• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດເອົາໃຈໃສ່ເປັນພິເສດເຖິງການສ້າງ, ພັດທະນາວິສາຫະກິດຫວຽດນາມ


(​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ​ກ່າວ​ປາ​ໄສ​ທີ່ກອງ​ປະ​ຊຸ​ມ​)
      ລັດ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ສ້າງ, ພັດ​ທະ​ນາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ. ນັ້ນ​ແມ່ນ​ຄຳ​ຢືນ​ຢັນ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ເມື່ອ​ກ່າວ​ປາ​ໄສ​ທີ່ກອງ​ປະ​ຊຸ​ມ​ໃຫຍ່​ທົ່ວ​ປະ​ເທດ​ສະ​ຫະ​ພັນ​ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ກາງ​ຫວຽດ​ນາມ ຄັ້ງ​ທີ 3, ຖືກ​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 03/12. ຕາມ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ແລ້ວ, ໃນ​ໄລ​ຍະ​ຜ່ານມາ, ລັດ​ຖະ​ບານ​ໄດ້​ສຸມ​ໃສ່​ເຂົ້າ​ໃນ​ການສ້າງ​ລັດ​ຖະ​ບານ​ແຫ່ງ​ບໍ​ລິ​ສຸດ, ສ້າງ​ສາ​ພັດ​ທະ​ນາ, ມີ​ການ​ກະ​ທຳ​ຢ່າງ​ຂ້ຽວ​ຂາດ, ຊຸກ​ຍູ້ການ​ດຳ​ເນີນ​ອາ​ຊີບ, ສ້າງ​ທຸກ​ເງື່ອນ​ໄຂ​ສະ​ດວກ​​ເພື່ອໃຫ້​ວິ​ສາ​ຫະ​ກິດ​ພັດ​ທະ​ນາ ແລະ ບັນ​ລຸ​ຜົນ​ສຳ​ເລັດ. ຍົກ​ອອກ​ບັນ​ດາ​ວຽກ​ງານ​ເຊິ່ງ​ພັກ, ລັດ ໄດ້​, ພວມ ແລະ ຈະ​ປະ​ຕິ​ບັດ​ເພື່ອ​ພັດ​ທະ​ນາ​ວິ​ສາ​ຫະ​ກິດ​ ແລະ ສະ​ຫະ​ພັນ​ວິ​ສາ​ຫະ​ກິດ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເນັ້ນ​ໜັກ​ວ່າ, ສິ່ງ​ທີ່​ຕ້ອງ​ປະ​ຕິ​ບັດ​ທຳ​ອິດ ແລະ ສຳ​ຄັນ​ທີ່​ສຸດ​ແມ່ນ​ປ່ຽນ​ໃໝ່​ຈິນ​ຕະ​ນາ​ການ ແລະ ວິ​ທີ​ສຳ​ພັດ. ດ້ວຍ​ຈິດ​ໃຈ​ໃໝ່, ລັດ​ຖະ​ບານ ໄດ້​ເຈ​ລະ​ຈາ​ໂດຍ​ອົງ, ຮັບ​ຟັງ​​ຄວາມ​ເຫັ​ນ​ຂອງບັນ​ດາ​ວິ​ສາ​ຫະ​ກິດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຊີ້​ແຈ້ງວ່າ.
        “ກົງ​ຈ​ັກ​ບໍ​ລິ​ຫ​ານ​ລັດ ຕັດ​ສິນ​ໃຈ​ປ່ຽນ​ໃໝ່​ວິ​ທີ​ການ​ເຄື່ອນ​ໄຫວ ດ້ວຍ​ຈິດ​ໃຈ: ປະ​ຊ​າ​ຄົມ ແລະ ນັກ​ທຸ​ລະ​ກິດ​ແຕ່​ລະ​ຄົນ, ວິ​ສາ​ຫະ​ກິດ ແລະ ປະ​ຊາ​ຊົນ​ແມ່ນ​ເປົ້າ​ໝາຍ​ໄດ້​ຮັບ​ການ​ຮັບ​ໃຊ້, ໄດ້​ຊົມ​ໃຊ້​ບັນ​ດາ​ຜົນ​ງານ, ໝາກ​ຜົນ​ໂດຍ​​ກິດ​ຈະ​ການ​ປ່ຽນ​ແປງ​ໃໝ່, ການ​ປະ​ຕິ​ຮູບ​ນຳ​ມາ​ໃຫ້. ຂ້າ​ພະ​ເຂົ້າ​ສະ​ເໜີ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ, ນັກ​ທຸ​ລະ​ກິດບໍ່​​ໃດ້​ມີ​ຄ​ວາມ​ຫຍໍ​້​ທໍ້, ປະ​ຕິ​ບັດ​ການ​ດຳ​ເນີນ​ທຸ​ລະ​ກິດ​ດ້ວຍ​ຈິດ​ໃຈ​ສັດ​ຊື່​ບໍ​ລິ​ສຸດ.
(ແຫຼ່ງຄັດຈາກ VOV)

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024), ດ້ວຍບົດບາດທີ່ເປັນສຳນັກຂ່າວສານແຫ່ງຊາດ, ສຳນັກຂ່າວສານ ຫວຽດນາມ (VNA) ໄດ້ມີການເຄື່ອນໄຫວຫຼາຍຢ່າງເພື່ອເຜີຍແຜ່ບັນດາຂໍ້ມູນອັນລ້ຳຄ່າກ່ຽວກັບເຫດການສຳຄັນດັ່ງກ່າວໃຫ້ປະຊາຊົນຢ່າງກວ້າງຂວາງ.

Top