• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄວາມສາມາດບົ່ມຊ້ອນ ຂອງ ທ້ອງຖິ່ນ

ມ່ານກັ້ງ ເຕິນທົງໂຮ້ຍ

ເປັນຕົ້ນແມ່ນເຂດດິນປູກໄມ້ໄຜ່ ແລະ ໄມ້ຊອດ, ເມືອງ ກູຈີ, ນະຄອນ ໂຮ່ຈີມິນ ມີຄວາມສະດວກໃນການຜະລິດ ເຄື່ອງຫັດຖະກຳທີ່ໄດ້ສານດ້ວຍຫວາຍ ແລະ ໄມ້ໄຜ່. ໃນນັ້ນ, ຜະລິດຕະພັນ ມ່ານກັ້ງ ເຕິນທົງໂຮ້ຍ ກຳລັງນຳລາຍຮັບສູງ ດ້ານເສດຖະກິດມາໃຫ້ແກ່ປະຊາຊົນ ແລະ ໄດ້ສົ່ງອອກໄປ ສູ່ຫຼາຍ ປະເທດໃນໂລກອີກດ້ວຍ.
ໃນຊຸມປີມໍ່ໆ ມານີ້, ໄມ້ຊອດຢູ່ເມືອງ ກູຈີ ກຳລັງຄ່ອຍໆ ໝົດກ້ຽງ, ສະນັ້ນ, ພື້ນຖານຜະລິດມ່ານກັ້ງຢູ່ທີ່ນີ້ ຕ້ອງໄປຊອກຊື້ແຫຼ່ງໄມ້ຊອດຢູ່ບັນດາແຂວງພາກຕາເວັນຕົກສຽງໃຕ້. ຈຸດເດັ່ນຂອງຕົ້ນໄມ້ຊອດຢູ່ພາກຕາເວັນຕົກແມ່ນແກ່, ສະນັ້ນ ຈຶ່ງມີຄວາມເຫຼື້ອມ, ໜາ ແລະ ງາມກວ່າຢູ່ບ່ອນອື່ນ, ຊ່ວຍຍົກສູງ ຄຸນນະພາບຂອງຜະລິດຕະພັນມ່ານກັ້ງ.

ມ່ານກັ້ງ ເຕິນທົງໂຮ້ຍ ໄດ້ຮັບການຜະລິດຕາມແບບຫັດຖະກຳດ້ວຍສີມືທີ່ຄ່ອງແຄ້ວຂອງນາຍຊ່າງຊຳນານງານ.​ ໄມ້ຊອດໄດ້ນຳໃຊ້ເພື່ອເຮັດມ່ານກັ້ງ ສ່ວນຫຼາຍຈະເອົາຕອນປາຍຍ້ອນ ມັນມີເສັ້ນຜ່າໃຈກາງນ້ອຍ, ກົມງາມ. ທຳອິດ, ໄມ້ຊອດໄດ້ຂູດເປືອກໃຫ້ສະອາດແລ້ວຕັດເປັນຕອນນ້ອຍໆ ມີຄວາມຍາວ 6 ຊມ, ແຊ່ໃນນຳ້ໝາກຂີ້ກາເພື່ອຕ້ານປວກກິນ. ຫຼັງຈາກນັ້ນ ຈຶ່ງເອົາໄປຕາກແດດ ຫຼື ອົບແຫ້ງໃນລະດັບຄວາມຮ້ອນແຕ່ 70-80 ອົງສາ C. 

ໄມ້ຊອດໄດ້ນຳໃຊ້ເພື່ອເຮັດມ່ານກັ້ງ ສ່ວນຫຼາຍຈະເອົາ
ຕອນປາຍຍ້ອນ ມັນມີເສັ້ນຜ່າໃຈກາງນ້ອຍ, ກົມງາມ.



ທໍ່ໄມ້ຊອດແຫ້ງຈະໄດ້ຫຍິບເຂົ້າກັນດ້ວຍເສັ້ນສັງກະສີ.


ນຳ້ສີຫຼາຍຊະນິດໄດ້ນຳໃຊ້ເພື່ອປະສົມສີໃຫ້ມ່ານກັ້ງ.


ນາຍຊ່າງກຳລັງປະສົມສີໃຫ້ແກ່ຜະລິດຕະພັນມ່ານກັ້ງ.


