• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສິລະປະ

ລົດຈັກ ແລະ ຄວາມຝັນ

ສຳລັບຄົນຫວຽດນາມ, ລົດຈັກ ບໍ່ແມ່ນສິ່ງທີ່ແປກ, ຍ້ອນມັນເປັນພາຫະນະຮັບໃຊ້ການໄປມາ ຂອງແຕ່ລະຄົນ. ແຕ່ສຳລັບນັກແກະສະຫຼັກ Jorge Rivera (ຄົນ ແອສະປາຍ), ມັນເປັນສິ່ງທີ່ແປກປະຫຼາດ, ປະຫລາດຈົນເຖິງຂັ້ນລາວຕ້ອງໃຊ້ເວລາ 2 ປີ ເພື່ອຄົ້ນຫາ, ຊອກຮູ້ແລ້ວເນລະມິດເປັນຜະລິດ ຕະພັນສິລະປະແກະສະຫຼັກຈາກຫີນອ່ອນ ແລະ ໄດ້ຈັດ ຕັ້ງ ງານວາງສະແດງທີ່ມີຊື່ວ່າ “ຄວາມຝັນ”.
ງານວາງສະແດງ “ຄວາມຝັນ” ໄດ້ຈັດຕັ້ງຂຶ້ນທີ່ຫ້ອງພາບແຕ້ມ Art Vietnam, ທີ່​ເລກ​ 24 ຖະໜົນ ລີ້ກວັກຊື, ຮ່າ ໂນ້ຍ. ໃນງານດັ່ງກ່າວ ໄດ້ວາງສະແດງຜະລິດຕະພັນ ແກະສະຫຼັກ ດ້ວຍຫີນອ່ອນ 9 ຊຸດ, ວີດີໂອໜັງຖ່າຍສຳ​ເນົາ ບັນດາຂັ້ນ ຕອນຕ່າງໆໃນການຜະລິດ ແລະ ທຸກ​ແຜນວາດ​ພາບ,  ການ ບັນ​ທຶກກ່ຽວກັບຜະລິດຕະພັນ​ຕ່າງໆ.
 
ຈຸດທີ່​ປະ​ທັບ​ໃຈ​ເປັນພິເສດໃນງານວາງສະແດງຄັ້ງນີ້ ແມ່ນບັນ ດາຜະລິດຕະພັນ ແກະສະຫຼັກດ້ວຍຫີນອ່ອນຂອງ​ທ່ານ Jorge Rivera ໄດ້ພັນລະນາເຖິງຖັງນຳ້ມັນ, ອານລົດ, ທໍ່​ອາຍ​ເສຍ ລົດ, ຜ້າກັນເປື້ອນ, ຢາງນອກຕີນລົດ ແລະ ອື່ນໆ.
 
ທັງໝົດສິ່ງເຫຼົ່ານັ້ນລ້ວນ​ແຕ່​ແມ່ນ​ທ່ານ Jorge Rivera ​ໄດ້ຜະລິດອອກມາຄືຂອງແທ້ ແລະ ​ໄດ້​ຈັດ​ວາງ​ຢ່າງ​ຫລຸ​ຫລາເທິງຮ້ານທີ່ເຮັດດ້ວຍໄມ້ທີ່ໄດ້ແກະສະຫຼັກ ປະດັບ ປະດາດ້ວຍລວດລາຍມູນເຊື້ອຂອງ ຫວຽດນາມ.


ນັກ​ສິ​ລະ​ປະ​ກຳ Jorge Rivera, ເຈົ້າຂອງງານວາງສະແດງ​ເຄື່ອງແກະ​ສະ​ລັກ “ຄວາມຝັນ”.


ພາກສ່ວນຕ່າງໆ ຂອງລົດຈັກໄດ້ແກະສະຫຼັກດ້ວຍຫີນອ່ອນ.


ຖັງນຳ້ມັນລົດ​ຈັກແກະສະຫຼັກດ້ວຍຫີນອ່ອນ.


ອານລົດທີ່ໄດ້ແກະສະຫຼັກ​ຈາກຫີນອ່ອນ.


ພາກສ່ວນຕ່າງໆ ຂອງລົດຈັກທີ່​ທ່ານ Jorge Rivera ທີ່​ໄດ້ແກະສະຫຼັກ​ຈາກຫີນອ່ອນ.


ລວດລາຍລະ​ອຽດ​ຕ່າງໆ​ຂອງ​ໂຕມັງກອນທີ່ແກະສະຫຼັກ ຈາກຫີນອ່ອນ.


ນັກທ່ອງທ່ຽວຕ່າງປະເທດເຂົ້າຊົມງານວາງສະແດງ ຄວາມຝັນ ຂອງນັກ​ສິ​ລະ​ປະກຳ Jorge Rivera.
ເບິ່ງລວດໄປ, ງານວາງສະແດງຂອງທ່ານ Jorge Rivera ເບິ່ງຄືວ່າລຽບງ່າຍ, ແຕ່ຖ້າເບິ່ງ​ໄປດົນໆ ແລະ ເບີ່ງ​ຄັກໆ, ຍິ່ງ ເຫັນ​ສິ່ງ​ທີ່​ມີ​ຄວາມ​ຫມາຍ, ເຕັມ​ໄປ​ດ້ວຍຄວາມຈັບໃຈ​ທີ່​ບົ່ງ​ບອກ​ທາງດ້ານວັດທະນະທຳ ແລະ ຊີວິດການເປັນຢູ່ໃນສະ ໄໝປະຈຸບັນຂອງຄົນ ຫວຽດນາມ, ປະເທດ​ຊາດໜຶ່ງທີ່ ມີລົດ ຈັກໄດ້ ຖື​ເກືອບ​ວ່າເປັນ “ສັນຍະລັກ” ໃນວັດທະນະທຳການ ຄົມ​ມະ​ນາ​ຄົມຂອງຄົນຫວຽດນາມ, ​ເຫນືອນ ດັ່ງລົດເມສອງ ຊັ້ນຂອງ ຄົນອັງກິດ ຫຼື ພາບລົດເກງເກົ່າຂອງປະເທດ ກູບາ.
 
