• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ທ່ອງທ່ຽວ

ຢ້ຽມຢາມອ່າວ ຮ່າລອງ ດ້ວຍເຮືອທ່ອງທ່ຽວ

ຢ້ຽມຢາມອ່າວຮ່າລອງດ້ວຍເຮືອທ່ອງທ່ຽວປັດຈຸບັນໄດ້ ແລະ ກຳລັງກາຍເປັນທາງເລືອກແຖວໜ້າຂອງນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ທີ່ມີຈຸດປະສົງຢາກຄົ້ນພົບ ແລະ ເຊີຍຊົມຄວາມສວຍງາມຂອງມໍລະດົກທຳມະຊາດໂລກ ອ່າວ ຮ່າລອງຢ່າງສົມບູນແບບ. 
ມີພຽງແຕ່ເຂົ້າຫາໜ້າເວັບ google.com, ກົດຄຳສັບ “duthuyenhalong” , ນັກທ່ອງທ່ຽວກໍ່ຈະຊອກຫາໄດ້ປະມານ 216.000 ຜົນທາງເລືອກ ໂດຍທັນທີ ແລະ ທ່ານສາມາດເລືອກໄດ້ຈາກຂໍ້ມູນຂ່າວສານຢ່າງລະອຽດ ຂອງບັນດາບໍລິສັດທ່ອງທ່ຽວທີ່ມີເຮືອທ່ອງທ່ຽວເຄື່ອນໄຫວຢູ່ອ່າວຮ່າລອງ. ໃນປີຜ່ານມາ, ມີເຮືອທ່ອງທ່ຽວຫລາຍກວ່າ 500 ລຳໄດ້ຮັບ ໃບອະນຸຍາດ ເຄື່ອນໄຫວຢູ່ອ່າວຮ່າລອງ ເພື່ອຕ້ອນຮັບ ນັກ ທ່ອງທຽວຢູ່ພາຍໃນ ແລະ ຕ່າງປະເທດ ນັບຫຼາຍສິບພັນຄົນ.

ເຊັ່ນຕົວຢ່າງ: ນັກທ່ອງທ່ຽວສາມາດຊື້ທົວທ່ອງທ່ຽວອ່າວຮ່າລອງ ໃນເວລາ 4 ຊົ່ວໂມງ ຂອງບໍລິສັດເຮືອທ່ອງທ່ຽວຮີ່ງແອງຮ່າລອງ ເພື່ອຢ້ຽມຊົມບັນດາເກາະຫີນປູນທີ່ມີຮູບຊົງແຫວກແນວແປກປະຫຼາດຕ່າງໆ ແລະ ຄົ້ນພົບຖ້ຳ ທຽນກຸງ. ຫລື ການທ່ອງທ່ຽວອ່າວຮ່າລອງສຳລັບ 6 ຊົ່ວໂມງ, ແມ່ນນັກທ່ອງທ່ຽວ ຈະໄດ້ແວ່ເບິ່ງຫາດຊາຍຂາວ ຕີຕົທີ່ມີຫາດຊາຍຂາວຍາວຢຽດ ກັບທິວທັດທຳມະຊາດສວຍງາມເປັນດັ່ງ ດັ່ງເດີມ ແລະ ຢ້ຽມຊົມຖຳ້ເດົ່າໂກ້, ຖ້ຳ ສືງສົດ ແລະ ແວ່ໝູ່ບ້ານປະມົງ ວູງວຽງ ເພື່ອຄົ້ນພົບວິຖີຊີວິດປະຈຳວັນຂອງຊາວປະມົງຢູ່ແຫ່ງນີ້.


