• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດຖະບານສະເໜີປັບປຸງພື້ນຖານນິຕິກຳເພື່ອແກ້ໄຂໜີ້ເສຍ

      ລັດຖະບານສະເໜີປັບປຸງພື້ນຖານນິຕິກຳເພື່ອແກ້ໄຂໜີ້ເສຍ ນີ້ແມ່ນເນື້ອໃນໜ້າເອົາໃຈໃສ່ທີ່ວາລະປະຊຸມໃນຕອນບ່າຍວັນທີ 22 ພຶດສະພາ, ໃນຂອບເຂດກອງປະຊຸມສະໄໝສາມັນເທື່ອທີ 3 ສະພາແຫ່ງຊາດຊຸດທີ 14.

ຜູ້ວ່າການທະນາຄານແຫ່ງລັດ ທ່ານ ເລມິງຮຶງ (ພາບ: ຫວຽດນາມ+)
      ຕາມນັ້ນແລ້ວ ລັດຖະບານໄດ້ຍື່ນສະເໜີຕໍ່ສະພາແຫ່ງຊາດຮ່າງກົດໝາຍປັບປຸງ, ເພີ່ມເຕີ່ມບາງມາດຕາຂອງກົດໝາຍວ່າດ້ວຍບັນດາອົງການສິນເຊື່ອ, ຍື່ນສະເໜີຮ່າງມະຕິກ່ຽວກັບການແກ້ໄຂໜີ້ເສຍຂອງບັນດາອົງການສິນເຊື່ອ. ຜູ້ວ່າການທະນາຄານແຫ່ງລັດ ທ່ານ ເລມິງຮຶງ ໃຫ້ຮູ້ວ່າ:
      “ກົດໝາຍສະບັບປັບປຸງເພີ່ມເຕີ່ມໄດ້ປະກາດໃຊ້ ເພື່ອແນໃສ່ສ້າງພື້ນຖານນິຕິກຳ, ຫັນແຜນນະໂຍບາຍ, ນະໂຍບາຍຂອງພັກ, ລັດເປັນລະອຽດ ກ່ຽວກັບເລື່ອງສ້າງຂອບເຂດນິຕິກຳໃຫ້ສົມບູນແບບ ເພື່ອແກ້ໄຂໜີ້ເສຍໂດຍພື້ນຖານ ແລະ ເຖິງຖອງ ແລະ ບັນດາອົງການສິນເຊື່ອອ່ອນດ້ອຍ ດ້ວຍບັນດາຮູບການທີ່ເໝາະສົມກັບກົນໄກການຕະຫລາດບົນຫຼັກການຢ່າງລະມັດລະວັງ ຮັບປະກັນສິດຜົນປະໂຫຍດຂອງຜູ້ຝາກເງິນ ແລະ ຮັກສາລະບົບຄວາມປອດໄພໃຫ້ໝັ້ນຄົງ”.
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ເປັນ​ບົດ​ເພງ​ອຳ​ມະ​ຕະຕະຫຼອດ​ໄປ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: “ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ເປັນ​ບົດ​ເພງ​ອຳ​ມະ​ຕະຕະຫຼອດ​ໄປ”

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະ, ສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບ ດ້ຽນບຽນ, ຊາວໜຸ່ມຕະລຸມບອນ, ຄົນງານເກນເຂົ້າຮ່ວມຮັບໃຊ້ບັ້ນຮົບດ້ຽນບຽນຝູ ໂດຍກົງ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນໄຊຊະນະ ດ້ຽນບຽນຝູ ຄົບຮອບ 70 ປີ (7/5/1954 - 7/7/2024).

Top