• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

“ມະຫັດສະຈັນ” ນັກຫລິ້ນ ປີອາໂນ ດັ້ງຖ໋າຍເຊີນ

ເປັນຜູ້ທຳອິດທີ່ໄດ້ສ້າງສະຖິຕິອາຊີ ແລະ ກາຍເປັນນັກຫລິ້ນ ປີອາໂນທີ່ “ມະຫັດສະຈັນ” ຂອງຫວຽດນາມ ເມື່ອຄວ້າໄດ້ ລາງວັນທີໜຶ່ງ ໃນການແຂ່ງຂັນ ປີອາໂນສາກົນ Frédéric Chopin ໃນເດືອນ ຕຸລາ 1980 ຢູ່ ນະຄອນຫລວງ ວາກໂຊວີ ປະເທດໂປໂລຍ, ນັກສິລະປິນ ປະຊາຊົນ ດັ້ງຖ໋າຍເຊີນ ສືບຕໍ່ສ້າງຜົນງານບົນເສັ້ນທາງສິລະປິນ ຂອງຕົນ ໂດຍການ ໄປສະແດງຢ່າງຕໍ່ເນື່ອງຢູ່ 30 ປະເທດ ໃນສີ່ ທະວີບຄື: ອາຊີ, ເອີຣົບ, ອາເມລິກາ ແລະ ອົສຕຣາລີ.
ເຖິງວ່າ ຍັງບໍ່ທັນໄດ້ໄປຢ້ຽມຢາມຈັກເທື່ອກໍ່ຕາມ ແຕ່ຕາມບັນດາ ເພື່ອນຮ່ວມງານຂອງຂ້າພະເຈົ້າແລ້ວ ເຂດເຮືອນວິນລາ F.Chopin ຢູ່ Zela Zowa Wola, ຫ່າງຈາກນະຄອນຫຼວງ ວາກໂຊວີ  ປະມານ 30 ກິໂລແມັດ ມີປ້າຍສີເຫຼືອງແຜ່ນໜຶ່ງ, ຖ້າມີຊື່ ນັກສິລະປິນຜູ້ໃດຖືກ ຄວັດໃສ່ໃນປ້າຍຈະບໍ່ພຽງແຕ່ ເປັນການເຊີດຊູກຽດສັກສີຂອງຕົນ ເທົ່ານັ້ນ ຫາກຍັງແມ່ນ ຄວາມເອກອ້າງທະນົງໃຈ ຂອງປະເທດຊາດ ອີກດ້ວຍ. ໃນປ້າຍແຜ່ນນັ້ນໄດ້ມີຊື່ຊາວຫວຽດນາມຄົນໜຶ່ງຖືກ ຄວັດ ໃສ່ປ້າຍນັ້ນກໍແມ່ນ ນັກສິລະປິນປະຊາຊົນ ດັ້ງຖ໋າຍເຊີນ  ຜູ້ທີ່ຄວ້າ ໄດ້ລາງວັນທີ 1 ໃນການແຂ່ງຂັນດົນຕີສາກົນ F.Chopin ຄັ້ງທີ 10 ໃນ ລະດູໃບໄມ້ຫຼົ່ນ ປີ 1980 ທີ່ນະຄອນຫຼວງ ວາກໂຊວີ, ປະເທດ ໂປໂລຍ.

ບໍ່ພຽງແຕ່ເປັນສ່ວນຕົວຂອງຂ້າພະເຈົ້າ, ບໍ່ວ່າຊາວຫວຽດນາມ ຄົນໃດໆ ເມື່ອຮູ້ຂ່າວນີ້ ກໍ່ລ້ວນແຕ່ມີຄວາມຮູ້ສຶກ ເອກອ້າງ ທະນົງໃຈ ຍ້ອນ ວ່າຫວຽດນາມ ໄດ້ກາຍເປັນປະເທດ ທຳອິດ ທີ່ຄວ້າໄດ້ລາງວັນ ຊົງກຽດນີ້. ຫລັງຈາກນັ້ນ 20 ປີຕໍ່ມາ, ໃນການແຂ່ງຂັນດົນຕີສາກົນ F.Chopin ຄັ້ງ ທີ 14 ເມື່ອປີ 2000, ສປ ຈີນ ຈຶ່ງມີນັກສິລະປິນ ຊື່ວ່າ ຫຼີຢຸນຕີ (Li Yun Ty) ຍາດໄດ້ລາງວັນທີໜຶ່ງ.

