• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມີຫຼາຍແນວຄວາມຄິດເພີ່ມທະວີການຮ່ວມມື APEC ປີ 2017

ທ່ານ​ ບູ່​ຍ​ແທງ​ເຊີນ, ຮອງ​ລັດຖະມົນຕີ​ຜູ້​ປະຈຳ
ການ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ

(ພາບ: TTXVN)
       ຕອນ​ບ່າຍ​ວັນ​ທີ 8/12, ຢູ່ ຮ່າ​ໂນ້ຍສືບ​ຕໍ່​ດຳ​ເນີນ​ກອງ​ປະຊຸມ​ສຳ​ມະ​ນາກ່ຽວ​ກັບ​ບັນດາ​ບຸລິ​ມາ​ສິດ​ຂອງ​ປີ APEC 2017. ກ່າວ​ຄວາມ​ເຫັນ​ສະຫຼຸບ​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ​ ບູ່​ຍ​ແທງ​ເຊີນ, ຮອງ​ລັດຖະມົນຕີ​ຜູ້​ປະຈຳການ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ, ປະທານ​ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ (SOM) APEC 2017 ​ໄດ້​ຕີ​ລາຄາ​ສູງ​ຄວາມ​ເຫັນ​ແບ່ງປັນ​ຂອງ​ຂອງ​ບັນດາ​ສະມາຊິກ, ​ເຊິ່ງ​ໄດ້​ຊ່ວຍ​ເຈາະ​ຈີ້ມ​ທິດ​ທາງ​ເພື່ອ​ໃຫ້ການ​ຮ່ວມ​ມື APEC ບັນລຸ​ປະສິດທິ​ຜົນ ​ແລະ ​ແທດ​ຈິງ​ກວ່າ​ໃນ​ໄລຍະ​ຈະ​ມາ​ເຖິງ, ພິ​ເສດ​ແມ່ນ​ໃນ 4 ບັນຫາ​ກ່ຽວ​ກັບ​ການ​ຊຸກຍູ້​ການ​ຮ່ວມ​ສຳພັນ, ​ການເຊື່ອມ​ຕໍ່​ໃນ​ພາກ​ພື້ນ, ການ​ເຕີບ​ໂຕ​ຢ່າງ​ໝັ້ນຄົງ, ມີ​ຫົວຄິດ​ປະດິດ​ສ້າງ ​ແລະ ທົ່ວ​ໄປ, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ​ທີ່​ສຸດ, ນ້ອຍ, ​ແລະ ກາງ, ຊຸກຍູ້​ການ​ຮ່ວມ​ມື​ໃນ​ບັນດາ​ບັນຫາ​ພັດທະນາ ​ເຮັດ​ໃຫ້​ເວທີ​ປາ​ໄສ​ກາຍ​ເປັນ​ກົນ​ໄກ​ນຳ​ໜ້າ​ລະດັບ​ທົ່ວ​ໂລກ​ກ່ຽວ​ກັບ​ການ​ຮັບ​ມື​ກັບ​ບັນດາ​ການ​ທ້າ​ທາຍ​ອັນ​ຮີບ​ດ່ວນ. ປະທານ SOM APEC 2017 ​ໄດ້ຂອບ​ອົກ​ຂອບ​ໃຈ​ການ​ສະໜັບສະໜູນ​ຂອງ​ບັນດາ​ສະມາຊິກ ກໍ່​ຄື​ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ ​ແລະ ພາກ​ພື້ນ​ສຳລັບ​ວິວັດ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ ​ແລະ ​ເຂົ້າ​ຮ່ວມ APEC ຂອງ ຫວຽດນາມ ​ໃນ​ເກືອບ 2 ທົດ​ສະ​ວັດ​ຜ່ານ​ມາ.
 (ແຫຼ່ງຄັດຈາກ VOV)

ໂຄງການກະທຳຂອງລັດຖະບານຕ້ານການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ

ໂຄງການກະທຳຂອງລັດຖະບານຕ້ານການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ

ມະຕິກໍ່ຮຽກຮ້ອງໜູນຊ່ວຍການຫັນອາຊີບຫາປາເປັນທັນສະໄໝ, ສ້າງເງື່ອນໄຂໃຫ້ຊາວປະມົງອອກສູ່ທະເລ, ຕິດພັນກັບທະເລ, ຄຸ້ມຄອງອາຊີບການປະມົງ

Top