• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຫານການກິນ

ຢໍ່ຈືນສີ່ຫລ່ຽມ ເຄື່ອງທະເລຫອມກອບທີ່ ຫາຍຟ່ອງ

ຢໍ່ຈືນສີ່ຫລ່ຽມເຄື່ອງທະເລແມ່ນ ອາຫານເຍື່ອງຫນຶ່ງທີ່ເປັນເອະລັກ  ຂອງຄວາມສຸດຍອດອາຫານ ຊາວນະຄອນແຄມທະເລ ຫາຍຟ່ອງ, ໄດ້ຖືກຊ່ອງໂທລະພາບກ່ຽວກັບການທ່ອງທ່ຽວ CNN (ເຄືອຄ່າຍ ໂທລະພາບສາຍກາບ ທີ່ມີຊື່ສຽງ ຂອງອາເມລິກາ) ເລືອກເປັນ ໜ່ຶງໃນຈຳນວນ 10 ລາຍການອາຫານ ທີ່ໜ້າປະທັບໃຈທີສຸດທີ່ນັກ ທ່ອງທ່ຽວບໍ່ຄວນພາດເມື່ອມາເຖິງ ຫວຽດນາມ. 
ຢໍ່ຈືນສີ່ຫລ່ຽມເຄື່ອງທະເລແມ່ນ ອາຫານເຍື່ອງຫນຶ່ງທີ່ເປັນເອະລັກ  ຂອງຄວາມສຸດຍອດອາຫານ ຊາວນະຄອນແຄມທະເລ ຫາຍຟ່ອງ, ໄດ້ຖືກຊ່ອງໂທລະພາບກ່ຽວກັບການທ່ອງທ່ຽວ CNN (ເຄືອຄ່າຍ ໂທລະພາບສາຍກາບ ທີ່ມີຊື່ສຽງ ຂອງອາເມລິກາ) ເລືອກເປັນ ໜ່ຶງໃນຈຳນວນ 10 ລາຍການອາຫານ ທີ່ໜ້າປະທັບໃຈທີສຸດທີ່ນັກ ທ່ອງທ່ຽວບໍ່ຄວນພາດເມື່ອມາເຖິງ ຫວຽດນາມ. 

ວັດຖຸປະກອບປຸງແຕ່ງຢໍ່ຈືນສີ່ຫລ່ຽມເຄື່ອງທະເລລວມມີຊີ້ນກະປູ, ກຸງ, ນ້ຳມັນກະປູ ແລະ ຊີ້ນໝູບົດປົນກັບເສັ້ນຫຼ້ອນ, ເຫັດຫອມ.


ຄົນວັດຖຸປະກອບປຸງແຕ່ງທຸກຢ່າງເຂົ້າກັນ ແລ້ວ ຫໍ່ເຂົ້າໃນແຜ່ນຢໍ່. 


ຢໍ່ຈີນພາຍຫຼັງຫໍ່ສຳເລັດຈະເປັນຮູບສີ່ຫລ່ຽມ.


ຢໍ່ກຳລັງຈືນໃນຫມໍ້ກະທະນ້ຳມັນຮ້ອນ. 


ລາຍການອາຫານຢໍ່ຈືນຮູບສີ່ຫລ່ຽມເຄື່ອງທະເລຫາຍຟ່ອງ ຕ້ອງກິນກັບ ນ້ຳແຈ່ວສົ້ມຫວານເຜັດ,
ກັບເຂົ້າປຸ້ນ ແລະ ຜັກຫອມ ຊະນິດຕ່າງໆ. 

 
ດ້ວຍມູນເຊື້ອເຮັດຢໍ່ຈືນສີ່ຫລ່ຽມເຄື່ອງທະເລມາໄດ້ເກືອບ 30 ປີແລ້ວ, ນາງເຟືອງ - ເຈົ້າຂອງຮ້ານອາຫານເຟືອງມາຍ(ຖະໜົນ ກາດກູດ, ບ້ານລອງບຽນ, ເມືອງ ເລເຈີນ, ນະຄອນຫາຍຟ່ອງ) ໄດ້ແບ່ງປັນຄຳເຫັນວ່າ, ຄວາມແຕກຕ່າງລະຫວ່າງຢໍ່ຈືນເຄື່ອງທະເລຂອງ ຫາຍຟ່ອງ ກັບທ້ອງຖິ່ນອື່ນໆນັ້ນແມ່ນກ່ຽວກັບສ່ວນ ປະກອບ ແລະ ປະເພດຂອງແຜ່ນຢໍ່ພັນ.