ເຮືອທ່ອງທ່ຽວເຂົ້າທຽບທ່າ ຖ້ຳ ສືງສົດ ໃນຂະບວນການ ຢ້ຽມ ຊົມອ່າວຮ່າລອງ. ພາບ: ຫງວຽນຖັ໋ງ/VNP


ບັນດາເຮືອທ່ອງທ່ຽວທີ່ຫຼູຫຼາ ພົ້ນເດັ່ນ ໃນລະຫວ່າງສີຂຽວ ເໝືອນດັ່ງແກ້ວມະນີໃນໜ້ານ້ຳອ່າວຮ່າລອງ. ພາບ: ຮວ່າງຮ່າ/VNP


ນັກທ່ອງທ່ຽວຕາກແດດ ແລະ ຊົມທິວທັດທຳມະຊາດ ຢູ່ເທິງອ່າວ ຮ່າລອງຈາກເຮືອທ່ອງທ່ຽວ. ພາບ: ວັນກວ່ຽນ/VNP
 

ນັກທ່ອງທ່ຽວໃຊ້ບໍລິການນວດ ແລະ ສປາ ຢູ່ເທິງເຮືອທ່ອງ ທ່ຽວ. ພາບ: ວັນກວ່ຽນ/VNP


ພາຍເຮືອກາຍັກຢູ່ອ່າວຮ່າລອງແມ່ນກິດຈະກຳ ທີ່ຈັບອົກຈັບໃຈ ທີ່ສຸດສຳລັບນັກທ່ອງທ່ຽວ. ພາບ: ວັນກວ່ຽນ/VNP
  

ຫ້ອງນອນທີ່ມີຄວາມງາມແບບຫຼູຫຼາ ແລະ ມີເຄື່ອງໃຊ້ຄົບຊຸດ ຢູ່ເທິງເຮືອທ່ອງທ່ຽວ. ພາບ: ວັນກວ່ຽນ/VNP
 

ເຂດພື້ນທີ່ສາທາລະນະຢູ່ເທິງເຮືອທ່ອງທ່ຽວ ໄດ້ຮັບການຕົບ ແຕ່ງຕາມຮູບແບບ
ລັກສະນະວັດທະນະທຳຂອງຊາວ ຫວຽດນາມ. ພາບ: ວັນກວ່ຽນ/VNP



ຄົ້ນພົບອ່າວຮ່າລອງດ້ວຍເຮືອທ່ອງທ່ຽວ ແມ່ນການເລືອກເຟັ້ນ ຂອງນັກທ່ອງທ່ຽວເປັນຈຳນວນຫຼາຍ. ພາບ: ວັນກວ່ຽນ/VNP


ການພັດທະນາການບໍລິການທ່ອງທ່ຽວ ແບບພັກຜ່ອນເພື່ອ ສຸຂະພາບຊັ້ນສູງຢູ່ເທິງອ່າວຮ່າລອງ ນັບມື້ໄດ້ຮັບການພັດທະນາ
ດ້ານຄຸນນະພາບສູງຂຶ້ນເລື້ອຍໆເພື່ອຕອບສະໜອງ ນັກທ່ອງ ທ່ຽວ. ພາບ: ວັນກວ່ຽນ/VNP

 

