• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດເຊຍແລະຟິລິບປີນເພີ່ມທະວີດ້ານການທະຫານ

ທ່ານ Perfecto Yasay, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຟີ​ລີບ​ປີນ
ພາບ:TTXVN
          ວັນ​ທີ 5/12, ກ່າວ​ຄຳ​ເຫັນ​ພາຍ​ຫລັງ​ການ​ພົບ​ປະ​ກັບ​ຄູ່​ຕຳ​ແຫນ່ງ ຟິ​ລີບ​ປີນ Perfecto Yasay ພວມ​ຢ້ຽມ​ຢາມ ມົດ​ສະ​ກູ, ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ລັດ​ເຊຍ Sergey Lavrov ​ຕີ​ລາ​ຄາ​ສູງ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ເຕັກ​ນິກ ແລະ ການ​ທະ​ຫານ. ຕາມ​ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ລັດ​ເຊຍ Lavrov ແລ້ວ, ມົດ​ສະ​ກູ ແລະ ມາ​ນີ​ລາ ມ​ີ​ແຜນ​ນະ​ໂຍ​ບາຍ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ເຕັກ​ນິກ - ການ​ທະ​ຫານ​ສອງ​ຝ່າຍ. ໃນ​ເດືອນ 9 ຜ່ານ​ມາ, ມີ​ຄະ​ນະ​ຜູ້​ແທນ​ຟິ​ລີບ​ປີນ ໄດ້​ເຂົ້າ​ຮ່​ວມ​ເວ​ທີ​ປາ​ໄສ​ການ​ທະ​ຫານ​ສາ​ກົນ​ທີ່​ມີ​ຊ​ື່​ວ່າ: “Army 2016” ຊື່ງ​ແມ່ນ​ບ່ອນ​ທີ່​ວົງ​ການ​ນັກ​ວິ​ຊາ​ສະ​ເພາະ ຟິ​ລີບ​ປີນ ມີ​ກາ​ລະ​ໂອ​ກາດ​ຊອກ​ຮູ້​ກ່ຽວ​ກັບ​ອາ​ວຸດ​ກໍ​ຄື​ຍຸດ​ທະ​ພັນ​ການ​ທະ​ຫານ​ຫນັກ​ຂອງ​ລັດ​ເຊຍ. ມາ​ນີ​ລາ ມີ​ຄວາມ​ສົນ​ໃຈ ອາ​ວຸດ​ບາງ​ປະ​ເພດຂອງ​ລັດ​ເຊຍ  ໃນ​ຂະ​ນະ​ກຳ​ປັ່ນ​ການ​ທະ​ຫານ​ຂອງ​ສອງ​ປະ​ເທດ​ໄດ້ໄປມາ​ຢ້ຽມ​ຢາມ​ທ່າ​ກຳ​​ຂອງ​ກັນ.  
ກ່ຽວ​ຂ້ອງ​ເຖິງ​ແນວ​ຄວາມ​ຄິດ​ສ້າງ​ຕັ້ງ​ບັນ​ດາ​ກຸ່ມ​ການ​ທະ​ຫານ​ຢູ່ ອາ​ຊີ ປາ​ຊີ​ຟີກ, ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ລັດ​ເຊຍ Lavrov ຖື​ວ່າ: ສິ່ງ​ດັ່ງ​ກ່າວ​ແມ່ນບໍ່​ຈຳ​ເປັນ. 
 (ແຫຼ່ງຄັດຈາກ VOV)

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງອົດກັ້ນ, ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ພ້ອມກັບປະກອບສວ່ນເຂົ້າການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ທະເລຕາເວັນອອກ.

Top