ນັກສິລະປິນປະຊາຊົນດັ້ງຖ໋າຍເຊີນ ໄດ້ກ່າວວ່າ ໃນຂົງເຂດ ສິລະປະ, ລາງວັນ ເປັນພຽງບາດກ້າວທຳອິດ ແລະ ປຽບເໝືອນປີ້ ໃບໜຶ່ງເພື່ອ ກ້າວເດີນຕໍ່ໄປໃນເສັ້ນທາງສິລະປະ, ເຊິ່ງເປັນບ່ອນທີ່ຕ້ອງການໃຫ້ນັກສິລະປິນແຕ່ລະຄົນສະແດງອອກມາເຈດຈຳນົງຢ່າງແນວແນ່ ບວກກັບແປວໄຟ ແຫ່ງຄວາມຫຼົງໄຫລກັບອາຊີບຖືກໄຕ້ສະຫວ່າງ ຢູ່ສະເໝີ.

ນັກສິລະປິນປະຊາຊົນ ດັ້ງຖ໋າຍເຊີນ - “ມະຫັດສະຈັນ” ປີອາໂນ ຂອງ ຫວຽດນາມ. ພາບ: ເຈິ່ນແທງຢາງ/VNP


ນັກສິລະປິນດັ້ງຖ໋າຍເຊີນ ສະແດງຢູ່ໂຮງມະຫໍລະສົບ ຮ່າໂນ້ຍ ເມື່ອເດືອນ ທັນວາ 1993. ພາບ: ເຈິ່ນດິ້ງ


ນັກສິລະປິນດັ້ງຖ໋າຍເຊີນ ສະແດງດົນຕີພ້ອມກັບວົງດົນຕີ ປະສານສຽງແຫ່ງຊາດ ພາຍໃຕ້ການບັນຊາ
ຂອງຫົວໜ້າ ວົງດົນຕີ ຊາວອັງກິດ ທ່ານ F.Peter. ພາບ: ເຈິ່ນດິ້ງ.



ນັກສິລະປິນປີອາໂນດັ້ງຖ໋າຍເຊີນ ສະແດງດົນຕີພາຍຫຼັງ ທີ່ຄວ້າໄດ້ ລາງວັນທີ 1 ຈາກການແຂ່ງຂັນດົນຕີສາກົນ F.Chopin ຄັ້ງທີ 10 ປີ 1981
ຢູ່ ນະຄອນຫລວງ ວາກໂຊວີ ປະເທດໂປໂລຍ. ພາບ: ເອກະສານ VNP



ສາດສະດາຈານ V.A ນາຕານໂຊນ ແລະ ນັກຮຽນສຸດທີ່ຮັກ ຂອງ ເພິ່ນ ຢູ່ມົສກູ (ສະຫະພາບ ໂຊວຽດ) ໃນຊຸມປີ 1980. ພາບ: ເອກະສານ VNP


ພິທີຕ້ອນຮັບ ນັກສິລະປີນດັ້ງຖ໋າຍເຊີນ ກັບມາຢາມ ປະເທດຊາດ ພາຍຫຼັງ ໄດ້ຮັບໄຊຊະນະ ຈາກການແຂ່ງຂັນ ດົນຕີສາກົນ ຄັ້ງທີ 10 ປີ 1981
ຢູ່ ນະຄອນຫລວງ ວາກໂຊວີ  ປະເທດໂປໂລຍ ຢູ່ສະໜາມບິນ. ແຕ່ ຂວາຫາຊ້າຍ: ທ່ານນາງ ຖ໋າຍທິລຽນ, ແມ່ຂອງ ດັ້ງຖ໋າຍເຊີນ;
ທ່ານ ອີອານ ສະລີວິນສະກີ ເອກອັກຄະລັດຖະທູດ ປະເທດ ໂປໂລຍ ປະຈຳຫວຽດນາມ, ນັກສິລະປິນດັ້ງຖ໋າຍເຊີນ;
ທ່ານ ຫງວຽນວັນຮ໋ຽວ ລັດຖະມົນຕີກະຊວງວັດທະນາທຳ ແລະ ສື່ສານ. ພາບ: ເອກະສານ VNP



