• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

ມິງເຕີມ - “ລາຊາ” ແຫ່ງການສ້າງສຽງດັງ ກ້ອງສະເທືອນ

ເຖິງຈະອອກກິນເບ້ຍບຳນານມາໄດ້ກວ່າສິບປີແລ້ວກ່ໍຕາມ, ແຕ່ ຄວາມຫຼົງໄຫຼເມົາມົວກັບ ອາຊີບຂອງມິງເຕີມ - ຜູ້ທີ່ໄດ້ຮັບນາມມະຍົດວ່າແມ່ນ “ລາຊາ”ແຫ່ງການສ້າງສຽງກ້ອງ ສະເທືອນຍັງບ່ໍດ້ອຍເມື່ອທຽບກັບຄາວທີ່ເປັນຊາຍໜຸ່ມແໜ້ນ.

ແມ່ນໃຜທີ່ເຄີຍ ມາຢາມເຮືອນຢູ່ຂອງສິລະປິນຜູ້ສ້າງສຽງກ້ອງ ສະເທືອນມິງເຕີມເທື່ອໜຶ່ງ ເຊິ່ງຕັ້ງຢູ່ໃນເຂດ ເຮືອນລວມໝູ່ ຂອງບໍລິສັດຖ່າຍທຳຟີມຮູບເງົາຫວຽດນາມຢູ່ເລກ 4 ຖະໜົນ ຖຸຍເຄວ, ໄຕໂຮ່, ຮ່າໂນ້ຍ ກ່ໍ ຍາກຈະລືມໄດ້ເຖິງຮູບພາບຂອງ ກອງ “ຂະໂຫຼ່ເຫຼັກ ” ເຊິ່ງສິລະປິນເຖົ້າຍັງຮັກສາໄວ້ດັ່ງເດີມຕະຫຼອດສິບ ກວ່າປີ ດ້ວຍເຫດຜົນທີ່ວ່ານັ້ນແມ່ນເຄື່ອງມືອາຊີບ ຂອງສະໄໝທີ່ຍັງເຮັດການຂອງຕົນ.
ທຸກຄົນຕ່າງກ່ໍມີຄວາມຄິດດຽວກັນວ່າ, ເປັນຫຍັງທ່ານບ່ໍຂາຍ ກອງ “ຂະໂຫຼ່ເຫຼັກ” ນັ້ນໃຫ້ພວກເກັບຊື້ເຄື່ອງ ເກົ່າ. ເຮືອນແມ່ນ ຄັບແຄບເກີນໄປແລ້ວ ແຕ່ ພ່ໍເຖົ້າຍັງຮັກສາໄວ້ທັງໝົດ ນັບຕັ້ງແຕ່ຟອຍກວາດເຮືອນ ທີ່ ກູດຫ້ຽນ, ຕີນລົດທີ່ເປ່ເພ ຈົນຮອດ ບັ້ງສູບຢາທີ່ເກົ່າແກ່… ກົງກັນຂ້າມມາດຽວນີ້, ພໍ່ເຖົ້າພັດຍັງຫັນເຮືອນທີ່ ເກັບໂຮມ “ກອງຂະໂຫຼ່ເຫຼັກ” ນັ້ນກາຍເປັນ ສາງວັດຖຸພັນສະເພາະຂອງຄອບຄົວໂດຍໃສ່ຊື່ວ່າ “ເຄື່ອງມື ສະໄໝສ້າງສຽງກ້ອງສະເທືອນແບບຫັດຖະກຳຂອງຟີມຮູບ ເງົາ ຫວຽດນາມ”, ສ່ວນທ່ານເອງພັດກັບມາ ຢູ່ບ້ານເກີດໃຊ້ຊີວິດແບບງຽບໆ.
 ສິລະປິນສ້າງສຽງສະເທືອນ ມິງເຕີມ ( ເດືອນ 4/2013).
ດ້ວຍເຄື່ອງໃຊ້ຂອງສອຍທີ່ງ່າຍດາຍເຊັ່ນ ກະປອງເບຍ, ພາ ຖາດໃສ່ຈອກນ້ຳ, ຖົງນີລົງ…
ສິລະປິນມິງເຕີມ ສາມາດສ້າງ ເປັນສຽງດັງກ້ອງສະເທືອນຄືກັນຖັດກັບສຽງທີ່ເກີດມີຢູ່ໃນຕົວຈິງ.
 
