• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດຖະມົນຕີການຕ່າງປະເທດລັດເຊຍ ແລະ ອາເມລິກາ ເຈລະຈາເພື່ອແນໃສ່ແກ້ໄຂຄວາມບໍ່ລົງລອຍກັນ

ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ລັດ​ເຊຍ Sergei Lavrov ແລະ ຄູ່​ຕຳ​ແໜ່ງ ອາ​ເມ​ລິ​ກາ
 Rex Tillerson.(ພາບ: AFP/TTXVN)
 ​​​      ວັນ​ທີ 21/4, ກະ​ຊວງ​ການ​ຕ່າງ​ປະ​ເທດ ລັດ​ເຊຍ ໃຫ້​ຮູ້​ວ່າ: ລັດ​ເຊຍ ແລະ ອາ​ເມ​ລິ​ກາ ເຫັນ​ດີ​ຄົ້​ນ​ຄ້​ວາ​ຄວາມ​ສາ​ມາດ​ເປັນ​ໄປ​ໄດ້​ຂອງ​ການ​ຈັດ​ຕັ້ງ​ການ​ສ​ື​ບ​ສວນ​ພາ​ວະ​ວິ​ໄສ​ກ່ຽວ​ກັບ​ເຫດ​ບຸກ​ໂຈມ​ຕີ​ດ້ວຍ​ອາ​ວຸດ​ເຄ​ມີ​ຢູ່ແຂວງ Idlib ຂອງ​ຊີ​ຣີ. ທີ່​ການ​ໂອ້​ລົມ​ທາງ​ໂທ​ລະ​ສັບ​ລະ​ຫວ່າງ​ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ລັດ​ເຊຍ Sergei Lavrov ແລະ ຄູ່​ຕຳ​ແໜ່ງ ອາ​ເມ​ລິ​ກາ Rex Tillerson, ທ່ານ Lavrov ໄດ້​ສະ​ແດງ​ຄວາມ​ເສຍ​ດາຍ​ຍ້ອນ​ວ່າ​ພາຍຫຼັງ​ທີ່​ວໍ​ຊິງ​ຕັນ​ຄັດ​ຄ້ານ​ຂໍ້​ສະ​ເໜີ​ຂອງ ມົດ​ສະ​ກູ ຢາກ​ໃຫ້​ອົງ​ການ​ເກືອດ​ຫ້າມ​ອາ​ວຸດ​ເຄ​ມີ (OPCW) ສົ່ງ​ນັກ​ກວດ​ກາ​ເຖິງ​ຊີ​ຣີ ເພື່ອ​ຢັ້ງ​ຢືນ​ບັນ​ດາ​ຂໍ້​ກ່າວ​ຫາ ກ່ຽວ​ກັບ​ເລື່ອງ​ນຳ​ໃຊ້​ອາຍ​ພິດ sarin, ກໍ່​ຄື​ກ່ຽວ​ກັບ​ການ​ນຳ​ໃຊ້​ທາດ​ເຄ​ມີ​ທີ່​ຖືກ​ເກື​ອດ​ຫ້າມ​ຢູ່​ຖານ​ທີ່​ໝັ້ນ​ກອງ​ທັບ​ອາ​ກາດ Shayrat ຢູ່​ຊີ​ຣີ. ແຈ້ງ​ການ​ໄດ້​ເນັ້ນ​ໜັກ​ວ່າ: ນັກ​ການ​ທູດ 2 ທ່ານ​ໄດ້​ເຫັນ​ດີ​ຊີ້​ນຳ​ຄົ້ນ​ຄ້​ວາ​ຄວາມ​ສາ​ມາດ​ຈັດ​ຕັ້ງ​ການ​ສືບ​ສວນ​ໂດຍ​ພາ​ວະ​ວິ​ໄສ​ບັນ​ດາ​ຂໍ້​ກ່າວ​ຫາ​ດັ່ງ​ກ່າວ​ພາຍ​ໃຕ້​ການ​ໜູນ​ຊ່ວຍ​ຂອງ OPCW.
 (ແຫຼ່ງຄັດຈາກ VOV)

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024), ດ້ວຍບົດບາດທີ່ເປັນສຳນັກຂ່າວສານແຫ່ງຊາດ, ສຳນັກຂ່າວສານ ຫວຽດນາມ (VNA) ໄດ້ມີການເຄື່ອນໄຫວຫຼາຍຢ່າງເພື່ອເຜີຍແຜ່ບັນດາຂໍ້ມູນອັນລ້ຳຄ່າກ່ຽວກັບເຫດການສຳຄັນດັ່ງກ່າວໃຫ້ປະຊາຊົນຢ່າງກວ້າງຂວາງ.

Top