ແຂກຜູ້ຊົມ ແລະ ອາຈານເກົ່າ ມອບດອກໄມ້ໃຫ້ສິລະປິນ ດັ້ງຖ໋າຍເຊີນ ຫຼັງຈາກການໄປສະແດງ ໃນຊຸມປີ 1980. ພາບ: ເອກະສານ VNP


ນັກສິລະປິນປີອາໂນ ດັ້ງຖ໋າຍເຊີນ ເມື່ອເດືອນ ທັນວາ ປີ 1993. ພາບ: ເຈິ່ນດິ້ງ


ນັກສິລະປິນດັ້ງຖ໋າຍເຊີນ ແລະ ເອື້ອຍຄີງ, ຮອງສາດສະດາຈານ, ນັກສິລະປິນ ດັ້ງທູຮ່າ. ພາບ: ເຈິ່ນດິ້ງ


ນັກສິລະປິນ ດັ້ງຖ໋າຍເຊີນ ຢູ່ຮ່າໂນ້ຍ ໃນຊຸມປີ 1990. ພາບ: ເຈິ່ນດິ້ງ


ສ່ວນໜຶ່ງອາລາບຳ ຂອງ ສິລະປິນປີອາໂນ ດັ້ງຖ໋າຍເຊີນ ໄດ້ຮັບການ ຈໍາໜ່າຍຢູ່ປະເທດຍີ່ປຸ່ນ ແລະ ການາດາ ໃນຊຸມປີ 1980. ພາບ: ເຈິ່ນດິ້ງ
 
ບົນຈິດໃຈນັ້ນ, ນັກສິລະປິນປະຊາຊົນ ດັ້ງຖ໋າຍເຊີນ ບໍ່ໄດ້ “ນອນລືມ ຕື່ນ” ຢູ່ຈຸດສຸດຍອດຂອງຄວາມສະຫງ່າລາສີ ແຕ່ຍັງຄົງສືບຕໍ່ ມານະພະຍາຍາມເພື່ອມີຜົນງານທີ່ດີກວ່າ. ພາຍຫຼັງຄວ້າໄດ້ລາງວັນທີ ໜຶ່ງຈາກການແຂ່ງຂັນດົນຕີສາກົນ F.Chopin ໃນປີນັ້ນ, ທ່ານໄດ້ຮຽນຕື່ມອີກສາມປີກັບອາຈານ Natanson ແລະ ຫຼັງຈາກນັ້ນແມ່ນ ອາ ຈານ Dimitry Bahkirov. ຄຽງຂ້າງການສຶກສາຮໍ່າຮຽນວິຊາຊີບ, ທ່ານເລີ່ມຕົ້ນການເຄື່ອນໄຫວສະແດງຢ່າງຕໍ່ເນື່ອງໃນ 30 ປະເທດຢູ່ທະວີບ ອາຊີ, ເອີຣົບ, ອາເມລິກາ ແລະ ອົສຕຣາລີ.

ນອກຈາກບັນດາຜົນງານປະດິດແຕ່ງຂອງ F.Chopin, ທ່ານຍັງໄດ້ຄົ້ນຄວ້າຈາກນັກແຕ່ງຫຼາຍຄົນຕື່ມອີກ ດ້ວຍບັນດາຜະລິດຕະພັນດົນຕີທີ່ມີຊື່ສຽງໃນໂລກເພື່ອມາສະແດງ, ບາງເທື່ອກໍ່ບັນເລງເພງດ່ຽວ, ບາງເທື່ອກໍ່ເສບປະສານສຽງກັບບັນດາວົງດົນຕີພາຍໃຕ້ການຄວບຄຸມສຽງຂອງຫົວໜ້າວົງດົນຕີທີ່ມີຊື່ສຽງຫຼາຍຄົນ. ນັກສິລະປິນ ປະຊາຊົນ ດັ້ງຖ໋າຍເຊີນ ເຄີຍໄດ້ອັດສຽງຢູ່ຫ້ອງອັດສຽງທີ່ມີຊື່ສຽງຫຼາຍແຫ່ງຄື: CBS Sony, Victor JVC, Melodya...


