• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມອບລາງວັນໂຮ່ຈີມິນ ແລະ ລາງວັນແຫ່ງລັດກ່ຽວກັບວິທະຍາສາດ ແລະ ເຕັກໂນໂລຢີ

ພິທີມອບລາງວັນໂຮ່ຈີມິນ ແລະ ລາງວັນແຫ່ງລັດ
ກ່ຽວກັບວິທະຍາສາດ ແລະ ເຕັກໂນໂລຢີ
      ຕອນ​ຄ່ຳ​ວັນ​ທີ 15/01 ຢູ່ ຮ່າ​ໂນ້ຍ, ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ ຈັດ​ຕັ້ງ​ພິທີ​ມອບ​ລາງວັນ ​ໂຮ່ຈີ​ມິນ ​ແລະ ລາງວັນ​ແຫ່ງ​ລັດ​ກ່ຽວ​ກັບ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ. ມີ 9 ກິດຈະການ, ກຸ່ມ​ກິດຈະການ​ໄດ້​ຮັບ​ລາງວັນ ​ໂຮ່ຈີ​ມິນ; 7 ກິດຈະການ, ກຸ່ມ​ກິດຈະການ​ໄດ້​ຮັບ​ລາງວັນ​ແຫ່ງ​ລັດ​ກ່ຽວ​ກັບ​ວິທະຍາ​ສາດ ​ແລະ ​ເຕັກ​ໂນ​ໂລ​ຢີ ​ໃນ​ພິທີ​ມອບ​ລາງວັນ​ຄັ້ງ​ທີ 5 ນີ້.
        ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈີ່ນ​ດ້າຍ​ກວາງ ​ເນັ້ນ​ໜັກ​ວ່າ ການ​ພັດທະນາ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ​ແມ່ນ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ພັກ, ລັດ. ພ້ອມ​ກັບ​ການ​ສຶກສາ, ກໍ່​ສ້າງ, ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ​ແມ່ນລັດຖະນະ​ໂຍບາຍ​ແຖວ​ໜ້າ, ​ແມ່ນ​ກຳລັງ​ໜູນ​ພັດທະນາ​ເສດຖະກິດ - ສັງຄົມ, ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ຊີ້​ແຈ້ງວ່າ:
        “ຊົນ​ຊາດ ຫວຽດນາມ ມີ​ມູນ​ເຊື້ອ​ມັກ​ຮຽນ, ສະຫລາດ​ສະຫລຽວ, ມີ​ຫົວຄິດ​ປະດິດ​ສ້າງ. ຖັນ​ແຖວ​ພະນັກງານ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີຄວນ​ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງຄວາມ​ຮັບຜິດຊອບ​ຂອງ​ຕົນທີ່​ມີ​ຕໍ່ປະ​ເທດ​ຊາດ, ຊົນ​ຊາດ, ສືບ​ຕໍ່​ສືບ​ທອດ, ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ມັກ​ຮຽນ, ສະຫລາດ​ສະຫລຽວ, ມີ​ຫົວຄິດ​ປະດິດ​ສ້າງ​ຂອງ​ລຸ້ນ​ກ່ອນ, ມານະ​ພະຍາຍາມ​ສູ້​ຊົນ, ບືນ​ຕົວ​ຂຶ້ນ​ສູ່​ລະດັບ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີກ້ວາ​ໜ້າ​ຢູ່​ພາກ​ພື້ນ ​ແລະ ​ໂລກ, ປະກອບສ່ວນ​ນຳ​ປະ​ເທດ​ຊາດ​ພັດທະນາ​ວ່ອງ​ໄວ, ໝັ້ນຄົງ, ທຽບ​ທັນກັບ​ບັນດາ​ປະ​ເທດມະຫາ​ອຳນາດຢູ່ 5 ທະວີບ ຄືດັ່ງ​ຄວາມ ມຸ່ງ​ມາດ​ປາດ​ຖະໜາຂອງ​ປະທານ ​ໂຮ່ຈີ​ມິນ.
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ເປັນ​ບົດ​ເພງ​ອຳ​ມະ​ຕະຕະຫຼອດ​ໄປ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: “ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ເປັນ​ບົດ​ເພງ​ອຳ​ມະ​ຕະຕະຫຼອດ​ໄປ”

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະ, ສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບ ດ້ຽນບຽນ, ຊາວໜຸ່ມຕະລຸມບອນ, ຄົນງານເກນເຂົ້າຮ່ວມຮັບໃຊ້ບັ້ນຮົບດ້ຽນບຽນຝູ ໂດຍກົງ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນໄຊຊະນະ ດ້ຽນບຽນຝູ ຄົບຮອບ 70 ປີ (7/5/1954 - 7/7/2024).

Top