• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ມາທ່ຽວຫຼວງພະບາງ ເບິ່ງຄົນລາວ ເຮັດເຈ້ຍສາ

ເຈ້ຍສາມີປະຫວັດຄວາມເປັນມານັບພັນປີມາແລ້ວ, ມັນບ່ໍພຽງແຕ່ນຳໃຊ້ເພີ່ອຂີດຂຽນເທົ່ານັ້ນ, ຫາກຍັງໃຊ້ເພື່ອສ້າງເປັນຜະລິດຕະພັນເຄື່ອງທີ່ລະນຶກທີ່ເປັນເອກະລັກອີກນໍາ, ບັນດາແຂກນັກທ່ອງທ່ຽວມັກເລືອກຊື້ເມື່ອມາຢ້ຽມຢາມປະເທດ ລ້ານຊ້າງແຫ່ງນີ້.
ສະຖານທີ່ເໝາະທີ່ສຸດສຳລັບແຂກນັກທ່ອງທ່ຽວທີ່ຈະໄປ ເລືອກຊື້ຂອງຕ້ອນຂອງຝາກ ເມືອໃຫ້ພີ່ນ້ອງເພື່ອນມິດຂອງຕົນ ເມື່ອມາຮອດມາເຖິງນະຄອນຫລວງເກົ່າຫຼວງພະບາງ (ສປ.ລາວ) ແມ່ນເຂດຕະຫຼາດກາງຄືນ. ໃນຍາມລາຕີ, ທ່ົວບໍລິເວນທີ່ເຕັມໄປດ້ວຍເຄື່ອງຂອງທີ່ລະນຶກດ້ວຍຫຼາກຫຼາຍວັດຖຸພັນຄື: ເງິນ, ຜ້າໄໝ, ເຄື່ອງຫັດຖະກໍາ… ນັກທ່ອງທ່ຽວມັກຈະຖືກດຶງດູດໃຈດ້ວຍຮ້ານຂາຍເຄື່ອງທີ່ລະນຶກ ເຮັດມາຈາກເຈ້ຍປໍສາອີກ.

ຮ້ານຂາຍເຄື່ອງທີ່ລະນຶກແຫ່ງໜຶຶ່ງ ເຊິ່ງເຄື່ອງຂອງ ໄດ້ເຮັດມາ ຈາກເຈ້ຍສາທີ່ເປັນມູນເຊື້ອຂອງຄົນລາວຢູ່ນະຄອນ ຫຼວງພະບາງ.


ກັບໃສ່ພາບທີ່ມີຫຼາກຫຼາຍສີສັນ ເຮັດດ້ວຍເຈ້ຍສາ.


ພາບແຕ້ມອັນເຂັ້ມຂຸ້ນໄປດ້ວຍສີສັນພື້ນເມືອງຂອງຄົນລາວ ທີ່ ແຕ້ມເທິງເຈ້ຍສາ.


ຈາກເຈ້ຍສາ, ຊາວບ້ານຊ່າງຄ້ອງ ປໍສາ ສາມາດສ້າງໃຫ້ມີ ສິນຄ້າ ຫຼາຍປະເພດຕ່າງກັນ ເພື່ອບໍລິການແກ່ຄວາມຕ້ອງການ ຂອງແຂກທ່ອງທ່ຽວ.


ຄວາມຮູ້ສຶກທຳອິດເມື່ອສຳຜັດກັບເຄື່ອງທີ່ລະນຶກແນວນີ້ແມ່ນ ພວກມັນແຫ້ງຊາ, ໜາດີແຕ່ພັດຜົງ ແລະ ເບົາທີ່ສຸດ.


ພາບແຕ້ມພື້ນເມືອງຂອງຄົນລາວແຕ້ມເທິງເຈ້ຍສາທີ່ເປັນມູນເຊື້ອ.


ຮ້ານຂາຍເຄື່ອງ ຂອງນັກແຕ້ມພາບເທິງເຈ້ຍສາ ທີ່ຕະຫຼາດກາງ ຄືນຂອງ ຫຼວງພະບາງ.


ແຂກທ່ອງທ່ຽວເລືອກຊື້ຜະລິດຕະພັນທີ່ເຮັດມາຈາກເຈ້ຍສາຢູ່ ທີ່ບ້ານຊ່າງຄ້ອງ ປໍສາ.
 