ນັກສິລະປິນ ດັ້ງຖ໋າຍເຊີນ ບັນເລງເພງດ່ຽວໃນລາຍການສະແດງ ປີອາໂນ ຢູ່ໂຮງມະໂຫລະສົບ (ຮ່າໂນ້ຍ)
ເມື່ອ ເດືອນ ມີນາ 2016. ພາບ: ເຈິ່ນແທງຢາງ/VNP



ນາທີລະທຶກໃຈໃນລາຍການສະແດງປີອາໂນ ຂອງ ນັກສິລະປິນ ດັ້ງຖ໋າຍເຊີນ... ພາບ: ເຈິ່ນແທງຢາງ/VNP


... ແລະ ການສະແດງປີອາໂນ ພຽງມືດຽວ ໄປຕາມອາລົມຈິດ. ພາບ: ເຈິ່ນແທງຢາງ/VNP


ບັນຍາກາດສະແດງປີອາໂນ ໃນຍາມຄ່ຳຄືນ ຂອງ ນັກສິລະປິນ
ດັ້ງຖ໋າຍເຊີນ ຢູ່ໂຮງມະໂຫລະສົບ (ຮ່າໂນ້ຍ ) ເມື່ອເດືອນ ມີນາ 2016. ພາບ: ເຈິ່ນແທງຢາງ/VNP



ຜູ້ຊົມມອບດອກໄມ້ໃຫ້ນັກສິລະປິນດັ້ງຖ໋າຍເຊີນ ພາຍຫຼັງສິ້ນສຸດ ລາຍການສະແດງ. ພາບ: ເຈິ່ນແທງຢາງ/VNP

ຜ່ານການໄປສະແດງຮອບໂລກເກືອບ 25 ປີ, ໄດ້ສຳຜັດກັບ ຄວາມໂສກເສົ້າຫງ່ວມເຫງົາທັງຄວາມເບີກບານມ່ວນຊື່ນ ຫຼາຍຢ່າງ, ດິນແດນ Montreal ຂອງປະເທດການາດາ ໄດ້ກາຍເປັນບ້ານເກີດເມືອງນອນແຫ່ງທີສອງຂອງທ່ານ, ແຕ່ສຳລັບແຫ່ງທີ່ເປັນບ່ອນ “ຝັງ ສາຍແຫ່ແຜ່ສາຍບື” ຫວຽດນາມ ໃນຕົວທ່ານຍາມໃດກໍ່ຍັງແມ່ນຄວາມຮັກທີ່ບໍ່ມີວັນສິ້ນສຸດ. ເຖິງວ່າເປັນຄົນພັດຖິ່ນ, ແຕ່ນັກສິລະປິນ ປະຊາຊົນ ດັ້ງຖ໋າຍເຊີນ ຍາມໃດກໍ່ຖືຕົນເອງຢູ່ສະເໝີວ່າ ເປັນນັກສິລະປິນທີ່ນຳເອົາຄວາມເອກອ້າງທະນົງໃຈຂອງຫວຽດນາມ ອອກສູ່ຊາວໂລກ.

ທ່ານໄດ້ກັບມາຫວຽດນາມຫຼາຍຄັ້ງແລ້ວດ້ວຍຄວາມປາດຖະໜາຢາກປະກອບສ່ວນ, ອຸທິດຕົນເພື່ອຊ່ວຍພັດທະນາພື້ນຖານດົນຕີ ກຼາດຊິກຂອງຫວຽດນາມ. ນັ້ນແມ່ນການເຄື່ອນໄຫວ ຕ່າງໆ ນັບແຕ່ການມອບເຄື່ອງຫຼິ້ນດົນຕີປີອາໂນ, ຄ່າໃຊ້ຈ່າຍໃຫ້ສະຖາບັນດົນຕີຮ່າໂນ້ຍ, ສະມາຄົມນັກດົນຕີ ຕະຫຼອດຮອດການມອບທຶນສຶກສາໃຫ້ບັນດາ “ນັກສິລະປິນ ປີອາໂນ ເຍົາວະຊົນ” ຂອງຫວຽດນາມ ແລະ ເຂົ້າຮ່ວມບັນດາລາຍການປະສານສຽງ, ການແຂ່ງຂັນດົນຕີຢູ່ພາຍໃນປະເທດ ແລະ ພາກພື້ນອາຊີ ອີກດ້ວຍ.