ຊົມພາບທຳມະຊາດໃນຍາມຕາເວັນລົງແລງທີ່ອ່າວຮ່າລອງ ຈາກເຮືອ ທ່ອງທ່ຽວ. ພາບ: ກົງດາດ/VNP
 
ສຳລັບນັກທ່ອງທ່ຽວທີ່ແຮມຄືນຢູ່ອ່າວຮາລອງ (ປົກກະຕິຈະເປັນ  2 ມື້ 1 ຄືນ ຫຼື 3 ມື້ 2 ຄືນ), ການນຳທ່ຽວຈະອຸດົມສົມ ບຸນກວ່າຫລາຍເທົ່າ. ຂະບວນການນຳທ່ຽວຈະໄດ້ຜ່ານຈຸດທ່ອງ ທ່ຽວທີ່ມີຊື່ສຽງທີ່ສຸດ ໃນອ່າວຮ່າລອງໃນປັດຈຸບັນເຊ່ັນ: ຖ້ຳທຽນ ກຸງ, ໂງ່ນຫີນກ່າຈອຍ, ຖ້ຳເມກຸງ ແລະ ສືງສົດ, ເກາະຕີຕົບ, ຖ້ຳ ເດົ່າໂກ, ອ່າວ ບ໋າຍຕືລອງ, ເກາະ ຫງອກວື່ງ  ແລະ ເກາະ ກວານລ້ານ. ສີ່ງທີ່ເຮັດໃຫ້ນັກທ່ອງທ່ຽວຊົມຊອບຈາກການນອນແຮມຄືນແມ່ນທ່ານ ຈະໄດ້ຊິມ ອາຫານທະເລ, ຂຶ້ນຊັ້ນດາດຟ້າ  ຊົມທັດສະນີຍະພາບ ອ່າວຮ່າລອງ ໃນຍາມ ຮຸ່ງເຊົ້າ, ຍາມຄ້ອຍຄ່ຳລົງແລງ, ຊົມດວງເດືອນ ແລະ ດາວໃນ ຍາມລາຕີ, ຮ້ອງ ເພງ,  ຫຼື ຮ່ວມກິດຈະກຳພາຍເຮືອກາຍັກ, ຕຶກປາມຶກພ້ອມກັບ ຊາວປະມົງຊຶ່ງເປັນການເຄື່ອນໄຫວຕົວຈິງທີ່ ໜ້າປະທັບໃຈ ເປັນຢ່າງຍິ່ງ.

ແລກປ່ຽນຄຳເຫັນກັບພວກຂ້າພະເຈົ້າ, ທ່ານ ບຸ່ຍວັນງຽມ, ຜູ້ອຳ ນວຍການບໍລິສັດ Go Asia Travel ໃຫ້ຮູ້ວ່າ, ປີ 2014, ທາງບໍ ລິສັດໄດ້ພານັກທ່ອງທ່ຽວຕ່າງປະເທດປະມານ 8000 ກວ່າຄົນ ຢ້ຽມຊົມອ່າວຮ່າລອງ. ປັດຈຸບັນ, ບໍລິສັດມີເຮືອທ່ອງທ່ຽວ Alova Day Cruises  2 ລຳ ເຄື່ອນໄຫວບໍລິການ ນັກທ່ອງທ່ຽວ ນອນແຮມຄືນຢູ່ອ່າວຮ່າລອງ ແລະ ທ້າຍປີ 2015 ນີ້ ຈະນ ຳເຮືອທ່ອງທ່ຽວ Alova Day Cruises ຕື່ມອີກລຳໜຶ່ງ (ບັນລຸ ມາດຕະຖານ 4 ດາວ) ເຂົ້າສູ່ການບໍລິການ.

ເນື່ອງຈາກບໍລິສັດມີທ່າໄດ້ປຽບ ຍ້ອນມີເຮືອລຳໃໝ່, ທັນສະໄໝ ພ້ອມດ້ວຍຖັນແຖວພະນັກງານຮັບໃຊ້ ການບໍລິການທ່ອງທ່ຽວແບບມືອາຊີບ, ໃກ້ຊິດ ແລະ ມີຄວາມຊຳນານດ້ານພາສາ ອັງກິດ ທີ່ໄດ້ຊ່ວຍໃຫ້ບໍລິສັດ Go Asia Travel ສ້າງຄວາມປະ ທັບໃຈແກ່ນັກທ່ອງທ່ຽວຕ່າງປະເທດ. ເປັນສິ່ງທີ່ພິສູດໃຫ້ເຫັນແຈ້ງແມ່ນມີ ຈຳນວນນັກທ່ອງທ່ຽວກັບຄືນມາໃຊ້ບໍລິການຂອງບໍລິສັດຢ້ຽມຢາມອ່າວຮ່າລອງ ໄດ້ກວມເອົາອັດຕາສ່ວນບໍ່ ໜ້ອຍ.

