• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມອບລາງວັນການເສັງປະລະໄນ “ຊອກຮູ້ປະຫວັດແຫ່ງການພົວພັນແບບພິເສດ ຫວຽດນາມ - ລາວ 2017”

      ຕອນເຊົ້າວັນທີ 15 ກັນຍາ, ທີ່ຮ່າໂນ້ຍ, ຄະນະໂຄສະນາສຶກສາສູນກາງ ຫວຽດນາມ ຈັດຕັ້ງພິທີມອບລາງວັນການເສັງປະລະໄນ “ຊອກຮູ້ປະຫວັດແຫ່ງການພົວພັນແບບພິເສດ ຫວຽດນາມ - ລາວ”. 

ພິທີມອບລາງວັນ (ພາບ: tuyengiao.vn)
      ພາຍຫລັງລະດົມເປັນເວລາເກືອບ 4 ເດືອນ, ການເສັງປະລະໄນໄດ້ດຶງດູດກ່ວາ 166 ພັນເທື່ອຄົນເຂົ້າຮ່ວມ. ທີ່ພິທີມອບລາງວັນ, ຄະນະຈັດຕັ້ງໄດ້ມອບ 51 ລາງວັນ, ລວມມີ ລາງວັນທີ່ໜຶ່ງ 17 ລາງວັນ, ລາງວັນທີສອງ 17 ລາງວັນ, ລາງວັນທີສາມ 17 ລາງວັນ. ກ່າວຄຳເຫັນທີ່ພິທີມອບລາງວັນ, ທ່ານ ຫງວຽນວັນລິງ ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງໃຫ້ຮູ້ວ່າ:
        “ເມື່ອທຽບໃສ່ຂອບຂະໜາດ ກໍ່ຄືມູນເຊື້ອແລ້ວ ພວກເຮົາເຫັນວ່າ ການແຜ່ຂະຫຍາຍຂອງການເສັງນີ້ ຍັງໃຫຍ່ຫລວງຢູ່. ດັ່ງນັ້ນ, ໃນໄລຍະຈະມາເຖິງ ພວກເຮົາຕ້ອງສືບຕໍ່ໂຄສະນາຢ່າງເລິກເຊິ່ງກ້ວາງຂວາງເຖິງບັນດາເຂດພາກອື່ນໆ ພິເສດແມ່ນເຂດຊາຍແດນ, ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ຊາວ ລາວ ຢູ່ ຫວຽດນາມ, ບັນດາລຸ້ນຄົນ, ບັນດາພະນັກງານ, ນັກຮົບເຂົ້າຮ່ວມ. ທີ່ສອງແມ່ນ ສືບຕໍ່ກະກຽມຢ່າງລອບຄອບຖີ່ຖ້ວນກ່ວາ ເປັນຕົ້ນແມ່ນບັນດາຄຳຖາມປະລະໄນໃຫ້ອຸດົມສົມບຸນ, ມີຫລາຍຮູບຫລາຍແບບກ່ວາ. ເຮັດແນວໃດ ເພື່ອໃຫ້ເນື້ອໃນຂອງຄຳຖາມນີ້ ລວມບລວມກ່ຽວກັບການພົວພັນ ຫວຽດນາມ - ລາວ, ລາວ - ຫວຽດນາມ ຍິ່ງຫລາຍກໍ່ຍິ່ງດີ ”.
(ແຫຼ່ງຄັດຈາກ VOV)

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກ່າວຄຳເຫັນນະທີ່ນີ້, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຢັ້ງຢືນວ່າ: ການສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ແມ່ນໂອກາເພື່ອໃຫ້ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດ...

Top