ໃນແຕ່ລະປີ, ທ່ານຍັງກັບມາປະເທດເຂົ້າຮ່ວມການແຂ່ງຂັນປີອາໂນ ສາກົນຮ່າໂນ້ຍ ເຊິ່ງໄດ້ຮັບການຈັດຕັ້ງຂຶ້ນໃນຕົ້ນເດືອນກັນຍາ. ໃນການແຂ່ງຂັນແຕ່ລະຄັ້ງ, ທ່ານ ຖືກເຊີນມາໃນນາມເປັນປະທານກິດຕິມະສັກ. ສິ່ງທີ່ເຮັດໃຫ້ພວກຂ້າພະເຈົ້າປະທັບໃຈທີ່ສຸດເມື່ອໄດ້ພົບເພິ່ນຢູ່ຮ່າໂນ້ຍ ນັ້ນແມ່ນ “ຄວາມສະບາຍໃຈ” ຢູ່ໃນຕົວຂອງເພິ່ນ. ຢືນຢູ່ໃນຕຳແໜ່ງຈຸດສູງ ເຊິ່ງນັກສິລະປິນ ຫຼາຍຄົນໃນໂລກພວມພະຍາຍາມຝຶກຝົນເພື່ອມຸ່ງໄປເຖິງ, ແຕ່ໃນຕົວທ່ານຍາມໃດກໍຍັງຮັກສາໄວ້ໄດ້ສອງອາການ, ນັ້ນແມ່ນຄວາມສຸພາບຮຽບຮ້ອຍ, ສະຫງຽມຄ່ຽມຄົມ ແລະ ເພີດເພີນໃຈ ໃນການຫຼິ້ນດົນຕີ ແຕ່ສຸດທີ່ລຽບງ່າຍ ໃນການ ດຳລົງຊີວິດ.

ນັກສິລະປິນປະຊາຊົນດັ້ງຖ໋າຍເຊີນ ກັບປີອາໂນ. ພາບ: ເຈິ່ນແທງຢາງ/VNP


ນັກສິລະປິນປະຊາຊົນດັ້ງຖ໋າຍເຊີນ ພົບປະກັບບັນດາສື່ມວນຊົນ ໃນ ການແຂ່ງຂັນ ປີອາໂນສາກົນ ຮ່າໂນ້ຍ ຄັ້ງທີ 3
(ເດືອນ ກັນຍາ 2015). ພາບ: ເຈິ່ນແທງຢາງ/VNP



ນັກສິລະປິນປະຊາຊົນດັ້ງຖ໋າຍເຊີນ (ຜູ້ທີສອງ, ຈາກຊ້າຍ) ໃນການ ແຂ່ງຂັນ ປີອາໂນສາກົນ ຮ່າໂນ້ຍ ຄັ້ງທີ 3. ພາບ: ເຈິ່ນແທງຢາງ/VNP


ນັກສີລະປິນປະຊາຊົນດັ້ງຖ໋າຍເຊີນ ຖ່າຍຮູບເປັນທີ່ລະນຶກ ພ້ອມກັບ ນັກສອບເສັງສອງຄົນທີ່ຄວ້າໄດ້ລາງວັນສູງ
ໃນການເສັງປີອາໂນ ສາກົນ ຮ່າໂນ້ຍ ຄັ້ງທີ 3. ພາບ: ເຈິ່ນແທງຢາງ/VNP



ນັກສິລະປິນປະຊາຊົນ ດັ້ງຖ໋າຍເຊີນ ຖ່າຍຮູບນໍາແມ່ ເຊິ່ງແມ່ນ ນັກສິລະປິນປະຊາຊົນ ຖ໋າຍທິລຽນ. ພາບ: ເຈິ່ນແທງຢາງ/VNP

