• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດຖະບານປຶກສາຫາລືກ່ຽວກັບມາດຕະການເສດຖະກິດ-ສັງຄົມປີ 2017


ກອງ​ປະ​ຊຸມປະ​ຈຳ​ເດືອນ 11 ຂອງ​ລັດ​ຖະ​ບານ
(ພາບ: dantri.com.vn)
 
      ໂດຍ​ສືບ​ຕໍ່​ກອງ​ປະ​ຊຸມປະ​ຈຳ​ເດືອນ 11 ຂອງ​ລັດ​ຖະ​ບານ​, ພາຍ​ໃຕ້​ກາ​ນ​ເປັນ​ປະ​ທານ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽ​ນ​ຊວນ​ຟຸກ, ຕອນ​ເຊົ້າ​ວັນ​ທີ 29/11, ລັ​ດ​ຖະ​ບານ​ໄດ້​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບາງ​ການ​ກຳ​ນົດ​ທິດ​ສ້າງ​ມະ​ຕິ​ຂອງ​ລັດ​ຖະ​ບານ ກ່ຽວ​ກັບ​ມາດ​ຕະ​ການ​ຕົ້ນ​ຕໍ່, ຊ​ີ້​ນຳ, ບໍ​ລິ​ຫານ​ການ​ປະ​ຕິ​ບັດ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ ແລະ ແຜນ​ງົບ​ປະ​ມານ​ປີ 2017. ການ​ປຶກ​ສາ​ຫາ​ລື​ບັນ​ດາ​ມາດ​ຕະ​ການ​ຂອງ​ປີ 2017 ໃນ​ເດືອນ 11 ປີນີ້​ແມ່ນ​ຕາມ​ການ​ຊີ້​ນຳ​ຂອງ​ ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ເພື່ອ​ແນ​ໃສ່​ເປັນ​ເຈົ້າ​ການ​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ໜ້າ​ທີ່​ວາງ​ອອກ​ໃນ​ຕົ້ນ​ປີ​ໂດຍ​ໄວ.
        ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ທີ 29/11, ບັນ​ດາ​ສະ​ມາ​ຊິກ​ລັດ​ຖະ​ບານ​ໄດ້​ປະ​ກອບ​ຄຳ​ເຫັນ​​ໃສ່​ບົດ​ລາຍ​ງານ​ຂອງ​ກະ​ຊວງ​ພາຍ​ໃນກ່ຽວ​ກັບ​ບາງ​ເນື້ອ​ໃນ​ພື້ນ​ຖານ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ມະ​ຕິ​ສູນ​ກາງ​ເລກ​ທີ 4 ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 12 ກ່ຽວ​ກັບ​ການ​ກໍ່​ສ້າງ, ປັບ​ປຸງ​ພັກ, ສະ​ກັດ​ກັ້ນ, ຍູ້​ການ​​ເສື່ອມ​ທາດ​ຂາດ​ຄຸນ​ດ້ານ​ແນວ​ຄິດ​ການ​ເມືອງ, ຄຸນ​ສົມ​ບັດ, ແບບ​ແຜນ​ການ​ດຳ​ລົງ​ຊີ​ວິ​ດ, ບັນ​ດາ​​ປະ​ກົດ​ການ “ຜັນ​ປ່ຽນ​ເອງ”, “ຫັນ​ປ່ຽນ​ເອງ” ພາຍ​ໃນ​ພັກໃຫ້ຖອຍໄປ.
(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສືບຕໍ່ສ້າງໂຄງຮ່າງບົດລາຍງານໃຫ້ສົມບູນແບບ ດ້ວຍເນື້ອໃນມີຂອບຂະໜາດຊີ້ນຳ, ນຳພາໃຫຍ່ ແຕ່ແທດຈິງ, ເຂົ້າໃຈງ່າຍ, ປະຕິບັດງ່າຍ

Top