ທ່ານ ງຽມໃຫ້ຮູ້ຕື່ມອີກວ່າ, ໃນຈຳນວນແຂກທ່ອງທ່ຽວຂອງບໍລິສັດ, ຜູ້ນຳທ່ຽວຈະແນະນຳໃຫ້ແກ່ນັກທ່ອງທ່ຽວຕ່າງປະເທດຮູ້ເພີ່ມກ່ຽວກັບຮີດຄອງປະເພນີ ອັນດີງາມຂອງຊາວ ຫວຽດນາມ ຕະຫຼອດໄລຍະການທ່ຽວ ອັນໄດ້ສ້າງ ຄວາມໃໝ່ອ່ຽມ ແລະ ເປີດຄວາມຫວັງຢາກ ຄົ້ນ ພົບໃຫ້ແກ່ເຂົາເຈົ້າ.




ເຄື່ອງດື່ມໄດ້ຮັບການປຸງແຕ່ງຈາກພໍ່ຄົວຊັ້ນສູງ ບໍລິການນັກທ່ອງທ່ຽວ. 






ອາຫານທະເລທີ່ຫາມາໄດ້ຈາກອ່າວຮ່າລອງ ໄດ້ຮັບການປຸງ ແຕ່ງຈາກບັນດາພໍ່ຄົວມືອາຊີບ
ເພື່ອບໍລິການໃຫ້ແກ່ນັກທ່ອງ ທ່ຽວ. ພາບ: ວັນກວ່ຽນ/VNP

 
ການພັດທະນາທາງດ້ານປະລິມານ ແລະ ຄຸນນະພາບຂອງ ບັນດາຮູບແບບການທ່ອງທ່ຽວແຮມຄືນດ້ວຍເຮືອ ຢູ່ເທິງ ອ່າວ ຮ່າລອງ ໄດ້ສະແດງໃຫ້ເຫັນຄວາມອຸດົມສົມບຸນ, ສະດຸ້ງໄວ ແລະ ໄຫວພິບ ຂອງຜູ້ທີ່ເຮັດບໍລິການທ່ອງທ່ຽວຢູ່ຫວຽດນາມ, ຈາກນັ້ນກໍເປັນການປະກອບສ່ວນໂຄສະນາເຜີຍແຜ່ມູນມໍລະ ດົກ ຂອງຫວຽດນາມຕໍ່ເພື່ອນມິດສາກົນເປັນຢ່າງດີ. 
ບົດ: ຖາວວີ - ພາບ: ຫງວຽນຖັ໋ງ, ວັນກວ່ຽນ ແລະ ກົງດາດ

bichlien

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຫວ່າງມໍ່ໆມານີ້, ທົວທ່ອງທ່ຽວຄົ້ນພົບ ວັນມ໋ຽວ-ກວັກຕືຢາມ ໃນຕອນກາງຄືນ ໃນຫົວຂໍ້ “ແກ່ນແທ້ ຂອງ ຄຸນນະທໍາ” ໄດ້ຈັດຂຶ້ນ ແລະ ຕ້ອນ ຮັບນັກທ່ອງທ່ຽວ ຢ່າງເປັນທາງການ. ໂຄງການດັ່ງກ່າວຖືກຈັດຂຶ້ນ ໂດຍສູນວັດທະນະທຳ ແລະ ວິທະຍາສາດ ວັນມ໋ຽວ-ກວກຕືຢາມ (ຮ່າໂນ້ຍ) ດ້ວຍຈຸດປະສົງ ໂຄສະນາ ຄຸນຄ່າທີ່ເປັນເອກະລັກສະເພາະ ຂອງ ການສຶກສາ ເພື່ອດຶງດູດນັກທ່ອງທ່ຽວມາຢ້ຽມຢາມຊອກຫາເຂດອະນຸສອນ ສະຖານໃນ ຕອນກາງຄືນ,  ປະກອບສ່ວນເຮັດໃຫ້ ຜະລິດຕະພັນ ທ່ອງທ່ຽວ ຮ່າໂນ້ຍ ອຸດົມສົມບູນຍິ່ງຂຶ້ນ.

Top