ເຄື່ອງທີ່ລະນຶກທີ່ເຮັດດ້ວຍດ້ວຍເຈ້ຍສາ ວາງຂາຍຢູ່ຕະຫຼາດ ກາງຄືນມີຫຼາກຫຼາຍຮູບແບບ. ນັ້ນແມ່ນຜະລິດຕະພັນ ທີ່ໄດ້ປະສົມປະສານລະຫວ່າງການປະຍຸກໃຊ້ ກັບຄວາມ ງາມຄວບຄູ່ກັນໄປເຊັ່ນ: ບັດເຊີນ, ນາມບັດ, ໂປດສະເຕີ, ປະຕິທິນ, ເກິ້ງ ໄຟ, ພາບພື້ນເມືອງ, ພາບບັນລະຍາຍ ເລື່ອງສາສະໜາ… ເມື່ອ ໄດ້ຈັບຢູ່ໃນມືເຄື່ອງຂອງທີ່ລະນຶກ ດັ່ງກ່າວ, ຄວາມຮູ້ສຶກທຳອິດ ຂອງພວກຂ້າພະເຈົ້າ ແມ່ນເຖິງວ່າ ມັນແຫ້ງຊາ, ໜາແດ່ ແຕ່ ພັດເບົາ ແລະ ຜົງ. ຄັນເບິ່ງຄັກໆ ຈະເຫັນເຈ້ຍປະກອບດ້ວຍ ຫຼາຍເສັ້ນນ້ອຍແລບຄືໃຍໜີບໃສ່ກັນ ຄ້າຍໆໃຍແມງມູນ ອັນໄດ້ ເຮັດໃຫ້ພວກຂ້າພະເຈົ້າ ມີຄວາມສົນໃຈຕ່ໍກັບການຜະລິດເຈ້ຍ ປະເພດແປກຕານີ້.

ໂດຍໄດ້ຮັບການແນະນຳຈາກຜູ້ຂາຍເຄື່ອງ, ພວກຂ້າພະເຈົ້າໄດ້ ໄປຫາບ້ານຊ່າງຄ້ອງປໍສາເຊິ່ງແມ່ນບ່ອນຜະລິດເຈ້ຍສາອັນເປັນ ມູນເຊື້ອ ທັງແມ່ນສະຖານທີ່ທ່ອງທ່ຽວໝູ່ບ້ານອາຊີບທີ່ມີຊື່ສຽງ  ໂດ່ງດັງແຫ່ງໜຶ່ງຢູ່ຫຼວງພະບາງ. ໃນເຮືອນຫຼັງໜຶ່ງທີ່ເປັນ ໂຮງຜະລິດເຈ້ຍສາ ທັງເປັນຮ້ານຂາຍເຄື່ອງທີ່ລະນຶກ, ໃນທີ່ນີ້ພວກຂ້າພະເຈົ້າ ໄດ້ເຫັນກັບຕາ ວິທີການຜະລິດເຈ້ຍສາ ຂອງບັນດານາຍຊ່າງຫັດຖະກຳ.

ວິວັດການຜະລິດເຈ້ຍສາ, ຖ້າເບິ່ງລວາດໆ ຄືວ່າງ່າຍດາຍ, ແຕ່ ເມື່ອຊອກຮູ້ລະອຽດແລ້ວຈະເຫັນວ່າສັບສົນທີ່ສຸດ. ເພື່ອກະກຽມ ວັດຖຸດິບ ໃຫ້ແກ່ການຜະລິດເຈ້ຍສາ, ນາຍຊ່າງຕ້ອງຕັດຕົ້ນສາຫລື ຕົ້ນປໍອອກເປັນທ່ອນໆ, ຕາກໝອກ, ແຊ່ນ້ຳ, ອົບ ເພື່ອປອກເປືອກ ແລ້ວ ແຊ່ໃນນ້ຳຢາບາເຊີ. ຈາກນັ້ນ, ນໍາມາຕໍາໃນຄົກຫີນໃຫ້ເປັນແປ້ງ.

ເພື່ອຜະລິດໃຫ້ໄດ້ເຈ້ຍສາ ໃບໜຶ່ງ , ນາຍຊ່າງແຊ່ເຂິງລົງໃນອ່າງ ນ້ຳໃສ. ເຂິງມີຂອບ ເຮັດດ້ວຍໄມ້ມີຂະໜາດ, ຮູບຊົງແລ້ວແຕ່ ເຮົາເລືອກ, ທາງພື້ນເຂິງແມ່ນປູດ້ວຍແພໄໝບາງໆ. ຊ່າງຈະ ໃຊ້ມືຄົນແປ້ງເບົາໆ ໃຫ້ທົ່ວເຖິງແລ້ວຍົກເຂິງຂຶ້ນຈາກໜ້ານ້ຳ. ເຈ້ຍສາແຕ່ລະໃບຖືກນຳໄປຕາກຈົນແຫ້ງພ້ອມກັບເຂີງ. ດ້ວຍເຫດນັ້ນ, ການຜະລິດເຈ້ຍສາຕ້ອງມີເຂິງຈຳນວນຫຼາຍ ທີ່ສຸດ.