ມີຄົນຮັກດົນຕີຄົນໜຶ່ງໄດ້ໃຫ້ຄຳສັງເກດວ່າ “ດັ້ງຖ໋າຍເຊີນ ໄດ້ຫຼິ້ນດົນຕີ F.Chopin ຄືກຳນົດໄວ້ ແລ້ວ, ການກຳນົດນີ້ ໄດ້ເຮັດໃຫ້ຕົວທ່ານ ກາຍເປັນນັກຫຼິ້ນປີອາໂນ ທີ່ເໜືອ ທຳມະດາ. ທ່ານສົມເປັນຄວາມ ເອກອ້າງທະນົງໃຈບໍ່ພຽງແຕ່ ປະເທດຊາດ ຫວຽດນາມ ເທົ່ານັ້ນຫາກ ຍັງແມ່ນນັກຫຼິ້ນ ປີອາໂນ ທີ່ໜ້ານັບຖືສັນລະເສີນຂອງໂລກນຳອີກ. 



“ອ່ອນຊ້ອຍ ແລະ ແຫຼມຄົມ, ພິເສດແມ່ນເມື່ອຫຼິ້ນດົນຕີດ້ວຍ ສັນຊາດຕະຍານຄວາມຮູ້ສຶກ ໂດຍບໍ່ມີການແນະນຳໃດໆ. ຮ່າໂນ້ຍ, ບ້ານເກີດຂອງ ດັ້ງຖ໋າຍເຊີນ ແມ່ນວິເສດທີສຸດ... ພາຍໃຕ້ນ້ຳໜັກ ແຕ່ລະນິ້ວຂອງການສະແດງ, ທ່ານ ໄດ້ຮັກສາ ຄວາມດຸ່ນດຽງ ແລະ ຄວາມ ງົດງາມ ດັ່ງກາບກອນ...”.
(The Gazette Montrian ວັນທີ 17 ເມສາ 1993).



“ດັ້ງຖ໋າຍເຊີນ ສະແດງ ບົດ concertor  ຂອງ S.Rachmaninov ພ້ອມກັບວົງດົນຕີໄດ້ເຕົ້າໂຮມ ຄວາມສວຍສົດງົດງາມ, ລັກສະນະ ກາບກອນ ແລະ ຄວາມລຽບງ່າຍ. ການປະສານສຽງກັງວານ ສະຫຼັບກັບ ຄວາມລະອຽດອ່ອນຈາກສີມືອັນຄ່ອງແຄ່ວຂອງທ່ານ...
(The Japan Time - Tokyo 20 ມິຖຸນາ 1993)


ບົດ: ຖາວວີ - ພາບ: ເຈິ່ນແທງຢາງ, ເຈິ່ນດິ້ງ ແລະ ເອກະສານ VNP

ນັກສິລະປິນ ລະນາດຫີນ ອາຮີວນ

ນັກສິລະປິນ ລະນາດຫີນ ອາຮີວນ

ອາຮີວນ ບໍ່ໄດ້ຮຽນດົນຕີໃນໂຮງຮຽນໃດ, ບໍ່ໄດ້ຮັບການສິດສອນ ຈາກໃຜ, ແຕ່ຍ້ອນສຽງ ເຕີຣຶງ, ຕີງນິງ, ກະນີ, ລະນາດຫີນ... ຄືດັ່ງເວດມົນ ທີ່ບໍ່ມີຕົວຕົນ ດຶງດູດຫົວໃຈ ຂອງ ລາວ, ປຸກແປວໄພ ແຫ່ງຄວາມຫຼົງໄຫຼ ແລ້ວນຳພາ ໃຫ້ລາວ ກາຍເປັນນັກສິລະປິນ ໜຸ່ມດີເດັ່ນ ທີ່ສາມາດປະດິດສ້າງ ແລະ ຫຼິ້ນເຄື່ອງດົນຕີ ບູຮານທຸກປະເພດ ຂອງ ຊາວເຜົ່າ ຢາຣາຍ.

Top