນສະບັບພະລາຊະອົງການຂອງເຈົ້າຊີວິດ ຖ້ຽວຈີ້ ສົ່ງໃຫ້ວັດດ້ວຍຕົວອັກສອນຫານ. ປັດຈຸບັນ, ເທິງແທ່ນບູຊາຍັງມີປ້າຍຄຳຄູ່ເກົ່າແກ່ດ້ວຍກາບຕົ້ນໝາກພ້າວຍາວ 4 ແມັດ, ຟອກ ຄຳປິວ, ພ້ອມສຳນວນຄຳເວົ້າສຸດທີ່ເລິກເຊິ່ງ.

ປະຈຸບັນນີ້, ວັດພະສາດສະດາແມ່ນໜຶ່ງໃນຈຳນວນສູນວັດທະນະທຳດ້ານການເຊື່ອຖືຂອງພະພິກຂຸ, ພະພິກຂຸນີ ແລະ ສາສະນິກະຊົນຂອງ ແຂວງກ່າເມົາ.


ແທ່ນບູຊາ ໄດ້ປະດັບປະດາດ້ວຍແຜ່ນໄມ້ທີ່ມີການຄວັດສະ ຫຼັກລວດລາຍຢ່າງມີຊີວິດຊີວາ ແລະ ປານີດ.


ຫີນສີລາສະຫຼັກພະລາຊະອົງການສະບັບຕົ້ນຂອງເຈົ້າຊີວິດ ຖ້ຽວຈີ້ ປະທານໃຫ້ວັດພະສາດສະດາ.


ພະພຸດທະຮູບນັ່ງວິປັດສະນາໃຕ້ຮູບປັ້ນມັງກອນ 9 ຫົວໃນບໍລິ ເວນວັດ.


ພະພຸດທະຮູບເກົ່າແກ່ດ້ວຍຊີມັງຢູ່ວັດພະສາດສະດາ.


ພະພຸດທະຮູບປະດິດສະຖານໃນບໍລິເວນວັດພະສາດສະດາ.


ພາບປັ້ນຢູ່ຝາອ້ອມຂ້າງວັດ ພັນລະນາເຖິງຕຳນານ ຕ່າງໆ ກ່ຽວພັນເຖິງພະພຸດທະເຈົ້າ.
 
 ບົດ: ເວີນກຸຍ - ພາບ: ຫງວຽນລວນ
 

bichlien

ໄປ ຮ່າຕຽນ ຢ້ຽມຢາມສຸສານ ມາກກື່ວ

ໄປ ຮ່າຕຽນ ຢ້ຽມຢາມສຸສານ ມາກກື່ວ

ເຂດບູຮານສະຖານ ສຸສານ ເຈົ້າຄອງ ແຄວ້ນ ຮ່າຕຽນ ມາກກື່ວ-ຜູ້ມີຄຸນງາມຄວາມດີຢ່າງໃຫຍ່ຫຼວງ ໃນການບຸກເບີກ ແລະ ພັດທະນາ ເຂດດິນ ທາງທິດ ຕາເວັນຕົກສ່ຽງໃຕ້ ຂອງ ປະເທດຊາດ ເມື່ອ 3 ສະຕະວັດ ຜ່ານມາ ໄດ້ຮັບການ ສັກ ກາລະບູຊາ ຈາກຊາວ ຫວຽດນາມ ຮຸ່ນຫຼັງ ຕະຫຼອດປີ. 

Top