ຕົ້ນສາເຊິ່ງແມ່ນວັດຖຸດິບຕົ້ນຕໍເພື່ອຜະລິດເຈ້ຍສາອັນເປັນ ມູນເຊື້ອ.


ເປືອກຕົ້ນສາພາຍຫຼັງຖືກປອກອອກແລ້ວນຳໄປຕາກເພື່ອຜະລິດເຈ້ຍ.


ຊາວບ້ານໃຊ້ສາກ ແລະ ຄົກຫີນເພື່ອຕຳເປືອກສາ ໃຫ້ກາຍເປັນວັດຖຸດິບຮັບໃຊ້ໃຫ້ແກ່ການຜະລິດເຈ້ຍສາ.


ນາຍຊ່າງຫັດຖະກໍາຢູ່ບ້ານຊ່າງຄ້ອງ ປໍສາມັກນໍາເອົາໃບໄມ້ໃສ່ລົງເທິງ ໜ້າເຂິງຕື່ມເພື່ອສ້າງສີສັນໃຫ້ແກ່ຜະລິດຕະພັນ.


ຄົນແປ້ງສາໃຫ້ທົ່ວເຖິງໃນຂະນະຜະລິດເຈ້ຍສາ.


ເຈ້ຍສາແຕ່ລະໃບຈະຖືກນໍາໄປຕາກໃຫ້ແຫ້ງພ້ອມກັບເຂີງໜ່ວຍໜຶ່ງຕ່າງຫາກ.


ຊາວບ້ານຊ່າງຄ້ອງ ປໍສາກຳລັງຜະລິດກັບ, ກ່ອງ ດ້ວຍເຈ້ຍ ສາທີ່ເປັນມູນເຊື້ອ.
 
ປະຈຸບັນນີ້, ເພື່ອຕອບສະໜອງຄວາມຕ້ອງການຂອງ ແຂກທ່ອງທ່ຽວ, ຊາວບ້ານຊ່າງຄ້ອງ ປໍສາຍັງໄດ້ເພີ່ມຂັ້ນຕອນຜະລິດເຈ້ຍສີຕື່ມ ເພື່ອປະດັບຄວາມງາມໃຫ້ແກ່ເຈ້ຍສາ.  ບ່ໍ ພຽງແຕ່ນຳໃຊ້ສໍາລັບການຂີດຂຽນເທົ່ານັ້ນ, ເຈ້ຍສາຍັງໄດ້ນຳ ໄປຕັດຕໍ່ເພື່ອປະດິດສ້າງເຄື່ອງຂອງທີ່ລະນຶກອັນມີຫຼາຍຮູບ ຫຼາຍແບບອີກ. ການຜະລິດຄິດສ້າງດັ່ງກ່າວນີ້ແຫລະມັນໄດ້ເຮັດໃຫ້ຜະລິດຕະພັນທີ່ ເຮັດດ້ວຍເຈ້ຍສາທີ່ເປັນມູນເຊື້ອຢູ່ທີ່ນີ້ ນັບມື້ນັບມີຄວາມງົດງາມ, ອຸດົມສົມບຸນ ແລະ ຈັບໃຈລູກຄ້າ.
ບົດ ແລະ ພາບ: ຫວຽດເກື່ອງ
 

bichlien

ຕາທິບ ທະເລຕາເວັນອອກ

“ຕາທິບ” ທະເລຕາເວັນອອກ

ສະຖານີ ຣາດາ 44 (T44) ສັງກັດກອງພັນ 292, ກອງພົນ 377, ເຫຼົ່າຮົບປ້ອງກັນອາກາດ ຕັ້ງທັບ ຢູ່ເທິງເກາະ ຟານວິງອາ ສັງ ກັດເມືອງເກາະ ເຈື່ອງຊາ ຊຶ່ງ ຖືວ່າ ເປັນ “ຕາທິບ”  ຢູ່ເທິງ ທະເລຕາເວັນອອກ, ກຳລັງເຝົ້າຍາມເຂດທະເລນ່ານຟ້າ ທີ່ ສັກ ສິດຂອງປະເທດຊາດ ຫວຽດນາມ ຕະຫຼອດວັນຄືນ. 

Top