 “ລາຊາແຫ່ງການສ້າງສຽງສະເທືອນ” ມິງເຕີມ ກຳລັງ ຮັບ ຟັງສຽງດັງເພື່ອ ສ້າງໃຫ້ມີສຽງຄືກັບສຽງແທ້.
ດ້ວຍການແກວ່ງຜ້າເຊັດໜ້າເທົ່ານັ້ນ, ເພິ່ນກ່ໍສາມາດສ້າງເປັນສຽງດັງວິວີຂອງຄັນທຸງປີວສະບັດເມື່ອມີສາຍລົມໂຊຍ ພັດມາ.
ມາດຽວນີ້, ເພິ່ນຍັງຮັກສາຄວາມຊີນເຄີຍຂອງສະໄໝກ່ອນ ນັ້ນຄື ຮັກສາໄວ້ ສິ່ງຂອງທີ່ໄດ້ໃຊ້ການແລ້ວ,
ບາງທີ ນັ້ນພຽງ ແມ່ນກະປ໋ອງເບຍ ເພື່ອນຳໃຊ້ເປັນເຄື່ອງມືສ້າງສຽງດັງຄືສຽງ ແທ້.
ໃນຄາວກ່ອນ, ສະໄໝເກື້ອກຸນ ເມື່ອເບິ່ງຮູບເງົາຂາວດຳ, ຜູ້ຊົມ ບ່ໍຄ່ອຍມີໃຜສົນໃຈເຖິງສິລະປິນຜູ້ຕ້ອງ ເຮັດວຽກຢູ່ໃນ “ຫ້ອງ ມືດ” ເພື່ອສ້າງສຽງດັງໃຫ້ແກ່ຟີມຮູບເງົາຄື ມິງເຕີມ. ເຂົາ ບ່ໍ ອາດຄິດຄຳນຶງໄດ້ວ່າ, ຍ້ອນເຕັກນິກການຖ່າຍທຳສະໄໝນັ້ນ ຍັງຫຼ້າຫຼັງທີ່ສຸດ ສະນັ້ນ ບ່ໍສາມາດອັດສຽງຈາກບ່ອນຖ່າຍທຳ ໂດຍກົງ ຈຳເປັນຕ້ອງສ້າງຕ່າງຫາກໃນຫ້ອງມືດ. ດ້ວຍເຫດນັ້ນ, ຜູ້ທີ່ສ້າງສຽງປະກອບໃຫ້ຮູບເງົາຄືທ່ານຍາມໃດ ກ່ໍຕ້ອງເຮັດວຽກຢູ່ໃນບ່ອນທີ່ຄັບແຄບ, ມືດມົນ ແຕ່ພັດຮຽກຮ້ອງຕ້ອງມີຫົວຄິດປະດິດສ້າງເພື່ອກ່ໍໃຫ້ເກີດ ສຽງກ້ອງຕ່າງໆບາງເທື່ອ ພັດ “ມີຈິງກວ່າຄວາມຈິງອີກ”.
ບັດນີ້, ຍ້ອນອາຍຸສູງແລ້ວ ສະນັ້ນ ການຮັບຟັງຂອງທ່ານກ່ໍຖືກ ຊຸດໂຊມຫຼາຍ. ນັ້ນແມ່ນຄວາມເສຍປຽບ ອັນໃຫຍ່ຫຼວງສຳລັບ ຜູ້ປະກອບອາຊີບພິເສດຄື ທ່ານ. ແຕ່ໃນມື້ ພົບປະກັບພວກ ຂ້າພະເຈົ້າ, ທ່ານ ຍັງບອກ ອີ່ນາງຊ່ວຍວຽກ ໃຫ້ນຳຟອຍກວາດ ເຮືອນ, ແພມົນ ພ້ອມກັບຖົງນິລົງຂະໜາດໃຫຍ່ນ້ອຍຕ່າງກັນມາ ເພື່ອສ້າງສຽງກ້ອງໃຫ້ພວກຂ້າພະເຈົ້າຟັງດ້ວຍຄວາມກະຕື ລືລົ້ນສຸດຂີດເລີຍ.
«
                ສິລະປິນມິງເຕີມແມ່ນຜູ້ທຳອິດສ້າງສຽງສະເທືອນໃນຮູບເງົາ ຂອງຂະແໜງຖ່າຍທຳຮູບເງົາປະຕິວັດຫວຽດນາມ. ທ່ານໄດ້ ສ້າງສຽງ ສະເທືອນໃຫ້ແກ່ຮູບເງົາເລື່ອງທຳອິດ ທັງຮູບເງົາເລື່ອງ ທີ່ມີຊື່ສຽງຂອງ ຟີມຮູບເງົາຫວຽດນາມເຊັ່ນ: ຮ່ວມສາຍແມ່ນ້ຳ ອັນດຽວ;ເສັ້ນຂະໜານ 17 ທັງຍາມ ເວັນ ແລະ ຄືນ; ຄ່ຳຄືນ ງານບຸນລອງຈີ່… ໃນຊີວິດ ປະກອບອາຊີບສິລະປະຂອງຕົນ, ທ່ານໄດ້ເຂົ້າຮ່ວມ ການສ້າງ ສຽງສະເທືອນໃຫ້ແກ່ຮູບເງົາຈຳ ນວນ 2000 ເລື່ອງ.
»