ແລະ ທາສີ, ແຕ້ມລວດລາຍປະດັບປະດາໃຫ້ແກ່ມ່ານກັ້ງ.


ນີ້ແມ່ນຂັ້ນຕອນທີ່ສຳຄັນເພື່ອຕັດສິນຄວາມງາມໃຫ້ແກ່
ມ່ານກັ້ງ ດ້ວຍສີສັ້ນ ແລະ ລວດລາຍ. 



ສະນັ້ນ, ນີ້ກໍ່ເປັນຂັ້ນຕອນທີ່ຕ້ອງການຄວາມລະອຽດລະອໍ,
ລະມັດລະວັງຂອງຊ່າງແຕ່ລະຄົນ.



ນາຍຊ່າງຈະນຳໃຊ້ຜົງປ່ຽງໜຶ່ງ ເພື່ອສ້າງບັນດາລວດລາຍ ປະດັບປະດາໃຫ້ມ່ານກັ້ງ. 


ມ່ານກັ້ງ ຫຼັງຈາກແຕ້ມລວດລາຍແລ້ວ ຈະໄດ້ເອົາໄປ ຕາກໃຫ້ແຫ້ງ. 


ມ່ານກັ້ງ ເປັນຜະລິດຕະພັນທີ່ໄດ້ຜະລິດແບບຫັດຖະກຳ ຢູ່ ເຕິນທົງໂຮ້ຍ.


ມ່ານກັ້ງ ເປັນເຄື່ອງໃຊ້ໄມ້ສອຍທີ່ຊິນເຄີຍໃນບັນດາຄອບຄົວ ຫວຽດ ຍ້ອນມັນສາມາດນຳໃຊ້
ເປັນເຄື່ອງຕົບແຕ່ງພາຍໃນ ຫຼື 
ຂັ້ນຫ້ອງກໍ່ໄດ້.  
ອ້າຍ ຫງວຽນຫືວແບ່ນ, ເຈົ້າຂອງໂຮງງານຜະລິດມ່ານກັ້ງ ແທງຈູກ ໃຫ້ຮູ້ວ່າ ເພື່ອຜະລິດອອກມ່ານກັ້ງແຜ່ນໜຶ່ງ ຕ້ອງຜ່ານຜ່າຫຼາຍຂັ້ນຕອນທີ່ແຕກຕ່າງກັນຄື: ຄັດເລືອກ ໄມ້ຊອດ, ແຍ່ເສັ້ນ, ສ້າງຂອບ, ທາສີ ແລະ ອື່ນໆ. ມ່ານກັ້ງ ແຜ່ນໜຶ່ງມີປະມານ 100 ເສັ້ນດ້ວຍຄວາມຍາວເສັ້ນໜຶ່ງ 2 ແມັດ.
 
ທໍ່ໄມ້ຊອດຈະໄດ້ຫຍິບເຂົ້າກັນເປັນແຕ່ລະເສັ້ນດ້ວຍເສັ້ນສັນກະສີແລ້ວສານເປັນແຜ່ນ. ນີ້ແມ່ນຂັ້ນຕອນສຸດທີ່ສຳຄັນ, ຮຽກຮ້ອງໃຫ້ນາຍຊ່າງຕ້ອງມີຄວາມສັງເກດຢ່າງລະອຽດ. ຫຼັງຈາກສານເຂົ້າກັນແລ້ວ, ມ່ານກັ້ງ ຈະໄດ້ແຕ້ມລວດລາຍປະດັບປະດາແມ່ນສຳເລັດການຜະລິດ.
  
ຂັ້ນຕອນການທາສີຈະຕັດສິນເຖິງຄວາມສວຍງາມຂອງມ່ານກັ້ງດ້ວຍບັນດາລາຍດອກ, ລວດລາຍທີ່ແຕກຕ່າງກັນ. ເມື່ອທາສີໃສ່ມ່ານກັ້ງ, ຊ່າງບໍ່ໃຊ້ຟອຍທາສີຕາມປົກກະຕິ, ເຂົາເຈົ້າໃຊ້ຜົງປ່ຽງໜຶ່ງເພື່ອປະດັບປະດາລວດລາຍໃສ່ມ່ານກັ້ງ.
 
