• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດຖະບານຈັດວາລະປະຊຸມປະຈຳເດືອນ11/2016

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ເປັນ​ປະ​ທານ​ວາ​ລະ​ປະ​ຊຸມ
​ຂອງ​ລັດ​ຖະ​ບານ​ປະ​ຈຳ​ເດືອນ 11/2016
      ຕອນ​ບ່າຍ​ວັນ​ທີ 28/11, ຢູ່​ຮ່າ​ໂນ້ຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ເປັນ​ປະ​ທານ​ວາ​ລະ​ປະ​ຊຸມ​ຂອງ​ລັດ​ຖະ​ບານ​ປະ​ຈຳ​ເດືອນ 11/2016. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ຊີ້​ນຳ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ ເປັນ​ເຈົ້າ​ການ​ປະ​ຕິ​ບັດ​ບັນ​ດາ​ໜ້າ​ທີ່​ເສດ​ຖະ​ກິດ - ສັງ​ຄົມ​ໃນ​ປີ 2017 ໂດຍ​ໄວ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີກໍ່​ຊີ້​ນຳ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ປະ​ຕິ​ບັດ​ມະ​ຕິ​ສູນ​ກາງ​ຄັ້ງ​ທີ 4 ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ກ່ຽວ​ກັບ​ການກໍ່​ສ້າງ, ປັບ​ປຸງ​ພັກ, ສະ​ກັດ​ກັ້ນ, ຍູ້​ການ​ຊຸດ​ໂຊມ​ດ້ານ​ແນວ​ຄິດກ​ານ​ເມືອງ, ແບບ​ແຜນ​ການ​ດຳ​ລົງ​ຊີ​ວິດ, ບັນ​ດາ​ການ​ສະ​ແດງ “ຜັນ​ປ່ຽນ​ເອງ”, “ຫັນ​ປ່ຽນ​ເອງ” ພາຍ​ໃນ​ພັກ​ໃຫ້​ຖອນ​ໄປ.
        ຕໍ່​ໜ້າ​ບາງ​ບັນ​ຫາ​ເສດ​ຖະ​ກິດ - ສັງ​ຄົມ​ພວມ​ເກີດ​ຂຶ້ນ​ໃນ​ປະ​ຈຸ​ບັນ, ເຊິ່ງອາ​ດ​ຈະ​ສົ່ງ​ຜົນ​ກະ​ທົບ​ເຖິງ​ການ​ປະ​ຕິ​ບັດ​ແຜນ​ການ​ເສດ​ຖະ​ກິດ - ສັງ​ຄົມ ປີ 2016 ແລະ ໄຕ​ມາດ​ທີ 1/2017, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ຊີ້​ນຳ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ມີ​ມາດ​ຕະ​ການ​ແກ​້​ໄຂ​ໂດຍ​ໄວ. ສຳ​ລັບ​ການ​ເໜັງ​ຕີງ​ອັດ​ຕາ​ແລກ​ປ່ຽນ​ເງິນ​ຕາ​ບັນ​ດາ​ຂະ​ແໜງ​ຕ້ອງ​ຕິດ​ຕາມ​ສະ​ພາບ​ການ​ເພື່ອ​ມີ​ມາດ​ຕະ​ການ​ຮັບ​ມື​ຢ່າງ​ທັນ​ການ. ໄປ​ຄຽງ​ຄູ່​ກັນ​ນັ້ນ, ຕ້ອງ​ແກ້​ໄຂ​ໜີ້​ເສຍ, ແກ້​ໄຂ​ບັນ​ດາ​ທະ​ນາ​ຄານ​​ທີ່​ຍັງອ່ອນ​ດ້ອຍ, ເອົາ​ໃຈ​ໃສ່​ເຖິງ​ບັນ​ຫາ​ຄວບ​ຄຸມ​ໜີ້​ສາ​ທາ​ລະ​ນະ, ຕີ​ລາ​ຄາ​ຜົນ​ກະ​ທົບ​ຂອງ​ສະ​ພາບ​ການ​ສາ​ກົນ​ເຖິງ​ພາຍ​ໃນ​ປະ​ເທດຢ່າງ​ຖືກ​ຕ້ອງ, ພິ​ເສດ​ແມ່ນ​ພາຍຫຼັງ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ.
        ​ຍັງ​ມີ​ເວ​ລາອີກ 2 ເດືອນ​ກໍ່ຈະ​ຮອດ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ 2017, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຮຽກ​ຮ້ອງ​ໃຫ້​ບັນ​ດາ​ສະ​ມາ​ຊິກ​ລັດ​ຖະ​ບານ ປຶກ​ສາ​ຫາ​ລື​ເລື່ອງ​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​ເຖິງ​ການ​ຕ້ອນ​ຮັບບຸນ​ເຕັ​ດ​ໃຫ້​ປະ​ຊາ​ຊົນ, ພິ​ເສດ​ແມ່ນ​ປະ​ຊາ​ຊົນ​ຢູ່​ເຂດ​ຫ່າງ​ໄກ​ສອກ​ຫຼີກ, ເຂດ​ຖືກ​ຜົນ​ສະ​ທ້ອນ​ຈາກ​ໄພ​ພິ​ບັດ​ທຳ​ມະ​ຊາດ.
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ເປັນ​ບົດ​ເພງ​ອຳ​ມະ​ຕະຕະຫຼອດ​ໄປ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: “ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ເປັນ​ບົດ​ເພງ​ອຳ​ມະ​ຕະຕະຫຼອດ​ໄປ”

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະ, ສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບ ດ້ຽນບຽນ, ຊາວໜຸ່ມຕະລຸມບອນ, ຄົນງານເກນເຂົ້າຮ່ວມຮັບໃຊ້ບັ້ນຮົບດ້ຽນບຽນຝູ ໂດຍກົງ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນໄຊຊະນະ ດ້ຽນບຽນຝູ ຄົບຮອບ 70 ປີ (7/5/1954 - 7/7/2024).

Top