ການເຮັດອາຫານປະເພດນີ້ ສິ່ງສຳຄັນແມ່ນຜູ້ປຸງແຕ່ງ ຕ້ອງມີ ຄວາມລະອຽດພິຖີພິຖັນ ເລີ່ມແຕ່ຂອດການເລືອກເຄື່ອງທະເລຄື: ກຸງ ແລະ ປູທະເລ.  ກຸງ ແລະ ປູຕ້ອງແມ່ນຊື້ມາຈາກການຈັບຫາ ໄດ້ໃນເຂດທະເລ ແລະ ຈາກການລ້ຽງຢູ່ທະເລກາດຫາຍ, ບໍ່ຈຳເປັນຕ້ອງເອົາໃຫຍ່ເກີນໄປ ຂໍແຕ່ມີເນື້ອສີຂາວ ແລະ ມີທາດ ໂປຼຕິນຫລາຍ.

ເພື່ອເຮັດໃຫ້ລົດຊາດຂອງຢໍ່ຈືນຫອມແຊບ, ຜູ້ປຸງແຕ່ງຕ້ອງໄດ້ ໜຶ້ງກຸງ ແລະ ກະປູໃນເວລາ 15 ນາທີກ່ອນ ເພື່ອຮັກສາຄວາມຫວານຂອງຊີ້ນປູ, ຊີ້ນກຸ້ງ  ຫຼັງຈາກນັ້ນ ແມ່ນປະສົມກັບເຄື່ອງປຸງ ຊະນິດອື່ນໆເຊັ່ນ: ຊີ້ນໝູບົດ; ເຫັດຫອມ, ເຫັດຫູໜູຊອຍບາງໆ; ເສັ້ນຫຼ້ອນ, ຖົ່ວງອກຕັດເປັນຕ່ອນສັ້ນໆ; ໄຂໄກ່, ພິກໄທ… ເພື່ອເຮັດເປັນເຄື່ອງພັນຢໍ່ຈືນແລ້ວ ນຳເອົາແຜ່ນຢໍ່ມາຫໍ່ເປັນຮູບສີ່ຫລ່ຽມໃຫ່ຍພໍປະມານ ແລ້ວນຳລົງໄປຈືນໃນຫມໍ້ກະທະນ້ຳມັນ ຮ້ອນ, ຈືນໄປຈົນວ່າຢໍ່ສຸກຈະເປັນສີເຫຼືອງສະເໝີ ຫລັງຈາກນັ້ນຈັດໃສ່ຈານ ຕັດຢໍ່ຈືນອອກເປັນສີ່ປ່ຽງເພື່ອໃຫ້ເຫັນດ້ານໃນຂອງຢໍ່ຈືນທີ່ມີສີສັນ ແລະ ກິ່ນຫອມຫນ້າຮັບປະທານ. 

ອາຫານເຍື່ອງນີ້ຕ້ອງໄດ້ຈ້ຳກັບນຳ້ແຈ່ວສົ້ມຫວານເຜັດ  ປຸງຈາກນ້ຳປາພື້ນເມືອງກາດຫາຍ ແລະ ນອກນັ້ນຍັງມີເຂົ້າປຸ້ນ ຜັກຫອມຊະນິດຕ່າງໆຕາມໃຈມັກ.


ຖ້າຢາກທົດລອງຊີມລາຍການອາຫານຢໍ່ຈືນສີ່ຫລ່ຽມເຄື່ອງທະເລ, ທ່ານສາມາດຊອກຫາຮ້ານອາຫານທີ່ມີຊື່ລືສຽງ ຢູ່ນະຄອນ ຫາຍ ຟ່ອງຄື: ຮ້ານອາຫານ ເຟືອງມາຍ ຢູ່ ເຮືອນເລກທີ 87 ກາດກູດ, ຮ້ານອາຫານຊີ້ນຈູ່ມ ຮົງກົງເດ້, ຢູ່ເຮືອນ ເລກທີ 372 ແລກໄຈ ແລະ ຮ້ານອາຫານ ແຫນມງາ ເຮືອນເລກທີ 92 ເຈີ່ນເຍິດຢວດ. 

ບົດ: ເງິນຮ່າ - ພາບ: ເຈີ່ນແທງຢາງ

bichlien

ໝາກກໍ່ ຈຸ່ງແຄ໋ງ

ໝາກກໍ່ ຈຸ່ງແຄ໋ງ

ໝາກກໍ່ ຈຸ່ງແຄ໋ງ ແມ່ນຜະລິດຕະພັນພິເສດ ຂອງເມືອງ ຈຸ່ງແຄ໋ງ, ແຂວງ ກາວບັ່ງ. ໝາກກໍ່ ຈຸ່ງແຄ໋ງ ມີຊື່່ສຽງ ຍ້ອນມີຂະໜາດໃຫຍ່, ເປືອກໜາ, ແກ່ນສີເຫຼືອງ, ຫອມມັນ ແລະ ບັນຈຸປະລິມານ ທາດ ບຳລຸງສູງ. 

Top