ໃນສາຍຕາຂອງທ່ານ Jorge Rivera ​ແລະ ກໍ່ຄື​ໃນສາຍ​ຕາ​ຂອງຊາວຕ່າງປະເທດ ຫຼາຍຄົນ ເມື່ອມາຫວຽດນາມ, ພາບ ລົດຈັກບໍ່​ພຽງ​ແຕ່​ເປັນ​ເລື່ອງ​ແປກ​ປະ​ຫລາດໃນທ້ອງຖະໜົນ ເທົ່າ​ນັ້ນ, ​ຫາກ​ເປັນເປັນເລື່ອງລາວໜຶ່ງທີ່ໜ້າຄົ້ນຫາ. ສຳລັບ ຄົນຫວຽດນາມ. ຍ້ອນ​ວ່າ​ຄົນ​ຫວຽດ​ນາມ ແລະ ລົດຈັກຊະ​ນິດຕິດພັນກັບເຂົາເຈົ້າເຫມືອນ​ດັ່ງເພື່ອນທີ່ດີຄົນໜຶ່ງ, ເພາະ ສະນັ້ນ, ລົດຈັກບໍ່ພຽງແຕ່ເປັນຊັບສົມບັດ, ເປັນພາຫະນະ ຮັບໃຊ້ການໄປມາເທົ່ານັ້ນ, ມັນຍັງບັນ​ທຸກ “ຄວາມຝັນ” ຂອງ ແຕ່ລະຄົນຂຶ້ນເໜືອລ່ອງໃຕ້ຕະ​ຫລອດ​ຊີ​ວິດ​ທີ່​ລົ້ມ​ລຸກ​ຄຸກ​ຄານ, ສຸກ​ທຸກ...ແລະ ອາດເປັນຍ້ອນແນວນັ້ນ, ທ່ານ Jorge Rivera ຈຶ່ງ​ໄດ້ຕັ້ງຊື່ງານວາງສະແດງຂອງຕົນແມ່ນ “ຄວາມຝັນ”.
 
​ທ່ານ Jorge Rivera ໃຫ້ຮູ້ວ່າ ​ຄົນ ຫວຽດນາມ ມີຄວາມ ສະ ໜິດຕິດພັນກັບລົດຈັກຢ່າງ​ແປກປະຫຼາດ, ສະນັ້ນ ລົດຈັກ ເຫມືອນ​ດັ່ງເຄື່ອງມືຫນຶ່ງ​ທີ່​ຊ່ວຍໃຫ້ລາວຄົ້ນພົບຫຼາຍ ສິ່ງ ຫລາຍ​ຢ່າງ​ທີ່ປະທັບໃຈໃນຊີວິດຂອງເຂົາເຈົ້າ.
 
ທ່ານ Jorge Rivera ຮຽນຈົບປະລິນຍາເອກ, ລົງ​ເລິກ ຂະ ແໜງການແກະສະຫຼັກທີ່ມະຫາວິທະຍາໄລ ສິລະປະ ລອນ ດອນ, ປະຈຸບັນກຳລັງອາໄສຢູ່ ລອນດອນ ແລະ ໄຕຫວັນ. ລາວເຄີຍເຂົ້າຮ່ວມໃນງານວາງສະແດງສາກົນ ຫຼາຍຄັ້ງ. ຜະລິດຕະພັນຂອງລາວໄດ້ມີໜ້າຢູ່ຫຼາຍແຫ່ງໃນ ທົ່ວໂລກຄື: ມະຫາວິທະຍາໄລ ລາຊະວົງ ລອນດອນ, ຫໍພິພິດທະພັນ Takumy ຂອງ ຍີ່ປຸ່ນ, ມະຫາວິທະຍາໄລ Stanford ແລະ ມີ​ການສະສົມ​ສ່ວນ​ຕົວຫຼາຍຊຸດ. 
ບົດ: ບິກເວີນ - ພາບ: ຈິ້ງວັນໂປ້

ກາຈໍ້າ ມັງກອນ ທີ່ເປັນເອກະລັກຂອງບ້ານ ບາດຈ່າງ

ກາຈໍ້າ ມັງກອນ ທີ່ເປັນເອກະລັກຂອງບ້ານ ບາດຈ່າງ

ບັນດານາຍຊ່າງ ຂອງ ໝູ່ບ້ານ ​ເຄື່ອງ​ປັ້ນດິນ​ເຜົາ ​ບາດຈ່າງ (ເມືອງ ຢາເລີມ - ຮ່າ​ໂນ້ຍ) ​ໄດ້​ຮັບ​ແຮງ​ບັນດານ​ໃຈ​ຈາກ​ ກາຈໍ້າ ຮ່ວາງເດ໋ ຈີບ໋າວ  (ກາຈໍ້າ ຂອງ ມະຫາກະສັດ) ທີ່​ຫາ​ກໍ່​ນຳ​ມາ​ຈາກ ຝຣັ່ງ ​ເພື່ອ​ປະດິດ, ສ້າງ​ເປັນ ກາຈໍ້າ ​ມັງ ກອນ ​ຟອກຄຳ ​ທີ່​ເປັນ​ເອກະລັກ​ສະ​ເພາະ ​ເພື່ອ​ຮັບ​ໃຊ້​ຄວາມ​ຕ້ອງການ ​ຂອງ​ ປະຊາຊົນ ​ໃນ​ປີ ມະໂລງ 2024.

Top