ເບິ່ງທ່ານສ້າງສຽງກ້ອງທຽມຄືກັບແມ່ມົດ ພຸ້ນລະ. ສົມມູດຄື ສາກສອງຜົວເມຍ ກຳລັງກິນເຂົ້າ ແຕ່ຍ້ອນມີເລື່ອງຜິດກັນ ພາ ໃຫ້ຜູ້ເປັນຜົວສູນຂຶ້ນ ປັດຖີ້ມພາເຂົ້າ ທັງໝົດອອກໄປ. ເພື່ອສ້າງເປັນສຽງ ຕົກແຕກຂອງຖ້ວຍຈານ, ພ່ໍເຖົ້າວາງຈອກນ້ຳ ຢູ່ ໃນພາຖາດແລ້ວຕົບມືແນວໃດບ່ໍຮູ້ ເລີຍສ້າງເປັນສຽງເຄື່ອງຂອງຕົກລົງດິນ ແຕກຫັກ ຟັງຄື ສຽງແທ້. ຫຼືວ່າສຽງທຸງ ປິວສະບັດ ດັງວີວວີເມື່ອມີ ກະແສລົມ ໂຊຍພັດມາ, ສຽງໄຟລຸກແຮງຟູ່, ທ່ານໄດ້ແຕ່ແກວ່ງແພມົນ ພຽງສອງສາມບາດກ່ໍໃຫ້ເກີດສຽງດັງຄືກັບ ຕົວຈິງໂລດ. ຫຼືວ່າ ການໃຊ້ຖົງນີລົງ ຖ້າທ່ານຍ່ອງແບບ ຄ່ອຍໆ ມັນກ່ໍສ້າງເປັນສຽງດັງຄືກັບເວລາເຮົາຈືນໄຂ່, ໜັກ ກວ່ານັ້ນ ພັດເປັນສຽງຈືນຊີ້ນມັນໃນໝ້ໍກະທະ, ອີກແບບໜຶ່ງ ພັດມາເປັນສຽງຫຼັງຄາເຮືອນມຸງຫຍ້າຖືກ ສາຍລົມພັດໂຊຍມາດັງວູ່ວີ່…
ເມື່ອທົບທວນຄືນເຖິງເລື່ອງລາວໃນການປະກອບອາຊີບ, ພ່ໍ ເຖົ້າເຕື້ອງເຖິງເວລາສ້າງສຽງດັງໃຫ້ແກ່ຮູບເງົາ ເລື່ອງ “ຈຸດພິ ກັດຕາຍ” ທັນທີ. ທັງນີ້ກ່ໍເນື່ອງຈາກວ່າ, ເມື່ອຖ່າຍທຳສຳເລັດຮູບເງົາເລື່ອງນີ້ຖືກໍນຳໄປ ລັດເຊຍເພື່ອປະກອບສຽງ. ທ່ານກ່ໍໄດ້ແຕ່ງຕັ້ງໄປນຳເພື່ອຮຳ່ຮຽນເຕັກນິກການສ້າງສຽງ. ໃນຮູບເງົາເລື່ອງນັ້ນ ມີສາກໜຶ່ງແມ່ນພາບຝູງຊ້າງຍ່າງຕາມກັນບົນເສັ້ນ ທາງເດີນ. ເພື່ອສ້າງໃຫ້ມີສຽງບາດກ້າວຂອງຝູງຊ້າງ, ພວກ ເພື່ອນລັດເຊຍໄດ້ເຕົ້າໂຮມຄົນເປັນຈຳນວນຫຼາຍມາຢືນຢູ່ ບ່ອນໜຶ່ງແລ້ວພ້ອມທັບຕີນລົງ ໂດຍຄິດວ່າ ຊ້າງໃຫຍ່ແນວ ນັ້ນ ແນ່ນອນສຽງບາດກ້າວຂອງພວກມັນກ່ໍຈະດັງທີ່ສຸດ. ເຫັນ ແນວນັ້ນ, ທ່ານຮູ້ໂລດວ່າ ເພື່ອນລັດເຊຍເຂົ້າໃຈຜິດ ແຕ່ທ່ານ ບ່ໍກ້າເວົ້າ ຍ້ອນຄິດວ່າຕົນເອງພວມແມ່ນຄົນມາເພື່ອສຶກສາ ຮ່ຳຮຽນ ອາຊີບຂອງເພື່ອນ. ຕົກຄ່ຳມາ, ທ່ານໄດ້ສ້າງສຽງດັງຂອງຝູງຊ້າງຍ່າງດ້ວຍຕົນເອງຢ່າງງຽບໆດ້ວຍການເອົາ ຜ້າແພ ມາຫ່ໍເກີບກິ່ງໜຶ່ງໄວ້ ໃຫ້ໜາ. ໂດຍບັງເອີນ, ຜູ້ກຳກັບການສະ ແດງຂອງເພື່ອນເບິ່ງເຫັນ ເປັນອັນວ່າ ເຂົາເຈົ້າຕົກລົງນຳໃຊ້ ສຽງດັງທີ່ທ່ານສ້າງຂຶ້ນນັ້ນໃຫ້ແກ່ສາກຮູບເງົາ.
ນ່ັງຟັງສຽງດັງປະເພດຕ່າງໆ ໂດຍທ່ານເອງເປັນຜູ້ສ້າງຂຶ້ນນັ້ນ, ຂ້າພະເຈົ້າຈຶ່ງເຂົ້າໃຈວ່າຍ້ອນຫຍັງເຂົາເຈົ້າ ພັດຕັ້ງໃຫ້ທ່ານ ຫຼາຍຊື່ເອີ້ນແປກໆຄືແນວນັ້ນ ຄືວ່າ ລາຊາສ້າງສຽງກ້ອງ, ແມ່ມົດສຽງ, ຫົວໂປ່ສຽງ ສະເທືອນ…
ພ່ໍເຖົ້າໄດ້ໄຂຄວາມໃນໃຈອອກມາວ່າ: “ອາຊີບນີ້ມີຄວາມເອກະລັກເປັນພິເສດ, ຫຼາຍເທື່ອຫຼາຍທີຖືກ ອັດຕັນຈົນເຖິງຂັ້ນຢາກກອດມື ຍອມຈຳນົນ ຍ້ອນບ່ໍອາດຄິດອອກໄດ້ເຖິງສຽງດັງທີ່ເຮົາຢາກມີ, ແຕ່ໃນເມື່ອ ຄົ້ນເຫັນຫຼັກມູນ ຂອງມັນແລ້ວ ພັດຮູ້ສຶກຂຶ້ນໃຈທີ່ສຸດ ແລະ ມີຄວາມຫຼົງໄຫຼເມົາມົວອີຫຼີ”. ອາດຍ້ອນເຫດ ນັ້ນ, ໃນຊີວິດປະກອບອາຊີບນີ້ຂອງຕົນ, ຄວາມມ່ວນຊື່ນມີຫຼາຍ ແຕ່ ຄວາມງ່ວມເຫງົາກ່ໍບ່ໍດ້ອຍແຕ່ທ່ານ ບ່ໍມີຄວາມທ້ໍແທ້ໃຈ ຫາກຍັງສະໜິດຕິດພັນກັບມັນເໝືອນຄືດັ່ງຊາຕາຂອງຕົນຕະຫຼອດເວລາເກືອບ 50 ປີ.
 

