• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມີຜູ້ແທນສາກົນ 150 ຄົນຈະເຂົ້າຮ່ວມກອງປະຊຸມສຳມະນາວິທະຍາສາດສາກົນຫວຽດນາມຄັ້ງທີ 5

ກອງ​ປະຊຸມ​ສຳ​ມະ​ນາ​ວິທະຍາສາດ​ສາກົນ ຫວຽດນາມ ​ຄັ້ງ​ທີ 5
       ກອງ​ປະຊຸມ​ສຳ​ມະ​ນາ​ວິທະຍາສາດ​ສາກົນ ຫວຽດນາມ ​ຄັ້ງ​ທີ 5, ດ້ວຍ​ຫົວ​ຂໍ້​ວ່າ “ການ​ພັດທະນາ​ແບບ​ຍືນ​ຍົງ​ໃນ​ສະພາບ​ການ​ຜັນ​ແປ​ໃນ​ທົ່ວ​ໂລກ“, ຈະ​ດຳ​ເນີນ​ຢູ່ ຮ່າ​ໂນ້ຍ​ໃນ​ລະຫວ່າງ​ວັນ​ທີ 15-16/12. ທີ່​ການ​ປະຊຸມ​ຂ່າວກ່ຽວ​ກັບ​ເຫດການ​ນີ້​ເຊິ່ງຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 8/12, ຢູ່ ຮ່າ​ໂນ້ຍ, ທ່ານ ຫງວຽນ​ຮື້​ວດຶກ, ຮອງ​ອະທິການ​ບໍດີ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ, ​ ​ຫົວໜ້າ​ຄະນະ​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ, ​ໃຫ້​ຮູ້​ວ່າ:
       “ກອງ​ປະຊຸມ​ສຳ​ມະ​ນາ​ສຸມ​ໃສ່​ເຂົ້າ​ບັນດາ​ບັນຫາ​ສຳຄັນ​ທີ່​ສຸດ, ​ເຊິ່ງພວກ​ຂ້າພະ​ເຈົ້າ​ເອີ້ນ​ວ່າ​ແມ່ນ​ບັນຫາ​ຍຸກ​ປະຈຸ​ບັນ, ​ແມ່ນ​ບັນດາ​ບັນຫາ​ທີ່​ຫວຽດນາມ​ພວມ​ສຸມ​ໃສ່​ແກ້​ໄຂ. ຜ່ານ​ກອງ​ປະຊຸມ​ສຳ​ມະ​ນາ, ມະຫາວິທະຍາ​ໄລ​ແຫ່ງ​ຊາດ ຮ່າ​ໂນ້ຍ ຕັດສິນ​ໃຈ​ກໍ່ສ້າງ​ຕາໜ່າງບັນດາ​ນັກ​ຄົ້ນ​ຄ້ວາ ຫວຽດນາມ ຢູ່​ໃນ​ໂລກ, ຢູ່​ພາຍ​ໃນ​ປະ​ເທດ, ຊຸກຍູ້​ການ​ຄົ້ນ​ຄ້ວາ​ຫວຽດນາມ, ​ເພື່ອ​ປະກອບສ່ວນ​ໃຫ້​ຄຳ​ປຶກສາ​ບັນດາ​ບັນຫາ​ພັດທະນາ​ໃຫ້​ແກ່ ຫວຽດນາມ“
 (ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສືບຕໍ່ສ້າງໂຄງຮ່າງບົດລາຍງານໃຫ້ສົມບູນແບບ ດ້ວຍເນື້ອໃນມີຂອບຂະໜາດຊີ້ນຳ, ນຳພາໃຫຍ່ ແຕ່ແທດຈິງ, ເຂົ້າໃຈງ່າຍ, ປະຕິບັດງ່າຍ

Top