• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາຍການ“ບຸນເຕັດຫວຽດນາມໃນເມື່ອກອ່ນ "ດຳເນີນຢູ່ນະຄອນຫລວງຮ່າໂນ້ຍ

ງານ​ວາງ​ສະ​ແດງ​ພາບ​ພື້ນ​ເມືອງ 3 ປະ​ເທດ
ພາບ:songmoi
      ລາຍ​ການ “ບຸນ​ເຕັດ​ຫວຽດ​ນາມ” ພວມ​ດຳ​ເນີນ​ໄປ​ຢູ່​ບໍ​ລິ​ເວ​ນ​ຄຸ້ມ​ຖະ​ຫນົນ​ເກົ່າ ຮ່າ​ໂນ້ຍ ດ້ວຍ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ​ຂ່ຳ​ນັບ​ຮັບ​ຕ້ອນ​ລະ​ດູ​ບານ​ໃຫມ່​ປີ​ລະ​ກາ2017. ທີ່​ສາ​ລາ​ບ້ານ ກີ​ເງີນ ຢູ່ ຖະ​ຫນົນ ຮ່າງ​ບາກ ດຳ​ເນີນ​ງານ​ວາງ​ສະ​ແດງ​ພາບ​ພື້ນ​ເມືອງ 3 ປະ​ເທດ: ພາບ​ພື້ນ​ເມືອງ ຮ່າງ​ຈົງ, ກີມ​ຮ່​ວາງ ແລະ ດົງ​ໂຮ່. ທີ່​ເຮືອນ​ບູ​ຮານ​ເລກ​ທີ 87 ຖະ​ຫນົນ ໝ໋າ​ໄມ ແນະ​ນຳ ບັນ​ຍາ​ກາດ​ຕ້ອນ​ຮັບ​ບຸນ​ເຕັດ​ຂອງ​ຄອບ​ຄົວ​ຢູ່​ຮ່າ​ໂນ້ຍ ໃນ​ເມື່ອ​ກ່ອນ ແລະ ວາງ​ສະ​ແດງ​ຮູບ​ພາບ​ບຸນ​ເຕັດ​ຫວຽດ​ນາມ ໃນ​ເມື່ອ​ກ່ອນ. ສ່ວນ​ຢູ່ ສູນ​ພົວ​ພັນ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ຄຸ້ມ​ເມືອງ​ເກົ່າ​ຮ່າ​ໂນ້ຍ, ເລກ​ທີ 50 ຖະ​ຫນົນ ດາວ​ຢູຍ​ຕື ຈະ​ແນະ​ນຳ​ບັນ​ຍາ​ກາດ​ຕ້ອນ​ຮັບ​ບຸນ​ເຕັດ​ຫວຽດ​ນາ​ມ​ໃນ​ເມື່ອ​ກ່ອນ​ຊື່​ງ​ດຳ​ເນີນ​ໃນ​ເຮືອນ​ບູ​ຮານ​ຫລັງ​ຫນຶ່ງ​ຢູ່​ພາກ​ເຫນືອ​ຫວຽດ​ນາມ. ສ່ວນ​ຢູ່​ສູນ​ຂໍ້​ມູນ​ຂ່າວ​ສານ​ມໍ​ລະ​ດົກ​ຄຸ້ມ​ເມືອງ​ເກົ່າ ເຮື​ອ​ນ​ເລກ​ທີ 28 ຖະ​ຫນົນ ຮ່າງ​ບ່ວມ ຮ່າ​ໂນ້ຍ ໄດ້​ແນະ​ນຳ​ການ​ແຕ້ມ​ຕ​ົວ​ຫນັງ​ສື, ແຕ້ມ​ພາບ​ພື້​ນ​ເມືອງ​ໃນ​ບຸນ​ເຕັດ… ບັນ​ດາ​ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ​ແມ່ນ​ແນ​ໃສ່​ອະ​ນຸ​ລັກ​ຮັກ​ສາ ແລະ ເຊີດ​ຊູ​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ພື້ນ​ເມືອງ, ແນະ​ນຳ​ໃຫ້​ຜູ້​ຊົມ, ພິ​ເສດແມ່ນ​ລຸ້ນ​ຫນຸ່ມ​ບັນ​ດາ​ຄຸນ​ຄ່າ​ພົ້ນ​ເດັ່ນ​ໃນ​ການ​ດຳ​ເນີນ​ຊີດ​ວິດ​ຕ້ອນ​ຮັບ​ບຸ​ນ​ເຕັດ​ຂອງ​ຊາວ​ຮ່າ​ໂນ້ຍ ໃນ​ເມື່ອ​ກ່ອນ ແລະ ບັນ​ດາ​ເຂດ​ຊານ​ນະ​ຄອນ​ຫລວງ​ຮ່າ​ໂນ້ຍ. ທ່ານ​ນາງ ເຈີນ​ທູຍ​ລານ, ຮອງ​ຫົວ​ຫນ້າ​ຄະ​ນະ​ຄຸ້ມ​ຄອງ​ຄຸ້ມ​ຖະ​ຫນົນ​ເກົ່າ ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ:
        “ຂ້າ​ພະ​ເຈົາ​ຫວັງ​ວ່າ ເມື່ອ​ຈັດ​ຕັ້ງ​ບັນ​ດາ​ລາຍ​ການ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ​ຄື​ແນວນີ້, ບັນ​ດາ​ເພື່ອນ​ຫນຸ່ມ​ຈະ​ມ​ີ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ວັດ​ທະ​ນະ​ທຳ ແລະ ບຸນ​ເຕັດ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຄົນ​ລຸ້ນ​ກ່ອນກວ່າ.”
ລາຍ​ການ “ບຸນ​ເຕັດ​ຫວຽດ​ນາມ” ໂດຍ​ຄະ​ນະ​ຄຸ້ມ​ຄອງ​ຄ​ຸ້ມ​ຖະ​ຫນົນ​ເກົ່າ​ຮ່າ​ໂນ້ຍ ຈັດ​ຕັ້ງ ແຕ່​ວັນ​ທີ 19/1-12/2. ລາຍ​ການ​ດັ່ງ​ກ່າວ​ຈະ​ດຶງ​ດູດ​ແຂກ​ພາຍ​ໃນ ແລະ ຕ່າງ​ປະ​ເທດ ມາ​ຊົມ​ ແລະ ຊອກ​ຮູ້ເປັນ​ຈຳ​ນວນ​ຫລວງ​ຫລາຍ.
 (ແຫຼ່ງຄັດຈາກ VOV)
 

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງອົດກັ້ນ, ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ພ້ອມກັບປະກອບສວ່ນເຂົ້າການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ທະເລຕາເວັນອອກ.

Top