ພາຍຫຼັງເກືອບ 50 ປີ ອຸທິດໃຫ້ແກ່ຂະແໜງການຖ່າຍທຳ ຟີມຮູບເງົາຫວຽດນາມ, ດຽວນີ້ 
ທ່ານກັບມາຢູ່ບ້ານເກີດ ໃຊ້ຊີ ວິດທີ່ມີຄວາມສຸກກາຍສະບາຍໃຈຂອງໄວຊະລາ.
 ມາໃນທຸກວັນນີ້ ເມື່ອອອກກິນເບ້ຍບຳນານແລ້ວ ແຕ່ໃນໃຈທ່ານ ຄວາມຄິດຮອດຄິດເຖິງເມົາມົວກັບອາຊີບ ຍັງມີຢູ່ຢ່າງ ລົ້ນເຫຼືອເໝືອນດັ່ງເດີມ ຫາກບ່ໍຖືກມະຫັບມະຫາຍໄປແມ່ນແຕ່ໃຍດຽວ. ໂຊກດີທີ່ລູກສາວຂອງ ທ່ານແມ່ນ ສິລະປີນ ມິງທູ ກ່ໍ ເລືອກເສັ້ນທາງເດີນຕາມອາຊີບຂອງພ່ໍ. ດ້ວຍເຫດນັ້ນ, ທ່ານຍັງມີບ່ອນເພື່ອ ຖ່າຍຖອດອາຊີບ, ແບ່ງປັນປະສົບການ ພ້ອມ ກັບຄວາມຫຼົງໄຫຼອັນແຮງກ້າຂອງຕົນ.
ບົດ: ຖາວວີ - ພາບ : ຫວຽດເກື່ອງ

bichlien

ນັກສິລະປິນ ລະນາດຫີນ ອາຮີວນ

ນັກສິລະປິນ ລະນາດຫີນ ອາຮີວນ

ອາຮີວນ ບໍ່ໄດ້ຮຽນດົນຕີໃນໂຮງຮຽນໃດ, ບໍ່ໄດ້ຮັບການສິດສອນ ຈາກໃຜ, ແຕ່ຍ້ອນສຽງ ເຕີຣຶງ, ຕີງນິງ, ກະນີ, ລະນາດຫີນ... ຄືດັ່ງເວດມົນ ທີ່ບໍ່ມີຕົວຕົນ ດຶງດູດຫົວໃຈ ຂອງ ລາວ, ປຸກແປວໄພ ແຫ່ງຄວາມຫຼົງໄຫຼ ແລ້ວນຳພາ ໃຫ້ລາວ ກາຍເປັນນັກສິລະປິນ ໜຸ່ມດີເດັ່ນ ທີ່ສາມາດປະດິດສ້າງ ແລະ ຫຼິ້ນເຄື່ອງດົນຕີ ບູຮານທຸກປະເພດ ຂອງ ຊາວເຜົ່າ ຢາຣາຍ.

Top