ມ່ານກັ້ງໄດ້ນຳໃຊ້ເພື່ອກີດກັ້ນຫ້ອງຕໍ່ຫ້ອງ ແລະ ໄດ້ຖືວ່າ ເປັນພາບແຕ້ມແຜ່ນໜຶ່ງທີ່ປະດັບປະດາໃນເຮືອນ. ບໍ່ພຽງແຕ່ ເທົ່ານັ້ນ, ຢູ່ເຂດຊົນນະບົດ, ມ່ານກັ້ງ ຍັງສ້າງຄວາມຮູ້ສຶກທີ່ ເບົາໆ ບາງໆ, ສະບາຍໃຈເມື່ອມີລົມພັດມາສ້າງເປັນສຽງຮ້ອງທີ່ສ່າສາວ.
 
ປະຈຸບັນ, ຕາແສງ ເຕິນທົງໂຮ້ຍ ມີ 7 ໂຮງງານຜະລິດລາຍໃຫຍ່ສະເພາະຜະລິດວັດຖຸດິບໃຫ້ແກ່ບັນດາໂຮງງານຜະລິດ, ເຮັດທຸລະກິດສົ່ງອອກມ່ານກັ້ງຢູ່ນະຄອນ. ບັນດາໂຮງງານດັ່ງກ່າວໄດ້ສ້າງວຽກເຮັດງານທຳໃຫ້ສະມາຊິກໃນຄອບຄົວ ແລະ 500 ຄອບຄົວຢູ່ຕາແສງທີ່ໃກ້ຄຽງ ຂັ້ນກັບເມືອງ ກູຈີ, ຮອກໂມນ. ສ້າງລາຍຮັບໃຫ້ແຮງງານຄົນໜຶ່ງປະມານ 6 ລ້ານດົ່ງຕໍ່ເດືອນ. ຫຼາຍປີຜ່ານມາ, ໂຮງງານຜະລິດມ່ານກັ້ງ ແທງຈຸກ ຂອງອ້າຍ ແບ່ນ ກໍ່ຄືໂຮງງານຕ່າງໆ ຢູ່ ເຕິນທົງໂຮ້ຍ ໄດ້ຮັບໃບສັ່ງຊື້ສິນຄ້າຈາກຫຼາຍປະເທດໃນໂລກຄື: ສະຫວິດ, ໂຮງລັງ, ເຢຍລະມັນ, ໄທ, ຈີນ ແລະ ອື່ນໆ.

ຜະລິດຕະພັນມ່ານກັ້ງ ເຕິນທົງໂຮ້ຍ ຈຳນວນໜຶ່ງ:








 
ບົດ: ຫງວຽນຫວູແທ່ງດາດ - ພາບ: ທົງຫາຍ

bdLao

ລອງອານ ຊຸກຍູ້ການກໍ່ສ້າງຊົນນະບົດໃໝ່

ລອງອານ ຊຸກຍູ້ການກໍ່ສ້າງຊົນນະບົດໃໝ່

ຈົນເຖິງຂະນະນີ້, ຂະ​ບວນການ​ປະຕິບັດ​ໂຄງການ​ເປົ້າໝາຍ​ແຫ່ງ​ຊາດ​ ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ ​ໄດ້​ຊ່ວຍ​ໃຫ້​ແຂວງ​ ລອງ​ອານ ​ໄດ້​ຮັບ​ຜົນ​ດີ, ພິ​ເສດ​ແມ່ນ​ການ​ປັບປຸງ​ພື້ນ ຖານ​ໂຄງ​ລ່າງ​ ​ແລະ ກະສິກຳ​ ຊົນນະບົດ ໃຫ້​ນັບ​ມື້​ນັບ​ພັດ ທະນາ​ ຢ່າງ​ມີ​ຄຸນ​ນະພາ​ບ, ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ເຂົ້າ​ໃນ​ການ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ ​ແລະ ​ເສດຖະກິດຂອງ​ປະຊາຊົນ, ນຳມາຄວາມເບີກບານສຳລານໃຈ ​ແລະ​ ຄວາມ​ມີ​ຊີວິດ​ຊີວາ​ ໃໝ່​ ສູ່ດິນແດນ ປະຕູສູ່​ ພາກຕາ​ເວັນ​ຕົກ​ສ່ຽງ​ໃຕ້.

Top